ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ລມຕ ຕ່າງປະເທດ ຈີນ ແລະ ອິນເດຍ ​​ພົບປະກັນ ທີ່ນິວເດລີ (ວີດີໂອ)


ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ຈີນ ທ່ານ Wang Yi ພົບ​ປະກັບ ລັດຖະມົນຕີ​ກະຊວງ​ການຕ່າງປະ​ເທດ​ອິນ​ເດຍ ທ່ານນາງ Sushma Swaraj ຢູ່ທີ່ ນະຄອນຫຼວງ New Delhi, ເມື່ອວັນທີ 8 ມິຖຸນາ 2014.
ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ຈີນ ທ່ານ Wang Yi ພົບ​ປະກັບ ລັດຖະມົນຕີ​ກະຊວງ​ການຕ່າງປະ​ເທດ​ອິນ​ເດຍ ທ່ານນາງ Sushma Swaraj ຢູ່ທີ່ ນະຄອນຫຼວງ New Delhi, ເມື່ອວັນທີ 8 ມິຖຸນາ 2014.
ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ຈີນ ​ໄດ້ເຈລະ​ຈາຫາລື
ກັບ​ຄູ່ຕຳແໜ່ງຝ່າຍອິນ​ເດຍ ຢູ່​ທີ່ນະ​ຄອນຫຼວງ New Dheli ​
ເພື່ອຊອກຫາ ຊ່ອງທາງເສີມ​ຂະຫຍາຍ ຄວາມ​ສຳພັນ​ທາງ​
ການ​ທູດ ​ລະຫວ່າງ​ລັດຖະບານ ຂອງປະເທດທັງສອງ.

ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ຈີນ ທ່ານ Wang Yi
​ໄດ້​ເດີນ ທາງໄປ​ຮອດ​ນະຄອນຫຼວງຂອງ​ອິນ​ເດຍ ເມື່ອ​ວັນອາທິດ
​ມື້​ນີ້ ​ແລະ​ໄດ້​ຮັບການ​ຕ້ອນຮັບ ​ຈາກລັດຖະມົນຕີ​ກະຊວງ​ການ
​ຕ່າງປະ​ເທດ​ອິນ​ເດຍ ທ່ານນາງ Sushma Swaraj ຢູ່​ໃນ​ການ
ພົບປະຂັ້ນສູງ ເປັນເທື່ອທຳອິດ ​ລະ​ຫວ່າງ​ປະ​ເທດທັງ​ສອງ ຫຼັງ
ຈາກນາຍົກ​ລັດ​ຖະມົນຕີ​ຄົນ​ໃໝ່​ຂອງ​ອິນ​ເດຍ ທ່ານ Narendra Modi ​ໄດ້ຮັບໄຊຊະນະໃນ​ການ​ເລືອກ​ຕັ້ງ​ໃນເດືອນ​ແລ້ວ​ນີ້.

ນອກນັ້ນແລ້ວ ກໍຍັງ​ຄາດ​ວ່າ ທ່ານຫວັງ ​ ຈະພົບ​ປະກັບ ທ່ານ​ໂມ​ດີ ກ່ອນ​ຈະ​ເດີນທາງກັບ​
ຄືນ​ປະ​ເທດ ​ໃນ​ວັນ​ອັງຄານ ທີ່​ຈະ​ມາ​ເຖິງ​ນີ້.

ປະ​ເທດ​ອິນ​ເດຍ​ໄດ້ຂາດ​ດຸນ​ການຄ້າກັບ​ຈີນ​ ໃນ​ມູນຄ່າ 40 ພັນລ້ານ​ດອນ​ລາ ​ແລະ​ຄາດວ່າ ທ່ານໂມດີ ​ຈະຊອກ​ສະ​ແຫວ​ງຫາຊ່ອງທາງ​ໃນການ​ເຂົ້າ​ເຖິງ​ຕະຫລາດ​ຈີນ​ຕື່ມ​ ເພື່ອ​ຫລຸດ​ຜ່ອນການ​ຂາດ​ດຸນ​ດັ່ງ ກ່າວ.
INDIA CHINA VO
please wait
Embed

No media source currently available

0:00 0:00:33 0:00
XS
SM
MD
LG