ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຸ່ມຝ່າຍຊ້າຍ ຂອງຈີນ ຮຽກຮ້ອງ ບໍ່ໃຫ້ສະພາ ປົດທ່ານ Bo Xilai


ທ່ານ Bo Xilai
ທ່ານ Bo Xilai
ກຸ່ມ​ຝ່າ​ຍຊ້າຍ​ຂອງ​ຈີນ ​ໄດ້​ພາກັນ​ເຊັນ ໜັງສື​ຮ້ອງ​ຮຽນ ຮຽກຮ້ອງ
​ບໍ່ໃຫ້ ສະພາ​ຂັບ​ໄລ່ຜູ້​ນໍາ​ທີ່​ຕົກ​ຕໍາແໜ່​ງ ທ່ານ Bo Xilai ໂດຍ​
ກ່າວ​ວ່າ ທ່ານ​ອາດຈະ​ປະ​ເຊີນ​ໜ້າ​ກັບການ​ດຳ​ເນີນ​ຄະດີ​ທີ່ບໍ່​ຍຸ
ຕິທໍາ ​ແລະມີ​ຈຸດປະສົງ​ດ້ານ​ການ​ເມືອງ.


​ໜັງສື​ຮ້ອງ​ຮຽນ ທີ່​ໄດ້​ເຊັນ​ລົງ​ນາມໂດຍ​ພວກນັກວິຊາການ ​ແລະ​
ອະດີດ​ເຈົ້າໜ້າ​ທີ່​ຂັ້ນ​ສູງຫຼາຍຮ້ອຍ​ຄົນ ​ໄດ້​ຖືກ​ເຜີ​ຍແຜ່​ຢູ່​ໃນເວັບ​
ໄຊ​ທ໌ ຂອງ​ກຸ່ມ​ຈີນ​ແດງ​ທີ່​ນິຍົມຊ້າຍ​ຈັດ. ການ​ຮ້ອງ​ຮຽນ​ດັ່ງກ່າວ​ນີ້
ມີ​ຂື້ນ​ໃນ​ຂະນະ​ທີ່ສະ ພາປະຊາຊົນ​ແຫ່ງ​ຊາດ​ຂອງ​ຈີນ ຊຶ່ງ​ສ່ວນ​
ໃຫຍ່ແລ້ວ​ ເປັນ​ສະ​ຖາ​ບັນ​ຮັບ ຜິດ​ຊອບໃນດ້ານ​ພິທີການ​ເທົ່າ​ນັ້ນ
ຄາ​ດວ່າ​ຈະ​ປົດທ່ານ Bo Xilai ​ແລະ​ ຖອດ​ຖອນ​ສິດ​ພິ​ເສດ​ໃນ​
ການປົກ​ປ້ອງທ່ານ​ຈາກ​ການຖືກ​ຟ້ອງ​ຮ້ອງ​ດ້ານ​ກົດໝາຍ.

ຄັ້ງ​ນຶ່ງ​ໄດ້​ເປັນ​ດາວ​ຮຸ່ງດວງ​ເດັ່ນຂອງ​ວົງການ​ເມືອງຂອງຈີນ ທ່ານ Bo ຊຶ່ງມີແນວ​ທາງ​ສ້າງ​ຄວາມ​ແຕກ​ແຍກ ​ແລະມີພອນ​ສະຫວັນ​ໃນດຶງ​ດູດຜູ້ ຄົນ​ນັ້ນ ​ເປັນ​ທີ່​ເຊື່ອ​ກັນວ່າຍັງ​ມີ​ພວກ​ຫົວ​ນິຍົມ​ຊ້າຍ​ໃນ​ຈີນໃຫ້ການ​ນັບຖືເປັນ​ຈຳນວນ​ຫຼວງຫຼາຍ ​ເພາະວ່າທ່ານ​ໄດ້​ຮ້ອງ​ໃຫ້​ຟື້ນຟູ​ການ​ປະຕິວັດ ​ແດງ ​ໃນ​ສະໄໝ​ຂອງທ່ານ Mao ຄືນ​ໃໝ່.

ທ່ານ Bo ​ໄດ້​ຖືກ​ຂັບ​ໄລ່​ອອກ​ຈາກພັກ​ຄອມ​ມິ​ວນິສ​ແລ້ວຍ້ອນຂ່າວ​ນອງ ນັນ ທີ່ພັນ​ລະ​ຍາ
ຂອງ​ທ່ານຖືກ​ພົບ​ເຫັນ​ວ່າ​ ມີ​ຄວາມ​ຜິດໃນ​ການ​ຄາດຕະ ກໍາ. ​ເດືອນ​ແລ້ວ​ນີ້ສື່​ມວນ​ຊົນຂອງ​ທາງ​ການ​ຈີນກ່າວ​ວ່າ ທ່ານຈະ “ປະ​ເຊີນ​ໜ້າ​ກັບ​ການ​ດຳ​ເນີນ​ຄະດີ” ​ໃນ​ຂໍ້​ຫາ​ຕ່າງໆ ​ທີ່​ຮວມ​ທັງ​ ການ​ໄຊ້ອໍາ ນາດເຖື່ອນ ຮັບ​ສິນ​ບົນ ​ແລະ​ການ​ມີ​ເພດ​ສຳພັນ​ທີ່​ບໍ່​ເໝາະ​ສົມ.

ກ່ຽວຂ້ອງກັນ

XS
SM
MD
LG