ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຈີນລົງມືດໍາເນີນໂຄງການພັດທະນາເມືອງຈີນ ຫລື China Town ຢູ່ວຽງຈັນ


ຈີນລົງມືດໍາເນີນໂຄງການພັດທະນາເມືອງຈີນ ຫລື China Town ຢູ່ວຽງຈັນ
ຈີນລົງມືດໍາເນີນໂຄງການພັດທະນາເມືອງຈີນ ຫລື China Town ຢູ່ວຽງຈັນ

ກຸ່ມບໍລິສັດຈາກຈີນເລີ່ມລົງມືດໍາເນີນໂຄງການພັດທະນາແບບກວມລວມ ຫລື China Town ຢູ່ໃນເຂດນະຄອນວຽງຈັນແລ້ວ ໂດຍກໍານົດໃຫ້ສຳເລັດທັງໂຄງການພາຍໃນ 8 ປີຕໍ່ໜ້າ.

ພິທີວາງສິລາເລິກເພື່ອດໍາເນີນໂງການພັດທະນາແບບກວມ
ລວມ ຫລືທີ່ຄົນລາວໂດຍທົ່ວໄປເອີ້ນຊື່ວ່າ China Town
ນັ້ນ ໄດ້ມີຂຶ້ນຢ່າງເປັນທາງງການເມື່ອວັນທີ່ 18 ພະຈິກທີ່
ຜ່ານມາແລ້ວນີ້ ໂດຍມີທ່ານ ສົມສະຫວາດ ເລ່ງສະຫວັດ
ຮອງນາຍົກລັດຖະມົນຕີ ຜູ້ປະຈໍາການຄະນະລັດຖະບານ
ລາວເຂົ້າຮ່ວມເປັນປະທານ ໃນພິທີດັ່ງກ່າວ.

ພິທີວາງສິລາລຶກ ໂຄງການກໍ່ສ້າງ ເມືອງຈີນ ຫລື China Town ຢູ່ ນະຄອນຫລວງວຽງຈັນ, ວັນທີ 18 ພະຈິກ 2010.
ພິທີວາງສິລາລຶກ ໂຄງການກໍ່ສ້າງ ເມືອງຈີນ ຫລື China Town ຢູ່ ນະຄອນຫລວງວຽງຈັນ, ວັນທີ 18 ພະຈິກ 2010.

ສ່ວນກ່ຽວກັບແຜນການດໍາເນີນງານນັ້ນ ກໍໄດ້
ຮັບການຢືນຢັນຈາກທ່ານ ບຸນຈັນ ສິນທະວົງ
ຮອງເຈົ້າຄອງນະຄອນວຽງຈັນ ໃນຖານະຜູ້ຊີ້
ນໍາໂຄງການຝ່າຍລາວ ຊຶ່ງປະກອບດ້ວຍການ
ພັດທະນາອຸດສາຫະກໍາປຸງແຕ່ງຜະລິດຕະພັນ
ກະສິກໍາ ແລະອຸດສາຫະກໍາເບົາເພື່ອການສົ່ງ
ອອກຕິດຕາມດ້ວຍການສ້າງອາຄານສໍານັກ
ງານແລະທີ່ຢູ່ອາໃສທີ່ທັນສະໄໝການພັດທະນາສ່ວນປ່າທໍາມະຊາດເພື່ອເປັນທີ່ພັກຜ່ອນ
ແລະທ່ອງທ່ຽວ ສູນກາງການຂົນສົ່ງ ແລະສິ່ງອໍານວຍຄວາມສະດວກຕ່າງໆຢ່າງຄົບສຸດ.
ທັງນີ້ໂດຍຈະໃຊ້ເງິນລົງທຶນ ຄິດເປັນມູນຄ່າລວມ 120 ລ້ານໂດລາ ຊຶ່ງເປັນການຮ່ວມທຶນ
ລະຫວ່າງທາງການລາວ ກັບບໍລິສັດລົງທຶນຕ່າງປະເທດ ຈາກມົນທົນຢູນນານຂອງຈີນ ໃນ
ສັດສ່ວນ 25% ຕໍ່ 75% ຕາມລໍາດັບ ໂດຍທາງການລາວເອົາທີ່ດິນ 1,000 ເຮັກຕ້າ ໃຫ້
ເປັນການລົງທຶນ ແລະທາງຝ່າຍຈີນນັ້ນ ກໍຖືເອົາການລົງທຶນກໍ່ສ້າງສະໜາມກີລາແຫ່ງໃໝ
່ໃຫ້ທາງການລາວ ເປັນການລົງທຶນໃນຄັ້ງນີ້.

