ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບໍ​ລິ​ສັດ​ຮັກ​ສາ​ຄວາມ​ປອດ​ໄພ ສະ​ຫະ​ລັດ ເວົ້າ​ວ່າ ກຸ່ມ​ລັກ​ເຈາະ​ຂໍ້​ມູນ ຈີນ ມີ​ຄວາມ​ກະ​ຕື​ລື​ລົ້​ນ​ສູງ


ທຸງ​ຊາດ ສະ​ຫະ​ລັດ ແລະ ຈີນ, 16 ກັນ​ຍາ 2018.
ທຸງ​ຊາດ ສະ​ຫະ​ລັດ ແລະ ຈີນ, 16 ກັນ​ຍາ 2018.

ບໍ​ລິ​ສັດ​ຮັກ​ສາ​ຄວາມ​ປອດ​ໄພ​ທາງ​ຄອມ​ພິວ​ເຕີ​ຂອງ ອາ​ເມ​ຣິ​ກາ ແຫ່ງ​ນຶ່ງ​ກ່າວ​ວ່າ ກຸ່ມ​ລັກ​ເຈາະ​ຂໍ້​ມູນ​ຈີນ ທີ່​ມີ​ຄວາມ​ເປັນ​ໄປ​ໄດ້​ວ່າ ​ຖືກ​ສະ​ໜັບ​ສະ​ໜູນ​ໂດຍ​ລັດ ​ທີ່​ເຊື່ອມ​ໂຍງ​ກັບ​ການ​ໂຈມ​ຕີ​ຕໍ່​ຄອມ​ພິວ​ເຕີ​ລັດ​ຖະ​ບານ ສະ​ຫະ​ລັດ ກ່ອນ​ໜ້ານີ້​ແມ່ນ​ຍັງ “ມີ​ຄວາມ​ກະ​ຕື​ລື​ລົ້ນ​ຢ່າງ​ສູງ” ແລະ ໄດ້​ເພັ່ງ​ເລັງ​ໃສ່​ເປົ້າ​ໝາຍ​ໃນ​ຂອບ​ເຂດ​ທີ່ກວ້າງ​ຂວາງ​ທີ່​ອາດ​ເປັນ​ຜົນ​ປະ​ໂຫຍດ​ທາງ​ຍຸດ​ທະ​ສາດ​ຂອງ​ລັດ​ຖະ​ບານ ຈີນ ແລະ ການ​ບໍ​ລິ​ການ​ດ້ານ​ຄວາມ​ປອດ​ໄພ, ອີງ​ຕາມ​ລາຍ​ງານ​ຂອງ​ອົງ​ການ​ຂ່າວ​ເອ​ພີ.

ກຸ່ມ Insikt ຊຶ່ງ​ເປັນ​ພະ​ແນກ​ຄົ້ນ​ຄວ້າ​ຮັບ​ມື​ກັບ​ໄພ​ຂົ່ມ​ຂູ່​ຂອງ​ບໍ​ລິ​ສັດ Recorded Future ທີ່​ມີ​ສຳ​ນັກ​ງານ​ຕັ້ງ​ຢູ່​ລັດ​ແມັ​ສ​ຊາ​ຈູ​ແຊັ​ສ ກ່າວ​ຢູ່​ໃນລາຍ​ງານ​ສະ​ບັບ​ໃໝ່​ວ່າ​ເຂົາ​ເຈົ້າ​ໄດ້​ພົບ​ເຫັນຫຼັກ​ຖານ​ຈາກ​ກຸ່ມ​ທີ່​ຖືກ​ເອີ້ນ​ວ່າ RedGolf ໄດ້​ແນ​ເປົ້າ​ໃສ່ຫຼາຍ​ປະ​ເທດ ແລະ ອຸດ​ສາ​ຫະ​ກຳຕ່າງໆ, ລວມ​ມີ “ການ​ບິນ, ລົດ​ຍົນ, ການ​ສຶກ​ສາ, ລັດ​ຖະ​ບານ, ສື່ມວນ​ຊົນ, ຂໍ້​ມູນ​ເທັກ​ໂນ​ໂລ​ຈີ ແລະ ອົງ​ການ​ສາ​ສະ​ໜາ​ຕ່າງໆ.”

​ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG