ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໑ ພຶດສະພາ ໒໐໒໔

ບັນດາບໍລິສັດຂອງຈີນ ໄດ້ລົງທຶນໃນລາວເພີ້ມຂຶ້ນ ຫລາຍກວ່າ 2,500 ລ້ານໂດລາ ໃນປີ 2020


ຮູບພາບ-ຜະລິດຕະພັນເຂົ້າ ສໍາລັບການສົ່ງອອກ.
ຮູບພາບ-ຜະລິດຕະພັນເຂົ້າ ສໍາລັບການສົ່ງອອກ.

ບັນດາບໍລິສັດຈີນ ໄດ້ລົງທຶນໃນລາວເພີ້ມຂຶ້ນຫລາຍກວ່າ 2,500 ລ້ານໂດລາໃນປີ 2020 ທັງຍັງເປັນຜູ້ລົງທຶນອັນດັບນຶ່ງທີ່ຄວບຄຸມສໍາປະທານໃນໂຄງການລົງທຶນຂະໜາດໃຫຍ່ ໃນລາວຫລາຍທີ່ສຸດອີກດ້ວຍ, ຊົງຣິດ ໂພນເງິນ ມີລາຍງານເລື້ອງນີ້ ມາສະເໜີທ່ານຈາກບາງກອກ.

ທ່ານນາງຄໍາຈັນ ວົງແສນບຸນ ຮອງລັດຖະມົນຕີ ກະຊວງແຜນການ ແລະການລົງທຶນຖະແຫລງວ່າໃນປີ 2020 ຜ່ານມາບໍລິສັດຈາກຈີນໄດ້ລົງທຶນໃນລາວເພີ້ມຂຶ້ນຫລາຍກວ່າ 2,500 ລ້ານໂດລາໃນ 28 ໂຄງການ, ເຊິ່ງເຮັດໃຫ້ຈີນຍັງເປັນຜູ້ລົງທຶນລາຍໃຫຍ່ທີ່ສຸດໃນລາວ ທີ່ມີມູນຄ່າລົງທຶນລວມ ເກີນກວ່າ 15,800 ລ້ານໂດລາໃນ 813 ໂຄງການ ທີ່ກວມເອົາທັງໃນດ້ານພະລັງງການໄຟຟ້າ, ຂຸດຄົ້ນແຮ່ທາດ, ກະສິກໍາ, ອຸດສາຫະກໍາ, ການຄົມມະນາຄົມຂົນສົ່ງ, ການທ່ອງທ່ຽວ, ການຄ້າ ແລະບໍລິການຕ່າງໆຢ່າງຄົບວົງຈອນ ໂດຍສະເພາະແມ່ນການພັດທະນາເຂດເສດຖະກິດພິເສດ ແລະເຂດເສດຖະກິດສະເພາະ ລວມເຖິງດ້ານພະລັງງານໄຟຟ້າ ແລະການຂຸດຄົ້ນແຮ່ທາດດ້ວຍນັ້ນກໍ່ຍັງຖືເປັນພາກທຸລະກິດທີ່ບັນດາບໍລິສັດເອກະຊົນຈີນເຂົ້າມາລົງທຶນໃນລາວຫລາຍທີ່ສຸດໃນປັດຈຸບັນນີ້ ກໍ່ຄືການລົງທຶນກໍ່ສ້າງເຂື່ອນໄຟຟ້າ 16 ໂຄງການ ແລະການຂຸດຄົ້ນແຮ່ທາດ 146 ກິດຈະການ ໂດຍໃນນີ້ໄດ້ກໍ່ສ້າງເຂື່ອນໄຟຟ້າສໍາເລັດແລ້ວ 14 ໂຄງການ ແລະດໍາເນີນການຂຸດຄົ້ນແຮ່ທາດແລ້ວ 67 ກິດຈະການ ໃນທົ່ວປະ ເທດລາວ.

ຍິ່ງໄປກວ່ານັ້ນ ບັນດາບໍລິສັດເອກະຊົນຈີນຍັງໄດ້ພາກັນເຂົ້າໄປລົງທຶນໃນແຂວງໄຊສົມບູນ ທີ່ຈັດຕັ້ງຂຶ້ນໃໝ່ເປັນແຂວງທີ 18 ຂອງລາວອີກດ້ວຍ ເຖິງແມ່ນວ່າລາວຈະຖືກກະທົບຈາກການລະບາດຂອງໄວຣັສໂຄວິດ-19 ນັບແຕ່ປີ 2020 ເປັນຕົ້ນມາຈົນເຖິງປັດຈຸບັນກໍ່ຕາມ ຫາກແຕ່ກໍ່ຍັງປະກົດວ່າບັນດາບໍລິສັດເອກະຊົນຈີນໄດ້ພາກັນເຂົ້າມາລົງທຶນໃນແຂວງໄຊສົມບູນເພີ້ມຂຶ້ນເຖິງ 44 ໂຄງການໃນປີ 2019-2020.

ສ່ວນພະແນກແຜນການ ແລະການລົງທຶນແຂວງອຸດົມໄຊລາຍງານວ່າ ໃນຊ່ວງປີ 2016-2020 ບັນດາບໍລິສັດຕ່າງຊາດ ໄດ້ເຂົ້າມາລົງທຶນໃນແຂວງອຸດົມໄຊ 493 ໂຄງການ ມີມູນຄ່າລວມ 2,493 ກວ່າຕື້ກີບ ຫລຸດລົງເກີນກວ່າ 18 ເປີ ເຊັນ ທຽບກັບໃນຊ່ວງປີ 2011-2015 ເພາະຖືກກະທົບຈາກການລະບາດຂອງເຊື້ອໄວຣັສໂຄວິດ-19 ເປັນສໍາຄັນ, ແຕ່ດ້ວຍການລົງທຶນທີ່ເພີ້ມຂື້ນຢ່າງຕໍ່ເນື່ອງຂອງບັນດາບໍລິສັດຈາກຈີນນັ້ນ ກໍເຮັດໃຫ້ເສດຖະກິດໃນແຂວງອຸດົມໄຊຍັງສືບຕໍ່ຂະຫຍາຍໂຕເພີ້ມຂຶ້ນທີ່ລະດັບສະເລ່ຍ 7.35 ເປີເຊັນ ຈາກຄາດໝາຍທີ່ວາງໄວ້ 8.5 ເປີເຊັນຕໍ່ປີ, ໂດຍບັນດາບໍລິສັດຈາກຈີນ ໄດ້ພາກັນເຂົ້າມາລົງທຶນໃນພາກການກະເສດ, ພາກບໍລິການ ແລະທ່ອງທ່ຽວ ລວມເຖິງການລົງທຶນໃນດ້ານ Logistic ເພາະວ່າເລັງເຫັນຜົນປະໂຫຍດທີ່ຈະໄດ້ຈາກການຂົນສົ່ງ ແລະການກະຈາຍສິນຄ້າທີ່ຈະສະດວກວ່ອງໄວຂຶ້ນຈາກການທີ່ທາງລົດໄຟລາວ-ຈີນ ໃນລາວຜ່ານແຂວງອຸດົມໄຊ ມີໄລຍະທາງທີ່ສຸດໃນລາວນັ້ນ ດັ່ງທີ່ທ່ານອ່ອນແກ້ວ ອຸ່ນອາລົມ ຫົວໜ້າພະແນກແຜນການ ແລະການລົງທຶນແຂວງອຸດົມໄຊ ໄດ້ໃຫ້ການຢືນຢັນວ່າ:

“ສະພາບການລົງທຶນ ທີ່ນັກລົງທຶນສົນໃຈຢູ່ແຂວງອຸດົມໄຊເຮົານີ້ ສ່ວນໃຫຍ່ກໍ່ແມ່ນລົງທຶນທາງດ້ານກະສິກໍາ, ການບໍລິການ ແລະການທ່ອງທ່ຽວນີ້ ແລະກໍ່ມີຈໍານວນນຶ່ງເຂົາເຈົ້າກໍ່ສົນໃຈມາເຮັດເລື້ອງ Logistic ເພາະວ່າຢູ່ແຂວງອຸດົມໄຊເຮົາ ມັນມີທ່າແຮງອັນນຶ່ງ ກໍ່ຖືວ່າທາງລົດໄຟນີ້ຜ່ານຫລາຍກວ່າໝູ່ຫັ້ນລະ ແລະກໍ່ມີສະຖານີລົດໄຟຢູ່ສາມແຫ່ງ ເພື່ອພັດທະນາເລື້ອງການຂົນສົ່ງ, ເລື້ອງເຮັດ Logistic ຕິດພັນກັບການທ່ອງທ່ຽວ.”

ທັງນີ້ ບັນດາບໍລິສັດເອກະຊົນຈີນ ຍັງເປັນກຸ່ມລົງທຶນລາຍໃຫຍ່ທີ່ໄດ້ຄວບຄຸມໂຄງການສໍາປະທານຕ່າງໆໃນຕະຫລອດເສັ້ນທາງລົດໄຟລາວ-ຈີນໃນລາວ ນັບຈາກດ່ານບໍ່ເຕັນໃນແຂວງຫລວງນໍ້າທາ ມາເຖິງນະຄອນຫລວງວຽງຈັນອີກດ້ວຍ ຫລ້າສຸດກໍ່ປະກົດວ່າບໍລິສັດຈີນໄດ້ຮັບອະນຸຍາດສໍາປະທານໂຄງການພັດທະນາເມືອງໃໝ່ທີ່ວັງວຽງ ແຂວງວຽງຈັນ, ດ້ວຍເງິນລົງທຶນລວມເຖິງ 5,000 ລ້ານໂດລາ ເພື່ອພັດທະນາເຂດເມືອງໃໝ່ ບົນພື້ນທີ່ 7,000 ເຮັກຕາຢູ່ ຝັ່ງຕາເວັນຕົກຂອງແມ່ນໍ້າຊອງໃຫ້ເປັນເຂດທ່ອງທ່ຽວແລະບໍລິການຄົບວົງຈອນດ້ວຍເປົ້າໝາຍ ທີ່ຈະດຶງດູດເອົາຊາວຈີນເຖິງ 9 ລ້ານຄົນຕໍ່ປີ ນັບຈາກປີ 2024 ເປັນຕົ້ນໄປ.

ສ່ວນແຂວງວຽງຈັນທີ່ລົດໄຟລາວ-ຈີນຜ່ານເຖິງ 145.5 ກິໂລແມັດນັ້ນ ກໍ່ໝັ້ນໃຈວ່ານັກທ່ອງທ່ຽວລາວ ແລະຕ່າງຊາດຈະເດີນທາງມາທ່ອງທ່ຽວແຂວງວຽງຈັນຫລາຍຂຶ້ນນັບມື້ ອັນເຮັດໃຫ້ຕ້ອງເລັ່ງພັດທະນາພາກບໍລິການ ແລະທ່ອງທ່ຽວຮອງຮັບໃຫ້ໄດ້ຢ່າງພຽງພໍ ໂດຍການສົ່ງເສີມການລົງທຶນຂອງບໍລິສັດຈີນກວ່າ 10 ບໍລິສັດ ເພື່ອພັດທະນາອ່າງນໍ້າງຶ່ມ ໃຫ້ເປັນແຫລ່ງທ່ອງທ່ຽວທາງນໍ້າ ແລະທໍາມະຊາດນັ້ນ.

XS
SM
MD
LG