ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບໍລິສັດຈີນ ສໍາເລັດການສຶກສາ ຄວາມເປັນໄປໄດ້ ໃນການລົງທຶນກໍ່ສ້າງທາງດ່ວນທີ່ເຊື່ອມຕໍ່ຈາກຫ້ວຍຊາຍໄປບໍ່ເຕັນ


ຮູບພາບ ດ່ານສາກົນລາວ-ຈີນ, ເມືອງບໍ່ເຕັນ, ແຂວງຫລວງນໍ້າທາ.
ຮູບພາບ ດ່ານສາກົນລາວ-ຈີນ, ເມືອງບໍ່ເຕັນ, ແຂວງຫລວງນໍ້າທາ.

ບໍລິສັດຈີນ ສໍາເລັດການສຶກສາຄວາມເປັນໄປໄດ້ ໃນການລົງທຶນກໍ່ສ້າງທາງດ່ວນທີ່ເຊື່ອມຕໍ່ຈາກຫ້ວຍຊາຍໄປບໍ່ເຕັນ ພ້ອມທັງຍັງເລັ່ງສໍາຫລວດເສັ້ນທາງນະຄອນຫລວງວຽງຈັນ-ບໍ່ເຕັນ ແລະນະຄອນຫລວງວຽງຈັນ-ປາກເຊ. ຊົງລິດໂພນເງິນ ມີລາຍງານຈາກບາງກອກ.

ບໍລິສັດ Yunnan Sunny ກໍ່ສ້າງຂົວທາງຈໍາກັດຈາກຈີນ ລາຍງານວ່າການສຶກສາ-ສໍາຫລວດຄວາມເປັນໄປໄດ້ ໃນການລົງທຶນກໍ່ສ້າງທາງດ່ວນ ທີ່ເຊື່ອມຕໍ່ເມືອງຫ້ວຍຊາຍໃນແຂວງບໍ່ແກ້ວ ກັບດ່ານບໍ່ເຕັນໃນແຂວງຫລວງນໍ້າທານັ້ນ ໄດ້ດໍາເນີນການສໍາເລັດແລ້ວ ເຊິ່ງພົບວ່າ ຈະຕ້ອງໃຊ້ເງິນລົງທຶນສໍາລັບກໍ່ສ້າງຄິດເປັນມູນຄ່າ 24,126 ລ້ານຢວນ ຫລືປະມານ 3,800 ລ້ານໂດລາ ໂດຍທາງດ່ວນຈະມີ 4 ຊ່ອງຈະລາຈອນທີ່ມີຄວາມກ້ວາງລວມ 21 ແມັດ ໄລຍະທາງລວມ 176.3 ກິໂລແມັດ ທີ່ຈະເຮັດໃຫ້ຫລຸດເວລາໃນການເດີນທາງລົງຈາກເດີມ 5 ຊົ່ວໂມງ ເຫລືອພຽງ 1 ຊົ່ວໂມງເຄິ່ງເທົ່ານັ້ນ.

ໂດຍທາງດ່ວນຫ້ວຍຊາຍ-ບໍ່ເຕັນ ດັ່ງກ່າວຈະກໍ່ສ້າງຄູ່ຂະໜານກັບຖະໜົນ R3A ທີ່ເຊື່ອມຕໍ່ບໍ່ເຕັນກັບຫ້ວຍຊາຍຢູ່ແລ້ວ ແຕ່ກໍ່ເປັນເສັ້ນທາງທີ່ມີພຽງສອງຊ່ອງ ຈະ ລາຈອນເທົ່ານັ້ນ ຈຶ່ງເຮັດໃຫ້ບໍ່ສະດວກວ່ອງໄວໃນການຂົນສົ່ງສິນຄ້າ ແລະໂດຍ ສານ, ສະນັ້ນກະຊວງໂຍທາທິການແລະຂົນສົ່ງຈຶ່ງໄດ້ຕົກລົງໃຫ້ບໍລິສັດ Yunnan Sunny ກໍ່ສ້າງຂົວທາງຈໍາກັດເປັນຜູ້ລົງທຶນກໍ່ສ້າງໃນຮູບແບບ BOT ກໍ່ຄືການກໍ່ສ້າງ ແລະເກັບເອົາຜົນປະໂຫຍດຈົນຄົບອາຍຸສັນຍາ ແລ້ວຈຶ່ງໂອນໂຄງການໃຫ້ກັບລັດຖະບານລາວຕໍ່ໄປ.

ສ່ວນທ່ານບົວຄົງ ນາມມະວົງ ເຈົ້າແຂວງແຂວງບໍ່ແກ້ວ ຖະແຫລງວ່າ ການສົ່ງ ເສີມການລົງທຶນເພື່ອການພັດທະນາພື້ນຖານໂຄງລ່າງໃນແຂວງບໍ່ແກ້ວກໍາລັງດໍາເນີນໄປຢ່າງຕັ້ງໜ້າໂດຍສະເພາະແມ່ນການພັດທະນາຖະໜົນຈໍານວນ 11 ເສັ້ນ ທາງໃນເມືອງຫ້ວຍຊາຍ, ການພັດທະນາສະໜາມບິນຫ້ວຍຊາຍ ທີ່ຄືບໜ້າແລ້ວ 53 ເປີເຊັນຂອງແຜນການ ແລະການກໍ່ສ້າງທາງປູຢາງເຊື່ອມຕໍ່ ເມືອງປາກທາ ແລະເມືອງທ່າອຸດົມ ເຊິ່ງຄືບໜ້າແລ້ວ 47 ເປີເຊັນ ພ້ອມທັງຍັງໄດ້ຕົກລົງກັບບໍລິສັດຈາກຈີນກ່ຽວກັບການລົງທຶນກໍ່ສ້າງທາງດ່ວນເຊື່ອມຕໍ່ຫ້ວຍຊາຍກັບດ່ານບໍ່ເຕັນ ເຊິ່ງບໍລິສັດຈາກຈີນຈະເປັນຜູ້ລົງທຶນ ແລະດໍາເນີນການກໍ່ສ້າງໃນການຈັດ ຕັ້ງປະຕິບັດຕົວຈິງດ້ວຍ, ດັ່ງທີ່ທ່ານ ບົວຄົງໄດ້ໃຫ້ການຢືນຢັນວ່າ:

“ອັນທີ່ສໍາຄັນນີ້ກໍ່ແມ່ນພວກຂ້າພະເຈົ້າໄດ້ສຸມໃສ່ເສັ້ນທາງ 11 ເສັ້ນຢູ່ໃນຕົວເມືອງທີ່ວ່າປູເບຕົງ ກໍາລັງດໍາເນີນຢູ່, ອັນທີສອງລະແມ່ນ ກໍ່ສ້າງສະໜາມບິນ ມາຮອດດຽວນີ້ກະໄດ້ 53 ເປີເຊັນແລ້ວ, ອັນທີສາມແມ່ນການກໍ່ສ້າງເສັ້ນທາງເມືອງປາກທາໄປຫາທ່າອຸດົມ ເປັນທາງປູຢາງກະໄດ້ 47 ເປີເຊັນ ນອກນັ້ນກໍ່ແມ່ນພວກຂ້າພະເຈົ້າໄດ້ມີການລະດົມໃຫ້ເບື້ອງຈີນນັ້ນໄດ້ມາສໍາຫລວດ ແລະກ້າວໄປເຖິງການກໍ່ສ້າງທາງດ່ວນ ຈາກຫ້ວຍຊາຍໄປຫາບໍ່ເຕັນນີ້ ຈະໃຫ້ມັນໄດ້ດໍາເນີນການກໍ່ສ້າງ.”

ເຊິ່ງກໍ່ເຊັ່ນດຽວກັນກັບໂຄງການກໍ່ສ້າງທາງດ່ວນອີກສອງເສັ້ນທາງໃນລາວ ທີ່ບໍລິສັດຈາກຈີນກໍ່ໄດ້ຮັບອະນຸຍາດການລົງທຶນໃນຮູບແບບ BOT ຈາກລັດຖະ ບານລາວເຊັ່ນດຽວກັນ ກໍ່ຄືທາງດ່ວນນະຄອນຫລວງວຽງຈັນ-ວັງວຽງ-ບໍ່ເຕັນ ແລະທາງດ່ວນນະຄອນຫລວງວຽງຈັນ-ສະຫວັນນະເຂດ-ປາກເຊ ຕາມລໍາດັບ.

