ເຈົ້າໜ້າທີ່ຈີນ ໄດ້ປະຕິເສດ ບໍ່ຍອມໃຫ້ການຢືນຢັນວ່າ ຜູ້ນຳຂອງເກົາຫຼີເໜືອ ທ່ານກິມ-ຈົງ-ອິລ ໄດ້ເດີນທາງ ໄປຢ້ຽມຢາມຈີນຫລືບໍ່? ແຕ່ພວກນັກຂ່າວ ຕ່າງປະເທດ ໄດ້ລົງພິມ ຮູບຖ່າຍຂອງທ່ານກິມ ຢູ່ໃນພາກເໜືອ ຂອງຈີນ.
ໃນການຖະແຫລງຂ່າວ ໃນວັນອັງຄານມື້ນີ້ ໂຄສົກຂອງ ກະຊວງ ການຕ່າງປະເທດຈີນ ນາງຈຽງ-ຢູ ກ່າວວ່າ ນາງເຂົ້າໃຈດີວ່າ ພວກນັກຂ່າວ ຕ່າງປະເທດ ມີຄວາມສົນໃຈ ກ່ຽວກັບເລື່ອງນີ້ ແຕ່ເວົ້າວ່າ ນາງບໍ່ມີຂ່າວໃດໆ ທີ່ຈະແຈ້ງໃຫ້ຊາບ.
ແຕ່ນາງຈຽງ-ຢູ ບໍ່ໄດ້ໃຫ້ການຢືນຢັນ ຫລືປະຕິເສດ ຕໍ່ລາຍງານຂ່າວ ທີ່ວ່າ ທ່ານກິມ ແລະຂະບວນລົດໄຟ ກັນລູກປືນ ຂອງທ່ານ ໄດ້ແລ່ນເຂົ້າໄປ ໃນປະເທດຈີນ ໃນມື້ວັນຈັນ ວານນີ້. ລາຍງານຂ່າວເຫລົ່ານີ້ ມີຮວມທັງ ຮູບຂອງທ່ານກິມ ໃນເຂດ ພາກຕາເວັນອອກ ສຽງເໜືອ ຂອງຈີນ ແລະການເພີ້ມ ການຮັກສາຄວາມປອດໄພ ຢູ່ຕາມເສັ້ນທາງລົດໄຟ.
ລາຍງານຂ່າວຂອງເກົາຫລີໃຕ້ ແລະຍີ່ປຸ່ນ ຍັງເວົ້າວ່າ ເປັນທີ່ຄາດກັນວ່າ ທ່ານກິມ ຈະໄດ້ພົບປະ ກັບປະທານປະເທດຈີນ ທ່ານຫູຈິນເທົາ ທີ່ນະຄອນຫຼວງປັກກິ່ງ ນຳດ້ວຍ.