ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນາຍພົນຈີນ ທີ່ກຳລັງ ຖືກສືບສວນ ໃນຂໍ້ຫາ ສໍ້ລາດບັງຫຼວງ ຂ້າໂຕຕາຍ


ຢູ່ໃນຮູບພາບວັນທີ 8 ເດືອນມີນາ 2017 ນາບພົນ ຊັງ ຢັງ
(ຊ້າຍ) ເວລານັ້ນ ເປັນຜູ້ບັນຊາການ ກອງທັບປົດປ່ອຍ ປະຊາຊົນຈີນ.
ຢູ່ໃນຮູບພາບວັນທີ 8 ເດືອນມີນາ 2017 ນາບພົນ ຊັງ ຢັງ (ຊ້າຍ) ເວລານັ້ນ ເປັນຜູ້ບັນຊາການ ກອງທັບປົດປ່ອຍ ປະຊາຊົນຈີນ.

ສື່​ມວນຊົນຂອງທາງການຈີນ ​ກ່າ​ວ​ໃ​ນວັນ​ອັງຄານ​ມື້​ນີ້​ວ່າ ​ເຈົ້າ​ໜ້າ​ທີ່​ທະຫານ​ຄົນ​ນຶ່ງ ທີ່
ພວມຖືກ​ສຶບສວນ​ ໃນ​ຖານ​ສໍ້​ລາດ​ບັງ​ຫລວງ​ນັ້ນ ​ໄດ້​ຂ້າ​ໂຕ​ຕາຍ.

ອົງການ​ຂ່າວ​ຊິນ​ຫົວ ກ່າວ​ວ່າ ທ່ານ​ຊັງ ຢັງ ​ໄດ້​ຜູກຄໍຕາຍໃນ​ວັ​ນພະຫັດ​ອາທິດ​ແລ້ວນີ້​ຢູ່
ທີ່​ເຮືອນ​ຂອງ​ທ່ານ.

ທ່ານ​ຊັງ ເປັນ​ສະມາຊິກ ຄະນະກຳມາທິການກາງກອງທັບ​ຂອງ​ພັກ​ຄອມ​ມິ​ວນິສ ແລະ
​ອ​ະດີດ​ຫົວໜ້າ​ຝ່າຍການເມືອງຂອງກະຊວງ​ດັ່ງກ່າວ.

ອົງການ​ຂ່າວ​ຊິນ​ຫົວ​ກ່າວ​ວ່າ ທ່ານ​ຊັງ​ໄດ້​ຖືກ​ສືບ​ສວນ ມາຕັ້ງ​ແຕ່ເດືອນ ສິງຫາ ​ໃນ​ຖານ
​ສົງ​ໄສ​ຮັບ​ສິນ​ບົນ ມີ​ຊັບ​ສິນຢ່າງ​ຫລວງຫລາຍ ທີ່​ທ່ານ​ນັບ​ບໍ່​ໄດ້ ​ແລະ​ການ​ປະພຶດ​ອື່ນໆ​ທີ່ “ລະເມີດ​ຢ່າງ​ຮ້າຍ​ແຮງ” ຕໍ່​ກົດໝາ​ຍແລະລະບຽບຕ່າງໆ.

ບັນດາ​ນັກ​ສືບ​ສວນ​ໄດ້ກວດກາເບິ່ງການ​ພົວພັນ​ຂອງ​ທ່ານ​ຊັງ ​ແລະເຈົ້າ​ໜ້າ​ທີ່​ຂັ້ນ​ສູງທາງ​ທະຫານ​ອີກ​ສອງ​ຄົນ ຊຶ່ງໃນ​ຕອນ​ຕົ້ນ ​ໄດ້ຕົກ​ເປັນ​ເປົ້າ​ໃນການປຸກລະດົມຕໍ່​ຕ້ານ​ການ​ສໍ້
ລາດ​ບັງ​ຫລວງ ຂອງປະທານ​ປະ​ເທດສີ ຈິ້ນຜິງ.

ທ່ານ​ກົວ ​ໂບຊິ​ອົງ ​ແລະ​ຊູ ​ໄກ​ຮູ ​ແມ່ນ​ອະດີດ​ຮອງ​ປະທານ​ສູນ ​ຄະນະ​ກຳມາທິ ການ​ກອງ
​ທັບ. ທ່ານກູ​ໄດ້​ຖືກ​ຕັດສິນ​ລົງ​ໂທດຈຳຄຸກ​ຕະຫລອດ​ຊີວິດ​ໃນ​ປີ​ກາຍ​ນີ້ ​ໃນ​ຂະນະ​ທີ່​ທ່ານ
ຊູ​ໄດ້​ເສຍ​ຊີວິດ​ດ້ວຍ​ມະ​ເຮັງ​ໃນ​ປີ 2015 ກ່ອນ​ທີ່​ທ່ານ​ປະ​ເຊີນ​ ​ກັບ​ການ​ດຳ​ເນີນ​ຄະດີ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG