ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຈີນເປັນຜູ້ລົງທຶນລາຍໃຫຍ່ ຄວບຄຸມໂຄງການສໍາປະທານຕ່າງໆ ຕະຫຼອດເສັ້ນທາງລົດໄຟລາວ-ຈີນ


ການສ້າງທາງລົດໄຟ ລາວຈີນ ໃນ ສປປ ລາວ
ການສ້າງທາງລົດໄຟ ລາວຈີນ ໃນ ສປປ ລາວ

ບັນດາບໍລິສັດຈີນກາຍເປັນຜູ້ລົງທຶນລາຍໃຫຍ່ ຜູ້ທີ່ຄວບຄຸມໂຄງການສໍາປະທານ ຕ່າງໆ ໃນຕະຫຼອດເສັ້ນທາງລົດໄຟລາວ-ຈີນ ໃນລາວ ນັບແຕ່ດ່ານບໍ່ເຕັນ ໃນ ແຂວງຫຼວງນໍ້າທາ ມາເຖິງນະຄອນວຽງຈັນ ຊຶ່ງຊົງລິດ ໂພນເງິນ ມີລາຍງານຈາກບາງກອກ.


ເຈົ້າໜ້າທີ່ຂັ້ນສູງໃນກະຊວງແຜນການ ແລະການລົງທຶນເປີດເຜີຍວ່າ ບັນດາບໍລິສັດເອກກະຊົນຈາກຈີນ ໄດ້ກາຍເປັນຜູ້ລົງທຶນລາຍໃຫຍ່ທີ່ໄດ້ຄວບຄຸມໂຄງການສຳປະທານຕ່າງໆ ໃນຕະຫຼອດເສັ້ນທາງລົດໄຟລາວຈີນ ໃນລາວ ຫຼາຍທີ່ສຸດນັບຈາກດ່ານບໍ່ເຕັນໃນແຂວງຫຼວງນໍ້າທາມາເຖິງນະຄອນຫຼວງວຽງ ຈັນ ໂດຍຫລ້າສຸດກໍປະກາດວ່າ ບໍລິສັດຈີນ ໄດ້ຮັບອະນຸຍາດສຳປະທານໂຄງ ການພັດທະນາເມືອງໃໝ່ ຢູ່ໃນເຂດເມືອງວັງວຽງ ແຂວງວຽງຈັນ ໂດຍຈະລົງ ທຶນໃນມູນຄ່າລວມເຖິງ 5,000 ລ້ານໂດລາສະຫະລັດ ເພື່ອພັດທະນາເຂດ ເມືອງໃໝ່ວັງວຽງ ທີ່ຝັ່ງຕາເວັນຕົກຂອງຂອງນໍ້າຊອງ ທີີ່ມີພື້ນທີ່ສຳປະທານ ກວ້າງເຖິງ 7,000 ເຮັກຕາ ໃຫ້ເປັນເຂດທ່ອງທ່ຽວແລະບໍລິການຢ່າງຄົບຖ້ວນ ດ້ວຍການພັດທະນາແຫຼ່ງທ່ອງທ່ຽວທຳມະຊາດ ສູນການຄ້າ ໂຮງແຮມ ໂຮງໝໍ ໂຮງຮຽນນາໆຊາດ ສູນປະຊຸມແລະນິທັດສະການ ສູນວັດທະນາທຳ ວັດວາອາ ຮາມ ແລະສະຖານບັນເທີງຕ່າງໆ ຢ່າງຄົບຊຸດດ້ວຍເປົ້າໝາຍທີ່ຈະດືງດູດເອົາ ນັກທ່ອງທ່ຽວຊາວຕ່າງຊາດໂດຍສະເພາະແມ່ນຊາວຈີນໃຫ້ໄດ້ເຖິງ 9 ລ້ານຄົນ ຕໍ່ປີ ນັບຈາກປີ 2024 ເປັນຕົ້ນໄປ.

ສ່ວນພະແນກແຜນການ ແລະການລົງທຶນ ແຂວງອຸດົມໄຊລາຍງານວ່າໃນຊ່ວງ ປີ 2016 ຫາ 2020 ບັນດາບໍລິສັດຕ່່າງຊາດໄດ້ເຂົ້າມາລົງທຶນໃນແຂວງອຸດົມ ໄຊ 493 ໂຄງການ ມີມູນຄ່າລວມ 2,943 ກວ່າຕື້ກີບລົດລົງເກີນກວ່າ 18 ເປີ ເຊັນ ທຽບກັບໃນຊ່ວງປີ 2011 ຫາ 2015 ເພາະຖືກກະທົບຈາກການລະບາດ

ຂອງເຊື້ອໄວຣັສໂຄວິດ-19 ເປັນສຳຄັນ ແຕ່ດ້ວຍການລົງທຶນທີ່ເພີ້ມຂຶ້ນຢ່າງຕໍ່ ເນື່ອງ ຂອງບັນດາບໍລິສັດຈີນນັ້ນ ເຮັດໃຫ້ເສດຖະກິດໃນແຂວງອຸດົມໄຊຍັງສືບ ຕໍ່ຂະຫຍາຍໂຕເພີີ້ມຂຶ້ນທີ່ລະດັບສະເລ່ຍ 7.35 ເປີເຊັນ ຈາກຄາດໝາຍທີ່ວາງ ໄວ້ 8.5 ເປີເຊັນ ຕໍ່ປີ ໂດຍບັນດາບໍລິສັດຈາກຈີນ ໄດ້ພາກັນເຂົ້າມາລົງທຶນໃນ ພາກກະເສດ ພາກບໍລິການແລະທ່ອງທ່ຽວ ລວມເຖິງການລົງທຶນໃນດ້ານ Logistics ເພາະວ່າຫລິງເຫັນຜົນປະໂຫຍດທີ່ຈະໄດ້ຈາກການຂົນສົ່ງແລະການ ກະຈາຍສິນຄ້າ ທີ່ຈະສະດວກວ່ອງໄວຂຶ້ນ ຈາກການທີ່ທາງລົດໄຟລາວຈີນ ໃນ ລາວທີ່ຜ່ານແຂວງອຸດົມໄຊ ມີໄລຍະທາງຍາວທີ່ສຸດໃນລາວນັ້ນ ດັ່ງທີີ່ທ່ານອ່ອນ ແກ້ວ ອຸ່ນອາລົມ ຫົວໜ້າພະແນກແຜນການ ແລະລົງທຶນ ແຂວງອຸດົມໄຊ ໄດ້ ໃຫ້ການຢືນຢັນວ່າ:

“ສະພາບການລົງທຶນທີ່ນັກລົງທຶນສົນໃຈຢູ່ແຂວງອູດົມໄຊເຮົານີ້ ສ່ວນໃຫຍ່ລະແມ່ນລົງທຶນ
ທາງດ້ານກະສິກຳ ການບໍລິການ ແລະການທ່ອງທ່ຽວນີ້ ແລະກະມີ ຈຳນວນນຶ່ງເຂົາເຈົ້າກະ
ສົນໃຈມາເຮັດເລື້ອງ Logistics ເພາະວ່າການຢູ່ແຂວງ ອຸດົມໄຊ ມັນມີທ່າແຮງອັນນຶ່ງກະ
ຄືວ່າທາງລົດໄຟນີ້ຜ່ານຫຼາຍກວ່າໝູ່ຫັ້ນນະ ໃນ 400 ກວ່າກິໂລແມັດ ທາງລົດໄຟຜ່ານ
ແຂວງອຸດົມໄຊນີ້ ກະຖືວ່າ 160 ກິໂລ ແມັດ ແລະກະມີສະຖານີລົດໄຟຢູ່ 3 ແຫ່ງເພື່ອພັດ
ທະນາເລື້ອງການຂົນສົ່ງ ເລື້ອງເຮັດ Logistics ຕິດພັນກັບການທ່່ອງທ່ຽວ."

ໂດຍທ່ານອ່ອນແກ້ວ ໝັ້ນໃຈວ່າການລົງທຶນໃນແຂວງອຸດົມໄຊ ຈະກັບຄືນສູ່ສະ ພາວະປົກກະຕິໃນໄວໆນີ້ ໂດຍສະເພາະແມ່ນການລົງທຶນຂອງນັກທຸລະກິດຈີນ ແລະໄທ ທີ່ໄດ້ດຳເນີນການສຶກສາ ແລະສຳຫຼວດພື້ນທີ່ເພື່ຶອຮອງຮັບການລົງທຶນ ຂະໜາດໃຫຍ່ 3 ໂຄງການສໍາເລັດແລ້ວ ໃນປີ

2020 ທີ່ຜ່ານມາຈຶ່ງຄາດວ່າຈະ ເລີ້ມການລົງທຶນໂຕຈິງໃນປີ 2021 ນີ້ກໍຄືໂຄງການລົງທຶນຂອງບໍລິສັດ AMATA ຈາກໄທ ໂຄງການຂອງບໍລິສັດດອກງີ້ວຄຳຈາກຈີນ ແລະໂຄງການ ຂອງກຸ່ມບໍລິສັດບໍ່ເຕັນແດນງານຈາກຈີນເຊັ່ນກັນ.

ສ່ວນທ່ານນາງຄຳຈັນ ພົມແສງສະຫວັນ ຮອງປະທານສູນກາງແນວລາວສ້່າງ ຊາດ ຢືນຢັນວ່າ ປະຊາຊົນລາວຍັງບໍ່ເຫັນດີກັບໂຄງການລົງທຶນຂອງບໍລິສັດ AMATA ທີ່ຈະພັດທະນາເຂດເມືອງໃໝ່ ແລະຜະລິດສິນຄ້າກະສິກໍາປອດສານ ພິດ ເພາະເຫັນວ່າໂຄງການນີ້ຈະສົ່ງຜົນກະທົບຢ່າງກວ້າງຂວາງ ຈຶ່ງຮຽກຮ້ອງ ໃຫ້ມີການກວດກາຢ່າງຮອບຄອບ ກ່ອນຈະມີການອະນຸຍາດໃຫ້ສຳປະທານ ໂຄງການ.

ທັ້ງນີ້ ບໍລິສັດ AMATA ຈະພັດທະນາໂຕເມືອງທັນສະໄໝ ລະເຂດພັດທະນາ ກະສິກຳສະອາດຢູ່ໃນພີື້ນທີ່ 5,000 ເຮັກຕາ ສ່ວນບໍລິສັດດອກງີ້ວຄຳຈາກຈີນ ເຈົ້າຂອງສຳປະທານ ເຂດບໍລິສັດເສດຖະກິດສາມຫລ່ຽມຄຳ ທີ່ແຂວງບໍ່ແກ້ວນັ້ນ ຈະລົງທຶນພັດທະນາເມືອງໃໝ່ ທີ່ເຊື່ອມຕໍ່ກັບສະຖານີລົດໄຟ 9 ແຫ່ງໃນແຂວງອຸ ດົມໄຊ ແລະບໍລິສັດບໍ່ເຕັນແດນງາມ ກໍຈະລົງທຶນພັດທະນາເຂກເສດຖະກິດພິ ເສດບົນເນື້ອທີ່ 3,000 ເຮັກຕາໃນເຂດເມືອງໄຊແລະເມືອງນາໝໍ້ໂດຍບໍ່ປາກົດ ວ່າ ມີການຄັດຄ້ານແຕ່ຢ່າງໃດ.

XS
SM
MD
LG