ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ລັດຖະບານຈີນ ຕົກລົງເພີ່ມໂຄວຕ້າ ການຮັບຊື້ ເຂົ້າຈາກລາວ ເຖິງ 15,000 ໂຕນໃນປີ 2016


ເຈົ້າໜ້າທີ່ຈາກຈີນ ກຳລັງກວດສອບ ຄຸນນະພາບ ຂອງເຂົ້າ ກັບເຈົ້າໜ້າທີ່ຂອງລາວ
ເຈົ້າໜ້າທີ່ຈາກຈີນ ກຳລັງກວດສອບ ຄຸນນະພາບ ຂອງເຂົ້າ ກັບເຈົ້າໜ້າທີ່ຂອງລາວ

ລັດຖະບານຈີນ ຕົກລົງເພີ່ມໂຄວຕ້າການຮັບຊື້ເຂົ້າຈາກລາວໃຫ້ເຖິງ 15,000 ໂຕນໃນປີ 2016 ນີ້ ຂະນະທີ່ລັດຖະບານລາວໄດ້ວາງເປົ້າໝາຍທີ່ຈະສົ່ງເສີມການຜະລິດເຂົ້ານາປີ ໃຫ້ໄດ້ຫຼາຍກວ່າ 3 ລ້ານ 6 ແສນໂຕນ.

ເຈົ້າໜ້າທີ່ຂັ້ນສູງ ໃນກະຊວງກະສິກຳ ແລະປ່າໄມ້ ຢືນຢັນວ່າ ລັດຖະບານຈີນ ໄດ້ຕົກລົງ ເພີ່ມໂຄວຕ້າການຮັບຊື້ເຂົ້າຈາກລາວ ຈາກເດີມ 8,000 ໂຕນ ເປັນ 15,000 ໂຕນ ໃນປີ 2016 ນີ້ ໂດຍແບ່ງເປັນເຂົ້າຈ້າວຫອມສະຫວັນ 1,800 ໂຕນ ເຂົ້າຈ້າວທົ່ວໄປ 3,000 ໂຕນ ເຂົ້າໜຽວທ່ານສະໂນ 10,200 ໂຕນ ແລະຍັງຈະສືບຕໍ່ການປູກເຂົ້າໃນເຂດຈຸດສຸມ ທີ່ມີເນື້ອທີ່ 2,000 ເຮັກຕາ ຢູ່ເມືອງຈຳພອນ ສຳລັບໃຫ້ເປັນຕົວແບບທີ່ຈະຂະຫຍາຍ ເນື້ອທີ່ໂຄງການໄປໃນ 10 ເມືອງທົ່ວແຂວງສະຫວັນນະເຂດ ແລະແຂວງອື່ນໆດ້ວຍ.

ກະເສດຕະກອນລາວ ກຳລັງເກັບກ່ຽວເຂົ້າຂອງພວກເຂົາເຈົ້າ
ກະເສດຕະກອນລາວ ກຳລັງເກັບກ່ຽວເຂົ້າຂອງພວກເຂົາເຈົ້າ

ທັງນີ້ ລັດຖະບານລາວໄດ້ວາງແຜນຊຸກຍູ້ໃຫ້ 10 ແຂວງ ເປັນເຂດອູ່ເຂົ້າ-ອູ່ນ້ຳຂອງຊາດ ຄືແຂວງຄຳມວ່ນ ສະຫວັນນະເຂດ ຈຳປາສັກ ບໍລິຄຳໄຊ ວຽງຈັນ ໄຊຍະບູລີ ຫລວງນ້ຳທາ ນະຄອນຫຼວງວຽງຈັນ ແລະ ບໍ່ແກ້ວ ຊຶ່ງປາກົດວ່າ ໃນລະດູການຜະລິດຕະຫຼອດປີ 2015 ທີ່ຜ່ານມາ ກະເສດຕະກອນລາວ ໃນເຂດ 10 ແຂວງດັ່ງກ່າວ ຜະລິດເຂົ້າໄດ້ລວມກັນ ຫຼາຍກວ່າ 3 ລ້ານ 2 ແສນໂຕນ ຊຶ່ງຄິດເປັນ 85 ເປີເຊັນ ຂອງຜົນຜະລິດເຂົ້າທັງໝົດ ໃນລາວ.

ໂດຍທັງ 10 ແຂວງດັ່ງກ່າວນີ້ ມີເນື້ອທີ່ປູກເຂົ້າລວມກັນກວ້າງກວ່າ 786,000 ເຮັກຕາ ແຕ່ວ່າໃນນີ້ ກໍມີເນື້ອທີ່ພຽງ 315,000 ເຮັກຕາ ຄິດເປັນ 40 ເປີເຊັນ ຂອງເນື້ອທີ່ນາ ທັງໝົດເທົ່ານັ້ນ ທີ່ໄດ້ຮັບການສະໜອງນ້ຳຈາກຄອງຊົນລະປະທານ ສ່ວນນອກນັ້ນ ເປັນການປູກເຂົ້າ ຢູ່ນອກເຂດຊົນລະປະທານ ຊຶ່ງມີຄວາມສ່ຽງສູງຕໍ່ການປ່ຽນແປງ ຂອງສະພາບດິນຟ້າອາກາດ ທັງໄພແຫ້ງແລ້ງ ແລະນ້ຳຖ້ວມ ຈຶ່ງຖືເປັນປັດໄຈທີ່ຈະ ສົ່ງຜົນກະທົບຕໍ່ເປົ້າໝາຍຂອງການຜະລິດ ເພື່ອຄ້ຳປະກັນສະບຽງອາຫານໃນລາວໄດ້ ເຊັ່ນກັນ.

