ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກຂ່າວຈີນ ຖືກປ່ອຍໂຕແລ້ວ ລຸນຫຼັງຖືກຄັງຄຸກ 4 ປີ ຍ້ອນການລາຍງານຂ່າວ ພະຍາດໂຄວິດ


ແຟ້ມພາບ - ຮູບ​ພາບນີ້ທີ່ຖ່າຍ​ຈາກ​ວິ​ດີ​ໂອ​ທີ່​ບໍ່​ບອກວັນທີ ​ໃນ​ວັນ​ທີ 28 ທັນ​ວາ 2020, ສະ​ແດງ​ໃຫ້​ເຫັນ​ອະ​ດີດ​ທະ​ນາຍ​ຄວາມ​ຈີນ ແລະ​ນັກ​ຂ່າວ​ພົນ​ລະ​ເມືອງ ນາງ ຊາງ ຊານ (Zhang Zhan) ໃນ​ຂະ​ນະ​ທີ່​ນາງ​ອອກ​ອາ​ກາດ​ຜ່ານ YouTube ຢູ່​ບ່ອນ​ທີ່​ບໍ່​ໄດ້ບອກລາຍລະອຽດ ​ໃນ​ປະ​ເທດ​ຈີນ.
ແຟ້ມພາບ - ຮູບ​ພາບນີ້ທີ່ຖ່າຍ​ຈາກ​ວິ​ດີ​ໂອ​ທີ່​ບໍ່​ບອກວັນທີ ​ໃນ​ວັນ​ທີ 28 ທັນ​ວາ 2020, ສະ​ແດງ​ໃຫ້​ເຫັນ​ອະ​ດີດ​ທະ​ນາຍ​ຄວາມ​ຈີນ ແລະ​ນັກ​ຂ່າວ​ພົນ​ລະ​ເມືອງ ນາງ ຊາງ ຊານ (Zhang Zhan) ໃນ​ຂະ​ນະ​ທີ່​ນາງ​ອອກ​ອາ​ກາດ​ຜ່ານ YouTube ຢູ່​ບ່ອນ​ທີ່​ບໍ່​ໄດ້ບອກລາຍລະອຽດ ​ໃນ​ປະ​ເທດ​ຈີນ.

ໃນ​ຕົ້ນ​ປີ 2020, ໃນ​ລະ​ຫວ່າງ​ການ​ເລີ່ມ​ຕົ້ນ​ຂອງ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ COVID-19 ແລະ​ການ​ປິດ​ລ້ອມ​ ເມືອງ ວູຫານ (Wuhan) ຂອງ​ຈີນ​, ມີ​ນັກ​ຂ່າວ​ພົນ​ລະ​ເຮືອນຈຳນວນນຶ່ງ ໄດ້ກາຍເປັນປາກເປັນ​ສຽງ ​ຈາກ​ຈຸດ​ສູນ​ກາງດັ່ງກ່າວ​.

ນຶ່ງໃນນັ້ນແມ່ນ ທ່ານນາງ ຊາງ ຊານ (Zhang Zhan), ອະດີດທະນາຍຄວາມ ອາຍຸ 36 ປີ ເຊິ່ງໃນຂະນະນັ້ນ ເປັນຜູ້ບັນທຶກວິກິດການທີ່ເກີດຂື້ນຢູ່ໃນເມືອງດັ່ງກ່າວ ທີ່ເຊື້ອໄວຣັສນັ້ນ ໄດ້ເກີດຂຶ້ນຄັ້ງທໍາອິດ ຢ່າງກ້າຫານ.

ຢືນຢູ່ຕໍ່ຫນ້າສະຖານີລົດໄຟວູຫານ (Wuhan) ໃນວິດີໂອ YouTube ສຸດທ້າຍຂອງນາງ ໃນວັນທີ 13 ພຶດສະພາ 2020, ນາງໄດ້ສະແດງຄວາມກັງວົນກ່ຽວກັບການລ່ວງລະເມີດສິດທິມະນຸດ ທີ່ນາງໄດ້ພົບເຫັນໃນລະຫວ່າງການປິດລ້ອມແລະວິພາກວິຈານການມີສ່ວນຮ່ວມຂອງຕໍາຫຼວດ ໃນການບັງຄັບໃຊ້ມາດຕະການຄວບຄຸມ.

ຫຼັງຈາກ "ວິດີໂອສຸດທ້າຍນີ້," ນາງໄດ້ຫາຍໂຕໄປ, ອີງຕາມ ນາງ ເຈນ ຫວັງ (Jane Wang), ທີ່ເປັນນັກເຄື່ອນໄຫວ ມີຫ້ອງການຕັ້ງຢູ່ໃນອັງກິດ ທີ່ໄດ້ລິເລີ້ມການປຸກລະດົມ ໂຄງການປ່ອຍຕົວນາງ ຊາງ ຊານ ຫຼື Free Zhang Zhan.

ທ່ານ ນາງ ຫວັງ ກ່າວ​ຕໍ່​ວີ​ໂອ​ເອວ່າ "ມື້​ທີ່​ນາງຖືກ​ຈັບ​ກຸມ​ ​ຄວນ​ແມ່ນ​ວັນ​ທີ 14 ພຶດ​ສະ​ພາ ແຕ່​ມັນ​ອາດ​ຈະ​ເກີດ​ຂຶ້ນ​ໃນ​ຕອນ​ແລງ​ຂອງ​ວັນ​ທີ 13, ສະ​ນັ້ນ, ​ພວກ​ເຮົາຈຶ່ງ​ບໍ່​ແນ່​ໃຈ,". ເວລາທີ່ນາງໃຊ້ເວລາຢູ່ໃນລົດໄຟ ທີ່ຕໍາຫຼວດນຳຕົວລາວໄປ ນະຄອນ ຊຽງໄຮ່ (Shanghai) ຈາກເມືອງ ວູຫານ (Wuhan) ແມ່ນວ່າ ຢູ່ໃນລະຫວ່າງນັ້ນ."

ໃນ​ເດືອນ​ທັນ​ວາ ປີ 2020, ລັດ​ຖະ​ບານ​ຈີນ​ໄດ້​ຕັດ​ສິນ​ໂທດ​ໃຫ້​ຈໍາ​ຄຸກນາງ 4 ​ປີ​ໃນ​ຂໍ້​ກ່າວ​ຫາ "ກໍ່ເລື້ອງຜິດຖຽງ​ກັນ ​ແລະ​ກໍ່​ໃຫ້​ເກີດ​ຄວາມ​ຫຍຸ້ງ​ຍາກ."

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG