ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຈົ້າ​ໜ້າ​ທີ່ ສາ​ທາ​ລະ​ນະ​ສຸກ ຈີນ ລາຍ​ງານ ການ​ເພີ່ມ​ຂຶ້ນ ຂອງ​ກໍ​ລະ​ນີ ​ການຕິດ​ໄວ​ຣັ​ສ​ ຊະ​ນິດ​ໃໝ່


ພະ​ນັກ​ງານ​ການ​ແພດ​ຫາມ​ຄົນ​ໄຂ້​ເຂົ້າ​ໄປ​ໃນ​ໂຮງ​ໝໍ ຈິນ​ຢິນ​ຖານ, ບ່ອນ​ທີ່​ຄົນ​ໄຂຕິດ​ໄວ​ຣັ​ສ​ລຶກ​ລັບ​ຄືນ SARS ໄດ້​ຮັບ​ການ​ປິ່ນ​ປົວ​ໃນ​ເມືອງ ວູ​ຫານ, ແຂວງ ຮູ​ເບີຍ, ຈີນ. 18 ມັງ​ກອນ, 2020.
ພະ​ນັກ​ງານ​ການ​ແພດ​ຫາມ​ຄົນ​ໄຂ້​ເຂົ້າ​ໄປ​ໃນ​ໂຮງ​ໝໍ ຈິນ​ຢິນ​ຖານ, ບ່ອນ​ທີ່​ຄົນ​ໄຂຕິດ​ໄວ​ຣັ​ສ​ລຶກ​ລັບ​ຄືນ SARS ໄດ້​ຮັບ​ການ​ປິ່ນ​ປົວ​ໃນ​ເມືອງ ວູ​ຫານ, ແຂວງ ຮູ​ເບີຍ, ຈີນ. 18 ມັງ​ກອນ, 2020.

ບັນ​ດາ​ເຈົ້າ​ໜ້າ​ທີ່​ສາ​ທາ​ລະ​ນະ​ສຸກ ຈີນ ໃນ​ເມືອງ ວູ​ຫານ ໄດ້​ຢືນ​ຢັນ 136 ກໍ​ລະ​ນີ​ໃໝ່​ຂອງ​ໄວ​ຣັ​ສ​ປອດ​ບວມ​ຊະ​ນິດ​ໃໝ່ ຫຼື ໂຄ​ໂຣ​ນາ​ໄວ​ຣັ​ສ​, ເຊິ່ງ​ແມ່ນ​ການ​ເພີ່ມ​ຂຶ້ນ​ຢ່າງຫຼວງຫຼາຍ​ໃນ​ສາມ​ວັນ​ທີ່​ຜ່ານ​ມາ.

ຄະ​ນະ​ກຳ​ມະ​ການ​ສາ​ທາ​ລະ​ນະ​ສຸກ​ເມືອງ ວູ​ຫານ ເວົ້າ​ວ່າ ຈຳ​ນວນ​ທັງ​ໝົດ​ຂອງ​ກໍ​ລະ​ນີ​ການ​ຕິດ​ໄວ​ຣັ​ສ​ໃນ​ເວ​ລານີ້​ແມ່ນ​ເກີນ 200 ກໍ​ລະ​ນີ, ລວມ​ທັງ​ສອງ​ກໍ​ລະ​ນີ​ໃໝ່​ໃນ​ນະ​ຄອນ​ຫຼວງ​ປັກ​ກິ່ງ ແລະ ກໍ​ລະ​ນີ​ນຶ່ງ​ໃນ​ແຂວງ ເສິນ ເຈິ່ນ ທາງ​ພາກ​ໃຕ້​ຂອງ ຈີນ. ກໍ​ລະ​ນີ​ສ່ວນຫຼາຍ​ທີ່​ໄດ້​ຮັບ​ການ​ຢືນ​ຢັນ​ໄດ້​ຖືກ​ອະ​ທິ​ບາຍ​ວ່າ ບໍ່​ຮຸນ​ແຮງ, ແຕ່​ວ່າ​ໄດ້​ມີ​ລາຍງານ​ການ​ເສຍ​ຊີ​ວິດ​ແລ້ວ​ສາມ​ກໍ​ລະ​ນີ.

ບັນ​ດາ​ແພດ​ໝໍ​ໃນ​ເມືອງ ວູ​ຫານ, ເຊິ່ງ​ແມ່ນ​ເມືອງ​ທີ່​ມີ​ຄົນ​ໜາ​ແໜ້ນ​ທີ່​ສຸດ​ເປັນ​ອັນ​ດັບ​ເຈັດ​ຂອງ ຈີນ ນັ້ນ, ໄດ້​ຂະ​ຫຍາຍ​ການກວດ​ກາ​ສຸ​ຂະ​ພາບ​ສຳ​ລັບ​ຜູ້​ຕ້ອງ​ສົງ​ໄສ​ຕິດ​ໂຣກ​ປອດບວມ. ເຂົາ​ເຈົ້າ​ໄດ້​ຮຽກ​ຮ້ອງ​ໃຫ້​ປະ​ຊາ​ຊົນ​ລະ​ວັງ​ຕົວຫຼາຍ​ຂຶ້ນ ກ່ຽວ​ກັບ ສຸ​ຂະອະ​ນາ​ໄມ​ສ່ວນ​ຕົວ​ຂອງ​ເຂົາ​ເຈົ້າ ແລະ ໃຫ້​ປິດ​ປາກ​ຂອງ​ເຂົາ​ເຈົ້າ​ເວ​ລາ​ໄອ ຫຼື ຈາມ.

ບັນ​ດາ​ເຈົ້າ​ໜ້າ​ທີ່​ສາ​ທາ​ລະ​ນະ​ສຸກ ເກົາຫຼີ​ໃຕ້ ໄດ້​ກ່າວ​ໃນ​ວັນ​ຈັນ​ມື້ນີ້​ວ່າ ເຂົາ​ເຈົ້າ​ໄດ້​ຢືນ​ຢັນ​ກໍ​ລະ​ນີ​ໄວ​ຣັ​ສ​ປອດບວມ​ໃນ​ແມ່​ຍິງ​ອາ​ຍຸ 35 ປີ​ຄົນ​ນຶ່ງ ຜູ້​ທີ່​ໄດ້​ເດີນ​ທາງ​ດ້ວຍ​ເຮືອ​ບິນ​ຈາກ​ເມືອງ ວູ​ຫານ ຫາ​ສະ​ໜາມ​ບິນ ອິນ​ຈອນ. ປະ​ເທດ ໄທ ແລະ ຍີ່​ປຸ່ນ ກໍ​ໄດ້​ຢືນ​ຢັນ​ກໍ​ລະ​ນີ​ດັ່ງ​ກ່າວ​ເຊັ່ນ​ກັນ.

ໃນ​ວັນ​ສຸກ​ທີ່​ຜ່ານ​ມາ, ສູນ​ກາງ​ເພື່ອ​ການ​ຄວບ​ຄຸມ​ ແລະ ປ້ອງ​ກັນ​ໂຣກ​ ສະ​ຫະ​ລັດ ໄດ້​ເລີ່ມ​ການກວດ​ກາ​ຜູ້​ໂດຍ​ສານ​ທີ່​ເດີນ​ທາງ​ມາ​ຮອດ​ຈາກ​ເມືອງ ວູ​ຫານ ຢູ່​ສະ​ໜາມ​ບິນ​ສາມ​ແຫ່ງ​ໃນ​ສາມ​ເມືອງ​ຄື, ເມືອງ ແຊນ ແຟ​ຣນຊິ​ສ​ໂກ, ລອ​ສ ແອນ​ເຈີ​ລິ​ສ ແລະ ນິວຢອກ. ສະ​ໜາມ​ບິນ​ໃນ​ປະ​ເທດ ຍີ່​ປຸ່ນ, ໄທ, ເກົາຫຼີ​ໃຕ້ ແລະ ສິງ​ກະ​ໂປ ກໍ​ໄດ້​ກວດ​ກາ​ຜູ້​ໂດຍ​ສານ​ເຊັ່ນ​ກັນ.

