ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ໂຮງໝໍ ຈີນ ຖືກທຳລາຍ ພ້ອມດ້ວຍ ຄົນໄຂ້ ຢູ່ພາຍໃນ


ແຜນທີ່ ປະເທດ ຈີນ
ແຜນທີ່ ປະເທດ ຈີນ

ເຈົ້າໜ້າທີ່ ຈີນ ກຳລັງສືບສວນສອບສວນ ການດຸດໂຮງໝໍແຫ່ງໜຶ່ງ ທີ່ມີຄົນເຈັບ ແລະ ທ່ານໝໍຫຼາຍຄົນຍັງຢູ່ພາຍໃນອາຄານດັ່ງກ່າວ, ໃນເຫດການທີ່ໄດ້ເຮັດໃຫ້ ສົບຄົນຕາຍຫຼາຍສົບໃນໂຮງເກັບສົບ ຂອງ ໂຮງໝໍຖືກຝັງຢູ່ໃນຊາກຫັກພັງ.

ເຫດການດັ່ງກ່າວໄດ້ເກີດຂຶ້ນໃນວັນພະຫັດທີຜ່ານມາ ໃນໃຈກາງ ແຂວງ Henan ເຮັດໃຫ້ມີການທຳຮ້າຍຮ່າງກາຍ ແລະ ມີຄວາມ ສັບສົນກ່ຽວກັບວ່າ ການທຳລາຍ ອາຄານດັ່ງກ່າວແມ່ນໄດ້ເກີດຂຶ້ນ ໂດຍບໍ່ໄດ້ຮັບການແຈ້ງໂດຍເຈົ້າໜ້າທີ່ໃນໂຮງ ໝໍໄດ້ແນວ ໃດ. ລາຍງານເວົ້າວ່າພະນັກງານໂຮງໝໍ 3 ຄົນໄດ້ຮັບບາດເຈັບໃນເຫດ ການດັ່ງກ່າວ. ນອກນັ້ນໜັງສືພິມໃນທ້ອງຖິ່ນຍັງໄດ້ກ່າວວ່າ ສົບຄົນ ຕາຍ 6 ສົບຈາກໂຮງເກັບສົບໄດ້ ຖືກຝັງໃນຊາກຫັກພັງ ແລະ ອຸປະກອນການແພດທີ່ມີມູນຄ່າ 6 ແສນໂດລາໄດ້ຮັບ ຄວາມເສຍຫາຍ.

ຮູບພາບທີ່ຖືກເຜີຍແຜ່ໂດຍບັນດານັກຂ່າວຂອງ ຈີນ ໄດ້ສະແດງໃຫ້ເຫັນວ່າຫຼາຍ ຫ້ອງໃນໂຮງ ໝໍທີ່ມີເພດານພັງລົງມາ, ຝາດິນຈີ່ແຕກຫັກເປັນກ້ອນ, ແລະ ເສດຊາກຫັກພັງຢ່າງຫຼວງ ຫຼາຍ ແລະ ສາຍໄຟກະຈາຍໄປທົ່ວພື້ນຂອງໂຮງໝໍ.

ເຈົ້າໜ້າທີ່ໃນທ້ອງຖິ່ນໄດ້ກ່າວຕໍ່ອົງການຂ່າວ ຝຣັ່ງ ຫຼື AFP ວ່າບັນດານັກສືບ ສວນສອບສວນ ແມ່ນກຳລັງຊອກຫາວ່າເຫດການດັ່ງກ່າວແມ່ນເກີດຂຶ້ນ ໄດ້ແນວ ໃດ, ແຕ່ບໍ່ຄາດວ່າຈະປະ ກາດໃຫ້ຮູ້ໄດ້ເຖິງການຄົ້ນພົບເຫັນໃດໆຈົນຮອດ ວັນຈັນມື້ອື່ນນີ້.

XS
SM
MD
LG