ຊາວນາ ຄົນໜຶ່ງກຳລັງໄຖນາຂອງລາວ
ຊາວນາ ຄົນໜຶ່ງກຳລັງໄຖນາຂອງລາວ

ສຳລັບໃນລະຍະແຜນການປີ 2014-2015 ຜ່ານມາ ລັດຖະບານລາວ ໄດ້ວາງເປົ້າໝາຍ ການຜະລິດເຂົ້າໄວ້ ໃນປະລິມານລວມ 4 ລ້ານ 2 ແສນໂຕນ ໃນເນື້ອທີ່ປູກເຂົ້າທັງໝົດ 1.04 ລ້ານເຮັກຕາ ທົ່ວປະເທດ ແລະໃນນີ້ ກໍຈະຕ້ອງຂະຫຍາຍພື້ນທີ່ປູກເຂົ້າໃນເຂດ 10 ແຂວງດັ່ງກ່າວ ໃຫ້ເພີ່ມຂຶ້ນຈາກ 6 ແສນເຮັກຕາ ໃນແຜນການປີ 2013-2014 ໃຫ້ເປັນ 8 ແສນເຮັກຕາ ໃນແຜນການປີ 2014-2015 ຫາກແຕ່ລັດຖະບານລາວ ກໍບໍ່ສາມາດບັນຫລຸ ເປົ້າໝາຍດັ່ງກ່າວໄດ້ຢ່າງແທ້ຈິງ ເພາະສາມາດຊຸກຍູ້ໃຫ້ກະເສດຕະກອນລາວ ໃນເຂດ 10 ແຂວງດັ່ງກ່າວປູກເຂົ້າໄດ້ໃນເນື້ອທີ່ລວມ 786,000 ກວ່າເຮັກຕາ ຄິດເປັນ 98 ເປີເຊັນ ຂອງແຜນການທີ່ວາງໄວ້ດັ່ງກ່າວ.

ຍິ່ງໄປກວ່ານັ້ນ ການທີ່ລາວຕ້ອງປະເຊີນກັບໄພທຳມະຊາດທີ່ໜັກໜ່ວງຫຼາຍຂຶ້ນນັບມື້ ກໍເຮັດໃຫ້ເກີດການເສຍຫາຍເພີ່ມຂຶ້ນທຸກປີ ແລະໃນລະດູແລ້ງປີນີ້ ກະເສດຕະກອນລາວ ໃນທົ່ວປະເທດປູກເຂົ້ານາແຊງໄດ້ ໃນເນື້ອທີ່ລວມ 98,676 ເຮັກຕາ ຄິດເປັນ 90 ເປີເຊັນ ຂອງແຜນການປີ ແຕ່ສຳລັບເຂດທີ່ບໍ່ມີຄອງຊົນລະປະທານນັ້ນ ຍັງປາກົດວ່າ ກະເສດ ຕະກອນລາວ ໄດ້ພາກັນຫັນໄປປູກພືດຊະນິດອື່ນ ແທນການປູກເຂົ້າຫຼາຍຂຶ້ນດ້ວຍ ຊຶ່ງ ກໍເຮັດໃຫ້ຜະລິດເຂົ້ານາແຊງໄດ້ຕ່ຳກວ່າເປົ້າໝາຍທີ່ວາງເອົາໄວ້ ດັ່ງທີ່ເຈົ້າໜ້າທີ່ຂັ້ນສູູງ ຂອງລາວ ໄດ້ໃຫ້ການຢືນຢັນວ່າ:

“ການຜະລິດເຂົ້າຫັ້ນ ປັດຈຸບັນນີ້ ຈັດຕັ້ງປະຕິບັດໄດ້ຕົວຈິງຫັ້ນ 35 ເປີເຊັນ ຂອງ ແຜນການທີ່ເຮົາຄາດກະໄວ້ ຍ້ອນວ່າ ປະຊາຊົນນີ້ ຫັນໄປປູກພືຜັກເປັນສິນຄ້າ ຫຼາຍກວ່າ ແລະມີເສດຖະກິດຫຼາຍກວ່າ ເມື່ອຈັ່ງຊັ້ນ ຖືວ່າການຜະລິດນາແຊງປີນີ້ ກໍຖືວ່າບໍ່ໄດ້ຕາມແຜນ.”

ແຕ່ຢ່າງໃດກໍຕາມ ກະຊວງກະສິກຳ ແລະປາໄມ້ ກໍໄດ້ວາງແຜນການທີ່ຈະຂະຫຍາຍ ລະບົບຊົນລະປະທານໃຫ້ໄດ້ 18 ໂຄງການໃນຊ່ວງປີ 2016-2020 ແລະຈະກໍ່ສ້າງ ລະບົບຄອງຊົນລະປະທານໃຫ້ໄດ້ເພີ່ມຂຶ້ນອີກ 17 ໂຄງການໃນຊ່ວງປີ 2021-2025 ຊຶ່ງຈະເຮັດໃຫ້ສາມາດຕອບສະໜອງນ້ຳໃຫ້ກັບທີ່ນາໄດ້ ກວ້າງກວ່າ 5 ແສນເຮັກຕາ ໃນປີ 2020 ແລະເພີ່ມຂຶ້ນເປັນກວ້າງກວ່າ 6 ແສນເຮັກຕາ ໃນປີ 2025 ສ່ວນໃນປີ 2016 ນີ້ ລັດຖະບານລາວ ກໍໄດ້ວາງເປົ້າໝາຍຜະລິດເຂົ້ານາປີໃຫ້ໄດ້ຫຼາຍກວ່າ 3.62 ລ້ານໂຕນ.

XS
SM
MD
LG