ສໍາລັບທາງດ່ວນນະຄອນຫລວງວຽງຈັນ-ວັງວຽງ-ບໍ່ເຕັນນັ້ນ ລັດຖະບານລາວໄດ້ອະນຸຍາດໃຫ້ສໍາປະທານແກ່ບໍລິສັດ Yunnan ວິສະວະກໍາ ແລະກໍ່ສ້າງຈາກຈີນໃນປີ 2018 ເຊິ່ງຖືເປັນສ່ວນນຶ່ງໃນແຜນການນຶ່ງແລວ-ນຶ່ງເສັ້ນທາງ (One belt-One Road) ໂດຍການກໍ່ສ້າງຊ່ວງທີ 1 ຈາກວຽງຈັນໄປວັງວຽງ ມີໄລຍະທາງ 113.5 ກິໂລແມັດ, ກ້ວາງ 23 ແມັດ, ມີ 4 ຊ່ອງທາງຈະລາຈອນທີ່ຂະໜານກັບຖະໜົນເລກທີ 13 ເໜືອດ້ວຍທຶນກໍ່ສ້າງ 1,300 ລ້ານໂດລາໃນຮູບແບບ BOT ອາຍຸສໍາປະທານ 30 ປີ, ນັບຈາກປີ 2021 ເປັນຕົ້ນໄປ. ທັ້ງນີ້ບໍລິສັດຈາກຈີນຈະດໍາເນີນການກໍ່ສ້າງຕໍ່ໄປຈົນເຖິງດ່ານບໍ່ເຕັນໃຫ້ສໍາເລັດພາຍໃນປີ 2025 ໂດຍຄູ່ຂະໜານໄປກັບເສັ້ນທາງລົດໄຟລາວ-ຈີີນນັ້ນເອງ.

ນອກຈາກນັ້ນ ກະຊວງໂຍທາທິການ ແລະຂົນສົ່ງ ກໍ່ໄດ້ຄັດເລືອກເອົາບໍລິສັດ China Yunnan Sunny ແລະບໍລິສັດ Road China Road and Bridge ຈາກຈີນກັບບໍລິສັດດວງຈະເລີນພັດທະນາຈໍາກັດ ແລະບໍລິສັດພູສີກໍ່ສ້າງ ແລະພັດທະນາ (ມະຫາຊົນ) ຈໍາກັດ ບໍລິສັດເອກະຊົນລາວໃຫ້ເປັນຜູ້ລົງທຶນເພື່ອກໍ່ສ້າງທາງດ່ວນເຊື່ອມຕໍ່ນະຄອນຫລວງວຽງຈັນໄປເມືອງປາກເຊໃນແຂວງຈໍາປາສັກ ໂດຍຈະເປັນການລົງທຶນແບບ BOT ທີ່ມີໄລຍະເວລາໃນການເກັບເອົາຜົນປະໂຫຍດ 30 ປີເຊັ່ນກັນ, ທັ້ງນີ້ທາງດ່ວນນະຄອນຫລວງວຽງຈັນ-ປາກເຊ ຈະມີຂະໜາດກ້ວາງ 23 ແມັດ, ມີໄລຍະທາງຍາວລວມທັງໝົດ 580 ກິໂລແມັດ ໂດຍມີກໍາໜົດກໍ່ສ້າງໃຫ້ສໍາເລັດແລ້ວ ໃນປີ 2025 ອັນຈະເຮັດໃຫ້ ການຂົນສົ່ງສິນຄ້າ ແລະໂດຍສານລະຫວ່າງລາວ ກັບເພື່ອນບ້ານ ມີຄວາມສະ ດວກຫລາຍຂຶ້ນ.

XS
SM
MD
LG