ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບັນດາບໍລິສັດ ຈີນ ຍັງເປັນຜູ້ລົງທຶນລາຍໃຫຍ່ ແລະ ຄວບຄຸມໂຄງການ ສຳປະທານຕ່າງໆຫຼາຍທີ່ສຸດໃນ ລາວ


ເຈົ້າໜ້າທີ່ລາວ ເຂົ້າຮ່ວມພິທີເຊັນສັນຍາຂຸດຄົ້ນບໍ່ແຮ່ກັບຈີນ.
ເຈົ້າໜ້າທີ່ລາວ ເຂົ້າຮ່ວມພິທີເຊັນສັນຍາຂຸດຄົ້ນບໍ່ແຮ່ກັບຈີນ.

ບັນດາບໍລິສັດ ຈີນ ຍັງເປັນຜູ້ລົງທຶນລາຍໃຫຍ່ ແລະ ຄວບຄຸມໂຄງການສຳປະທານຕ່າງໆຫຼາຍທີ່ສຸດໃນ ລາວ ໂດຍໃນນີ້ກໍລວມເຖິງການເປັນຜູ້ລົງທຶນຫຼາຍທີ່ສຸດເປັນອັນດັບທີ 1 ໃນແຂວງໄຊສົມບູນດ້ວຍ.

ເຈົ້າໜ້າທີ່ຂັ້ນສູງໃນກະຊວງແຜນການ ແລະ ການລົງທຶນເປີດເຜີຍວ່າ ບັນດາບໍລິສັດເອກະຊົນຈາກ ຈີນ ຍັງເປັນຜູ້ລົງທຶນລາຍໃຫຍ່ທີ່ສຸດໃນ ລາວ ໂດຍມີມູນຄ່າການລົງທຶນລວມເກີນກວ່າ 12,000 ລ້ານໂດລາໃນ 785 ໂຄງການທີ່ກວມເອົາທັງໃນດ້ານພະລັງງານໄຟຟ້າ, ການຂຸດຄົ້ນນແຮ່ທາດ, ກະສິກຳ, ອຸດສາຫະກຳ, ການຄົມມະນາຄົມຂົນສົ່ງ, ການທ່ອງທ່ຽວ, ການຄ້າ ແລະ ບໍລິການຕ່າງໆຢ່າງຄົບວົງຈອນ ໂດຍສະເພາະແມ່ນການພັດທະນາເຂດເສດຖະກິດພິເສດ ແລະ ເຂດເສດຖະກິດສະເພາະ ລວມເຖິງດ້ານພະລັງງານໄຟຟ້າ ແລະ ການຂຸດຄົ້ນແຮ່ທາດດ້ວຍນັ້ນ ກໍຍັງຖືເປັນພາກທຸລະກິດທີ່ບັນດາບໍລິສັດເອກະຊົນ ຈີນ ໄດ້ເຂົ້າມາລົງທຶນໃນ ລາວ ຫຼາຍທີ່ສຸດໃນປັດຈຸບັນນີ້ ກໍຄືການລົງທຶນກໍ່ສ້າງເຂື່ອນໄຟຟ້າ 16 ໂຄງການ ແລະ ການຂຸດຄົ້ນແຮ່ທາດ 146 ກິດຈະການໂດຍໃນນີ້ໄດ້ກໍ່ສ້າງເຂື່ອນໄຟຟ້າສຳເລັດແລ້ວ 14 ໂຄງການ ແລະ ດຳເນີນການຂຸດຄົ້ນແຮ່ທາດແລ້ວ 67 ກິດຈະການໃນທົ່ວປະເທດ ລາວ.

ຍິ່ງໄປກວ່ານັ້ນ ບັນດາບໍລິສັດເອກະຊົນ ຈີນ ຍັງໄດ້ພາກັນເຂົ້າໄປລົງທຶນໃນແຂວງໄຊສົມບູນ ທີ່ຈັດຕັ້ງຂຶ້ນໃໝ່ເປັນແຂວງທີ 18 ຂອງ ລາວ ອີກດ້ວຍ ເຖິງແມ່ນວ່າ ລາວ ຈະຖືກກະທົບຈາກການລະບາດຂອງໄວຣັສ COVID-19 ນັບແຕ່ປີ 2020 ເປັນຕົ້ນມາຈົນເຖິງປັດຈຸບັນກໍຕາມ ຫາກແຕ່ກໍຍັງປາກົດວ່າບັນດາບໍລິສັດເອກະຊົນ ຈີນ ໄດ້ພາກັນເຂົ້າມາລົງທຶນໃນແຂວງໄຊສົມບູນເພີ່ມຂຶ້ນ 44 ໂຄງການ ແລະ ຖືເປັນກຸ່ມລົງທຶນອັນດັບ 1 ອີກດ້ວຍ ດັ່ງທີ່ທ່ານ ຄຳລຽງ ອຸທະໄກສອນ ເຈົ້າແຂວງໄຊສົມບູນ ໃຫ້ການຢືນຢັນວ່າ

“ປີ 2020 ນີ້ພວກເຮົາກໍສາມາດດຶງດູດການລົງທຶນຂອງເອກະຊົນໄດ້ຫຼາຍພໍສົມຄວນ ເນື່ອງຈາກວ່າມີນະໂຍບາຍພິເສດ ມີດຳລັດ 414 ຂອງລັດຖະບານ ກະເຫັນວ່າເອກະຊົນມີຄວາມສົນໃຈຫຼາຍໄດ້ເຂົ້າໄປລົງທຶນຢູ່ແຂວງ ໄຊສົມບູນ ກະເປັນບັນຍາກາດໃໝ່ ແຕ່ກ່ອນໃຜກະຢ້ານ ໃຜກະບໍ່ກ້າເຂົ້າໄປພັດທະນາຢູ່ໃນໄຊສົມບູນ ແຕ່ວ່າມາເຫັນສະພາບທີ່ມີຄວາມສະຫງົບໃນປີ 2020 ນີ້ ນັກລົງທຶນຫຼັ່ງເຂົ້າໄປຫຼາຍທັງພາຍໃນແລ້ວກະຕ່າງປະເທດ ໂດຍສະເພາະ ສປ ຈີນ ແລ້ວກະ ສສ ຫວຽດນາມ ໄດ້ເຂົ້າໄປພັດທະນາ.”

ສ່ວນຜະແນກແຜນການ ແລະ ການລົງທຶນ ແຂວງອຸດົມໄຊ ລາຍງານວ່າໃນຊ່ວງປີ 2016-2020 ບັນດາບໍລິສັດຕ່າງຊາດໄດ້ເຂົ້າມາລົງທຶນໃນແຂວງອຸດົມໄຊ 493 ໂຄງການ ມີມູນຄ່າລວມ 2,493 ກວ່າຕື້ກີບ ຫຼຸດລົງເກີນກວ່າ 18 ເປີເຊັນ ທຽບກັບໃນຊ່ວງປີ 2011-2015 ເພາະຖືກກະທົບຈາກການລະບາດຂອງເຊື້ອໄວຣັສ COVID-19 ເປັນສຳຄັນ ແຕ່ດ້ວຍການລົງທຶນທີ່ເພີ່ມຂຶ້ນຢ່າງຕໍ່ເນື່ອງຂອງບັນດາບໍລິສັດຈາກ ຈີນ ນັ້ນກໍເຮັດໃຫ້ເສດຖະກິດໃນແຂວງອຸດົມໄຊ ຍັງສືບຕໍ່ຂະຫຍາຍຕົວເພີ່ມຂຶ້ນທີ່ລະດັບສະເລ່ຍ 7.35 ເປີເຊັນຈາກຄາດໝາຍທີ່ວາງໄວ້ 8.5 ເປີເຊັນຕໍ່ປີ ໂດຍບັນດາບໍລິສັດຈາກ ຈີນ ໄດ້ພາກັນເຂົ້າມາລົງທຶນໃນພາກກະສິກຳ, ພາກບໍລິການ ແລະ ທ່ອງທ່ຽວ ລວມເຖິງການລົງທຶນໃນດ້ານໂລຈິສຕິກ ເພາະວ່າເລັງເຫັນຜົນປະໂຫຍດທີ່ຈະໄດ້ຈາກການຂົນສົ່ງ ແລະ ການກະຈາຍສິນຄ້າທີ່ຈະສະດວກວ່ອງໄວຂຶ້ນຈາກການທີ່ທາງລົດໄຟ ລາວ-ຈີນ ໃນ ລາວ ທີ່ຜ່ານແຂວງອຸດົມໄຊ ມີໄລຍະທາງຍາວທີ່ສຸດໃນ ລາວ ນັ້ນ ດັ່ງທີ່ທ່ານ ອ່ອນແກ້ວ ອຸ່ນອາລົມ ຫົວໜ້າພະແນກແຜນການ ແລະ ການລົງທຶນ ແຂວງອຸດົມໄຊ ໄດ້ໃຫ້ການຢືນຢັນວ່າ

