ບໍລິສັດເອກກະຊົນຈີນ ໄດ້ຮັບສຳປະທານ ໂຄງການກໍ່ສ້າງຖະໜົນຫລວງເຊື່ອມຕໍ່
ຈາກນະຄອນວຽງຈັນ ໄປເມືອງວັງວຽງ ໂດຍຖືເປັນພາກສ່ວນນຶ່ງ ຂອງແຜນການ
ເຊື່ອມຕໍ່ທາງຫລວງ ລະຫວ່າງລາວກັບຈີນ.
ກະຊວງໂຍທາທິການ ແລະຂົນສົ່ງ ລາຍງານວ່າ ຄະນະລັດຖະບານລາວ ໄດ້ຕົກລົງ
ອະນຸຍາດສຳປະທານ ໂຄງການກໍ່ສ້າງຖະໜົນຫລວງ ຫຼື Highway ທີ່ເຊື່ອມຕໍ່ຈາກ
ນະຄອນວຽງຈັນ ໄປເມືອງວັງວຽງ ແຂວງວຽງຈັນ ໃຫ້ກຸ່ມບໍລິສັດຢຸນໜານ ວິສະວະກຳ
ແລະກໍ່ສ້າງຈາກຈີນ ເມື່ອບໍ່ນານມານີ້ ໂດຍເປັນສ່ວນນຶ່ງ ຂອງໂຄງການເຊື່ອມຕໍ່ທາງ
ຫລວງລະຫວ່າງ ລາວ-ຈີນ ທີ່ຢູ່ພາຍໃຕ້ແຜນການນຶ່ງແລວທາງ-ນຶ່ງເສັ້ນທາງ ຫຼື One
Belt-One Road ທີ່ລິເລີ້ມໂດຍທ່ານສີ ຈິ້ນຜິງ ປະທານປະເທດຈີນ.
ໂຄງການກໍ່ສ້າງງທາງຫລວງວຽງຈັນ ຫາ ວັງວຽງ ຈະມີໄລຍະທາງຍາວ 113.5 ກິໂລ
ແມັດ ກວ້າງ 23 ແມັດ ມີ 4 ຊ່ອງທາງຈະລາຈອນແບ່ງເປັນເບື້ອງລະ 2 ຊ່ອງທາງ
ຈະລາຈອນ ທີ່ຄູ່ຂະໜານ ໄປກັບຖະໜົນເລກ 13 ເໜືອ ເລີ່ມຈາກແຍກສີເກີດ ໃນເຂດ
ເມືອງນາຊາຍທອງ ຜ່ານເມືອງໂພນໂຮງ ຫາ ຫິນເຫີບ ຫາບ້ານທ່າເຮືອ ແລະວັງວຽງ
ຊຶ່ງຈະໃຫ້ເງິນທຶນໃນມູນຄ່າລວມ 1,300 ລ້ານໂດລາ ທີ່ເປັນການຮ່ວມທຶນ ລະຫວ່າງ
ລັດຖະບານລາວ ກັບກຸ່ມບໍລິສັດຢຸນໜານ ໃນສັດສ່ວນ 5 ເປີເຊັນ ຕໍ່ 95 ເປີເຊັນ ຂອງ
ການລົງທຶນ ໃນຮູບແບບ BOT ກໍຄືບໍລິສັດເປັນຜູ້ລົງທຶນ ແລະເກັບເອົາຜົນປະໂຫຍດ
ຈາກຄ່າທຳນຽມທາງ ແລ້ວຈຶ່ງໂອນໃຫ້ກັບລັດຖະບານລາວ ເມື່ອຄົບກຳນົດ ອາຍຸ
ສຳປະທານ 30 ປີ ໂດຍເລີ່ມແຕ່ປີ 2021 ເປັນຕົ້ນໄປ.
ນອກຈາກໂຄງການກໍ່ສ້າງທາງຫລວງວຽງຈັນຫາວັງວຽງ ດັ່ງກ່າວແລ້ວ ທາງການລາວ-
ຈີນ ຍັງຈະເລັ່ງສົ່ງເສີມໃຫ້ບັນດາບໍລິສັດຈາກຈີນ ເຂົ້າມາລົງທຶນກໍ່ສ້າງທາງຫລວງ ຈາກ
ວັງວຽງໄປດ່ານບໍ່ເຕັນ ໃນແຂວງຫລວງນ້ຳທາ ເພື່ອເຊື່ອມຕໍ່ໄປເຖິງເມືອງຄຸນໝິງ ໃນ
ແຂວງຢຸນໜານຂອງຈີນ ໃຫ້ໄວທີ່ສຸດອີກດ້ວຍ ຊຶ່ງຄາດວ່າ ຈະສາມາດຄັດເລືອກ
ບໍລິສັດຈາກຈີນ ໄດ້ໃນມໍ່ໆນີ້ ເພາະຖືເປັນໂຄງການບູລິມະສິດ ຂອງການຮ່ວມມືແບບ
ຄູ່ຮ່ວມຍຸດທະສາດຮອບດ້ານລາວ-ຈີນ ທີ່ໄດ້ຜ່ານມະຕິຕົກລົງໃນກອງປະຊຸມໃຫຍ່
ຄັ້ງທີ 19 ຂອງພັກຄອມມິວນິສຈີນ ຢ່າງເປັນທາງການແລ້ວ ທັງຍັງໄດ້ຜ່ານການເຫັນ
ຊອບຂອງສູນກາງພັກປະຊາຊົນປະຕິວັດລາວ ທີ່ເຊື່ອໝັ້ນວ່າ ຈະສົ່ງຜົນດີຕໍ່ການພັດ
ທະນາລາວ ໃນໄລຍະໃໝ່ອີກດ້ວຍ ດັ່ງທີ່ທ່ານວິຈິດ ຊິນດາວົງ ຮອງປະທານຄະນະ
ກຳມະມາທິການຮ່ວມມືລາວ-ຈີນ ໄດ້ໃຫ້ການຢືນຢັນວ່າ:
“ໃນຖານະທີ່ເປັນປະເທດບ້ານໃກ້ເຮືອນຄຽງ ທີ່ມີມູນເຊື້ອມິດຕະພາບອັນດີງາມ
ນຳກັນ ມາແຕ່ດົນນານແລ້ວ ທັງເປັນປະເທດຮ່ວມອຸດົມການສັງຄົມນິຍົມ ນຳກັນອີກ
ຂ້າພະເຈົ້າ ກະເຊື່ອວ່າ ຜົນຂອງກອງປະຊຸມຂອງພັກຄອມມິວນິສຈີນ ຄັ້ງທີ 19 ຈະ
ສົ່ງຜົນສະທ້ອນອັນດີຫັ້ນແຫລະ ຕໍ່ການພົວພັນ ລາວ-ຈີນ ຈະເປັນການເພີ່ມທະວີ
ຄວາມເຊື່ອໝັ້ນຕໍ່ກັນໜັກແໜ້ນຕື່ມອີກ ຍັງຈະເປັນພື້ນຖານອັນໃໝ່ ໃນການເພີ່ມ
ທະວີສາຍພົວພັນແບບຄູ່ຮ່ວມຍຸດທະສາດຮອບດ້ານ ລະຫວ່າງ 2 ປະເທດ ລາວ-ຈີນ
ໃຫ້ກ້າວສູ່ຈຸດສູງໃໝ່.”
ກ່ອນໜ້ານີ້ ທາງການລາວ-ຈີນ ໄດ້ຈັດກອງປະຊຸມເວທີປຶກສາຫາລື ການຮ່ວມມືໃນ
ແຜນການນຶ່ງແລວທາງ-ນຶ່ງເສັ້ນທາງ ລະຫວ່າງ ລາວ-ຈີນ ເປັນຄັ້ງທຳອິດທີ່ນະຄອນ
ວຽງຈັນ ໃນຕົ້ນເດືອນກຸ່ມພາຜ່ານມາ ໂດຍມີ ທ່ານກິແກ້ວ ໄຂຄຳພິທູນ ຫົວໜ້າຄະນະ
ໂຄສະນາອົບຮົມສູນກາງພັກປະຊາຊົນປະຕິວັດລາວ ກັບທ່ານໄຄ ໝິງຈ້າວ ຮອງຫົວໜ້າ
ຄະນະໂຄສະນາອົບຮົມສູນກາງພັກຄອມມິວນິສຈີນ ເປັນປະທານກອງປະຊຸມ ທີ່ມີຜູ້
ຕາງໜ້າຂອງທັງ 2 ຝ່າຍເຂົ້າຮ່ວມຫຼາຍກວ່າ 600 ຄົນ ເພື່ອພັນຂະຫຍາຍການຮ່ວມມື
ໃນຖານະຮຸ້ນສ່ວນຍຸດທະສາດຮອບດ້ານ ລະຫວ່າງກັນ ເຂົ້າໃນແຜນການຢ່າງເປັນ
ຮູບປະທຳ.
ທັງນີ້ ໂດຍທ່ານສະເຫລີມໄຊ ກົມມະສິດ ລັດຖະມົນຕີວ່າການຕ່າງປະເທດ ຢືນຢັນວ່າ
ແຜນການນຶ່ງແລວທາງ-ນຶ່ງເສັ້ນທາງ ຈະສົ່ງຜົນດີຕໍ່ແຜນການພັດທະນາລາວ ເປັນສູນ
ການເຊື່ອມຕໍ່ດ້ານຄົມມະນາຄົມ-ຂົນສົ່ງໃນລຸ່ມນ້ຳຂອງ ແລະອາຊຽນ ໃນອະນາຄົດ
ໂດຍສະເພາະແມ່ນການກໍ່ສ້າງທາງລົດໄຟ ທີ່ເຊື່ອມຕໍ່ຈາກຈີນມາລາວ ທີ່ກຳລັງດຳເນີນ
ການກໍ່ສ້າງຢູ່ໃນປັດຈຸບັນ ຖືເປັນສິ່ງທີ່ຮັບປະກັນວ່າ ສປປ ລາວ ໄດ້ເຂົ້າໄປ ເປັນສ່ວນນຶ່ງ
ໃນແຜນການນຶ່ງແລວທາງ-ນຶ່ງເສັ້ນທາງຂອງຈີນ ຢ່າງເຕັມຕົວແລ້ວ.
ໃນປັດຈຸບັນ ການກໍ່ສ້າງທາງລົດໄຟ ລາວ-ຈີນ ໃນລາວ ນັບແຕ່ເດືອນທັນວາ 2016
ເປັນຕົ້ນມາ ໄດ້ຄືບໜ້າແລ້ວກວ່າ 31 ເປີເຊັນ ຂອງແຜນການ ທີ່ມີໄລຍະທາງຍາວ 417
ກິໂລແມັດ ຈຶ່ງເຮັດໃຫ້ຕ້ອງໃຊ້ເງິນທຶນລວມເຖິງ 6,000 ລ້ານໂດລາ ທີ່ເປັນການຮ່ວມ
ທຶນ ລະຫວ່າງລັດຖະບານລາວກັບຈີນ ໃນສັດສ່ວນ 30 ເປີເຊັນ ຕໍ່ 70 ເປີເຊັນ ໂດຍມີ
ກຳນົດກໍ່ສ້າງແລ້ວສຳເລັດ ແລະເປີດໃຊ້ໃນຕົ້ນປີ 2021.