ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບໍ​ລິ​ສັດ ຈີນ ໄດ້​ເພີ່ມ​ການ​ລົງ​ທຶນ ​​ໃນ​ນິ​ຄົມ ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ​ວຽງ​ຈັນ-ໂນນ​ທອງ


ເຂດ​ເສດ​ຖະ​ກິດ​ພິ​ເສດ​ສາມຫຼ່ຽມ​ຄຳ​ທີ່​ແຂ​ວງບໍ່​ແກ້ວ​ ຂອງ​ກຸ່ມ​ບໍ​ລິ​ສັດ​ດອກ​ງິ້ວ​ຄຳ​ຈາກ ຈີນ ມີ​ບໍ​ລິ​ສັດ​ຕ່າງ​ຊາດ​ເຂົ້າ​ມາ​ລົງ​ທຶນ​ແລ້ວ 147 ລາຍ.
ເຂດ​ເສດ​ຖະ​ກິດ​ພິ​ເສດ​ສາມຫຼ່ຽມ​ຄຳ​ທີ່​ແຂ​ວງບໍ່​ແກ້ວ​ ຂອງ​ກຸ່ມ​ບໍ​ລິ​ສັດ​ດອກ​ງິ້ວ​ຄຳ​ຈາກ ຈີນ ມີ​ບໍ​ລິ​ສັດ​ຕ່າງ​ຊາດ​ເຂົ້າ​ມາ​ລົງ​ທຶນ​ແລ້ວ 147 ລາຍ.

ບໍ​ລິ​ສັດ ຈີນ ໄດ້​ເພີ່ມ​ການ​ລົງ​ທຶນ​ເຂົ້າ​ໃນ​ນິ​ຄົມ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ​ວຽງ​ຈັນ-
ໂນນທອງ ໂດຍຄາດວ່າຈະຈ້າງງານເພີ່ມຂຶ້ນເປັນ 6,000 ຄົນ ແລະ ຈີນ ຍັງຄົງເປັນ
ຜູ້ລົງທຶນລາຍໃຫຍ່ທີ່ສຸດໃນ ລາວ.

ທ່ານ​ນາງ ສຸ​ພັນ ແກ້ວ​ຄຳ​ເພັດ ປະ​ທານ​ສະ​ພາ​ບໍ​ລິ​ຫານ​ຂອງ​ເຂດ​ນິ​ຄົມ​ອຸດ​ສາ​ຫະ​ກຳ
ແລະ ການຄ້າ ວຽງຈັນ-ໂນນທອງ (VITA Park) ຖະແຫຼງຢືນຢັນວ່າປີ 2018 ມີການ
ລົງທຶນຈາກຕ່າງປະເທດເຂົ້າມາໃນເຂດ VITA Park ເພີ່ມຂຶ້ນອີກ 12 ບໍລິສັດ ຊຶ່ງກໍ
ເຮັດໃຫ້ມີການລົງທຶນຂອງຕ່າງປະເທດ ຢູ່ໃນເຂດ VITA Park ຈຳນວນທັງໝົດ 59
ບໍລິສັດໃນປັດຈຸບັນ ແລະ ກຳລັງຈະເພີ່ມຂຶ້ນເປັນ 60 ບໍລິສັດໃນເດືອນເມສາ 2019
ນີ້ ເພາະຈະມີບໍລິສັດເອກະຊົນຈາກ ຈີນ ເຂົ້າມາລົງທຶນຜະລິດສິນຄ້າ ເພື່ອສົ່ງອອກ
ໄປຕ່າງປະເທດເພີ່ມຂຶ້ນ ທັງຍັງຈະມີການຈ້າງງານເພີ່ມຂຶ້ນເປັນ 6,000 ຄົນອີກດ້ວຍ
ດັ່ງທີ່ທ່ານນາງ ສຸພັນ ໄດ້ໃຫ້ການຢືນຢັນວ່າ

"ມາ​ຮອດ​ປັດ​ຈຸ​ບັນ​ນີ້ ເວົ້າ​ເລື່ອງ​ຈຳ​ນວນ​ພະ​ນັກ​ງານ-ກຳ​ມະ​ກອນນີ້​ນະ ມີ​ເກືອບ 3,000
ຄົນແລ້ວເນາະ ແລະ ຕ່າງປະເທດນີ້ມີ 72 ແຕ່ສະເພາະຄົນ ລາວ ມີ 2,846 ຄົນ ບໍລິ
ສັດລົງທຶນຂອງຕ່າງປະເທດເວົ້າລວມກະແມ່ນວ່າ ເພີ່ມຂຶ້ນໃນແຕ່ລະປີຄືກັນ ແລະ
ຈຳນວນພະນັກງານກຳມະກອນກະເພີ່ມຂຶ້ນໃນແຕ່ລະປີຄືກັນ. ສະນັ້ນປີ 2019 ນີ້ກະ
ມີບໍລິສັດນຶ່ງທີ່ຈະເປີດໃໝ່ພາຍໃນເດືອນສີ່ນີ້ ກະຄາດວ່າພະນັກງານ-ກຳມະກອນທີ່
ຈະມາເຮັດວຽກໃນບໍລິສັດນີ້ຈະມີເຖິງ 2,000-3,000 ຄົນ ສະນັ້ນບວກກັບໂຕເກົ່ານີ້
ກະສິມີປະມານ 5,500 ຫຼື 6,000 ຄົນ."

ທັງ​ນີ້​ຄະ​ນະ​ກຳ​ມະ​ການ​ແຫ່ງ​ຊາດ ເພື່ອ​ຄຸ້ມ​ຄອງ​ເຂດ​ເສດ​ຖະ​ກິ​ດ​ພິ​ເສດ ແລະ ເຂດ​ເສດ​
ຖະກິດສະເພາະລາຍງານວ່າ ການລົງທຶນຢູ່ເຂດເສດຖະກິດພິເສດ ແລະ ເຂດເສດຖະ
ກິດສະເພາະທັງ 13 ແຫ່ງຂອງ ລາວ ໃນປັດຈຸບັນມີມູນຄ່າລວມຫຼາຍວກ່າ 4,500
ລ້ານໂດລາ ທີ່ເປັນການລົງທຶນຂອງບັນດາບໍລິສັດເອກະຊົນ ລາວ ແລະ ຕ່າງຊາດ
593 ລາຍ ຊຶ່ງໃນນີ້ແບ່ງເປັນບໍລິສັດເອກະຊົນ ລາວ 89 ລາຍ, ບໍລິສັດຕ່າງປະເທດ
474 ລາຍ ແລະ ບໍລິສັດຮ່ວມທຶນລະຫວ່າງເອກະຊົນ ລາວ ກັບຕ່າງຊາດ 29 ລາຍ
ໂດຍມີມູນຄ່າການຄ້ານຳເຂົ້າ-ສົ່ງອອກໃນເຂດເສດຖະກິດພິເສດທັງໝົດໃນມູນຄ່າ
ລວມ 679 ລ້ານໂດລາໃນປີ 2018 ຜ່ານມາ.

ເຂດ​ເສດ​ຖະ​ກິດ​ພິ​ເສດ​ສາມຫຼ່ຽມ​ຄຳ​ທີ່​ແຂ​ວງບໍ່​ແກ້ວ​ ຂອງ​ກຸ່ມ​ບໍ​ລິ​ສັດ​ດອກ​ງິ້ວ​ຄຳ​ຈາກ
ຈີນ ມີບໍລິສັດຕ່າງຊາດເຂົ້າມາລົງທຶນແລ້ວ 147 ລາຍ, ເຂດເສດຖະກິດສະເພາະ ບໍ່
ເຕັນແດນງາມ ຢູ່ແຂວງຫຼວງນ້ຳທາ ກໍມີບໍລິສັດ ຈີນ ເຂົ້າມາລົງທຶນແລ້ວ 128 ລາຍ,
ເຂດເສດຖະກິດພິເສດສະຫວັນ-ເຊໂນ ຢູ່ແຂວງສະຫວັດນະເຂດ ກໍມີບໍລິສັດຕ່າງ
ຊາດເຂົ້າມາລົງທຶນແລ້ວ 117 ລາຍ, ເຂດກວມລວມໄຊເສດຖານະຄອນຫຼວງວຽງຈັນ
48 ລາຍ, ເຂດນິຄົມອຸດສາຫະກຳ ແລະ ການຄ້າວຽງຈັນ-ໂນນທອງ 59 ລາຍ, ເຂດ
ເສດຖະກິດພິເສດຈຳປາສັກ 33 ລາຍ ແລະ ເຂດອື່ນໆ 73 ລາຍ ຊຶ່ງເຮັດໃຫ້ລັດຖະ
ບານ ລາວ ມີລາຍຮັບຈາກພັນທະ ແລະ ອາກອນຕ່າງໆຄິດເປັນມູນຄ່າລວມ 111.37
ຕື້ກີບ ຫຼືຫຼາຍກວ່າ 13 ລ້ານໂດລາໃນປີ 2018 ຊຶ່ງເພີ່ມຂຶ້ນເຖິງ 3 ເທົ່າທຽບໃສ່ປີ
2017 ແລະ ມີການຈ້າງງານຫຼາຍກວ່າ 23,000 ຄົນ.

