ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບໍລິສັດ ເອກະຊົນຈີນ ລົງທຶນໄປແລ້ວ 83 ລ້ານ ໂດລາ ໃນເຂດພັດທະນາກວມລວມໄຊເສດຖາ


ບັນດາເຈົ້າໜ້າທີ່ ລາວ ຊົມແບບຈຳລອງ ເຂດພັດທະນາກວມລວມໄຊເສດຖາ ທີ່ເປີດເຜີຍ ໂດຍເຈົ້າໜ້າທີ່ ບໍລິສັດຮ່ວມທຶນ ລາວ-ຈີນຈຳກັດ.
ບັນດາເຈົ້າໜ້າທີ່ ລາວ ຊົມແບບຈຳລອງ ເຂດພັດທະນາກວມລວມໄຊເສດຖາ ທີ່ເປີດເຜີຍ ໂດຍເຈົ້າໜ້າທີ່ ບໍລິສັດຮ່ວມທຶນ ລາວ-ຈີນຈຳກັດ.

ບໍລິສັດເອກະຊົນຈີນລົງທຶນໄປແລ້ວ ເຖິງ 83 ລ້ານໂດລາ ເພື່ອເລັ່ງກໍ່ສ້າງເຂດພັດທະນາ ກວມລວມໄຊເສດຖາ ໃນນະຄອນຫຼວງວຽງຈັນ ໂດຍໃນປັດຈຸບັນ ກໍສາມາດດຶງການລົງທຶນ ຈາກຕ່າງປະເທດໄດ້ແລ້ວ 30 ລາຍ.

ທ່ານນາງບົວທາ ຂັດຕິຍະ ຮອງປະທານຄະນະກຳມະການແຫ່ງຊາດ ເພື່ອຄຸ້ມຄອງເຂດ ເສດຖະກິດພິເສດ ແລະເຂດເສດຖະກິດສະເພາະ ຖະແຫລງຢືນຢັນວ່າ ບໍລິສັດຮ່ວມທຶນ ລາວ-ຈີນຈຳກັດ ໄດ້ໃຊ້ເງິນທຶນໄປແລ້ວ ຄິດເປັນມູນຄ່າລວມເຖິງ 83 ລ້ານໂດລາ ເພື່ອກໍ່ ສ້າງພື້ນຖານໂຄງລ່າງຕ່າງໆ ຢູ່ໃນເຂດພັດທະນາກວມລວມໄຊເສດຖາ ໂດຍການດຳ ເນີນງານ ທີ່ສຳເລັດແລ້ວໃນປັດຈຸບັນນີ້ ກໍຄື ການກໍ່ສ້າງເສັ້ນທາງອ້ອມ ເຂດດັ່ງກ່າວ ການວາງລະບົບລະບາຍນ້ຳ ການຕິດຕັ້ງເຄືອຂ່າຍສື່ສານ ການສ້າງອາຄານສຳນັກງານ ຫ້ອງວາງສະແດງ ກໍ່ສ້າງສະຖານີໄຟຟ້າ ລະບົບນ້ຳປະປາ ແລະອື່ນໆ.

ໂດຍການດຳເນີນງານດັ່ງກ່າວນີ້ ຖືເປັນຄວາມສຳເລັດໃນລະຍະທີ 1 ຈາກ 3 ລະຍະຂອງ ໂຄງການ ທີ່ມີເນື້ອທີ່ສຳປະທານທັງໝົດ 1,149 ເຮັກຕາ ຊຶ່ງຕັ້ງຢູ່ລະຫວ່າງເຂດເມືອງ ໄຊເສດຖາ ແລະ ໄຊທານີ ໃນເຂດນະຄອນຫຼວງວຽງຈັນ ແລະຈາກຜົນສຳເລັດດັ່ງກ່າວນີ້ ກໍເຮັດໃຫ້ບໍລິສັດຮ່ວມທຶນລາວ-ຈີນສາມາດດຶງເອົາການລົງທຶນຈາກຕ່າງປະເທດເຂົ້າມາ ໃນເຂດພັດທະນາກວມລວມໄຊເສດຖາ ໄດ້ແລ້ວ 30 ບໍລິສັດ ມີມູນຄ່າລົງທຶນ ລວມຫຼາຍ ກວ່າ 350 ລ້ານໂດລາ ທີ່ຮວມເຖິງການສ້າງໂຮງກັ່ນນ້ຳມັນແຫ່ງທຳອິດໃນລາວ ທີ່ເປັນ ການລົງທຶນຂອງບໍລິສັດເອກະຊົນຈີນ ໃນມູນຄ່າ 180 ລ້ານໂດລາດ້ວຍ.

