ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຜູ້ນຳຈີນ ຈະຢ້ຽມຢາມ ສະຫະລັດ ຢ່າງເປັນທາງການ


ທ່ານ Xi Jinping ປະທານປະເທດຈີນ
ທ່ານ Xi Jinping ປະທານປະເທດຈີນ

ອົງການ​ຂ່າວ​ຊິນ​ຫົວ​ທາງ​ການ​ຈີນ ກ່າວ​ວ່າ ທ່ານ Xi Jinping
ປະທານ​ປະ​ເທດ​ຈີນ ຈະ​ທຳ​ການ​ຢ້ຽມຢາມ​ສະຫະລັດ​ຢ່າງ​ເປັນ
​ທາງ​ການ​ຄັ້ງ​ທຳ​ອິດ​ຂອງ​ທ່ານ​ໃນ​ເດືອນ​ກັນ​ຍາ.

​ໄດ້​ມີ​ການ​ປະກາດກຳນົດ​ການ​ຢ້ຽມຢາມ​ໃຫ້​ຮູ້ ຫຼັງ​ຈາກ​ທ່ານ
Xi ​ໂອ້​ລົມ​ກັນ​ທາງ​ໂທລະສັບ​ກັບ​ປະທານາທິບໍດີ​ບາຣັກ ​ໂອ​
ບາ​ມາ​ແຫ່ງ​ສະຫະລັດ.

ອົງການ​ຂ່າວ​ຊິນ​ຫົວ​ແຈ້ງ​ໃຫ້​ຊາບ​ວ່າ “​ໃນ​ລະຫວ່າງ​ການ​ໂອ້​ລົມ​ກັນ ທັງ​ສອງ​ຝ່າຍ​ໄດ້​ຕົກລົງ​ກັນ ​ເພື່ອ​ທຳ​ການ​ກະກຽມ​ຢ່າງ​ເຕັມ​ທີ່ ​ເພື່ອ​ຮັບປະ ກັນ​ຄວາມ​ສຳ​ເລັດ​ຂອງ​ການ​ຢ້ຽມຢາມ​ຄັ້ງ​ນີ້.”

ທຳນຽບຂ່າວ ກ່າວ​ວ່າ ທ່ານ​ໂອ​ບາ​ມາ ​ໄດ້​ຮຽກຮ້ອງ​ປະທານ​ປະ​ເທດ​ຈີນ ​ໃຫ້​ຊຸກ​ຍູ້​ປະ​ເທດ​ຂອງ​ທ່ານ​ໄປ​ສູ່ “ການ​ເຕີບ​ໂຕ​ທີ່​ນຳພາ​ໂດຍການ​ບໍລິ​ໂພ​ກ ​ແລະ​ອັດຕາ​ການ​ແລກ
ປ່ຽນ​ໄປ​ຕາມ​ຕະຫຼາດ.”
ປະທານາທິບໍດີ ຂອງ​ສະຫະລັດ ຍັງ​ໄດ້​ກ່າວ​ເນັ້ນເຖິງ​ຄຳ​ໝັ້ນ​ໝາຍ​ຂອງ​ທ່ານ​ເຊັ່ນ​ກັນ ​ເພື່ອ​ບັນລຸ​ສົນທິສັນຍາດ້ານ​ການ​ລົງທຶນ​ລະຫວ່າງ​ສອງ​ຝ່າຍ​ກັບ
​ປັກ​ກິ່ງ.

ທຳນຽບຂາວ ກ່າວ​ວ່າ ທ່ານ​ໂອ​ບາ​ມາ ​ແລະ​ທ່ານ​ສີຍັງ​ໄດ້​ໂອ້​ລົມ​ສົນທະນາ​ກັນ​ເລື້ອງ​ຄວາມ​ປອດ​ໄພ​ໃນ​ດ້ານ​ອິນເຕີແນັດ ​ແລະ​ການ​ເຈລະຈາ​ຂອງ​ນາໆ​ຊາດ ພາຍ​ໃຕ້​ການ​ນຳພາ​ຂອງ​ສະຫະລັດ​ກັບ​ອີຣ່ານວ່າ​ດ້ວຍ ໂຄງການ​ອາວຸດ​ນີວ​ເຄລຍຂອງ​ອີຣ່ານນັ້ນ.

ຫວ່າ​ງ​ໄວໆ​ຜ່ານ​ມາ​ນີ້ ສະຫະລັດ​ໄດ້​ທຳ​ການ​ກ່າວ​ຫາຢ່າງ​ຈະ​ແຈ້ງ​ການ​ໂຈມ​ຕີ​ທາງ​ອິນເຕີ
ແນັດ ​ໂດຍ​ພວກ​ລັກ​ເຈາະ​ຂ່າວ​ຂໍ້​ມູນ​ຈີນຕໍ່​ບັນດາບໍລິ ສັດ​ອາ​ເມຣິກັນ ​ແລະ​ເປົ້າ​ໝາຍ​ຕ່າງໆ​ຂອງ​ລັດຖະບານ. ຈີນ​ໄດ້​ປະຕິ ເສດ​ຕໍ່​ຂໍ້​ກ່າວ​ຫາ​ເຫຼົ່າ​ນັ້ນ.

​ໃນ​ວັນ​ອັງຄານ​ວານ​ນີ້ ທຳນຽບຂາວ​ໄດ້ປະກາດ​ການຈັດ​ຕັ້ງ​ອົງການ​ລັດຖະບານກາງນຶ່ງ​ຂຶ້ນ​
ເພື່ອ​ວິ​ເຄາະ​ການ​ຂົ່ມຂູ່​ຕ່າງໆ​ຕໍ່​ຄວາມ​ປອດ​ໄພ​ດ້ານອິນເຕີແນັດຂອງ​ປະ​ເທດ ​ແລະ​ປະສານ​ງານ​ຍຸດ​ທະ​ສາດ​ເພື່ອ​ຮັບມືກ່ຽວ ກັບເລື້ອງ​ນີ້.

XS
SM
MD
LG