ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຸ່ມປົກປ້ອງ ສິດທິມະນຸດ ປະນາມ ການຕັດສິນໂທດ ຂອງສານຈີນ ຕໍ່ທ່ານ Pu Zhiqiang


ພວກ​ນັກ​ເຄື່ອນ​ໄຫວ ຕໍ່ຕ້ານ​ປັກ​ກິ່ງ ຊູ​ຮູບ​ທະນາຍຄວາມ ທ່ານ Pu Zhiqiang, ຢືນ​ປະ​ທ້ວງ ຂ້າງ​ນອກ​ຫ້ອງການປະສານ​ງານຈີນ ຮຽກຮ້ອງ ​ໃຫ້​ປ່ອຍ​ຕົວ ທ່ານ Pu, ​ໃນ​ຮົງ​ກົງ, 15 ທັວາ, 2015.
ພວກ​ນັກ​ເຄື່ອນ​ໄຫວ ຕໍ່ຕ້ານ​ປັກ​ກິ່ງ ຊູ​ຮູບ​ທະນາຍຄວາມ ທ່ານ Pu Zhiqiang, ຢືນ​ປະ​ທ້ວງ ຂ້າງ​ນອກ​ຫ້ອງການປະສານ​ງານຈີນ ຮຽກຮ້ອງ ​ໃຫ້​ປ່ອຍ​ຕົວ ທ່ານ Pu, ​ໃນ​ຮົງ​ກົງ, 15 ທັວາ, 2015.

ທະນາຍຄວາມ​ທີ່​ມີ​ຊື່​ຂອງ​ຈີນ​ທາງ​ດ້ານ​ສິດ​ທິມະນຸດ ທ່ານ Pu
Zhiqiang
ຄາດ​ວ່າ​ຈະ​ຖືກ​ປ່ອຍ​ໃຫ້ເປັນ​ອິດ​ສະລະ ​ໃນ​ວັນ​ອັງ
ຄານ​ມື້​ນີ້ ຫຼັງ​ຈາກ​ທີ່ສານ​ໄດ້​ຕັດສິນຝາກ​ໂທດທ່ານ ​ໃຫ້​ຕິດ​ຄຸກ
ເປັນ​ເວລາ 3 ປີ​ ​ໃນ​ຂໍ້​ຫາທີ່​ທ່ານ​ໄດ້ຕຳ​ໜິຕິຕຽນ​ຢ່າງ​ແຮງ ຕໍ່​ລັດ
ຖະບານຄອມ​ມຸຍນິສ ທີ່​ປົກຄອງ​ປະ​ເທດນັ້ນ.

ສານ​ໄດ້​ຕັດສິນວ່າ ທ່ານ Pu ​ໄວ 50 ປີ ​ມີ​ຄວາມ​ຜິດ​ໃນ​ຂໍ້​ຫາ
“ຍຸຍົງ​ໃຫ້​ມີ​ຄວາມ​ກຽດ​ຊັງລະຫວ່າງ​ຊົນ​ຊາດ​ຊົນ​ເຜົ່າ” ​ແລະ
“ຊັກ​ຊວນໃຫ້ມີ​ການ​ທະ​ເລາະ​ວິວາດ​ກັນ ​ແລະຍຸຍົງ​ສົ່ງ​ເສີມ
ການ​ສ້າງ​ບັນຫາ.”
ມີ​ທ່າ​ທາງ​ວ່າ ທ່ານ​ຈະຕ້ອງ​ໄດ້​ຢູ່​ພາຍ​ໃຕ້
​ການ​ສັງ​ເກດ​ການ ​ແລະ​ຕິດຕາມຂອງຕຳຫລວດ ​ໃນ​ຕະຫຼອດ
​ໄລຍະການ​ຝາກ​ໂທດ​ເປັນ​ເວລາ 3 ປີ ​ແລ​ະຫ້າມ​ການ​ປະກອບ​ການທາງກົດໝາຍໃດໆ​ທັງ​
ສິ້ນ.

ທ່ານ William Nee ນັກຄົ້ນຄ້ວາກ່ຽວ​ກັບ​ຈີນ ທີ່ອົງການ​ນິລະ​ໂທດກຳ​ສາກົນ ​ໄດ້​ອອກ​ຖະ​ແຫຼງການ​ສະບັບ​ນຶ່ງ ​ສັນລະ​ເສີນການ​ທີ່​ຈະປ່ອຍ​ທ່ານ Pu ​ເປັນອິດ​ສະລະ ​ແຕ່​ກໍໄດ້ກ່າວ​ວ່າ “ການ​ຕັດສິນ​ທີ່​ວ່າ​ນີ້ ບໍ່​ສາມາດ​ປິດ​ບັງ ຄວາມ​ບໍ່​ຍຸຕິ​ທຳ ຕໍ່​ທ່ານ​ໄດ້. ທ່ານ​ບໍ່​ໄດ້​ເປັນ​ຜູ້​ກະທຳ​ຄວາມ​ຜິ​ດ ​ແລະ​ການ​ທີ່​ສານ​ຕັດສິນ​ວ່າ​ມີ​ຄວາມ​ຜິດດັ່ງກ່າວ​ ​ໄດ້ໃສ່​ໂທດ​ກີດ​ກັນ ​ບໍ່​ໃຫ້ບຸກ
ຄົນ​ທີ່​ກ້າຫານ​ຊານ​ໄຊ​ຂອງ​ ໃນ​ເລື້ອງ​ສິດທິ​ມະນຸດຂອງ​ຈີນ ຈາກ​ການ​ປະຕິບັດ​ກົດໝາຍ.”

ທ່ານ Pu ​ໄດ້​ກາຍ​ມາ​ເປັນ​ຜູ້​ທີ່​ມີ​ຊື່​ສຽງ​ໃນ​ຈີນ ​ຍ້ອນ​ເປັນ​ຜູ້​ຕໍ່ສູ້​ຄະດີ​ໃຫ້​ແກ່ນັກສິນລະປິນ
Ai Weiwei ​ແລະພວກ​ທີ່​ໄດ້​ຮັບ​ເຄາະ​ຈາກ​ຄ້າຍ​ສັບພະ​ທຸກ​ອອກແຮງ​ງານ. ທ່ານ​ໄດ້​ຖືກ​ຄຸມ​ຕົວ ​ໃນເດືອນ ພຶດສະພາ ປີ 2014 ຫຼັງ​ຈາກ​ທີ່​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ ​ເພື່ອ​ປຶ​ກສາ​ຫາລື​ກ່ຽວ​ກັບ​ວັນ​ຄົບຮອບ 25 ປີ ​ໃນ​ການ​ສັງຫານ​ໝູ່​ພວກປະ​ທ້ວງ​ເພື່ອ​ປະຊາທິປະ​ໄຕ ​ຫຼາຍ​ຮ້ອຍ​ຄົນ​ທີ່ຈະຕຸ​ລັດ Tiananman ປີ 1989 ​ໂດຍ​ເຈົ້າໜ້າ​ທີ່ຮັກສາ​ຄວາມ​ປອດ​ໄພຂອງ​ຈີນ.

​ໃນ​ທີ່​ສຸດ ທ່ານ​ໄດ້ນຳ​ຕົວ​ຂຶ້ນ​ສານ​ເພື່ອ​ດຳ​ເນີນ​ຄະດີ ​ໃນ​ສັບປະດາ​ທີ່ແລ້ວນີ້ ຫຼັງ​ຈາກ​ທີ່​ໄດ້​ຖືກ​ກັກ​ຂັງ​ມາ​ເປັນ​ເວລາ 19 ​ເດືອນ​ແລ້ວ​ນັ້ນ. ກຳລັງ​ຮັກສາ​ຄວາມ​ປອດ​ໄພ ​ໄດ້​ຖືກ​ຂັດ ຂວາງ​ບໍ່​ໃຫ້​ເຈົ້າໜ້າ​ທີ່ການ​ທູດ​ຈາກ​ສະຫະລັດ ​ເຢຍຣະມັນ ສະຫະພາບ​ຢູ​ໂຣບ ​ແລະອັງກິດ ​ເຂົ້າ​ຮ່ວມ
ຮັບ​ຟັງ​ຄຳ​ການ​ດຳ​ເນີນ​ຄະດີ ​ແລະ​ໄດ້​ປະ​ທະ​ກັນ ກັບ​ພວກ​ທີ່​ສະໜັບສະໜຸນແລ​ະ ບັນດາ​ນັກ​ຂ່າວ ຊຶ່ງ​ຮວມທັງ ທ່ານ Bill Ide ນັກ​ຂ່າວຂອງ VOA ທີ່​ປັກ​ກິ່ງ​ນຳດ້ວຍ.

​ການ​ປະ​ທ້ວງ​ແບບ​ດຽວ​ກັນນີ້​ໄດ້ມີ​ຂຶ້ນອີກ ​ໃນ​ວັນ​ອັງຄານ​ມື້​ນີ້ ຢູ່ຂ້າງ​ນອກສານໃນນະຄອນ​ປັກ​ກິ່ງ​ ບ່ອນ​ທີ່​ທ່ານ Pu ​ໄດ້​ຖືກ​ຕັດສິນໂທດນັ້ນ.

XS
SM
MD
LG