ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການ​ເຈາະ​ຂໍ້​ມູນ ໄມໂຄຣຊອບ 'ໂດຍເຈດຕະນາ' ແນເປົ້າໝາຍ​ໃສ່ກະຊວງການຕ່າງປະເທດ ແລະ ອື່ນໆ


ແຟ້ມຮູບ-ທຸງສະຫະລັດ ແລະ ຈີນ, ທີ່ແນມເຫັນຜ່ານແກ້ວແຕກ ຢູ່ໃນພາບປະກອບທີ່ຜະລິດອອກມາວັນທີ 30 ມັງກອນ 2023.
ແຟ້ມຮູບ-ທຸງສະຫະລັດ ແລະ ຈີນ, ທີ່ແນມເຫັນຜ່ານແກ້ວແຕກ ຢູ່ໃນພາບປະກອບທີ່ຜະລິດອອກມາວັນທີ 30 ມັງກອນ 2023.

ພວກລັກເຈາະຂໍ້ມູນ, ມີຄວາມເປັນໄປໄດ້ວ່າ​ເຊື່ອມ​ໂຍງກັບອົງການສືບລັບຂອງຈີນ, ຖືກກ່າວຫາວ່າ ​ພວມ​ປຸກ​ລະ​ດົມ​ເປັນເວລາ​ດົນຮອດນຶ່ງເດືອນໃນ​ການ​ເຈາະເຂົ້າບາງລະບົບອີເມລ ທີ່ບໍ່ເປັນຄວາມລັບຂອງສະຫະລັດ, ເຮັດໃຫ້ພວກເຂົາສາ ມາດເຂົ້າເຖິງບັນຊີບາງສ່ວນ ຂອງກະຊວງການຕ່າງປະເທດສະຫະລັດ ແລະອົງການອື່ນໆພຽງເລັກນ້ອຍ.

Microsoft, ທໍາອິດ ໄດ້ປະກາດການບຸກລຸກດັ່ງກ່າວ ໃນວັນອັງຄານແລ້ວນີ້, ເຊິ່ງມີລັກສະນະການໂຈມຕີການບໍລິການ ອີເມລ Outlook ຂອງພວກເຂົາເຈົ້າ ໂດຍຜູ້ຄຸກຄາມຊາວຈີນ ທີ່ມີຊື່ວ່າ Storm-0558.

ສໍານັກງານໃຫຍ່ຂອງບໍລິສັດໄມໂຄຣຊອບ ໃນເມືອງເຣດມອນ, ລັດວໍຊິງຕັນ. (Photo: Diaa Bekheet)
ສໍານັກງານໃຫຍ່ຂອງບໍລິສັດໄມໂຄຣຊອບ ໃນເມືອງເຣດມອນ, ລັດວໍຊິງຕັນ. (Photo: Diaa Bekheet)

ທາງບໍລິສັດກ່າວໃນບັນທຶກທີ່ໂພສລົງວ່າ ພວກລັກເຈາະຂໍ້ມູນສາມາດປອມແປງເຄື່ອງໝາຍການຮັບຮອງຄວາມຖືກຕ້ອງທາງຂໍ້ມູນຂອງ Microsoft ແລະສາ ມາດເຂົ້າເຖິງບັນຊີຂອງອົງການຕ່າງໆໄດ້ 25 ບັນຊີ, ເຊິ່ງລວມທັງສະຫະລັດ ແລະບັນດາປະເທດຕ່າງໆໃນໂລກໂດຍເລີ້ມຕົ້ນໃນກາງເດືອນພຶດສະພາແລ້ວນີ້.

ບໍລິສັດກ່າວວ່າ ການເຂົ້າເຖິງດັ່ງກ່າວໄດ້ຖືກຕັດອອກໄປ ລຸນຫຼັງຄົ້ນພົບ​ກ່ຽວ​ກັບການລ່ວງ​ລ້ຳດັ່ງກ່າວນີ້ ນຶ່ງເດືອນຫຼັງຈາກນັ້ນ.

“ພວກເຮົາປະເມີນຕໍ່ການກະທໍາທີ່ເປັນສັດຕູນີ້ ໂດຍແນເປົ້າໝາຍໃສ່ການຈາລະກໍາ, ເຊັ່ນວ່າ ການເຂົ້າເຖິງລະບົບອີເມລເພື່ອເກັບກໍາການສືບລັບ,” Microsoft ກ່າວ. “ລັກສະນະທີ່ມີແຮງຈູງໃຈໃນການຈາລະກໍາຂອງສັດຕູ ພະຍາຍາມ​ລ່ວງ​ລ້ຳຕໍ່ຂໍ້ມູນສ່ວນໂຕ ແລະເຂົ້າເຖິງຂໍ້ມູນຜູ້ຢູ່ອາໄສ ຢູ່ໃນລະບົບທີ່ລະອຽດອ່ອນ.”

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG