ບໍລິສັດ CAMCE ຈາກປະເທດຈີນ ໄດ້ຈັດງານເປີດຕົວໂຄງການ Vientiane New
World ຊຶ່ງເປັນໂຄງການລົງທຶນໃນມູນຄ່າລວມຫຼາຍກວ່າ 600 ລ້ານໂດລາ ຢ່າງເປັນ
ທາງການເມື່ອອາທິດທີ່ຜ່ານມາ ໂດຍມີທ່ານທອງລຸນ ສິສຸລິດ ຮອງນາຍຍົກລັດຖະມົນ
ຕີ ແລະລັດຖະມົນຕີວ່າການຕ່າງປະເທດ ພ້ອມດ້ວຍລັດຖະມົນຕີ ແລະເຈົ້າໜ້າທີ່ຂັ້ນ
ສູງຂອງລັດຖະບານລາວອີກຫຼາຍທ່ານ ທີ່ໄດ້ເຂົ້າຮ່ວມເປັນກຽດໃນງານຄັ້ງນີ້ດ້ວຍ.
ໂຄງການ Vientiane New World ດັ່ງກ່າວນີ້ ຈະເປັນການພັດທະນາພື້ນທີ່ 46 ເຮັກ
ຕາ ຢູ່ດອນຈັນ ໃຫ້ເປັນເມືອງທີ່ທັນສະໄໝ ແລະເປັນສູນກາງທາງເສດຖະກິດການຄ້າ
ແລະບໍລິການຢ່າງຄົບຊຸດຂອງ ນະຄອນວຽງຈັນພາຍໃນ 6-8 ປີຕໍ່ໜ້າ ຫຼືພາຍໃນປີ
2020 ເປັນຢ່າງຊ້າ.
ທັ້ງນີ້ໂດຍບໍລິສັດ CAMCE
ຈາກປະເທດຈີນ ກໍ່ໄດ້ຈັດ
ແບ່ງການດໍາເນີນງານໃນ
ໂຄງການອອກເປັນ 3 ສ່ວນ
ດ້ວຍກັນຄືສູນວັດທະນາທໍາ
ແລະທ່ອງທ່ຽວນາໆຊາດ
ສູນກາງທາງທຸລະກິດນາໆ
ຊາດ ແລະເຂດທີ່ຢູ່ອາໄສ
ນາໆຊາດ ໂດຍທັງ 3 ສ່ວນ
ດັ່ງກ່າວນີ້ ຈະຕັ້ງຢູ່ບົນເນື້ອ
ທີ່ລວມກັນທີ່ກວ້າງກວ່າ 7
ແສນຕາແມັດ ຊຶ່ງຈະປະກອບ
ດ້ວຍສູນສັບພະສິນຄ້າ, ໂຮງແຮມ, ໂຮງພາບພະຍົນ, ອາຄານສໍານັກງານ, ອາຄານທີ່ພັກ
ອາໄສ, ບ້ານພັກ, ສູນອາຫານນາໆຊາດ, ຮ້ານຄ້າຕ່າງໆ, ສູນຄວາມບັນເທິງຄົບວົງຈອນ, ແລະທີ່ຖືວ່າເປັນສ່ວນນຶ່ງໃນໂຄງການ ທີ່ໄດ້ລົງມືກໍ່ສ້າງແລ້ວໃນເວລານີ້ກໍ່ຄື ບ້ານພັກຮັບ
ຮອງສໍາລັບຜູ້ນໍາລັດຖະບານ ທີ່ຈະເຂົ້າຮ່ວມກອງປະຊຸມສຸດຍອດເອເຊຍ-ຢູໂຣບ (ASEM)
ຄັ້ງທີ່ 9 ທີ່ລັດຖະບານລາວຈະເປັນເຈົ້າພາບຈັດຂຶ້ນຢ່າງເປັນທາງການໃນວັນທີ່ 5-6 ພະຈິກ
ປີນີ້ ນັ້ນເອງ.
ໃນປັດຈຸບັນນີ້ ເຖິງແມ່ນວ່າ
ຈີນຈະຖືກຫວຽດນາມແຊງ
ໜ້າຂຶ້ນມາເປັນປະເທດທີ່ມີ
ມູນຄ່າລົງທຶນໃນລາວຫຼາຍ
ທີ່ສຸດເປັນອັນດັບທີ 1 ແລ້ວ
ກໍ່ຕາມ ຫາກແຕ່ວ່າ ຈີນກໍ່
ຍັງມີໂອກາດທີ່ຈະກັບຂຶ້ນ
ໄປເປັນອັນດັບນຶ່ງໄດ້ຄືກັນ
ເນື່ອງຈາກວ່າ ຈີນກໍ່ໄດ້ມີ
ການລົງທຶນໃນລາວເພີ່ມຂຶ້ນ
ຕະຫຼອດເວລາ ດັ່ງທີ່ທ່ານສົມ
ດີ ດວງດີ ລັດຖະມົນຕີວ່າການ
ກະຊວງແຜນການ ແລະການລົງທຶນຂອງລາວ ໄດ້ຖະແຫຼງວ່າ:
“ສໍາລັບການລົງທຶນຂອງ ສປ.ຈີນ ຮອດປັດຈຸບັນນີ້ມີ ມູນຄ່າເຖິງ 3.3 ຕື້ໂດລາ ມີ
742 ໂຄງການ ທີ່ນອນຢູ່ໃນຂະແໜງບໍ່ແຮ່, ອຸດສາຫະກໍາ, ແລະຫັດຖະກໍາ, ກະສິ
ກໍາ, ການບໍລິການ ພະລັງງານໄຟຟ້ານໍ້າຕົກ, ອຸດສະຫະກໍາໄມ້, ອຸດສະຫະກໍາຕັດ
ຫຍິບ ແລະອື່ນໆ ໃນຈໍານວນ 742 ໂຄງການມີ 557 ໂຄງການທີ່ເປັນການລົງທຶນ
ຂອງນັກທຸລະກິດ ສປ.ຈີນ 100%.”
ຍິ່ງໄປກວ່ານັ້ນ ການຮ່ວມມືລະຫວ່າງລາວກັບຈີນໄດ້ມີການພັດທະນາຂຶ້ນໃນທຸກໆດ້ານ.
ໂດຍສະເພາະແມ່ນນັບຈາກປີ 2000 ທີ່ຜູ້ນໍາຂອງທັງສອງປະເທດໄດ້ເລີ່ມການເດີນທາງ
ຢ້ຽມຢາມກັນຢ່າງເປັນທາງການເປັນຕົ້ນມານັ້ນ ກໍ່ເປັນການເຮັດໃຫ້ມີການຕົກລົງໃນຖະ
ແຫຼງການຮ່ວມ ວ່າດ້ວຍການເປັນຮຸ່ນສ່ວນຍຸດທະສາດໃນການພັດທະນາຮ່ວມກັນຢ່າງ
ຮອບດ້ານເມື່ອປີ 2009 ເຊິ່ງເຮັດໃຫ້ການຮ່ວມມືລະຫວ່າງສອງປະເທດໄດ້ຖືກຍົກສູງ
ຂຶ້ນສູ່ລະດັບສູງສຸດນັບແຕ່ນັ້ນມາອີກດ້ວຍ.
ປັດຈຸບັນນີ້ຈີນນັບເປັນປະເທດນຶ່ງທີ່ໄດ້ໃຫ້
ການຊ່ວຍເຫຼືອແກ່ລາວເພີ່ມຫຼາຍຂຶ້ນນັບມື້
ເຊິ່ງຖ້ານັບຈາກປີ 1990 ຈົນເຖິງທ້າຍປີ
2011 ທີ່ຜ່ານມານັ້ນ ກໍ່ປະກົດວ່າລັດຖະ
ບານຈີນ ໄດ້ໃຫ້ການຊ່ວຍເຫຼືອທາງດ້ານ
ງົບປະມານແກ່ລັດຖະບານລາວ ຄິດເປັນ
ມູນຄ່າລວມຫຼາຍກວ່າ 3,000 ລ້ານໂດລາ
ແລ້ວ ແລະຫລ້າສຸດກໍມີລາຍງານວ່າ ທາງ
ການຈີນໂດຍທ່ານນາງ ປູ້ ຈຽນກົວ ເອກ
ອັກຄະລັກຖະທູດຈີນ ປະຈໍານະຄອນຫຼວງ
ວຽງຈັນ ກໍໄດ້ລົງນາມໃນສັນຍາໃຫ້ການຊ່ວຍເຫຼືອແກ່ທາງການລາວໃນ 3 ໂຄງການດ້ວຍ
ກັນ ກໍຄືສັນຍາວ່າດ້ວຍການສະໜອງເງິນ ທີ່ບໍ່ມີດອກເບ້ຍສໍາລັບເຊື້ອເຮືອບິນ MA-60
ຈາກຈີນ ຈໍານວນ 2 ລໍາ, ສັນຍາວ່າດ້ວຍການສະໜອງເງິນກູ້ພິເສດ ໃຫ້ກັບກະຊວງປ້ອງ
ກັນຄວາມສະຫງົບ ແລະສັນຍາວ່າດ້ວຍການສະໜອງເງິນກູ້ພິເສດ ສໍາລັບຫັນປ່ຽນຂະ
ແໜງການເງິນຂອງລາວໄປສູ່ທັນຄວາມສະໄໝ.
ສ່ວນໃນດ້ານການຄ້າລະຫວ່າງລາວກັບຈີນ ກໍມີມູນຄ່າລວມ ເກີນ 1,000 ລ້ານໂດລາ
ນັບຈາກປີ 2010 ເປັນຕົ້ນມາ ຊຶ່ງກໍເປັນຜົນມາຈາກການທີ່ກຸ່ມທຸລະກິດຈາກຈີນໄດ້ພາ ກັນຫຼັ່ງໄຫຼເຂົ້າໄປລົງທຶນໃນລາວຫຼາຍຂຶ້ນຢ່າງຕໍ່ເນື່ອງ. ໂດຍສະເພາະໃນຊ່ວງປີ 2000-
2011 ນັ້ນ ກໍ່ປາກົດວ່າກຸ່ມທຸລະກິດຈີນ ໄດ້ເຂົ້າມາລົງທຶນໃນລາວ ຄິດເປັນມູນຄ່າລວມ
ເກືອບເຖິງ 4,000 ລ້ານໂດລາ ແລະເຊື່ອວ່າຈະເພີ້ມຂຶ້ນຕໍ່ໄປຢ່າງບໍ່ຢຸດຢັ້ງອີກດ້ວຍ.