ບັນ​ດາ​ເຈົ້າ​ໜ້າ​ທີ່​ສາ​ທາ​ລະ​ນະ​ສຸກ ຈີນ ແລະ ສະ​ຫະ​ລັດ ແມ່ນ​ໄດ້​ມີ​ຄວາມ​ເປັນ​ຫ່ວງ​ພິ​ເສດ ເພາະ​ວ່າຫຼາຍ​ຄົນ​ຂອງ​ປະ​ຊາ​ກອນ ຈີນ ນຶ່ງ​ພັນ​ສີ່​ຮ້ອຍ​ລ້ານ​ຄົນ ແມ່ນ​ຄາດ​ວ່າ​ຈະ​ເດີນ​ທາງ​ສຳ​ລັບ​ວັນ​ພັກ​ກຸດ​ ຈີນ ທີ່​ຈະ​ເລີ່ມ​ຂຶ້ນ​ໃນ​ວັນ​ທີ 25 ມັງ​ກອນນີ້, ທັງ​ພາຍ​ໃນ ຈີນ ແລະ ຕ່າງ​ປະ​ເທດ.

​ໂຄ​ໂຣ​ນາ​ໄວ​ຣັ​ສ ແມ່ນ​ນຶ່ງ​ໃນ​ຄອບ​ຄົວ​ໄວ​ຣັ​ສ​ທີ່​ໃຫຍ່ ທີ່​ສາ​ມາດ​ກໍ່​ໃຫ້​ເກີດ​ອາ​ກາດ​ເຈັບ​ປ່ວຍ​ນັບ​ຈາກ​ການ​ເປັນ​ຫວັດ​ທົ່ວ​ໄປ ຈົນ​ເຖິງ​ອາ​ການ​ຫາຍ​ໃຈ​ບໍ່​ອອກ​ຂັ້ນ​ຮຸນ​ແຮງ. ໂຣກ ຊາ​ສ໌ (SARS), ເຊິ່ງ​ໄດ້​ເລີ່ມ​ຂຶ້ນ​ໃນ ຈີນ ເຊັ່ນ​ກັນ​ນັ້ນ, ໄດ້​ສັງ​ຫານ​ປະ​ຊາ​ຊົນ​ 800 ຄົນ​ໃນ​ທົ່ວ​ໂລກ​ໃນ​ລະ​ຫວ່າງ​ການ​ແຜ່​ລະ​ບາດ​ເມື່ອ 17 ປີ​ທີ່​ຜ່ານ​ມາ.

ບັນ​ດາ​ຜູ້​ຊ່ຽວ​ຊານ​ສາ​ທາ​ລະ​ນະ​ສຸກ​ແມ່ນ​ມີ​ຄວາມ​ຮູ້​ພຽງ​ເລັກ​ນ້ອຍ​ກ່ຽວ​ກັບ ສາຍ​ພັນ​ໃໝ່​ນີ້, ເຊິ່ງ​ຮູ້​ຈັກ​ດັ່ງ​ກັບ 2019-nCoV, ໂດຍ​ສະ​ເພາະ​ແມ່ນ​ວິ​ທີ​ທີ່​ມັນ​ແຜ່​ເຊື້ອ. ເຂົາ​ເຈົ້າ​ສົງ​ໄສວ່າ ການ​ແຜ່ນ​ລະ​ບາດ​ໄດ້​ເລີ່ມ​ຂຶ້ນ​ຢູ່​ຮ້ານ​ຂາຍ​ອາ​ຫານ​ທະ​ເລແຫ່ງ​ນຶ່ງໃນ​ເມືອງ ວູ​ຫານ, ເຊິ່ງ​ໄດ້​ຂາຍ​ສັດ​ຊະ​ນິດ​ອື່​ນ​ໆ​ເຊັ່ນ​ກັນ​ຄື, ສັດ​ປີກ, ເຈຍ, ໂຕ​ບ່າງ ແລະ ເນື້ອ​ສັດ​ທີ່​ຖືກ​ລ່າ, ແຕ່​ຄົນ​ໄຂ້​ບາງ​ຄົນ​ເວົ້າ​ວ່າ​ເຂົາ​ເຈົ້າ​ບໍ່​ເຄີຍ​ໄປ​ທີ່​ນັ້ນ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG