ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ໂຮງໝໍ ຈີນ ກ່າວວ່າ ເຈົ້າຂອງລາງວັນ ໂນແບລ ບໍ່ສະບາຍໜັກ


ສະມາຊິກຊຸມຊົນຊາວ ອອສເຕຣເລຍ ເຊື້ອສາຍ ທິເບດ ຢືນເຕົ້າໂຮມກັນ ໃນຂະນະທີ່ພວກເຂົາເຈົ້າ ຖືປ້າຍ ໃນລະຫວ່າງການໄຕ້ທຽນສູດມົນໃຫ້ຜູ້ຄັດຄ້ານລັດຖະບານຊາວ ຈີນ ທີ່ໄດ້ຮັບລາງວັນໂນແບລຂະແໜງສັນຕິພາບ ທ່ານ ຫຼິວ ຊຽວໂບ້ ຢູ່ນອກສະຖານທູດ ຈີນ ໃນນະຄອນ ຊິດນີ, ອອສເຕຣເລຍ. 12 ກໍລະກົດ, 2017.
ສະມາຊິກຊຸມຊົນຊາວ ອອສເຕຣເລຍ ເຊື້ອສາຍ ທິເບດ ຢືນເຕົ້າໂຮມກັນ ໃນຂະນະທີ່ພວກເຂົາເຈົ້າ ຖືປ້າຍ ໃນລະຫວ່າງການໄຕ້ທຽນສູດມົນໃຫ້ຜູ້ຄັດຄ້ານລັດຖະບານຊາວ ຈີນ ທີ່ໄດ້ຮັບລາງວັນໂນແບລຂະແໜງສັນຕິພາບ ທ່ານ ຫຼິວ ຊຽວໂບ້ ຢູ່ນອກສະຖານທູດ ຈີນ ໃນນະຄອນ ຊິດນີ, ອອສເຕຣເລຍ. 12 ກໍລະກົດ, 2017.

ໂຮງໝໍທີ່ກຳລັງປິ່ນປົວຜູ້ຄັດຄ້ານລັດຖະບານ ຈີນ ທ່ານ Liu Xiaobo ທີ່​ເປັນໂຣກມະ
ເຮັງຕັບ ໄລຍະສຸດທ້າຍ ກ່າວວ່າ ເຈົ້າຂອງລາງວັນໂນແບລຂະແໜງສັນຕິພາບ ໄດ້ປະ
ສົບກັບຄວາມເຈັບປວດ ຍ້ອນການລົ້ມແຫຼວຂອງລະບົບຫາຍໃຈ.

ໂຮງໝໍມະຫາວິທະຍາໄລການແພດ ຈີນ ແຫ່ງທຳອິດ, ໃນເມືອງ Shenyang ຕັ້ງຢູ່ທາງ
ພາກຕາເວັນອອກສຽງເໜືອຂອງປະເທດ ໄດ້ເປີດເຜີຍຖະແຫຼງການສະບັບໜຶ່ງໃນເວັບ
ໄຊຂອງພວກເຂົາເຈົ້າໃນວັນພຸດມື້ນີ້ກ່າວວ່າ ຄອບຄົວຂອງທ່ານ ຫຼິວ ໄດ້ປະຕິເສດທີ່ຈະອະນຸຍາດໃຫ້ແພດໝໍທຳການຜ່າຕັດຫຼອດລົມ, ເປັນຂະບວນການໜຶ່ງເຊິ່ງໃຊ້ທໍ່ສອດ
ເຂົ້າໄປໃນຫຼອດລົມເພື່ອຊ່ວຍໃຫ້ທ່ານຫາຍໃຈໄດ້.

ໂຮງໝໍໄດ້ປະກາດກ່ອນໜ້ານັ້ນ ໃນມື້ວານ​ນີ້ວ່າ ຜູ້ຄັດຄ້ານລັດຖະບານອາຍຸ 61 ປີຄົນນີ້
ໄດ້ຮັບຄວາມທຸກທໍລະມານ ຈາກອາການຊັອກ ແລະ ອະໄວຍາວະລົ້ມແຫຼວ. ພວກເຂົາ
ເຈົ້າໄດ້ກ່າວເພີ່ມເຕີມວ່າ ກ້ອນເລືອດໄດ້ກໍ່ຕົວຂຶ້ນທົ່ວຮ່າງກາຍຂອງລາວ.

ທ່ານ ຫຼິວ ໄດ້ຖືກປ່ອຍຍ້ອນ​ເຫດຜົນທາງດ້ານການແພດໃນເດືອນພຶດ ສະພາທີ່ຜ່ານ
ມາ ຫຼັງຈາກໄດ້ກວດເຫັນໂຣກມະເຮັງຂອງລາວ. ປັກກິ່ງ ທີ່ໄດ້ປະຕິເສດ ຄຳຂໍຮ້ອງຈາກ ສະຫະລັດ, ເຢຍຣະມັນ ແລະ ກຸ່ມປົກປ້ອງສິດທິມະນຸດຫຼາຍກຸ່ມ ເພື່ອອະນຸຍາດໃຫ້ທ່ານ
ຫຼິວ ແລະ ພັນລະຍາຂອງລາວເດີນທາງໄປຕ່າງປະເທດ ເພື່ອຊອກຫາການປິ່ນປົວນັ້ນ,
ໄດ້ອ້າງວ່າ ລາວບໍ່ສະບາຍແຮງສຳລັບການເດີນທາງ ແລະກຳລັງໄດ້ຮັບການປິ່ນປົວທີ່
ດີທີ່ສຸດຢູ່ໃນ ຈີນ.

ແພດໝໍສອງທ່ານຈາກ ສະຫະລັດ ແລະ ເຢຍຣະມັນ ໄດ້ໄປຢ້ຽມຢາມທ່ານ ຫຼິວ ໃນສັບ
ປະດາທີ່ຜ່ານມາ ຢູ່ໂຮງໝໍໃນເມືອງ Shenyang, ແລະ ໄດ້ປະກາດວ່າລາວມີສຸຂະພາບແຂງແຮງພໍທີ່ຈະເດີນທາງ. ແຕ່ວິດີໂອໃນການຢ້ຽມຢາມ ທີ່ຖືກເປີດເຜີຍໃນຕົ້ນສັບປະດາ
ນີ້ ໄດ້ສະແດງໃຫ້ເຫັນແພດໝໍ ທີ່ທຳການຢ້ຽມຢາມນັ້ນ ໄດ້ຍົກຍ້ອງເພື່ອນຮ່ວມອາຊີບທີ່
ເປັນຄົນຈີນຂອງເຂົາເຈົ້າ.

ສະຖານທູດ ເຢຍຣະມັນ ໃນ ຈີນ ໄດ້ອອກຖະແຫຼງການສະບັບໜຶ່ງ ໃນວັນຈັນທີ່ຜ່ານມາ ​
ຊຶ່ງກ່າວຕ້ອງຕິ ຈີນ, ໂດຍໃຫ້ຂໍ້ສັງເກດວ່າ “ອົງການຮັກສາຄວາມປອດໄພ ເປັນຜູ້ຄວບ
ຄຸມຂັ້ນຕອນ, ບໍ່ແມ່ນຜູ້ຊ່ຽວ ຊານການແພດ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG