ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຸ່ມແກັ່ງອາຊະຍາກອນ ຈີນ ມີອິດທິພົນໃນພາກທຸລະກິດບໍລິການ ແລະ ທ່ອງທ່ຽວ ໃນເຂດລຸ່ມນ້ຳຂອງ ເພີ່ມຂຶ້ນນັບມື້


ນັກທ່ອງທ່ຽວ ຈີນ ໃນປະເທດ ລາວ.
ນັກທ່ອງທ່ຽວ ຈີນ ໃນປະເທດ ລາວ.

ກຸ່ມແກັ່ງອາຊະຍາກອນ ຈີນ ມີອິດທິພົນໃນພາກທຸລະກິດບໍລິການ ແລະ ທ່ອງທ່ຽວໃນເຂດລຸ່ມນ້ຳຂອງເພີ່ມຂຶ້ນນັບມື້ ດ້ວຍການຕັ້ງບໍລິສັດຕົວແທນຂຶ້ນມາຜູກຂາດທຸກກິດຈະການທີ່ກ່ຽວຂ້ອງກັບນັກທ່ອງທ່ຽວຈາກຈີນ.

ທ່ານ ສຸຣະວັດ ອັກຄະຣະວໍຣະມາດ ຮອງປະທານສະພາອຸດສາຫະກຳການທ່ອງທ່ຽວປະເທດ ໄທ ເປີດເຜີຍວ່າຫົວໜ່ວຍທຸລະກິດສ່ວນໃຫຍ່ທີ່ກ່ຽວຂ້ອງກັບການໃຫ້ບໍລິການ ແລະ ນຳພາບັນດານັກທ່ອງທ່ຽວ ຈີນ ເດີນທາງມາ ໄທ ແລະ ປະເທດໃນເຂດລຸ່ມແມ່ນ້ຳຂອງດ້ວຍກັນນັ້ນ ລ້ວນແຕ່ຕົກຢູ່ພາຍໃຕ້ການບໍລິຫານງານ ແລະ ຄວບຄຸມການດຳເນີນທຸລະກິດຢ່າງຄົບວົງຈອນ ໂດຍເຄືອຂ່າຍຂອງກຸ່ມແກັ່ງອາຊະຍາກອນ ຈີນ ໃນລຸ່ມນ້ຳຂອງດ້ວຍການຈັດຕັ້ງບໍລິສັດຕົວແທນຂຶ້ນມາຜູກຂາດທຸກກິດຈະການທີ່ກ່ຽວຂ້ອງກັບນັກທ່ອງທ່ຽວຊາວຈີນ ທີ່ເດີນທາງມາໃນເຂດລຸ່ມນ້ຳຂອງກໍຄືນັບຕັ້ງແຕ່ເດີນທາງມາຈົນເດີນທາງກັບຄືນໄປຈີນ ນັ້ນ ລ້ວນແຕ່ຢູ່ພາຍໃຕ້ການຄວບຄຸມ ແລະເປັນຜົນປະໂຫຍດຂອງກຸ່ມແກັ່ງອາຊະຍາກອນ ຈີນ ເກືອບທັງໝົດ ໝາຍຄວາມວ່າ ປະເທດທີ່ຮອງຮັບນັກທ່ອງທ່ຽວ ຈີນ ໄດ້ຮັບຜົນປະໂຫຍດພຽງສ່ວນຫນ້ອຍເທົ່ານັ້ນ ເຊັ່ນຄ່າຈ້າງໄກ້ນຳທ່ຽວ, ຄ່າຈ້າງຄົນຂັບລົດ ແລະ ຄ່ານ້ຳມັນ. ສ່ວນຄ່າເດີນທາງ, ຄ່າພັກ, ຄ່າອາຫານ, ເຄື່ອງດື່ມ, ຄ່າບໍລິການ ແລະ ຄ່າທຳນຽມຕ່າງໆ ລວມເຖິງການຈຳໜ່າຍສິນຄ້າ ແລະຂອງທີ່ລະນຶກດ້ວຍນັ້ນ ລ້ວນແຕ່ຜູກຂາດໂດຍກຸ່ມແກັ່ງອາຊະຍາກອນ ຈີນ ທັງນັ້ນ, ດັ່ງທີ່ທ່ານ ສຸຣະວັດ ໄດ້ໃຫ້ການຢືນຢັນວ່າ

“ຕອນນີ້ນິ, ປະເດັນສຳຄັນທີ່ສຸດຄືຫຼັງຈາກ ຈີນ ເປີດປະເທດນີ້ ຂະບວນການມັນໜັກກວ່າເກົ່າ ຄືບໍລິສັດທົວເປັນ Nominee, ສອງ-ເອົາໄກ້ເຂົ້າມາເອງເລີຍ ແລະ ຮ້ານຄ້າທີ່ຈະໄປຊັອບປິ້ງນີ້ທີ່ພາໄປຊື້ຂອງນີ້ເປັນຮ້ານຄ້າທີ່ເຂົາເປີດເອງໝົດ-ເຮັດເອງໝົດ ແລ້ວສິ່ງທີ່ເຮົາຫ່ວງທີ່ສຸດ ຄືແມ່ນແຕ່ກິດຈະກຳທາງການທ່ອງທ່ຽວ ການສະແດງຕ່າງໆນີ້ ເລີ່ມຈະເຮັດເອົາເອງໝົດແລ້ວ ພໍມັນເປັນຂະບວນການທັງໝົດນີ້ ກໍເລີຍເປັນອັ້ງຢີ່ ໝາຍເຖິງກຸ່ມຄົນທີ່ໄປເຮັດຜິດຄະດີອາຍາ ແລ້ວຂະບວນການນີ້ກໍຢູ່ພາຍໃຕ້ຂອງເຂົາໝົດ.”

ສ່ວນທ່ານ ຣັງສີມັນ ໂຣມ ສະມາຊິກລັດຖະສະພາໄທ ຖະແຫຼງວ່າການທີ່ແກັ່ງອາຊະຍາກອນ ຈີນ ສາມາດສ້າງເຄືອຂ່າຍດຳເນີນທຸລະກິດຜິດກົດໝາຍໄດ້ຢ່າງກວ້າງຂວາງຢູ່ໃນເຂດລຸ່ມແມ່ນ້ຳຂອງ ໃນປັດຈຸບັນ ກໍຍ້ອນວ່າໄດ້ຮັບການສະໜັບສະໜູນຢູ່ເບື້ອງຫຼັງໂດຍບັນດານັກການເມືອງ ຫຼືຜູ້ມີອຳນາດ ແລະ ອິດທິພົນທາງການເມືອງຂອງປະເທດໃນເຂດລຸ່ມນ້ຳຂອງ ເປັນສຳຄັນ ຊຶ່ງດ້ວຍການສະໜັບສະໜູນດັ່ງກ່າວນີ້ ກໍຍັງເຮັດໃຫ້ແກັ່ງອາຊະຍາກອນ ຈີນ ສາມາດຟອກເງິນທີ່ໄດ້ຈາກທຸລະກິດຜິດກົດໝາຍໄດ້ຢ່າງງ່າຍດາຍອີກດ້ວຍ ໂດຍບໍ່ວ່າຈະເປັນການຟອກເງິນທີ່ໄດ້ຈາກການຄ້າຢາເສບຕິດ, ການຄ້າມະນຸດ, ການຄ້າໜີພາສີ ແລະ ການທຸຈະລິດຕ່າງໆກໍ່ຕາມ ລ້ວນແຕ່ສາມາດນຳ ມາຜ່ານຂະບວນການຟອກເງິນໄດ້ດ້ວຍການສ້າງຕັ້ງບໍລິສັດຂຶ້ນມາດຳເນີນທຸລະກິດຖືກກົດໝາຍ ເຊັ່ນ ການທ່ອງທ່ຽວ ແລະ ສະຖານທີ່ໃຫ້ບໍລິການບັນເທີງຕ່າງໆຢ່າງຄົບວົງຈອນ ເພື່ອປົກປິດທຸລະກິດທີ່ຜິດກົດໝາຍນັ້ນ ຖືເປັນບັນຫາທີ່ຮຸນແຮງຂຶ້ນນັບມື້ໃນເຂດລຸ່ມແມ່ນ້ຳຂອງ.