ພິທີເປີດການກໍ່ສ້າງ ໂຮງກັ່ນນ້ຳມັນແຫ່ງທຳອິດໃນລາວ ຢູ່ໃນເຂດພັດທະນາກວມລວມໄຊເສດຖາ ທີ່ນະຄອນຫຼວງວຽງຈັນ.
ພິທີເປີດການກໍ່ສ້າງ ໂຮງກັ່ນນ້ຳມັນແຫ່ງທຳອິດໃນລາວ ຢູ່ໃນເຂດພັດທະນາກວມລວມໄຊເສດຖາ ທີ່ນະຄອນຫຼວງວຽງຈັນ.

ສຳລັບ ໂຮງກັ່ນນ້ຳມັນແຫ່ງທຳອິດໃນລາວ ດັ່ງກ່າວນີ້ ຈະສາມາດກັ່ນນ້ຳມັນໄດ້ເຖິງ 950 ລ້ານລິດຕໍ່ປີ ໂດຍແບ່ງເປັນນ້ຳມັນແອສຊັ້ງ 390 ລ້ານລິດ ແລະນ້ຳມັນກາຊ້ວນ 560 ລ້ານ ລິດ ທັງຍັງຈະມີຜົນຜະລິດເປັນແກັສແຫຼວ LPG ໃນປະລິມານ 18,000 ໂຕນ ນ້ຳມັນສັງ ເຄາະ 12,600 ໂຕນ ແລະນ້ຳມັນເຕົາສຳລັບໂຮງງານອຸດສາຫະກຳອີກ 5,000 ໂຕນ ຊຶ່ງ ຈະເຮັດໃຫ້ລາວສາມາດລົດປະລິມານການນຳເຂົ້ານ້ຳມັນເຊື້ອເພີງໄດ້ເຖິງ 60 ເປີເຊັນ ຂອງຄວາມຕ້ອງການທັງໝົດ ໃນແຕ່ລະປີ.

ເຂດພັດທະນາກວມລວາມ ໄຊເສດ ຖາເປັນ 1 ໃນ 13 ເຂດພັດທະນາເສດຖະກິດ ທີ່ ລັດ ຖະບານລາວ ໄດ້ອະນຸມັດໃຫ້ສ້າງຕັ້ງຂຶ້ນໃນປີ 2010 ໂດຍເຂດທີ 13 ທີ່ໄດ້ຮັບອະນຸຍາດ ໃນຕົ້ນປີ 2016 ທີ່ລົງທຶນໂດຍ ກຸ່ມບໍລິສັດພູສີຈຳກັດ ກໍຄືເຂດເສດຖະກິດພິເສດ ບົນເນື້ອ ທີ່ລວມ 4,850 ເຮັກຕາ ຢູ່ເຂດຊານເມືອງເກົ່າຫລວງພະບາງ ກັບເມືອງຈອມເພັດ ໃນ ແຂວງຫລວງພະບາງ.

ສັນຍາດັ່ງກ່າວນີ້ ມີອາຍຸສຳປະທານ 99 ປີ ໂດຍກຸ່ມບໍລິສັດພູສີຈຳກັດ ຈະລົງທຶນໃນມູນ ຄ່າລວມເຖິງ 1,200 ລ້ານໂດລາ ເພື່ອພັດທະນາ ພື້ນທີ່ສຳປະທານ ໃຫ້ເປັນເຂດທ່ອງທ່ຽວ ແລະ ບໍລິການທີ່ທັນສະໄໝ ຢ່າງຄົບວົງຈອນ ໂດຍຈະກໍ່ສ້າງລະບົບພື້ນຖານໂຄງລ່າງ ແລະ ສິ່ງອຳນວຍຄວາມສະດວກຕ່າງໆ ຢ່າງຄົບຊຸດ ເຊັ່ນຖະໜົນ ລະບົບໄຟຟ້າ ນ້ຳປະປາ ໂຮງ ໝໍ ໂຮງຮຽນ ໂຮງແຮມ ທະນາຄານ ສູນການຄ້າ ອາຄານທຸລະກິດສູງ 23 ຊັ້ນ ແລະ ບ້ານ ພັກສຳລັບຄົນສູງອາຍຸ ທີ່ສ່ວນຫຼາຍຈະເປັນຊາວຕ່າງປະເທດ.

ໃນປັດຈຸບັນ ມີການລົງທຶນຂອງກຸ່ມທຸລະກິດຈາກຕ່າງປະເທດ ຢູ່ໃນເຂດເສດຖະກິດພິເສດ ແລະ ເຂດເສດຖະກິດສະເພາະ ທັງ 13 ແຫ່ງ ໃນລາວ ຄິດເປັນມູນຄ່າລວມຫຼາຍ ກວ່າ 5,000 ລ້ານໂດລາ ທີ່ເປັນການລົງທຶນ ຂອງບໍລິສັດຕ່າງຊາດ 500 ກວ່າລາຍ ໂດຍມີເປົ້າ ໝາຍ ເພື່ອໃຫ້ເປັນພາກສ່ວນທີ່ສຳຄັນ ໃນການພັດທະນາເສດຖະກິດ ແລະ ສ້າງວຽກເຮັດ ງານທຳໃຫ້ແກ່ຄົນລາວດ້ວຍ ດັ່ງທີ່ ທ່ານນາງບົວທາ ຢືນຢັນວ່າ:

“ວຽກງານການພັດທະນາ ເຂດເສດຖະກິດພິເສດ ເປັນວຽກງານໃໝ່ ທີ່ຕັ້ງຂຶ້ນ ຕັ້ງແຕ່ປີ 2000 ທີ່ລັດຖະບານ ສປປ ລາວ ມີຈຸດເປົ້າໝາຍ ເຮັດໃຫ້ວຽກງານ ດັ່ງກ່າວ ເປັນຫົວ ຈັກ ໃຫ້ແກ່ການພັດທະນາ ແລະກໍ່ສ້າງ ປະກອບສ່ວນວຽກເຮັດ ງານທຳ ໃຫ້ແກ່ປະເທດ ຊາດ ປະກອບສ່ວນໃຫ້ແກ່ການພັດທະນາເສດຖະກິດ ແລະສັງຄົມແຫ່ງຊາດ ໃນແຕ່ ລະໄລຍະ ການພັດທະນານີ້ ຈະແຈ້ງຂຶ້ນ ກໍຍ້ອນ ການຈັດຕັ້ງ ພາກລັດຖະບານ ໄດ້ເອົາ ໃຈໃສ່ຄົ້ນຄວ້າ ຫາວິທີແກ້ໄຂບັນຫາ.”

ກ່ອນໜ້ານີ້ ທາງການລາວໄດ້ອະນຸມັດໃຫ້ສ້າງຕັ້ງ ນິຄົມອຸດສາຫະກຳປາກເຊ-ຍີ່ປຸ່ນ SME ຢູ່ທີ່ແຂວງຈຳປາສັກ ສ່ວນນະຄອນຫຼວງວຽງຈັນ ກໍມີນິຄົມອຸດສາຫະກຳ ແລະ ການຄ້າ ວຽງຈັນ-ໂນນທອງ ເຂດເສດຖະກິດສະເພາດົງໂພສີ ເຂດເສດຖະກິດສະເພາະ ລ່ອງແຖ່ງ- ວຽງຈັນ ເຂດພັດທະນາກວມລວມທີ່ເມືອງໄຊເສດຖາ ເຂດເສດຖະກິດສະເພາະ ບຶງທາດ ຫຼວງ ນອກນັ້ນ ກໍມີເຂດເສດຖະກິດພິເສດສະຫວັນ-ເຊໂນ ເຂດເສດຖະ ກິດສະເພາະ ທ່າແຂກ ແລະເຂດເສດຖະກິດສະເພາະພູຂຽວ ໃນແຂວງຄຳມ່ວນ ຕາມລຳດັບ.

XS
SM
MD
LG