ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ກຸ່ມບໍລິສັດຈີນ ຊຳລະຄ່າທຳນຽມ ສຳປະທານເຂດ ເສດຖະກິດພິເສດ ສາມຫລ່ຽມຄຳ ໃຫ້ລາວ


ກຸ່ມບໍລິສັດດອກງິ້ວຄຳ ໄດ້ຮັບສຳປະທານທີ່ດິນ ຈາກລັດຖະບານລາວ ໃນເນື້ອທີ່ 10,000 ເຮັກຕາ ຢູ່ໃນເຂດເມືອງຕົ້ນເຜິ້ງ ເປັນເວລາ 99 ປີ ຊຶ່ງລວມເຖິງ ດອນຊາວ ໃນແມ່ນ້ຳຂອງດ້ວຍ ນັບຈາກປີ 2007 ເປັນຕົ້ນໄປ.
ກຸ່ມບໍລິສັດດອກງິ້ວຄຳ ໄດ້ຮັບສຳປະທານທີ່ດິນ ຈາກລັດຖະບານລາວ ໃນເນື້ອທີ່ 10,000 ເຮັກຕາ ຢູ່ໃນເຂດເມືອງຕົ້ນເຜິ້ງ ເປັນເວລາ 99 ປີ ຊຶ່ງລວມເຖິງ ດອນຊາວ ໃນແມ່ນ້ຳຂອງດ້ວຍ ນັບຈາກປີ 2007 ເປັນຕົ້ນໄປ.

ກຸ່ມບໍລິສັດຈີນທີ່ລົງທຶນພັດທະນາເຂດເສດຖະກິດພິເສດ ສາມ
ຫລ່ຽມຄຳໃນແຂວງບໍ່ແກ້ວ ຊຳລະຄ່າທຳນຽມສຳປະທານໃຫ້
ທາງການລາວ ເປັນຄັ້ງທຳອິດ ໃນມູນຄ່າລວມຫຼາຍກວ່າ 50 ຕື້ກີບ.

ກຸ່ມບໍລິສັດດອກງິ້ວຄຳຈາກຈີນ ຊຶ່ງເປັນຜູ້ລົງທຶນພັດທະນາເຂດ
ເສດຖະກິດພິເສດ ສາມຫລ່ຽມຄຳ ຢູ່ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ໄດ້ມອບອາກອນແບບມອບເໝົາໃຫ້ແກ່ ລັດຖະບານລາວ ຄິດເປັນມູນຄ່າລວມ 6 ລ້ານ
3 ແສນດອນລາ ຫຼືຫຼາຍກວ່າ 54 ພັນລ້ານກີບ ເມື່ອບໍ່ນານມານີ້ ໂດຍທ່ານຈ້າວເຫວີຍ
ປະທານກຸ່ມບໍລິສັດດອກງິ້ວຄຳ ເປັນຜູ້ມອບ ແລະທ່ານສັນຕິພາບ ພົມວິຫານ ລັດຖະມົນຕີ ຊ່ອຍວ່າການກະຊວງການເງິນ ເປັນ ຜູ້ຮັບມອບ.

ເມືອງຈີນ ໃນເຂດເສດຖະກິດພິເສດ ບ່ອນສ້າງກາຊີໂນ Kings Romans
ເມືອງຈີນ ໃນເຂດເສດຖະກິດພິເສດ ບ່ອນສ້າງກາຊີໂນ Kings Romans

ໂດຍການມອບອາກອນແບບມອບເໝົາໃນຄັ້ງນີ້ ແບ່ງເປັນການ
ນຳໃຊ້ເພື່ອທົດແທນຄືນ ສຳຫລັບການກໍ່ສ້າງເສັ້ນທາງຄອນກຣີດ
ເສີມເຫລັກ ຈາກບ້ານນ້ຳເກິງຫາບ້ານມອມ ແລະການກໍ່ສ້າງ
ເຂື່ອນເພື່ອປ້ອງກັນຕາຝັ່ງເຈື່ອນ ຢູ່ເຂດດອນຊາວ ໃນມູນຄ່າຫຼາຍ
ກວ່າ 35 ຕື້ກີບ ສ່ວນອີກ 15 ຕື້ກີບກວ່າໆນັ້ນ ເປັນຄ່າສຳປະທານ
ທີ່ດິນ ໃນຊ່ວງປີ 2009-2014 ທີ່ມອບເຂົ້າງົບປະມານຂອງລັດຖະ
ບານລາວ.

ກຸ່ມບໍລິສັດດອກງິ້ວຄຳໄດ້ຮັບສຳປະທານທີ່ດິນ ຈາກລັດຖະບານ
ລາວໃນເນື້ອທີ່ 10,000 ເຮັກຕາຢູ່ໃນເຂດເມືອງຕົ້ນເຜິ້ງເປັນເວລາ 99 ປີ ຊຶ່ງລວມເຖິງ
ດອນຊາວ ໃນແມ່ນ້ຳຂອງດ້ວຍ ນັບຈາກປີ 2007 ເປັນຕົ້ນມາ ໂດຍມີເປົ້າໝາຍທີ່ຈະພັດ
ທະນາ ໃຫ້ເປັນເຂດການຄ້າ ປອດພາສີ ແລະ ເຂດທ່ອງທ່ຽວຄົບວົງຈອນພາຍໃນປີ 2020 ດ້ວຍເງິນລົງທຶນລວມເຖິງ 2,250 ລ້ານ ແລະເມື່ອການພັດທະນາໂຄງການແລ້ວເສັດ ໃນ
ທຸກໆດ້ານແລ້ວນັ້ນ ກໍຈະເປັນເມືອງໃໝ່ ທີ່ສາມາດຮອງຮັບຄົນຢູ່ອາໄສໄດ້ຫຼາຍກວ່າ 2 ແສນຄົນ.

ກຸ່ມບໍລິສັດດອກງິ້ວຄຳຈາກຈີນ ຊຶ່ງເປັນຜູ້ລົງທຶນພັດທະນາເຂດເສດຖະກິດພິເສດ ສາມຫລ່ຽມຄຳ ຢູ່ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ.
ກຸ່ມບໍລິສັດດອກງິ້ວຄຳຈາກຈີນ ຊຶ່ງເປັນຜູ້ລົງທຶນພັດທະນາເຂດເສດຖະກິດພິເສດ ສາມຫລ່ຽມຄຳ ຢູ່ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ.

ແຕ່ຢ່າງໃດກໍຕາມ ກຸ່ມບໍລິສັດດອກງິ້ວຄຳ ກໍໄດ້ໃຫ້ການຢືນຢັນ
ກັບທາງການລາວແລ້ວວ່າ ຈະບໍ່ເປັນຜູ້ລົງທຶນທັງ 100 ເປີເຊັນ
ໃນການກໍ່ສ້າງສະໜາມບິນນາໆຊາດຢູເຂດເສດຖະກິດພິເສດ
ສາມຫລ່ຽມຄຳ ແຕ່ຈະຮ່ວມລົງທຶນໃນສັດສ່ວນບໍ່ເກີນ 30 ເປີເຊັນ
ເທົ່ານັ້ນ ແລະໄດ້ສະເໜີໃຫ້ລັດຖະບານລາວ ເປັນຝ່າຍລົງທຶນ
ໃນສັດສ່ວນ 70 ເປີເຊັນ ໂດຍກຸ່ມບໍລະສັດດອກງິ້ວຄຳ ພ້ອມຈະ
ໃຫ້ການສະໜັບສະໜຸນເງິນທຶນກູ້ຢືມລະຍະຍາວ ແກ່ລັດຖະບານ
ລາວໃນມູນຄ່າ 350 ລ້ານດອນລາຈາກມູນຄ່າລວມ 500 ລ້ານ
ດອນລາ.