ແຕ່​ຢ່າງ​ໃດ​ກໍ​ຕາມ ກະ​ຊວງ​ການ​ເງິນ​ຂອງ ສະ​ຫະ​ລັດ ອາ​ເມ​ຣິ​ກາ ກໍ​ໄດ້​ຂຶ້ນ​ບັນ​ຊີ​ດຳ
ແລະ ຖືວ່າທ້າວ ຈ້າວ ເຫວີ່ຍ ປະທານບໍລິສັດດອກງິ້ວຄຳ ຜູ້ລົງທຶນພັດທະນາເຂດ
ເສດຖະກິດພິເສດສາມຫຼ່ຽມຄຳນັ້ນ ເປັນອາຊະຍາກອນ ທີ່ມີສ່ວນກ່ຽວຂ້ອງໃນການ
ຄ້າຢາເສບຕິດ, ການຄ້າມະນຸດ, ການຟອກເງິນ, ການໃຫ້ສິນບົນ ແລະ ການຄ້າສັດ
ປ່າຂ້າມຊາດນັບແຕ່ເດືອນມັງກອນ 2018 ເປັນຕົ້ນມາ. ສ່ວນທ້າວ ຈ້າວ ເຫວີ່ຍ ກໍ
ໄດ້ໃຫ້ການປະຕິເສດຕໍ່ທຸກຂໍ້ກ່າວຫາ ແລະ ຕອບໂຕ້ວ່າເປັນການກະທຳຝ່າຍດຽວທີ່
ບໍ່ຍຸຕິທຳ ຈຶ່ງບໍ່ສົ່ງຜົນກະທົບຕໍ່ແຜນການພັດທະນາເສດຖະກິດພິເສດສາມຫຼ່ຽມຄຳ
ແຕ່ຢ່າງໃດ ເພາະເປັນການລົງທຶນທີ່ຖືກຕ້ອງຕາມລະບຽບກົດໝາຍຂອງ ລາວ ໃນ
ທຸກໆດ້ານນັ້ນເອງ.

ທ່ານ ສົມ​ດີ ດວງ​ດີ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ແລະ ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​
ເງິນ ຢືນຢັນວ່າລັດຖະບານ ລາວ ໄດ້ພັດທະນາປັບປຸງລະບຽບກົດໝາຍຕ່າງໆ ເພື່ອ
ອຳນວຍຄວາມສະດວກໃຫ້ການລົງທຶນຂອງຕ່າງປະເທດໃນ ລາວ ທີ່ເພີ່ມຂຶ້ນນັບມື້
ໂດຍສະເພາະແມ່ນການລົງທຶນຂອງກຸ່ມທຸລະກິດຈາກ ຈີນ ນັ້ນຖືເປັນເປົ້າໝາຍບູລິ
ມະສິດທີ່ລັດຖະບານ ລາວ ຢາກໃຫ້ເຂົ້າມາລົງທຶນໃນ ລາວ ໃຫ້ຫຼາຍຂຶ້ນຢ່າງຕໍ່ເນື່ອງ
ຊຶ່ງໃນປັດຈຸບັນ ຈີນ ເປັນຜູ້ລົງທຶນອັນດັບນຶ່ງ ມີມູນຄ່າລວມຫຼາຍກວ່າ 10,000 ລ້ານ
ໂດລາໃນ 700 ກວ່າໂຄງການ ໂດຍຍັງບໍ່ລວມເຖິງການລົງທຶນພັດທະນາເຂດເສດ
ຖະກິດໃໝ່ ສີ່ພັນດອນ ທີ່ເມືອງໂຂງ ແຂວງຈຳປາສັກ ຂອງບໍລິສັດຈາກ ຈີນ ທີ່ມີມູນ
ຄ່າລວມເຖິງ 10,000 ລ້ານໂດລາແຕ່ຢ່າງໃດ.

XS
SM
MD
LG