ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກລົງທຶນຈີນ ໃນໂຄງການນໍ້າອູ 3 ຈະສ້າງເຮືອນ ໃຫ້ແກ່ 311 ຄອບຄົວ


ແມ່ນໍ້າອູ.
ແມ່ນໍ້າອູ.

ທ່ານຄຳ​ຂັນ​ ຈັນ​ທະວິີສຸກ ​ເຈົ້າ​ແຂວງໆ​ຫຼວງ​ພະ​ບາງ ພ້ອມຄະນະ ໄດ້​ເດີນທາງ ​ລົງ​ໄປ
​ຢ້ຽມຢາມ​ໂຄງການ​ກໍ່​ສ້າງ​ບ້ານ​ຈັດ​ສັນ​ໃໝ່ ​ໃຫ້​ປະຊາຊົນ​ລາວ​ທີີ່ ​ໄດ້​ຮັບຜົນ​ກະທົບ​ຈາກ
​ໂຄງການ​ກໍ່ສ້າງ​ເ​ຂື່​ອນ​ໄຟຟ້າ​ນໍ້າ​ອູ 3 ຢູ່​ໃນ​ເຂດ​ເມືອງ​ງອຍ ​ເມື່ອບໍ່​ນານ​ມາ​ນີ້ ​ໂດຍ​ກຸ່ມ​ບໍ
ລິສັດ Power China ຈຳກັດ​ຈາກ​ຈີນ​ຜູ້​ລົງທຶນ​ໃນ​ໂຄງ​ການ​ດັ່ງກ່າວ​ນີ້​ກໍ​ໄດ້​ໃຫ້​ການ​ຢືນ
ຢັນ​ວ່າ ການ​ກໍ່​ສ້າງ​ບ້ານ​ຈັດ​ສັນ​ໃໝ່​ ໃຫ້​ກັບ​ປະຊາຊົນ​ລາວ​ຈ ຳນວນ​ທັງ​ໝົດ 311 ຄອບ
ຄົວ​ຈາກ 13 ບ້ານໃນ​ເມືອງ​ຂວາ ​ກັບ 1 ບ້ານ​ໃນ​ເມືອງ​ໃໝ່​ແຂວງ​ຜົ້ງສາລີ ​ແລະ​ 4 ບ້ານ
​ໃນ​ເຂດເມືອງ​ງອຍ ​ແຂວງ​ຫຼວງ​ພະ​ບາງ​ນັ້ນ ຈະ​ແລ້ວ​ເສັດ​ສົມ​ບູນ​ໃນ​ປີ 2019.

ໂດຍ​ປັດຈຸບັນ​ກຸ່ມບໍລິ​ສັດ Power China ກຳລັງ​ດຳ​ເນີນການ​ກໍ່​ສ້າງ​ບ້ານ​ຈັດ​ສັນ​ໃໝ່​ຢູ່
​ເຂດ​ເມືອງ​ງອຍ​ໃນ​ພື້ນ​ທີ່ 4 ບ້ານ​ດ້ວຍ​ກັນ​ກໍ​ຄື ບ້ານ​ຫາດ​ຂາມ​ຈຳນວນ 72 ຫຼັງຄາ ບ້ານ
​ສົບ​ຂິງ 86 ຫຼັງຄາ ບ້ານ​ໂພນ​ຊະ​ນະ 50 ຫຼັງຄາ ​ແລະ​ບ້ານ​ຫາດ​ສາ 75 ຫຼັງຄາ ສ່ວນ​ທີ່
​ເຫຼືອ​ປະຊາຊົນ​ລາວ​ຈະ​ກໍ່​ສ້າງ​ເອງ​ດ້ວຍ​ເງິນຊົດ​ເຊີຍ​ຈາກ​ກຸ່ມ​ບໍລິສັດ Power China
ຈຳກັດ.

ທາງ​ດ້ານ​ທ່ານ​ສາຍສະໝອນ ຄົມທະ​ວົງ ປະທານສະພາປະຊາຊົນ​ຂັ້ນ​ແຂວງ​ ຫຼວງ​ພະ​
ບາງ ​ໃຫ້ການ​ຢືນຢັນ​ວ່າ ​ໂຄງການ​ກໍ່ສ້າງ​ເຂື່ອນ​ໄຟຟ້າ​ນໍ້າອູ ທີ່​ລົງທຶນ​ກໍ່ສ້າງ​ໂດຍ​ກຸ່ມ​ບໍລິ
ສັດ​ຈາກ​ຈີນ​ນັ້ນ ຈະ​ສ້າງ​ມູນ​ຄ່າ ​ແລະ​ຜົນ​ປະ​ໂຫຍ​ດທາງ​ເສດຖະກິດ ​ໃຫ້​ກັບປະຊາ​ຊົນ​
ລາວ​ໃນ​ແຂວງ​ຫຼວງ​ພະ​ບາງ​ຢ່າງ​ຫຼວງ​ຫຼາຍເພາະ​ໂຄງການ​ເຂື່ອນນໍ້າ​ອູບໍ່ພຽງ​ແຕ່​ພະລິ​ດ ພະລັງງານ​ໄຟຟ້າ​ໄດ້​ເທົ່າ​ນັ້ນ ຫາ​ກແຕ່​ຈະ​ສະໜອງນໍ້າ​ໃຫ້ກັບ​ພື້ນ​ທີ່ກະ​ສິ​ກໍາ ສ່ວນ​ອ່າງ​
ໂຕ່ງ​ກໍຍັງ​ສາມາດ​ລ້ຽງ​ປາ ​ແລະ​ພັດ​ທະນາ​ເປັນ​ແຫ​ລ່ງທ່ອງ​ທ່ຽວ​ໄດ້​ອີກ​ດ້ວຍ ດັ່ງ​ທີ່​ທ່ານ​ສາຍສະໝອນ ​ໄດ້ໃຫ້ການ​ຢືນຢັນ​ວ່າ :

“ສຳ​ລັບ​ໂຄງການເຂື່​ອນນໍ້າອູ​ນີ້ເນາະ ຖ້າ​ມີ​ແຕ່​ນໍ້າ​ອູ​ໄຫຼ​ໄປ​ຊື່ໆ​ກໍ​ມີ​ແຕ່​ໄດ້​ອາບ ​ໄດ້​ຊົມ​
ໃຊ້ ​ໄດ້​ກິນ ​ຫາ​ປູ​ຫາ​ປາ ​ແຕ່​ວ່າ​ຖ້າວ່າ​ສາມາດ​ສ້າງ​ເຂື່ອນ​ເນາະ ຜົນ​ປະ​ໂຫຍ​ດທຽບ
ໃສ່​ອັນ​ເກົ່າ​ມີ​ຜົນ​ປະ​ໂຫຍດຫຼາຍ​ກວ່າ ​ເພາະວ່າ​ອັນ​ນຶ່ງກໍ​ມີ​ລາຍ​ໄດ້​ໃຫ້​ແກ່​ປ​ະ​ເທດ​
ຊາດ ​ແລະ​ປະຊາຊົນ​ ອັນ​ທີ​ສອງ​ກໍ​ແມ່ນ​ເປັນ​ອ່າງໂຕ່ງ​ອັນ​ນຶ່ງ​ສຳ​ຫລັບ​ການ​ລ້ຽງ​ປາ ​
ແລ້ວ​ກະ​ເປັນແຫຼ່ງທ່ອງ​ທ່ຽວ​ອັນ​ໃໝ່ ໝາຍ​ຄວາມວ່າ​ອ່າງ​ໂຕ່ງ​ນີ້ ​ກະ​ແມ່ນ​ສາມາດ​ເຮັດການທ່ອງທ່ຽວ​ແບບທຳ​ມະ​ຊາດ ນອກຈາ​ກນີ້​ແລ້ວ​ມັນ​ກໍ​ຍັງ​ໄດ້​ຊ່ວຍ​ປັບປຸງຊີວິດ
​ການ​ເປັນ​ຢູ່ ​ເພາະວ່າພາກ​ສ່ວນ​ທີ່​ຖືກ​ຜົນ​ກະທົບ​ກະໄດ້​ມີ​ການຈັດ​ບ້າ​ນຈັດ​ສັນ ທາງ
​ປູຢາງ ມີ​ນໍ້າ ມີ​ໄຟ ມີ​ອາຄານ ມີ​ໂຮງຮຽນ ສຸກສາລາ ມີ​ວັດ ແລ້​ວກະຊ່ວຍ​ປັບປຸງ​ຊີວິດ
​ການ​ເປັນ​ຢູ່.”

​ແຕ່​ຢ່າງ​ໃດ​ກໍ​ຕາມ ທ່ານ​ຄໍາມະນີ ອິນ​ທິລາດ ລັດຖະມົນ​ຕີວ່າ​ການ​ກະຊວງ​ພະລັງງານ ​
ແລະ​ບໍ່ແຮ່​ ກໍ​ໄດ້​ໃຫ້ການ​ຍອມຮັບ​ວ່າ ການ​ເກັບ​ກໍາ​ຂໍ້​ມູນ​ກ່ຽວ​ກັບ​ປະຊາຊົນ​ລາວ ທີ່​ຖືກ
​ກະທົບຈາກ​ໂຄງການ​ເຂື່ອນ​ນໍ້າ​ອູ​ໃນ​ໄລ​ຍະ​ຜ່ານ​ມາ​ນັ້ນ​ຍັງ​ເຮັດໄດ້​ບໍ່​ດີ ​ໂດຍ​ສະ​ເພາະ
​ແມ່ນ​ການປະ​ເມີນ​ຄ່າ​ເສຍ​ຫາຍ ​ທີ່​ຈະ​ຕ້ອງ​ຊົດ​ເຊີຍ ​ໃຫ້​ກັບ​ປະຊາຊົນ​ທີ່​ຖືກເວນຄືນ​ທີ່
​ດິນ​ແລະ​ສິ່ງ​ປູກ​ສ້າງ​ຍັງ​ຈະ​ຕ້ອງ​ເກັບ​ກຳ​ຂໍ້​ມູນ​ຢ່າງ​ລະ​ອຽດອີກ​ເທື່ອໃໝ່ເພາະ​ຍັງ​ມີ​ຫາງ​
ສຽງ​ຈາກ​ປະຊາຊົນ​ທີ່​ຖືກ​ກະທົບ​ວ່າ ພວກ​ເຂົາ​ເຈົ້າ​ຍັງ​ບໍ່​ໄດ້​ຮັບ​ການ​ຊົດ​ເຊີຍ​ທີ່ີ​ເປັນທຳ
ດ້ວຍ​ເຫດ​ນີ້ຈຶ່ງ​ເຮັດ​ໃຫ້ທາງ​ການ​ກະຊວງ​ພະລັງງານ ​ແລະ​ບໍ່​ແຮ່ ພ້ອມກັບ​ອຳນາດ​ການ
​ປົກຄອງ​ລະດັບ​ທ້ອງ​ຖິ່ນ​ທີ່​ກ່ຽວຂ້ອງ​ຈະ​ຕ້ອງ​ຮ່ວມ​ກັນ​ປະ​ເມີນ​ຄ່າ​ຊົດ​ເຊີຍ​ໃຫ້​ຖືກຕ້ອງ
​ຕາມ​ລະບຽບ​ກົດໝາຍ​ຕໍ່​ໄປ.

​ໂດຍ​ຈາກ​ການ​ສຳ​ຫຼວດ ​ແລະ​ເກັບ​ກໍາ​ຂໍ້​ມູນ​ໃນ​ໄລຍະ​ກ່ອນ​ໜ້າ​ນີ້ ພົບ​ວ່າ​ມີ​ປະຊາຊົນ
​ລາວ 2,000 ກວ່າ ​ຄົວ​ເຮືອນ ຫຼື 10,000 ກວ່າ​ຄົນ ໃນ 28 ບ້ານ​ທີ່​ໄດ້​ຮັບ​ຜົນ​ກະທົບ
​ຈາກ​ໂຄງການ​ກໍ່ສ້າງ​ເຂື່ອນ​ນໍ້າ​ອູ ທັງ 7 ​ໂຄງການ​ຊຶ່ງ​ຜ່ານ​ມາ​ກໍ​ມີ​ລາຍ​ງານ​ວ່າ​ກຸ່ມ​ຜູ້​ລົງ​
ທຶນ​ໃນ​ໂຄ​ງການ​ໄດ້​ຈ່າຍ​ເງິນ​ຊົດ​ເຊີຍ​ຄ່າ​ທີ່​ດິນ ​ແລະ​ສິ່ງ​ປູກ​ສ້າງ​ໃຫ້​ກັບ​ປະຊາຊົນ​ລາວ
ທີ່​ຖືກ​ກະທົບ​ຈາກ​ໂຄງການ​ເຂື່ອນ​ນໍ້າ​ອູ 2, 5 ​ແລະ 6 ​ໄປ​ແລ້ວ ​ແຕ່​ວ່າ​ຈາກ​ການ​ສຳ​ຫຼວດ
​ແລະເກັບ​ກໍາ​ຂໍ້ມູນ​ໂດຍ​ອົງການ​ແມ່​ນໍ້າ​ສາກົນ (International River) ພົບ​ວ່າ​ຈະ​ມີ​ປະ
ຊາ​ຊົນ​ລາວ​ໃນ 89 ບ້ານ​ທັງ​ໃນ​ແຂວງ​ຜົ້ງສາລີ ​ແລະ​ແຂວ​ງ​ອຸດົມ​ໄຊ ​ແລະ​ແຂວງ​ຫຼວງ
​ພະ​ບາງ ທີ່​ໄດ້​ຮັບ​ຜົນ​ກະທົບ​ຈາກ​ໂຄງການ​ເຂື່ອນ​ນໍ້າ​ອູ ຊຶ່ງ​ສ່ວນ​ໃຫຍ່​ຍັງ​ບໍ່ທັນ​ໄດ້​ຮັບ
​ການ​ຊົດ​ເຊີຍ​ແຕ່ຢ່າງ​ໃດ.

ທາງ​ດ້ານ​ກຸ່ມ​ບໍລິ​ສັດ Power China ຈຳກັດ​ຈາກ​ຈີນ​ ລາຍ​ງານ​ວ່າການ​ກໍ່ສ້າງ​ເຂື່ອນ​
ໄຟຟ້າ​ນໍ້າ​ອູ ທັງ 7 ​ໂຄງການ ​ຈະ​ແລ້ວ​ເສັດ​ພາຍ​ໃນ​ປີ 2020 ດ້ວຍ​ເງິນ​ລົງທຶນ​ລວມ
2,800 ລ້ານ​ໂດ​ລາ ​ໂດຍ​ທັງ 7 ໂຄງການ​ຈະ​ມີ​ກຳລັງ​ຕິດ​ຕັ້ງ​ລວມ 1,272 ​ເມ​ກາ​ວັດ ​
ໂດຍ​ຈະ​ຂາຍ​ໃຫ້​ລັດ​ວິ​ສາ​ຫະກິດ​ໄຟຟ້າ​ລາວ (EDL) ​ໃນ​ຕະຫຼອດ​ໄລຍະ​ສຳ​ປະທານ
29 ປີ ນັບ​ຈາກ​ປີ​ທີ່​ກໍ່ສ້າງ​ແລ້ວ​ເສັດ ກໍ​ຄື​ປີ 2020 ​ເປັນ​ຕົ້ນ​ໄປ.

XS
SM
MD
LG