ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ນັກກິລາບານສົ່ງຈີນວ່າ ເສຍໄຊ ໃນການແຂ່ງຂັນ ຍ້ອນບໍ່ໄດ້ກິນຊີ້ນ


ເຄື່ອງໝາຍກິລາໂອລິມປິກ ທີ່ຈະຈັດຂຶ້ນທີ່ກຸງລອນດອນໃນເດືອນໜ້ານີ້
ເຄື່ອງໝາຍກິລາໂອລິມປິກ ທີ່ຈະຈັດຂຶ້ນທີ່ກຸງລອນດອນໃນເດືອນໜ້ານີ້

ພວກນັກກິລາຈີນ ທີ່ຫວັງວ່າຈະໄປແຂ່ງຂັນໃນກິລາໂອລິມປິກ ທີ່ກຸງລອນດອນໃນເດືອນ
ໜ້ານີ້ ​ໄດ້ຕິຕຽນການ​ແຂ່ງຂັນ​ທີ່​ເສຍ​ໄຊ​ແບບ​ບໍ່​ເປັນ​ທ່າ​ໃສ່​ການບໍ່ອະນຸຍາດໃຫ້ກິນຊີ້ນໄດ້ ຍ້ອນຢ້ານວ່າຈະມີສານເຄມີທີ່ຖືກເກືອດຫ້າມ.

ຄູຝຶກທີມຊາດບານສົ່ງຫລື volleyball ຍິງຂອງຈີນ ເວົ້າວ່າ ນັກກິລາຂອງຕົນບໍ່ໄດ້ກິນ
ຊີ້ນໂດຍສິ້ນເຊີງມາໄດ້ 3 ອາທິດແລ້ວ ຍ້ອນຢ້ານວ່າພວກເຂົາເຈົ້າອາດຈະຖືກກວດພົບວ່າ
ມີສານ clenbuterol ຊຶ່ງເປັນສານທີ່ຖືກຫ້າມ ໃຊ້ເກືອສັດລ້ຽງຂອງຈີນ.

ທີມບານສົ່ງ ຊຶ່ງຄັ້ງນຶ່ງເຄີຍເປັນທີນຶ່ງຂອງໂລກ ໄດ້ເສຍໄຊຢ່າງຂາດລອຍ ໂດຍເສຍສາມ
​ເກ​ມຊ້ອນໃຫ້ແກ່ສະຫະລັດໃນການແຂ່ງຂັນ World Grand Prix ທີ່ໄດ້ຈົບລົງຢູ່ໃກ້ນະ
ຄອນຊຽງໄຮ້ ໃນວັນອາທິດຜ່ານມານີ້.

ຄູຝຶກ Yu Juemin ໄດ້ຕິຕຽນວ່າ ການຫລິ້ນບໍ່ດີຂອງທິມບານສົ່ງຂອງຕົນ ແມ່ນຍ້ອນ
ຂາດທາດໂປຣຕິນ ໂດຍເວົ້າວ່າ ນັກກິລາຂອງຕົນບໍ່ມີເຮື່ອແຮງພໍ ແລະກ້າມເນື້ອແຫ່ວ
ເຂົ້າໃນເວລາທີ່ຢູ່ໃນການແຂ່ງຂັນຕ່າງໆນັ້ນ.

ໜັງສືພິມຂອງພັກຄອມມີວນິສຈີນ Global Times ເວົ້າໃນວັນອັງຄານມື້ນີ້ວ່າ ເລື້ອງ
ດັ່ງກ່າວໄດ້ “ເປັນບັນຫາຫລາຍສົມຄວນ” ສໍາລັບນັກກິລາຈີນ ໝົດທຸກຄົນ ​ຊຶ່ງການ
ແຂ່ງຂັນ Olympic ທີ່ຈະເລີ້ມຂຶ້ນໃນທ້າຍເດືອນກໍລະກົດນີ້.

ໜັງສືພິມດັ່ງກ່າວໄດ້ອ້າງເອົາຄໍາເວົ້າ ຂອງພວກ​ນັກຂ່າວທ້ອງຖິ່ນທີ່ກ່າວວ່າ ທີມນັກກິລາ
ບາງທີມ ກະທັ້ງວ່າໄດ້ລ້ຽງໝູ, ໄກ່ ແລະເປັດເອົາເອງ ເພື່ອຫລີກລ່ຽງການກິນຊີ້ນ ທີ່ມີ
ສານ​ເຄມີເພີ້ມເຕີມ ​ແບບຜິດກົດໝາຍ ຊຶ່ງຖືກເກືອດຫ້າມໂດຍຄະນະກໍາມະການກິລາ
Olympic ສາກົນ.

XS
SM
MD
LG