ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະທານ Xi ຮຽກຮ້ອງ ໃຫ້ຄະນະນໍາພາຈີນ ເຮັດວຽກ ຢ່າງບໍ່ອິດເມື່ອຍ ເພື່ອຊາດ (ສະໄລດ໌/ວີດີໂອ)


ປະທານປະເທດທີ່ຖືກເລືອກໃໝ່ຂອງຈີນ ທ່ານ Xi Jinping ກ່າວຄຳປາໄສ ໃນລະຫວ່າງປິດກອງປະຊຸມ ສະພາປະຊາຊົນ ແຫ່ງຊາດ ທີ່ຫໍສາລາປະຊາຊົນ ໃນກຸງປັກກິ່ງ (17 ມີນາ 2013)
ປະທານປະເທດທີ່ຖືກເລືອກໃໝ່ຂອງຈີນ ທ່ານ Xi Jinping ກ່າວຄຳປາໄສ ໃນລະຫວ່າງປິດກອງປະຊຸມ ສະພາປະຊາຊົນ ແຫ່ງຊາດ ທີ່ຫໍສາລາປະຊາຊົນ ໃນກຸງປັກກິ່ງ (17 ມີນາ 2013)
ທ່ານ Xi Jinping ປະເທດປະເທດຄົນໃໝ່ຂອງຈີນ ໄດ້ກ່າວຄຳ
ປາໄສ ໃນຖານະຜູ້ນຳຂອງປະເທດ ເປັນເທື່ອທຳອິດ ໃນວັນອາ
ທິດຜ່ານມານີ້ ໃນລະຫວ່າງພິທີປິດກອງປະຊຸມປະຈຳປີຂອງອັນ
ທີ່ເອີ້ນວ່າສະພາປະຊາຊົນແຫ່ງຊາດ. ໃນຄຳປາໄສຂອງທ່ານນັ້ນ
ທ່ານ Xi ໃຫ້ຄຳໝັ້ນສັນຍາວ່າ ຈະປາບປາມການສໍ້ລາດບັງຫຼວງ ປັບປຸງການເຮັດວຽກໃຫ້ມີປະສິດທິພາບຂອງລັດຖະບານ ແລະ
ຕໍ່ສູ້ເພື່ອອັນທີ່ທ່ານເອີ້ນວ່າ ການຟື້ນຟູໃໝ່ຂອງປະເທດຈີນທີ່ຍິ່ງ
ໃຫຍ່. ຜູ້ສື່ຂ່າວວີໂອເອ William Ide ມີລາຍລະອຽດເພີ້ມຕື່ມກ່ຽວ ກັບເລື່ອງນີ້ຈາກກຸງປັກກິ່ງ ດັ່ງໄພສານ ຈະນຳມາສະເໜີທ່ານໃນ
ອັນດັບຕໍ່ໄປ.

ຈີນ ກຳລັງປະເຊີນໜ້າ ກັບບັນຫາທ້າທາຍໃຫຍ່ໆ ຫຼາຍໆບັນຫາ. ຫລັງຈາກໄດ້ມີເສດຖະກິດເຕີບໃຫຍ່ຂະຫຍາຍໂຕຢ່າງເຂັ້ມແຂງ
ມາ ເປັນເວລາ 3 ທົດສະວັດແລ້ວ ອັດຕາການເຕີບໂຕຂອງຈີນ ຊຶ່ງເປັນປະເທດທີ່ມີເສດຖະກິດໃຫຍ່ເປັນອັນດັບ 2 ຂອງໂລກນັ້ນ
ກຳລັງຊັກຊ້າລົງ. ຊ່ອງຫວ່າງຫລຸດໂຕນ ລະຫວ່າງຄົນຮັ່ງ ກັບຄົນ
ທຸກ ພວມຂະຫຍາຍວົງກວ້າງອອກ. ຄວາມບໍ່ພໍໃຈຂອງປະຊາຊົນ
ກັບການກິນສິນບົນຂອງພວກເຈົ້າໜ້າທີ່ພວມຂົ່ມຂູ່ຕໍ່ການຢູ່ລອດຂອງພັກ ທີ່ໄດ້ປົກຄອງປະ ເທດຈີນແຕ່ພຽງຜູ້ດຽວມາໄດ້ຫົກທົດສະວັດກວ່າໆແລ້ວ.