ໂຄງການດັ່ງກ່າວນີ້ ເປັນໂຄງການດຽວກັນກັບໂຄງການເດີມທີ່ຕັ້ງຢູ່ໃນເຂດບຶງທາດຫລວງ
ຫາກແຕ່ຍ້ອນວ່າ ບໍ່ໄດ້ຮັບຄວາມຮ່ວມມືຈາກປະຊາຊົນຫລາຍພັນຄອບຄົວທີ່ອາໃສແລະທໍາ
ມາຫາກິນຢູ່ໃນເຂດບຶງທາດຫລວງ ທີ່ບໍ່ຍອມພາກັນຍົກຍ້າຍອອກໄປຈາກບຶງທາດຫລວງ
ເນຶ່ອງຈາກວ່າບໍ່ພໍໃຈທີ່ຈະໄດ້ຮັບຄ່າຊົດເຊີຍທີ່ຕໍ່າເກີນໄປນັ້ນ ຈຶ່ງເຮັດໃຫ້ທາງການລາວແລະ
ກຸ່ມບໍລິສັດຈາກຈີນ ຈໍາເປັນຕ້ອງຍ້າຍໂຄງການອອກມາຢູ່ໃນເຂດພັດທະນາອຸດສາຫະກໍາ
ຫລັກ 21 ແລະທີ່ເຂດບ້ານນາໂນ ເມືອງໄຊເສດຖາ ໂດຍມີພື້ນທີ່ລວມກັນ 1,000 ເຮັກ
ຕ້າ ຊຶ່ງເນື້ອທີ່ 58% ຢູ່ໃນເຂດພັດທະນາອຸດສາຫະກໍາ ສ່ວນອີກ 42% ຢູ່ໃນເຂດບ້ານ ນາໂນ.

ກ່ອນໜ້ານີ້ ທ່ານສົມບັດ ເຢຍລີເຮີ ເຈົ້າຄອງນະຄອນຫລວງວຽງຈັນ ຖະແຫລງຍອມຮັບວ່າ
ການຍົກຍ້າຍປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກໂຄງການພັດທະນາຕ່າງຂອງລັດຖະບານ
ໃນເຂດນະຄອນຫລວງວຽງຈັນ ໄປຢູ່ເຂດຈັດສັນໃໝ່ໃນໄລຍະທີ່ຜ່ານມາຈົນເຖິງປັດຈຸບັນນີ້ ໄດ້ປະສົບກັບບັນຫາຫຍຸ້ງຍາກໃນຫລາຍດ້ານ ດັ່ງທີ່ທ່ານສົມບັດ ໄດ້ຍົກຕົວຢ່າງເຖິງກໍລະນີ
ບັນຫາທີ່ເກີດຂຶ້ນຢູ່ເຂດຈັດສັນໃໝ່ ຫລັກ 21 ໃນເຂດເມືອງໄຊທານີ ໃນປັດຈຸບັນນີ້ວ່າ:

ທ່ານສົມບັດ ເຢຍລີເຮີ ເຈົ້າຄອງນະຄອນຫລວງ ວຽງຈັນ (file photo)
ທ່ານສົມບັດ ເຢຍລີເຮີ ເຈົ້າຄອງນະຄອນຫລວງ ວຽງຈັນ (file photo)

“ພວກເຮົາກະໄດ້ກະກຽມເນື້ອທີ່ 61 ເຮັກຕ້າແລະ
32 ເຮັກຕ້າ ຢູ່ເຂດປ່າສະຫງວນດົງພະໄຊ ໃຫ້ປະ
ຊາຊົນລາວຢູ່ ແຕ່ກໍມີພະນັກງານ ນັກລົບ ແລະ
ປະຊາຊົນຈໍານວນນຶ່ງ ທີ່ບໍ່ແມ່ນພັກ-ລັດນີ້ໄດ້ຈັດ
ເພື່ອໃຫ້ຜູ້ບໍ່ມີທີ່ດິນຫັ້ນ ດັ່ງນັ້ນພໍ່ແມ່ພີ່ນ້ອງ ກໍຄື
ພະນັກງານ ນັກລົບ ແລະຕະຫລອດເຖິງພວກ
ພະນັກງານບໍານານຈໍານວນນຶ່ງ ກໍໄດ້ພາກັນບຸກ
ລຸກເຂົ້າໄປ ແລະແບ່ງປັນທີ່ດິນ ທີ່ອໍານາດການ
ປົກຄອງນະຄອນຫລວງວຽງຈັນໄດ້ບຸກເບີກດັ່ງກ່າວ ເປັນຕົ້ນ.”

ກໍລະນີບັນຫາທີ່ເກີດຂຶ້ນຢູ່ເຂດຈັດສັນໃໝ່ ຫລັກ 21 ໃນເຂດເມືອງໄຊທານີ ທີ່ຖືກສ້າງຕັ້ງ
ຂຶ້ນມາ ເພື່ອຮອງຮັບປະຊາຊົນລາວທີ່ໄດ້ຮັບຜົນກະທົບຈາກໂຄງການພັດທະນາຕ່າງໆ
ຂອງລັດຖະບານລາວໃນເຂດນະຄອນຫລວງວຽງຈັນເປັນການສະເພາະ ເຊັ່ນການກໍ່ສ້າງ
ສະໜາມກີລາແຫ່ງໃໝ່ ແລະສະໜາມກ໊ອຟ ເພື່ອຮອງຮັບກີລາຊີເກມສ໌ ເມື່ອທ້າຍປີ 2009
ການຂະຫຍາຍສະໜາມຫລວງແລະແລະກົມມະລຽນຢູ່ທາດຫລວງ ການສ້າງທາງ 4 ເລນ
ເພື່ອເຊື່ອມຕໍ່ຈາກພະທາດຫລວງໄປຍັງຖະໜົນກໍາແພງເມືອງ ຊຶ່ງຖືເປັນໂຄງການນຶ່ງໃນ
ການສະເຫລີມສະຫລອງນະຄອນວຽງຈັນ ຄົບຮອບ 450 ເປັນຕົ້ນ.

XS
SM
MD
LG