ທາງດ້ານເຈົ້າໜ້າທີ່ຂັ້ນສູງໃນຄະນະລັດຖະບານລາວ ບອກວ່າ
ມີຄວາມເປັນໄປໄດ້ສູງ ທີ່ລັດຖະບານລາວຈະຍິນຍອມຕາມເງື່ອນໄຂດັ່ງກ່າວ ຂອງກຸ່ມບໍລິ
ສັດດອກງິ້ວຄຳ ເພາະລັດຖະບານລາວຖືກສະຖາບັນການເງິນຕ່າງຊາດຈຳກັດ ການກູ້ຢືມ
ເນື່ອງຈາກການມີໜີ້ຕ່າງປະເທດເກີນກວ່າ 45 ເປີເຊັນ ຂອງຍອດຜະລິດຕະພັນລວມພາຍ
ໃນ (GDP) ແລ້ວໃນປັດຈຸບັນນີ້ ດັ່ງທີ່ເຈົ້າໜ້າທີ່ຂັ້ນສູງຂອງລາວ ໄດ້ໃຫ້ການຊີ້ແຈງວ່າ:

ເມືອງຈີນ ໃນເຂດເສດຖະກິດພິເສດ ບ່ອນສ້າງກາຊີໂນ Kings Romans.
ເມືອງຈີນ ໃນເຂດເສດຖະກິດພິເສດ ບ່ອນສ້າງກາຊີໂນ Kings Romans.

“ຍັງມີສິ່ງທ້າທາຍ ແລະຂໍ້ຫຍຸ້ງຍາກຫຼາຍອັນທາງດ້ານການ
ລົງທຶນ ສະພາບແວດລ້ອມ ການດຳເນີນທຸລະກິດ ແລະການ
ລົງທຶນຢູ່ລາວນີ້ ຍັງຢູ່ໃນລະດັບຕ່ຳ ຖ້າທຽບໃສ່ປະເທດອື່ນໆ
ໃນໂລກ ບັນຫາຕົ້ນຕໍ ທີ່ໄດ້ສະແດງຈາກນັກທຸລະກິດອັນດັບ
ທີໜຶ່ງ ແມ່ນບັນຫາໃນການເລີ້ມຕົ້ນທຸລະກິດ ແລະຄວາມ
ຫຍຸ້ງຍາກ ໃນການເຈາະຫາແຫລ່ງທຶນ.”

ໂຄງການກໍ່ສ້າງສະໜາມບິນນາໆຊາດ ຢູ່ເຂດເສດຖະກິດພິເສດ
ສາມຫລ່ຽມຄຳດັ່ງກ່າວນີ້ຈະມີທາງແລ່ນຂຶ້ນ-ລົງຂອງເຮືອບິນ
2,700 ແມັດ ແລະສາມາດ ທີ່ຈະເພີ້ມຄວາມຍາວຂຶ້ນເປັນ 3,000 ແມັດ ໄດ້ຕາມເກນ
ມາດຕະຖານ ຂອງອົງການໆບິນພົນລະເຮືອນ ລະຫວ່າງປະເທດ (ICAO) ທີ່ປະກອບມີ
ອາຄານຜູ້ໂດຍສານ ອາຄານຄວບຄຸມການບິນ ແລະ ສິ່ງອຳນວຍຄວາມສະດວກໃນການ
ຄົມມະນາຄົມ-ຂົນສົ່ງ ທາງອາກາດຢ່າງເປັນລະບົບສາກົນ ທີ່ສາມາດຮອງຮັບເຮືອບິນ
ຂະນາດໃຫຍ່ໄດ້ຕະຫລອດ 24 ຊົວໂມງ.

ທັງນີ້ໂດຍຖ້າຫາກວ່າ ລັດຖະບານລາວກັບກຸ່ມບໍລິສັດດອກງິ້ວຄຳຈາກຈີນ ສາມາດຕົກລົງ ກັນໄດ້ຕາມທີ່ກຸ່ມບໍລິສັດຈີນສະເໜີດັ່ງກ່າວ ກໍຈະເຮັດໃຫ້ລົງມື ກໍ່ສ້າງໃນພາກຕົວຈິງໄດ້ ໃນປີ 2015 ນີ້ ເພື່ອໃຫ້ແລ້ວເສັດ ແລະ ເປີດໃຊ້ຢ່າງເປັນທາງການ ພາຍໃນປີ 2020 ເປັນຢ່າງຊ້າ.

XS
SM
MD
LG