“ສະພາບການລົງທຶນທີ່ນັກລົງທຶນສົນໃຈຢູ່ແຂວງອຸດົມໄຊເຮົານີ້ ສ່ວນໃຫຍ່ກະແມ່ນລົງທຶນທາງດ້ານກະສິດກຳ, ການບໍລິການ ແລະ ການທ່ອງທ່ຽວນີ້ ແລະ ກະມີຈຳນວນນຶ່ງເຂົາເຈົ້າກະສົນໃຈມາເຮັດເລື່ອງໂລຈິສຕິກ ເພາະວ່າຢູ່ແຂວງອຸດົມໄຊເຮົາ ມັນມີທ່າແຮງອັນນຶ່ງ ກະຄືວ່າທາງລົດໄຟນີ້ ຜ່ານຫຼາຍກວ່າໝູ່ຫັ້ນແຫຼະ ໃນ 400 ກວ່າກິໂລແມັດນີ້ ທາງລົດໄຟຜ່ານແຂວງອຸດົມໄຊນີ້ກະຖືວ່າ 160 ກວ່າກິໂລແມັດ ແລະ ກະມີສະຖານີລົດໄຟຢູ່ 3 ແຫ່ງ ເພື່ອພັດທະນາເລື່ອງການຂົນສົ່ງ ເລື່ອງເຮັດໂລຈິສຕິກ ຕິດພັນກັບການທ່ອງທ່ຽວ.”

ທັງນີ້ບັນດາບໍລິສັດເອກະຊົນ ຈີນ ຍັງເປັນກຸ່ມລົງທຶນລາຍໃຫຍ່ທີ່ໄດ້ຄວບຄຸມໂຄງການສຳປະທານຕ່າງໆໃນຕະຫຼອດເສັ້ນທາງລົດໄຟລາວ-ຈີນ ໃນ ລາວ ນັບຈາກດ່ານ ບໍ່ເຕັນ ໃນແຂວງຫຼວງນໍ້າທາ ມາເຖິງນະຄອນຫຼວງວຽງຈັນອີກດ້ວຍ ຫຼ້າສຸດກໍປາກົດວ່າບໍລິສັດ ຈີນ ໄດ້ຮັບອະນຸຍາດສຳປະທານໂຄງການພັດທະນາເມືອງໃໝ່ທີ່ ວັງວຽງ ແຂວງວຽງຈັນ ດ້ວຍເງິນລົງທຶນລວມເຖິງ 5,000 ລ້ານໂດລາເພື່ອພັດທະນາເຂດເມືອງໃໝ່ບົນພື້ນທີ່ 7,000 ເຮັກຕາຢູ່ຝັ່ງຕາເວັນຕົກຂອງແມ່ນໍ້າຊອງ ໃຫ້ເປັນເຂດທ່ອງທ່ຽວ ແລະ ບໍລິການຄົບວົງຈອນ ດ້ວຍເປົ້າໝາຍທີ່ຈະດຶງດູດເອົາຊາວ ຈີນ ເຖິງ 9 ລ້ານຄົນຕໍ່ປີ ນັບຈາກປີ 2024 ເປັນຕົ້ນໄປ.

XS
SM
MD
LG