ປະທານປະເທດ ສີ ຈິ້ນຜິງ ຮຽກຮ້ອງໃຫ້ພວກຜູ້ນຳຄົນສຳຄັນໆ ຂອງພັກຄອມມູນິສ ຈົ່ງເປັນ ແບບຢ່າງໃຫ້ແກ່ປະຊາຊົນ.

ທ່ານສີເວົ້າວ່າ ພັກ ແລະຄະນະນຳພາ ຍາມໃດກໍຄວນຈະຍົກສູງໃຫ້ປະຊາຊົນຢູ່ເໜືອສິ່ງໃດ ທັງປວງ ພ້ອມທັງຕໍ່ສູ້ຕ້ານການປົກຄອງແບບມີຫລາຍຂັ້ນຫລາຍຕອນ ການເນັ້ນໜັກເລື່ອງ ລະບຽບການຫຼາຍເກີນໄປ ການໃຊ້ຈ່າຍຢ່າງຟຸມເຟືອຍ ແລະທິດສະດີໃນການຖືເອົາຄວາມ ສຸກເປັນຫຼັກ. ທ່ານເວົ້າວ່າ ນອກນັ້ນແລ້ວກໍຄວນຈະປາບປາມການສໍ້ລາດບັງຫຼວງແລະການ ປະພຶດຜິດໃນທຸກຮູບແບບ.

ທ່ານສີ ເຄີຍເວົ້າເລື່ອງການປາບປາມການສໍ້ລາດບັງຫຼວງຂອງລັດຖະບານມາແລ້ວ ນັບຕັ້ງ ແຕ່ທ່ານເຂົ້າກຳຕຳແໜ່ງຜູ້ນຳພັກຄອມມູນິສຈີນໃນທ້າຍປີກາຍ. ໃນຕົ້ນອາທິດນີ້ຈີນໄດ້ສຳ ເລັດເສັດສິ້ນການໂອນອຳນາດໃຫ້ຜູ້ນຳຄົນໃໝ່ ເວລາທ່ານໄດ້ຖືກເລືອກ ໃຫ້ເປັນປະທານປະເທດ ໃນລະຫວ່າງກອງປະຊຸມ ຊຶ່ງສ່ວນໃຫຍ່ແລ້ວແມ່ນຈັດຂຶ້ນພໍເປັນພິທີການເທົ່ານັ້ນ.

ສະພາປະຊາຊົນແຫ່ງຊາດຈີນເປີດປະຊຸມທຸກໆປີແລະເປັນໂອກາດສຳລັບໃຫ້ເຈົ້າໜ້າທີ່ກຳ ນົດວິໄສທັດ ສຳລັບຊຸມປີຕໍ່ໜ້າ. ເຖິງແມ່ນວ່າ ສະພາດັ່ງກ່າວນີ້ ສ່ວນໃຫຍ່ແລ້ວແມ່ນຖືກັນ ວ່າ ເປັນພຽງສະຖາບັນ ທີ່ປະທັບກາ ໃຫ້ການຮັບຮອງຢ່າງອັດຕະໂນມັດ ຕໍ່ການຕັດສິນໃຈ ເກືອບວ່າທຸກຢ່າງ ຂອງລັດຖະບານກໍຕາມ ແຕ່ກໍມີການລົງຄະແນນສຽງຫຼາຍຢ່າງ ທີ່ໄດ້ປະ ເຊີນ ກັບການຄັດຄ້ານຢ່າງຫຼວງ ຫຼາຍ ໃນກອງປະຊຸມປີນີ້.

