ທີ່ແນໃສ່ເພື່ອຈຳ ກັດຮັດແຄບການຫາປາ ໂດຍເຮືອຂອງຕ່າງ
ປະເທດ ຢູ່ເຂດທີ່ມີການໂຕ້ຖຽງກັນ ໃນທະເລຈີນໃຕ້.
ພາຍໃຕ້ກົດລະບຽບການ ທີ່ຮັບຮອງເອົາໂດຍແຂວງ Hainan
ທີ່ຢູ່ໃຕ້ສຸດຂອງຈີນນັ້ນ ເຮືອຫາປາ ຂອງຕ່າງປະເທດທັງໝົດ
ຕ້ອງໄດ້ຂໍອະນຸຍາດເສຍກ່ອນ ກ່ອນທີ່ຈະເຂົ້າໄປໃນເຂດນ່ານ
ນໍ້າ ທີ່ອ້າງກຳມະສິດໂດຍຈີນ.
ກົດໝາຍດັ່ງກ່າວ ຊຶ່ງໄດ້ເລີ້ມມີຜົນບັງຄັບໃຊ້ໃນວັນທີ 1 ເດືອນ
ມັງກອນ ແມ່ນ ປົກຄຸມຫຼາຍກວ່າເຄິ່ງນຶ່ງຂອງເນື້ອທີ່ 3 ລ້ານ 5
ແສນກິໂລແມັດມົນທົນຂອງທະເລຈີນໃຕ້ ຮວມທັງພາກສ່ວນທີອ້າງກຳມະສິດໂດຍຟິລິບປີນ
ແລະຫວຽດນາມ.
ໂຄສົກກະຊວງການຕ່າງປະເທດສະຫະລັດທ່ານນາງ Jen Psaki ກ່າວໃນວັນພະຫັດວານ
ນີ້ວ່າ ການເຄຶ່ອນໄຫວທີ່ວ່ານີ້ ຈະເພີ້ມຄວາມເຄັ່ງຕຶງ ໃນທະເລ ທີ່ໄດ້ເຫັນມີການປະທະກັນ ຂະໜາດນ້ອຍເພີ້ມ ໃນໄລຍະບໍ່ເທົ່າໃດປີຜ່ານມານີ້.