ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບໍລິສັດຈີນລົງທຶນ 4,310 ລ້ານໂດລາ ໃນ​ການພັດທະນາເຂດອຸດສາຫະກຳ ອັດສະລິຍະ, ​ຂຸດ​ຄົ້ນ ແລະແປຮູບແຮ່ໂປຕາສ ເພື່ອ​ສົ່ງ​ອອກ ໃຫ້​ໄດ້ 10 ລ້ານ​ ໂຕນ​ຕໍ່​ປີ


ພິ​ທີ​ເຊັນ​ສັນ​ຍາ​ການ​ສຳ​ຫລວດ​ແຮ່​ເກືອບ​ໂປ​ຕາ​ສ​ລະ​ຫວ່າງ​ນັກລົງ​ທຶນ​ຂອງ​ຈີນ ກັບ​ລັດ​ຖະ​ບານ​ລາວ ໃນ​ເດືອນ​ພະ​ຈິກ 2022
ພິ​ທີ​ເຊັນ​ສັນ​ຍາ​ການ​ສຳ​ຫລວດ​ແຮ່​ເກືອບ​ໂປ​ຕາ​ສ​ລະ​ຫວ່າງ​ນັກລົງ​ທຶນ​ຂອງ​ຈີນ ກັບ​ລັດ​ຖະ​ບານ​ລາວ ໃນ​ເດືອນ​ພະ​ຈິກ 2022

ບໍລິສັດເອກະຊົນຈີນລົງທຶນ 4,310 ລ້ານໂດລາ ເຂົ້າໃນການພັດທະນາ ເຂດອຸດ ສາຫະກຳອັດສະລິຍະ ເພື່ອການແປຮູບແຮ່ໂປຕາສ ໃນແຂວງຄຳມ່ວນ ດ້ວຍເປົ້າ ໝາຍການຜະລິດ 10 ລ້ານໂຕນຕໍ່ປີ ຕະຫຼອດການສຳປະທາານ 50 ປີ, ຊົງ​ລິດ ໂພນ​ເງິນ​ມີ​ລາຍ​ລານ​ມາ​ຈາກ​ບາງກອກ.

ນັກທຸລະກິດໃນສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ເປີດເຜີຍວ່າ ກຸ່ມບໍ ລິສັດ Sino-Agri International Potash ຈາກຈີນໄດ້ເລີ່ມການຈັດຕັ້ງປະຕິບັດ ໂຄງການພັດທະນາເຂດນິ​ຄົມອຸດສາຫະກຳອັດສະລິຍະ ເພື່ອການແປຮູບແຮ່ໂປຕາສ ຢ່າງຄົບວົງຈອນໃນພື້ນທີ່ສຳປະທານ 2,000 ເຮັກຕາ ຢູ່ເຂດເມືອງທ່າແຂກ ແຂວງ ຄຳມ່ວນ ເມື່ອບໍ່ນານມານີ້ ໂດຍບໍລິສັດຈີນ ຈະນຳໃຊ້ເງິນລົງທຶນໃນມູນຄ່າລວມເຖິງ 4,310 ລ້ານໂດລາ ເພື່ອການຂຸດຄົ້ນ ແ​ລະ ແປຮູບແຮ່ໂປຕາສ ໃຫ້ເປັນສິນຄ້າ ສົ່ງອອກໄປຕ່າງປະເທດເປັນດ້ານຫຼັກ ໂດຍສະເພາະແມ່ນປຸ໋ຍທີ່ຈະຜະລິດ ເພື່ອສົ່ງອອກ ໃຫ້ໄດ້ 3 ລ້ານໂຕນ ໃນປີ 2023 ນີ້ ແລະ ເພີ່ມຂຶ້ນເປັນ 5 ລ້ານໂຕນ ໃນປີ 2025 ແລະ 10 ລ້ານໂຕນ ນັບຈາກປີ 2027 ຈົນສິ້ນສຸດອາຍຸສຳປະທານ 50 ປີ.

ພ້ອມກັນນີ້ ບໍລິສັດຈີນດັ່ງກ່າວຍັງຈະສ້າງ​ນິ​ຄົມອຸດສາຫະກຳເພື່ອແປຮູບແຮ່ທາດ ຊະນິດອື່ນ ທີ່ຂຸດຄົ້ນໄດ້ໃນພື້ນທີ່ສຳປະທານດຽວກັນອີກດ້ວຍ ເຊັ່ນ ຖ່ານຫີນ ທີ່ນຳໃຊ້ ໃນການຜະລິດໄຟຟ້າພະລັງງານຄວາມຮ້ອນ ແລະ ແຮ່ບັອກໄຊ ທີ່ນຳໃຊ້ໃນອຸດສາ ຫະກຳການຜະລິດອະລູມີນຽມ ພ້ອມທັງຈະສ້າງເມືອງໃໝ່ທີ່ທັນສະໄໝ ແລະ ມີສິ່ງອຳ ນວຍຄວາມສະດວກຢ່າງຄົບຊຸດເຊັ່ນ ໂຮງຮຽນນາໆຊາດ, ໂຮງໝໍ, ສູນການຄ້າ, ສະ​ຖາ​ບັນ​ການ​ເງິນ, ທະ​ນາ​ຄານ, ສະ​ໜາມກອ​ຟ, ສູນ​ສຸ​ຂະ​ພາບ ແລະ ກິ​ລາ, ສະຖານບັນເທິງ ແລະ ສະຖານບໍລິການຕ່າງໆ ໂດຍຄາດໝາຍວ່າຈະສ້າງມູນ ຄ່າທາງເສດຖະກິດເປັນເງິນຕາຕ່າງປະເທດໄດ້ເຖິງ 1,700 ລ້ານໂດລາຕໍ່ປີ ແລະ ລັດຖະບານລາວ ຈະມີລາຍຮັບຈາກຄ່າສຳປະທານໃນມູນຄ່າ 320 ລ້ານ ໂດລາຕໍ່ປີ.

ທາງດ້ານຜູ້ຊ່ຽວຊານຍຸດທະສາດການພັດທະນາທາງເສດຖະກິດຂອງຈີນ ໄດ້ໃຫ້ທັດສະນະວ່າ ໂຄງການລົງທຶນດັ່ງກ່າວຂອງບໍລິສັດຈີນໃນລາວ ນັບເປັນບາດກ້າວທີ 2 ໃນແຜນການເຊື່ອມໂຍງເສດຖະກິດຈີນກັບປະເທດເພື່ອນບ້ານທີ່ຢູ່ພາຍໃຕ້ແຜນການ ນຶ່ງແລວ-ນຶ່ງເສັ້ນທາງ (BRI) ຂອງຈີນ ເຊິ່ງຈະເຫັນໄດ້ຈາກການເຊື່ອມຕໍ່ທາງລົດໄຟ ລາວ-ຈີນ ເພື່ອການໂດຍສານ ແລະການຂົນສົ່ງສິນຄ້າທີ່ເພີ່ມຂື້ນນັບມື້ ໂດຍສະ ເພາະແມ່ນການຂົນສົ່ງຜົນຜະລິດດ້ານກະສິກຳ ແລະແຮ່ທາດຕ່າງໆທີ່ປະເທດຈີນ ຕ້ອງການນັ້ນ ກໍຄືບາດກ້າວທີ 1 ທີ່ຈີນໄດ້ດຳເນີນການແລ້ວໃນລາວ ແລະ ພ້ອມກັນນີ້ ຈີນຍັງໄດ້ສະແດງບົດບາດ ໃນຖານະທີ່ເປັນຜູ້ຊີ້ນຳການພັດທະນາເສດຖະກິດໃນລາວ ອີກດ້ວຍ ດັ່ງທີ່ຜູ້ຊ່ຽວຊານ ໃຫ້ການຢືນຢັນວ່າ:

“ລາວກໍຖືວ່າຢູ່ໃນໄລຍະທຳ​ອິດຂອງການພັດທະນາ ກໍອາດຈະເຫັນພາບຊັດເຈນ ໂດດເດັ່ນຂຶ້ນ ຫຼັງຈາກທີ່ເສັ້ນທາງລົດໄຟເຊື່ອມ​ຕໍ່ວຽງຈັນທີ່ເຂົ້າສູ່ຊາຍແດນທາງ ຕອນໃຕ້ທີ່ ຢຸນນານ ເລີ້ມເປີດໃຫ້ບໍລິການຄືໃນປະເທດທີ່ຕ້ອງເພິ່ງພາຈີນ ແນ່ນອນ ຈີນກໍຕ້ອງສະແດງບົດບາດນຳ ເພາະມື້ນີ້ ຈີນ ເຂົາກໍຖືວ່າເປັນເບີຕົ້ນໆ ຂອງໂລກ ໃນມິຕິຂອງການພັດທະນາເສດຖະກິດ ດັ່ງນັ້ນແນ່ນອນຖ້າປະເທດເພື່ອນບ້ານທີ່ມີ ຄວາມສົນໃຈໃນການທີ່ຈະພັດທະນາຄວາມຮ່ວມມືໃນດ້ານເສດຖະກິດ ກໍຈະຕ້ອງ ໃຫ້ຄວາມສຳຄັນກັບສິ່ງທີ່ຈີນມີ. ຂາດເງິນ ຈີນກໍ່ພ້ອມຈະປ່ອຍສິນເຊື່ອ ອັນ​ໃດແບບນີ້ ເປັນຕົ້ນ”

ທັງນີ້ ໂດຍລັດຖະບານຈີນ ໄດ້ສົ່ງເສີມໃຫ້ບັນດາບໍລິສັດຈີນ ໄປລົງທຶນໃນຕ່າງປະເທດ ໃຫ້ຫຼາຍຂຶ້ນໃນ 3 ດ້ານ ທີ່ຖືວ່າເປັນຈັດໄຈທີ່ຈະຕັດສິນເຖິງຄວາມໝັ້ນຄົງຂອງການພັດ ທະນາຈີນ ໃນໄລຍະຕໍ່ໄປນີ້ ດັ່ງທີ ດຣ. ສົມພົບ ມານະຣັງສັນ ອະທິການບໍດີ ສະຖາບັນເທັກໂນໂລຈີປັນຍາພິວັດ ໄດ້ໃຫ້ການຢືນຢັນວ່າ:

“ຂ້າ​ພະ​ເຈົ້າ​ຄິດ​ວ່າ 5 ປີ​ຂ້າງ​ໜ້ານີ້ ຈະ​ເປັນ​ເລື້ອງ​ທີ່​ຈີນ ຈະ​ມຸ້ງເພັ່ງ​ເລັງໄປ​ໃນ 3 ດ້ານນີ້ຢ່າງເຕັມພະລັງ 1.) ຄວາມໝັ້ນຄົງທາງດ້ານພະລັງງານ, 2.) ຄວາມ ໝັ້ນຄົງທາງດ້ານອາຫານ, ແລະ 3.) ຄວາມໝັ້ນຄົງທາງດ້ານເທັກໂນໂລຈີ ໂດຍສະເພາະຢ່າງຍິ່ງ Semi-conductor, ເພາະ​ວ່າເລັງເຫັນແລ້ວວ່າ ຖ້າເມື່ອ ບໍ່ມີຄວາມພ້ອມໃນສາມດ້ານນີ້, ຖ້າເກີດບັນຫາຄວາມຂັດແຍ້ງໃນໂລກນີ້ ຈົນກະ​ທັ້ງມັນບານ​ປາຍ ປະ​ເທດ​ກໍ​ຄົງ​ຈະ​ຍາກ​ລຳ​ບາກ​ຂຶ້ນ ມື່ອອອກ​ໄປ​ຮ່ວມ​ມື​ກັບ​ຕ່າງ​ປະ​ເທດນີ້ ອັນ​ນີ້​ເປັນເລື້ອງ​ສຳ​ຄັນ​ຫລາຍ ສະ​ນັ້ນ​ແລ້ວ ຄວາມ​ສຳ​ພັນ​ລະ​ຫວ່າງ​ລາວ​ກັບ​ຈີນ ດີ​ຫລາຍ​ຢູ່​ເລ້ວ ສະ​ນັ້ນ​ຫລະ ລົດໄຟຈະມີ​ຄວາມ​ສຳ​ຄັນ​ຫລາຍ.”

ປັດຈຸບັນນີ້ ມີບໍລິສັດຈີນ 357 ລາຍ ທີ່ລໍຖ້າການອະນຸຍາດສຳປະທານການຂຸດຄົ້ນແຮ່ທາດຫາຍາກ ຫຼື Rare Earth ​ແລະ​ແຮ່​ເຫລັກ​ໂດຍ​ຄາດ​ວ່າ ລັດຖະບານລາວຈະພິ​ຈາ​ລະ​ນາໃຫ້​ການອະ​ນຸ​ມັດໃນ​ໄຕ​ມາດ​ທີ 2 ຂອງ​ປີ 2023 ນີ້ ເພາະ​ວ່າ​ເປັນ​ວາລະເລັ່ງດ່ວນທີ່ຈະຕ້ອງສ້າງ ລາຍຮັບ ເພື່ອດຸນດ່ຽງດ້ານ ລາຍຈ່າຍໃຫ້ໄດ້ຢ່າງ​ເປັນ​ຮູບ​ປະ​ທຳ.

XS
SM
MD
LG