ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຜູ້ນຳຈີນ ຮຽກຮ້ອງໃຫ້ ກໍ່ຕັ້ງ ອົງການຄຸ້ມຄອງ ອິນເຕີແນັດ ທົ່ວໂລກ


ປະທານປະເທດຈີນ ທ່ານ Xi Jinping ກ່າວຖະແຫຼງ ໃນລະຫວ່າງ ພິທີເປີດກອງປະຊຸມ ອິນເຕີແນັດໂລກ ຄັ້ງທີ 2 ປະຈຳປີ ໃນຄຸ້ມ Wuzhen ຂອງເມືອງ Jiaxing, ແຂວງ Zhejiang, ປະເທດຈີນ, ວັນທີ 16 ທັນວາ 2015.
ປະທານປະເທດຈີນ ທ່ານ Xi Jinping ກ່າວຖະແຫຼງ ໃນລະຫວ່າງ ພິທີເປີດກອງປະຊຸມ ອິນເຕີແນັດໂລກ ຄັ້ງທີ 2 ປະຈຳປີ ໃນຄຸ້ມ Wuzhen ຂອງເມືອງ Jiaxing, ແຂວງ Zhejiang, ປະເທດຈີນ, ວັນທີ 16 ທັນວາ 2015.

ປະທານ ປະເທດຈີນ ທ່ານ Xi Jinping ໄດ້ຮຽກຮ້ອງໃຫ້ໂລກ
ຮ່ວມມືກັນ ຄວບຄຸມ ອິນເຕິແນັດ.

ໃນການກ່າວຖະແຫຼງ ໃນວັນພຸດມື້ນີ້ ຢູ່ທີ່ ກອງປະຊຸມອິນເຕີເນັດ
ໂລກ ຄັ້ງທີ 2 ທີ່ນຳພາໂດຍຈີນ ໃນເມືອງ Wuzhen ຢູ່ທາງພາກ
ຕາເວັນອອກ ຂອງປະເທດ, ທ່ານ Xi ໄດ້ກ່າວວ່າ ທຸກປະເທດ
ຄວນທຳງານຮ່ວມກັນ ເພື່ອສ້າງ ລະບົບການປົກຄອງອິນເຕີເນັດ
ກ່ອນມັນຈະກາຍເປັນເລື້ອງອື່ນໄປ, ເພື່ອຍຸດຕິ ການລະເມີດເທັກ
ໂນໂລຈີ ທາງດ້ານຂໍ້ມູນຂ່າວສານ, ຄັດຄ້ານຕໍ່ການສອດແນມທາງ
ໄຊເບີ້ ແລະ ການລັກລອບເຈາະຂໍ້ມູນ ແລະ ຕໍ່ສູ້ຕ້ານ ອັນທີ່ທ່ານ
ໄດ້ເອີ້ນວ່າ ເປັນ “ການແຂ່ງກັນສ້າງອາວຸດ ໃນອິນເຕີເນັດ.”

ຜູ້ຕາງໜ້າ ຫຼາຍສິບຄົນ ຈາກ ບໍລິສັດເທັກໂນໂລຈີ ທີ່ໃຫຍ່ທີ່ສຸດຂອງໂລກ ໄດ້ເຂົ້າຮ່ວມ
ກອງປະຊຸມ ທີ່ລວມທັງ ບໍລິສັດ Microsoft ຂອງສະຫະລັດ ແລະ ບໍລິສັດເທັກໂນໂລຈີ
ຍັກໃຫຍ່ຂອງຈີນ Baidu ແລະ Alibaba.

ພັກຄອມມິວນິສຂອງຈີນ ທີ່ປົກຄອງປະເທດໃນປັດຈຸບັນ ໄດ້ຄວບຄຸມການນຳໃຊ້ອິນເຕີເນັດ
ຢ່າງຮັດກຸມ ຕະຫຼອດເວລາ ດ້ວຍການກີດກັ້ນ ເນື້ອຫາທີ່ຕົນເຫັນວ່າ ລາມົກ ແລະ ກ່ຽວກັບ
ການຕ່າວປີ້ນນັ້ນ. ກຸ່ມປົກປ້ອງສິດທິມະນຸດ ອົງການນິລະໂທດກຳສາກົນ ຫຼື Amnesty
Internationalໄດ້ອອກຖະແຫຼງການສະບັບນຶ່ງ ຮຽກຮ້ອງໃຫ້ ບັນດາບໍລິສັດເທັກໂນໂລຈີ
ປະຕິເສດ ອັນທີ່ຕົນເອີ້ນວ່າ ຄວາມພະຍາຍາມຂອງປັກກິ່ງ “ເພື່ອທີ່ຈະມີອິດທິພົນຕໍ່ການ
ປົກຄອງອິນເຕີເນັດໂລກ ໃນທາງທີ່ອາດຈະລົດສິດ ໃນການສະແດງຄວາມຄິດເຫັນ
ແລະ ທະວີການລ່ວງລະເມີດສິດທິມະນຸດ ຫຼາຍຂຶ້ນຕື່ມອີກ.”

China Internet
please wait
Embed

No media source currently available

0:00 0:01:09 0:00

XS
SM
MD
LG