ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໜ່ວຍກູ້ໄພ ຖືກສັ່ງໃຫ້ ອົບພະຍົບ ອອກຈາກ ສະຖານທີ່ ດິນເຈື່ອນໃນ ຈີນ


ພະນັກງານກູ້ໄພ ລຽນແຖວຢູ່ຕາມຂຸມຂະໜາດໃຫຍ່ ໃນຂະນະ
ທີ່ພວກເຂົາເຈົ້າກຽມພ້ອມທີ່ຈະຊອກຫາຜູ້ເຄາະຮ້າຍຢູ່ສະຖານທີ່ດິນເຈື່ອນໃນເມືອງ ມາວຊິນ ແຂວງ ສີສວນ ປະເທດ ຈີນ. 25 ມິຖຸນາ, 2017.
ພະນັກງານກູ້ໄພ ລຽນແຖວຢູ່ຕາມຂຸມຂະໜາດໃຫຍ່ ໃນຂະນະ ທີ່ພວກເຂົາເຈົ້າກຽມພ້ອມທີ່ຈະຊອກຫາຜູ້ເຄາະຮ້າຍຢູ່ສະຖານທີ່ດິນເຈື່ອນໃນເມືອງ ມາວຊິນ ແຂວງ ສີສວນ ປະເທດ ຈີນ. 25 ມິຖຸນາ, 2017.

ພະນັກງານກູ້ໄພໄດ້ຖືກສັ່ງໃຫ້ອົບພະຍົບອອກຈາກສະຖານທີ່ຂອງດິນເຈື່ອນໃນແຂວງ
ສີສວນ ຢູ່ທາງພາກຕາເວັນຕົກສຽງໃຕ້ຂອງ ຈີນ.

ອົງການຂ່າວລັດຖະບານ Xinhua ກ່າວວ່າ ຫ້ອງການຄວາມປອດໄພໃນບ່ອນເຮັດວຽກ
ໄດ້ສັ່ງໃຫ້ອົບພະຍົບອອກໃນຕອນເຊົ້າວັນຈັນມື້ນີ້ ຫຼັງຈາກເຣດາສັງເກດການສາມາດຈັບ
ໄດ້ ການເຄື່ອນໄຫວຢູ່ແຄມພູ ບ່ອນເກີດເຫດດິນເຈື່ອນຂະໜາດໃຫຍ່ ໃນວັນເສົາຜ່ານ
ມາ ໄດ້ພັດຖົມເຮືອນຈຳນວນຫຼາຍຫຼັງ ຢູ່ໝູ່ບ້ານ ຊິໂມ ທີ່ຕັ້ງຢູ່ເທິງພູ. ອົງການຂ່າວໄດ້
ກ່າວວ່າ ຄວາມສ່ຽງຂອງດິນເຈື່ອນຄັ້ງທີສອງ ໄດ້ຖືກຄາດເດົາໃນຕອນເຊົ້າຂອງວັນຈັນມື້
ນີ້.

ປະຊາຊົນ, ຕຳຫຼວດ, ທະຫານ ແລະ ພົນລະເຮືອນຫຼາຍກວ່າ 3,000 ຄົນໄດ້ເຂົ້າຮ່ວມ
ໃນການກູ້ໄພຄັ້ງນີ້, ອີງຕາມການກ່າວຂອງເຈົ້າໜ້າທີ່ ແລະ ໄດ້ເຮັດວຽກຢ່າງບໍ່ຢຸດຢັ້ງ
ເພື່ອຄົ້ນຫາຜູ້ລອດຊີວິດຜ່ານກ້ອນຫີີນ ແລະ ຊາກຫັກພັງ.

ບັນດາເຈົ້າໜ້າທີ່ກ່າວວ່າ ສົບຂອງ 10 ຄົນໄດ້ຖືກກອບກູ້ມາໄດ້ໃນປັດຈຸບັນນີ້ ແລະ 93
ຄົນແມ່ນຍັງຫາຍສາບສູນຢູ່.

ຮອດຕອນຄໍ່າຂອງວັນອາທິດວານນີ້, ມີພຽງສາມຄົນ, ສອງຜົວເມຍ ແລະ ລູກນ້ອຍໜຶ່ງ
ເດືອນຂອງພວກເຂົາເຈົ້າ ໄດ້ຮັບການຊ່ວຍເຫຼືອ ຫຼັງຈາກກ້ອນຫີນຂະໜາດໃຫຍ່ຊໍ່າກຳ
ແພງ ແລະ ຊາກຫັກພັງໄດ້ທຳລາຍເຮືອນຢ່າງໜ້ອຍ 40 ຫຼັງ.

ບັນດານັກກູ້ໄພ ແລະ ຜູ້ອາໄສຢູ່ໃນທ້ອງຖິ່ນນັ້ນໄດ້ໃຊ້ເຊືອກ ເພື່ອເຄື່ອນຍ້າຍກ້ອນຫີນ
ໃຫຍ່ ໃນຂະນະທີ່ຄົນອື່ນໆຫຼາຍສິບຄົນ, ມີໝາທີ່ຖືກຝຶກຊ້ອມໃຫ້ດົມກິ່ນຊອກຫາມະນຸດຊ່ວຍເຫຼືອ, ໄດ້ພາກັນຊອກຫາຜູ້ລອດຊີວິດຢູ່ກ້ອງຊາກຫັກພັງ, ອີງຕາມວິດີໂອທີ່ຖືກເຜີຍ
ແຜ່ທາງອອນລາຍໂດຍລັດຖະບານ ແລະ ໂທລະພາບລັດຖະບານ CCTV.

ລົດກວາດດິນ ແລະ ລົດຈົກກໍໄດ້ຖືກສົ່ງໄປສະຖານທີ່ເກີດເຫດ ເພື່ອເຄື່ອນຍ້າຍກ້ອນຫີນ
ໃຫຍ່, ໃນຂະນະທີ່ຊາວບ້ານ ແລະ ທະຫານໄດ້ຍົກກ້ອນຫີນດ້ວຍມືເປົ່າຂອງພວກເຂົາ
ເຈົ້າ. ນັກກູ້ໄພໄດ້ນຳເອົາແສງໄຟສາຍສປັອດໄລໄປນຳ ເພື່ອສືບຕໍ່ການຄົ້ນຫາຫຼັງຈາກ
ຕາເວັນຕົກດິນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG