ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບໍລິສັດຈີນ ເລີ່ມລົງມື ກໍ່ສ້າງ ໂຄງການພັດທະນາ ເຂດບຶງທາດຫຼວງ


ພິທີວາງສີລາເລີກ ໂຄງການພັດທະນາ ເຂດເສດຖະກິດສະເພາະ ບຶງທາດຫຼວງ
ພິທີວາງສີລາເລີກ ໂຄງການພັດທະນາ ເຂດເສດຖະກິດສະເພາະ ບຶງທາດຫຼວງ
ກຸ່ມບໍລິສັດຈາກຈີນເລີ່ມລົງມືກໍ່ສ້າງໂຄງການພັດທະນາເຂດ
ເສດຖະກິດສະເພາະບຶງທາດຫຼວງເທິງເນື້ອທີ່ 365 ເຮັກຕ້າ ໂດຍຈະໃຊ້ເງິນລົງທຶນຄິດເປັນມູນຄ່າລວມເຖິງ 1,600 ລ້ານ
ໂດລາ.

ພິທີວາງສິລາເລິກເພື່ອເລີ່ມລົງມືພັດທະນາເຂດເສດຖະກິດ
ສະເພາະບຶງທາດຫຼວງ ໃນເຂດນະຄອນວຽງຈັນ ໄດ້ມີຂຶ້ນ
ຢ່າງເປັນທາງການ ເມື່ອບໍ່ດົນມານີ້ ໂດຍໃຫ້ກຽດເຂົ້າຮ່ວມ
ໃນພິທີການຄັ້ງນີ້ ກໍມີທ່ານສົມສະຫວາດ ເລັ່ງສະຫວັດຮອງ
ນາຍົກລັດຖະມົນຕີ ຜູ້ຊີ້ນໍາວຽກງານດ້ານເສດຖະກິດ ແລະ
ປະທານຄະນະກໍາມະການຄຸ້ມຄອງເຂດເສດຖະກິດພິເສດ ແລະເຂດເສດຖະກິດສະເພາະແຫ່ງຊາດລາວ ສ່ວນໃນຝ່າຍ
ຈີນນັ້ນ ກໍມີທ່ານນາງ ປູ ຈຽນ ກົວ ເອກອັກຄະລັດຖະທູດຈີນປະຈໍາລາວ ພ້ອມທັງຄະນະ
ບໍລິຫານໂຄງການ ທັງຈາກຝ່າຍ ລາວແລະຈີນນັ້ນກໍໄດ້ເຂົ້າຮ່ວມໃນພິທີຄັ້ງນີ້ ຢ່າງພ້ອມ
ໜ້າ.

ໂຄງການພັດທະນາເຂດເສດຖະກິດສະເພາະບຶງທາດຫຼວງໃນເຂດນະຄອນວຽງຈັນ ເປັນ ການລົງທຶນຂອງກຸ່ມບໍລິສັດພັດທະນາອະສັງຫາລິມະຊັບ ຫວານເຟິ້ງ ຊຽງໄຮ້ຈາກຈີນ ຊຶ່ງ ຈົດທະບຽນສ້າງຕັ້ງບໍລິສັດໃນລາວ ພາຍໃຕ້ຊື່ວ່າບໍລິສັດລົງທຶນພັດທະນາບຶງທາດຫຼວງ ຈໍາກັດ ດ້ວຍເງິນລົງທຶນຄິດເປັນມູນຄ່າລວມບໍ່ໜ້ອຍກວ່າ 1,600 ລ້ານໂດລາ ຫຼືປະມານ 12,800 ຕື້ກີບ.
ພິທີເຊັນສັນຍາອານຸຍາດໃຫ້ມີການລົງທຶນໂຄງການພັດທະນາເຂດເສດຖະກິດ ສະເພາະບຶງທາດຫລວງ.
ພິທີເຊັນສັນຍາອານຸຍາດໃຫ້ມີການລົງທຶນໂຄງການພັດທະນາເຂດເສດຖະກິດ ສະເພາະບຶງທາດຫລວງ.
ກຸ່ມບໍລິສັດຈາກຈີນໄດ້ປະກາດແຜນການວ່າຈະພັດທະນາພື້ນທີ່
ສໍາປະທານ 365 ເຮັກຕ້າ ຢູ່ທີ່ບຶງທາດຫຼວງດັ່ງກ່າວໃຫ້ເປັນເຂດ
ຕົວເມືອງທ່ອງທ່ຽວ ທີ່ທັນສະໄໝ ທີ່ມີທັງສວນສາທະລະນະ ສູນ
ກີລາ ສູນການຄ້າ ສູນບັນເທີງ ແລະສູນບໍລິການຕ່າງໆຢ່າງຄົບ
ວົງຈອນ ເຊັ່ນໂຮງແຮມລະດັບ 5 ດາວ ຮ້ານອາຫານ ຫ້າງສັບພະ
ສິນຄ້າ ເຮືອນວິລລາລະດັບສູງ ແບບວັດທະນະທໍາລາວ-ແບບຢູ
ໂຣບ ແລະ Apartment ສໍາລັບຢູ່ອາໄສ ທີ່ມີສິ່ງອໍານວຍຄວາມ
ສະດວກຢ່າງຄົບຊຸດ. ດັ່ງທີ່ທ່ານແຝງ ອິນທະລາດ ຮອງປະທານ
ສະພາບໍລິຫານເຂດເສດຖະກິດສະເພາະບຶງທາດຫຼວງ ໄດ້ໃຫ້
ການຢືນຢັນໃນຕອນນຶ່ງວ່າ:

"ຈຸດປະສົງເປົ້າໝາຍ ແມ່ນຈະສ້າງເຂດດັ່ງກ່າວ ໃຫ້ກາຍເປັນເຂດຕົວເມືອງ ທ່ອງທ່ຽວທີ່ທັນສະໄໝ ມີຄວາມສະຫງົບປອດໄພ ເປັນຕົວເມືອງສີຂຽວທີ່ມີ
ໜອງນໍ້າໃຫຍ່ຢູ່ກາງ ມີພື້ນຖານເສດຖະກິດທີ່ເຂັ້ມແຂງ ສັງຄົມສີວິໄລ ທັງຮັບ ປະກັນການພັດທະນາແບບຍືນຍົງ ແລະຕິດພັນກັບການປົກປັກຮັກສາສິ່ງ
ແວດລ້ອມ ແລະຊີວະນາໆພັນ."


ນອກຈານີ້ ເພື່ອເປັນການຮັກສາສະພາບແວດລ້ອມທໍາມະຊາດໃນເຂດບຶງທາດຫຼວງ ອີກດ້ວຍນັ້ນ ບໍລິສັດຈາກຈີນຍັງໄດ້ປະກາດແຜນການວ່າ ຈະດໍາເນີນການກໍ່ສ້າງສະຖານ ທີ່ບໍາບັດນໍ້າເປື້ອນ ແລະກໍາຈັດສິ່ງເສດເຫຼືອຕ່າງໆ ໂດຍຈະກໍ່ສ້າງໜອງນໍ້າຂະໜາດໃຫຍ່ ພ້ອມດ້ວຍລະບົບການລະບາຍນໍ້າທີ່ທັນສະໄໝ ຢູ່ທີ່ເຂດໃຈກາງຂອງໂຄງການອີກດ້ວຍ.

ການດໍາເນີນງານທັງໝົດດັ່ງກ່າວນີ້ ກຸ່ມບໍລິສັດຈາກຈີນຄາດວ່າຈະໃຊ້ເວລາ ລະຫວ່າງ 15-20 ປີ ຊຶ່ງກໍໝາຍຄວາມວ່າ ການພັດທະນາເຂດເສດຖະກິດສະເພາະບຶງທາດຫຼວງ ຈະສໍາເລັດບໍລິບູນ ພາຍໃນປີ 2030 ເປັນຢ່າງຊ້າ ແລະເມື່ອເຖິງເວລານັ້ນ ກໍໄດ້ມີການ ຄາດໝາຍວ່າ ຈະມີປະຊາກອນຫຼາຍກວ່າ 55,000 ຄົນ ທີ່ຈະເຂົ້າໄປພັກອາໄສຢູ່ໃນເຂດ ດັ່ງກ່າວນີ້ ໂດຍສ່ວນໃຫຍ່ກໍຄືນັກທຸລະກິດ ແລະຊາວຈີນທີ່ເດີນທາງເຂົ້າມາດໍາເນີນທຸລະ
ກິດຕ່າງໆຢູ່ໃນລາວນັ້ນເອງ.
ເສັ້ນທາງກໍາລັງຕັດໄໝ່ ເນັ່ງໄປຫາເຂດເສດຖະກິດບຶງທາດຫລວງ
ເສັ້ນທາງກໍາລັງຕັດໄໝ່ ເນັ່ງໄປຫາເຂດເສດຖະກິດບຶງທາດຫລວງ

ໂຄງການດັ່ງກ່າວນີ້ ຖືເປັນໂຄງການທີ່ທາງການລາວໃຫ້ສໍາ
ປະທານເພື່ອເປັນການຕອບແທນທີ່ກຸ່ມທຸລະກິດຈາກຈີນ ໄດ້ລົງທຶນກໍ່ສ້າງສະໜາມກິລາແຫ່ງຊາດແຫ່ງໃໝ່ ໃຫ້ແກ່
ລັດຖະບານລາວ ສໍາລັບຮອງຮັບການເປັນເຈົ້າພາບຈັດ
ການແຂ່ງຂັນກິລາຊີເກມສ໌ ຄັ້ງທີ 25 ໃນທ້າຍປີ 2009 ທີ່
ຜ່ານມາ ຫາກແຕ່ໂຄງການດັ່ງກ່າວນີ້ ກໍຕ້ອງປະສົບກັບ
ບັນຫາຊັກຊ້າມາໂດຍຕະຫຼອດ ເນື່ອງຈາກວ່າເປັນໂຄງ
ການທີ່ຈະຕ້ອງມີການເວນຄືນທີ່ດິນ ຈາກປະຊາຊົນລາວ
ຄິດເປັນເນື້ອທີ່ກວ້າງເຖິງ 1,000 ເຮັກຕ້າ ຈຶ່ງຖືກຄັດ
ຄ້ານຈາກປະຊາຊົນລາວ ຢ່າງກວ້າງຂວາງ.

ສໍາລັບພື້ນທີ່ ທີ່ຈະຖືກເວນຄືນໃຫ້ແກ່ກຸ່ມບໍລິສັດຈາກຈີນ ທີ່ລົງທຶນພັດທະນາໂຄງການດັ່ງ ກ່າວນີ້ ຈະກວມເອົາພື້ນທີ່ໃນເຂດ 6 ບ້ານ ໃນເມືອງໄຊເສດຖາ ແລະເມືອງສີສັດຕະນາກ ກໍຄື ບ້ານເມືອງນ້ອຍ ບ້ານໂນນຫວາຍ ບ້ານໂນນຄໍ້ເໜືອ ບ້ານໂພນທັນ ບ້ານໂພນປ່າເປົ້າ ແລະບ້ານດອນກອຍ ໂດຍມີການເວນຄືນທີ່ດິນຂອງປະຊາຊົນທັງໝົດ 435 ລາຍ ຊຶ່ງຈົນ
ເຖິງປັດຈຸບັນນີ້ ກໍຍັງມີຢູ່ເຖິງ 100 ກວ່າລາຍ ທີ່ຍັງບໍ່ຍອມຍ້າຍອອກ ໄປຈາກທີ່ດິນຂອງ
ພວກເຂົາເຈົ້າ.
XS
SM
MD
LG