ກ່ອນໜ້ານີ້ ທ່ານ ຊູວິດ ກະມົນວິສິດ ນັກທຸລະກິດສະຖານບັນເທີງ ແລະ ອະດີດວຸດທິສະມາຊິກ ໄທ ຖະແຫຼງວ່າ ກາຊິໂນ ຄິງ ໂຣມັນ ຢູ່ໃນເຂດເສດຖະກິດພິເສດສາມຫຼ່ຽມຄຳ ເມືອງຕົ້ນເຜິ້ງໃນແຂວງບໍ່ແກ້ວນັ້ນ ນອກຈາກຈະເປັນບ່ອນຮອງຮັບນັກຫຼິ້ນການພະນັນຈາກ ຈີນ ແລ້ວ ກໍຍັງເປັນບ່ອນຮອງຮັບຢາບ້າ ແລະ ຢາໄອຊ໌ ທີ່ລັກລອບຂົນມາກັບເຮືອສິນຄ້າໃນແມ່ນ້ຳຂອງດ້ວຍ ຈຶ່ງຖືວ່າ ຜູ້ລົງທຶນກໍຄື ທ່ານ ຈ້າວ ເຫວີຍ ນັກທຸລະກິດຊາວ ຈີນ ນັ້ນ ມີສ່ວນພົວພັນໂດຍກົງກັບການຄ້າຢາເສບຕິດ ທັງຍັງພົວພັນກັບແກັ່ງອາຊະຍາກອນ ຈີນ ດ້ວຍ.

ສ່ວນນັກທ່ອງທ່ຽວ ຈີນ ທີ່ເດີນທາງມາ ລາວ ໃນປັດຈຸບັນ ແບ່ງເປັນ 2 ກຸ່ມດ້ວຍກັນ ຄື ກຸ່ມນັກທຸລະກິດ ແລະ ກຸ່ມນັກທ່ອງທ່ຽວຈາກເຂດຊົນນະບົດຂອງ ຈີນ ດັ່ງທີ່ນັກທຸລະກິດດ້ານບໍລິການ ແລະທ່ອງທ່ຽວຢືນຢັນວ່າ

“ນັກທ່ອງທ່ຽວ ຈີນ ຈະມີຈຸດພິເສດທີ່ແຕກຕ່າງກັນ ທຳອິດແມ່ນກຸ່ມທີ່ມາໃນຮູບແບບອິດສະຫຼະ ມາເພື່ອເຮັດທຸລະກິດ ແລະ ທ່ອງທ່ຽວໄປນຳ ແລະ ກຸ່ມດັ່ງກ່າວຫັ້ນ ຈະມີກຳລັງໃຊ້ຈ່າຍສູງ. ອັນທີ 2 ແມ່ນນັກທ່ອງທ່ຽວທີ່ມາໃນຮູບແບບກຸ່ມໃຫຍ່ ໃນກຸ່ມໃຫຍ່ນີ້ ແມ່ນນັກທ່ອງທ່ຽວທີ່ມາຈາກບັນດາຕົວເມືອງນ້ອຍຕ່າງໆຢູ່ ສປ ຈີນ ແລະ ເຂົາເຈົ້າຍັງບໍ່ທັນມີປະສົບການໃນການເດີນທາງໄປທ່ຽວຕ່າງປະເທດມາກ່ອນ ດັ່ງນັ້ນເຂົາເຈົ້າຈະຕ້ອງການຊອກຫາປະສົບການທີ່ແຕກຕ່າງ.”

ລັດຖະບານລາວ ໄດ້ເປີດປະເທດເພື່ອຕ້ອນຮັບນັກທ່ອງທ່ຽວນັບຕັ້ງແຕ່ເດືອນພຶດສະພາ 2022 ເປັນຕົ້ນມາ ແລະໃນປີ 2023 ນີ້ ລັດຖະບານລາວ ກໍໄດ້ວາງເປົ້າໝາຍທີ່ຈະດຶງເອົານັກທ່ອງທ່ຽວຕ່າງຊາດໃຫ້ໄດ້ເຖິງນຶ່ງລ້ານສີ່ແສນຄົນ, ໃນນີ້ເປັນນັກທ່ອງທ່ຽວຈາກປະເທດໃນອາຊຽນດ້ວຍກັນ 1 ລ້ານກວ່າຄົນ ແລະນັກທ່ອງທ່ຽວຈາກ ຈີນ 368,000 ຄົນ ທີ່ສ່ວນໃຫຍ່ຈະເດີນທາງມາລາວດ້ວຍລົດໄຟລາວ-ຈີນນັ້ນ.

XS
SM
MD
LG