ໃນລະຫວ່າງກອງປະຊຸມມື້ວັນອາທິດນັ້ນ ໄດ້ມີການຮັບຜ່ານງົບປະມານສຳລັບລັດຖະບານ ກາງ ແລະລັດຖະບານທ້ອງຖິ່ນຂອງຈີນ ແຕ່ມີສະມາຊິກສະພາ 509 ຄົນ ຂອງຈຳນວນທັງ ໝົດປະມານ 3,000 ຄົນລົງຄະແນນສຽງຄັດຄ້ານຕໍ່ງົບປະມານດັ່ງກ່າວ ແລະອີກ 127 ຄົນ ບໍ່ຍອມອອກສຽງ.


ຮ່ອງຮອຍອັນນຶ່ງ ທີ່ສະແດງໃຫ້ເຫັນເຖິງຄວາມບໍ່ພໍໃຈຂອງປະຊາຊົນທີ່ມີເພີ້ມຂຶ້ນ ຕໍ່ບັນຫາ ສະພາບແວດລ້ອມທີ່ເປື້ອນເປິໃນຂອບເຂດທີ່ກວ້າງຂວາງນັ້ນມີສະມາຊິກສະພາ 850 ຄົນ ໄດ້ລົງຄະແນນສຽງຄັດຄ້ານ ແລະ 140 ຄົນບໍ່ຍອມອອກສຽງໃນການເລືອກເອົາສະມາຊິກ ຄະນະກຳມະການສິ່ງແວດລ້ອມຂອງສະພາ.

ພ້ອມກັນນັ້ນ ທ່ານສີໄດ້ຮຽກຮ້ອງໃຫ້ຄະນະນໍາພາ ຈົ່ງພາກັນເຮັດວຽກຢ່າງບໍ່ອິດເມື່ອຍເພື່ອ ປະເທດຊາດແລະເພື່ອໃຫ້ບັນລຸຄວາມໄຝ່ຝັນໃນການເຮັດໃຫ້ປະເທດຈີນກັບຄືນມາມີຊີວິດ ຊີວາອີກ.

ທ່ານສີເວົ້າວ່າ ຕໍ່ໜ້າກັບທ່າອຽງອັນໃຫຍ່ຫລວງ ຂອງຍຸກສະໄໝ ແລະຄວາມຄາດຫວັງຢ່າງ ຈິງຈັງຂອງປະຊາຊົນຕໍ່ການມີຊີວິດທີ່ດີຂຶ້ນ ພັກແມ່ນບໍ່ສາມາດທີ່ຈະສະແດງອອກເຖິງຄວາມ ເພິງພໍໃຈ ຫລືສະແດງຮ່ອງຮອຍໃຫ້ເຫັນເຖິງຄວາມຂີ້ຄ້ານ.

ເຖິງແມ່ນວ່າ ບໍ່ມີເລື່ອງທີ່ບໍ່ຄາດຝັນໃດໆຢູ່ໃນຄຳປາໄສຂອງທ່ານສີນັ້ນກໍຕາມແຕ່ຄວາມພະ ຍາຍາມຂອງທ່ານເພື່ອເນັ້ນໜັກຄືນໃໝ່ ເຖິງບັນຫາທ້າທາຍຕ່າງໆ ທີ່ກຳລັງປະເຊີນໜ້າກັບ ລັດຖະບານແລະການໃຫ້ຄຳໝັ້ນສັນຍາທີ່ຈະດຳເນີນການແບບງ່າຍໆນັ້ນແມ່ນໄດ້ສະທ້ອນ ກັບໃຫ້ເຫັນແລ້ວໃນໝູ່ປະຊາຊົນ.

ໃນການໃຫ້ຄວາມເຫັນຕໍ່ວີໂອເອ ຕາມເສັ້ນທາງສາຍຕ່າງໆໃນກຸງປັກກິ່ງນັ້ນ ປະຊົນແມ່ນມີ ຄວາມເຫັນໄປໃນແງ່ດີ ກ່ຽວກັບອະນາຄົດຂ້າງໜ້າ.

ແມ່ຍິງຄົນນຶ່ງ ຊື່ Zhang ອາຍຸ 30 ປີ ຊຶ່ງເປັນຄົນງານນັ່ງໂຕະນັ່ງຕັ່ງ ເວົ້າວ່າ ນັບຕັ້ງແຕ່ຄະ ນະນຳພາໃໝ່ຂອງຈີນ ເລີ້ມເຂົ້າກຳອຳນາດ ໃນທ້າຍປີກາຍນີ້ແລ້ວ ພວກທ່ານໄດ້ສະແດງ ໃຫ້ເຫັນເຖິງລະບົບເຮັດວຽກແບບໃໝ່ ແລະມີຄວາມກະຕືລືລົ້ນ.

ນາງ Zhang ເວົ້າວ່າ ເບິ່ງຄືວ່າຄະນະນຳພາໃໝ່ຂອງຈີນແມ່ນມີຄວາມຕິດແທດກັບປະຊາ ຊົນຫຼາຍກວ່າແຕ່ກ່ອນ. ນາງເວົ້າວ່າ ໃນຂະນະທີ່ພວກຜູ້ນໍາຍັງ ບໍ່ທັນປະກາດໃຫ້ຊາບກ່ຽວ ກັບນະໂຍບາຍໃໝ່ທີ່ໜັກແໜ້ນໃດໆແລະຍັງບໍ່ທັນເປັນທີ່ຈະແຈ້ງເທື່ອວ່າອະນາຄົດຈະເປັນ ຈັ່ງໃດນັ້ນ ແຕ່ພວກທ່ານແມ່ນໄດ້ເລີ້ມຕົ້ນດ້ວຍດີ.

ຜູ້ຊາຍ ອາຍຸກາງຄົນ ຄົນນຶ່ງ ຢູ່ກຸງປັກກິ່ງ ກ່າວຕໍ່ວີໂອເອວ່າ ສິ່ງສຳຄັນທີ່ສຸດ ສຳລັບລັດຖະ ບານ ກໍຄືປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ.

ລາວເວົ້າວ່າ ລັດຖະບານໄດ້ເພີ້ມການດຳເນີນຄວາມພະຍາຍາມ ປາບປາມພວກເຈົ້າໜ້າທີ່ ສໍ້ລາດບັງຫຼວງ ຄວບຄຸມງົບປະມານຢ່າງເຄັ່ງຄັດແລະຈຳກັດການໃຊ້ຈ່າຍທີ່ບໍ່ຈຳເປັນຕ່າງໆ ສິ່ງເຫຼົ່ານີ້ແມ່ນນະໂຍບາຍທີ່ໜ້າຍິນດີນໍາ.

ໃນລະຫວ່າງຄຳປາໄສຂອງທ່ານໃນມື້ວັນອາທິດຜ່ານມານີ້ທ່ານສີຍັງໄດ້ກ່າວຢໍ້າເຖິງຄວາມ ສຳຄັນໃນການພັດທະນາເສດຖະກິດ ໂດຍເວົ້າວ່າ ເລື້ອງນີ້ຍັງຈະສືບຕໍ່ເປັນບູລິມະສິດອັນ ສຳຄັນສຸດ. ໃນການຖະແຫຼງຕໍ່ກອງທັບນັ້ນ ປະທານປະເທດຈີນ ຮຽກຮ້ອງໃຫ້ທາງກອງທັບ ປັບປຸງຄວາມສາມາດໃນການເອົາຊະນະບັ້ນລົບຕ່າງໆແລະໃຫ້ການປົກປ້ອງຢ່າງເຂັ້ມແຂງ ຕໍ່ອະທິປະໄຕແລະຄວາມໝັ້ນຄົງແຫ່ງຊາດ.

ການເມືອງຈີນ
please wait

No media source currently available

0:00 0:00:41 0:00

XS
SM
MD
LG