ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ໄຟໄໝ້ສູນການຄ້າແຫ່ງນຶ່ງ ໃນຈີນ


ແຜນທີ່ ທີ່ຕັ້ງຂອງແຂວງ Jilin (ເນື້ອທີ່ສີແດງ) ໃນເຂດຕາເວັນອອກສຽງເໜືອຂອງຈີນ ບ່ອນທີ່ເກີດໄຟໄໝ້ ລາມໄປທົ່ວສູນການຄ້າແຫ່ງນຶ່ງເມື່ອວັນສຸກຜ່ານມານີ້
ແຜນທີ່ ທີ່ຕັ້ງຂອງແຂວງ Jilin (ເນື້ອທີ່ສີແດງ) ໃນເຂດຕາເວັນອອກສຽງເໜືອຂອງຈີນ ບ່ອນທີ່ເກີດໄຟໄໝ້ ລາມໄປທົ່ວສູນການຄ້າແຫ່ງນຶ່ງເມື່ອວັນສຸກຜ່ານມານີ້

ພວກເຈົ້າໜ້າທີ່ຈີນກ່າວວ່າ ​ໄດ້​ເກີດໄຟໄໝ້ລາມໄປທົ່ວ
ສູນການຄ້າ​ແຫ່ງ​ນຶ່ງ ໃນເຂດຕາ ເວັນອອກສຽງເໜືອ
ຂອງຈີນ ເມື່ອວັນສຸກຜ່ານມານີ້ ສົ່ງຜົນໃຫ້ມີຜູ້ເສຍຊີວິດ
19 ຄົນ ແລະບາດເຈັບອີກ 27 ຄົນ.

ອົງການຂ່າວຊິນຫົວຂອງທາງ​ການຈີນ ລາຍງານ​ຂ່າວ
ໃນວັນເສົາວານນີ້ວ່າ ໄຟ​ໄໝ້ຂະໜາດໃຫຍ່ດັ່ງ​ກ່າວ ໄດ້ລຸກລາມຂຶ້ນໃນ​ວັນສຸກຕອນເຊົ້າ ໃນເມືອງ Jilin ແລະໜ່ວຍ ດັບເພີງ​ໄດ້ໃຊ້ເວລາປະມານ 10 ຊົ່ວໂມງ ຈຶ່ງສາມາດມອດໄຟ​ໄດ້.

ທ່ານ Liu Qizhi ໂຄສົກຂອງອໍານາດປົກຄອງເມືອງດັ່ງກ່າວ ໄດ້ບອກກັບຊິນຫົວວ່າ
ຜູ້ໄດ້ຮັບບາດ​ເຈັບ 24ຄົນ ໃນຈໍານວນທັງໝົດ 27ຄົນນັ້ນ ​ເວລາ​ນີ້ຍັງ​ນອນ​ຮັບ​ການປິ່ນ
ປົວຢູ່ໃນໂຮງໝໍຢູ່ ແຕ່ກໍບໍ່ມີຜູ້ໃດໄດ້ຮັບບາດເຈັບສາຫັດ.

ລັດຖະບານກ່າວວ່າ ການສືບສວນສອບສວນ ຫາສາເຫດຂອງອັກຄີໄພຄັ້ງນີ້ ກໍາລັງ
ດໍາເນີນ​ໄປ. ເຈົ້າໜ້າທີ່ຕໍາຫລວດໄດ້ກັກຕົວຜູ້ຈັດການສູນການຄ້າໄວ້ແລ້ວ ເພື່ອສອບ
ປາກສອບຄໍາ.

ອົງການຂ່າວຊິນຫົວກ່າວວ່າ ຕຶກສູນການຄ້າທີ່ຖືກໄຟ​ໄໝ້ນັ້ນ​ ໄດ້ສ້າງຂຶ້ນມາເມື່ອປີ
1987 ຊຶ່ງມີຮ້ານຄ້າທັງໝົດ 64ຮ້ານ ຊຶ່ງສ່ວນໃຫຍ່ເປັນຮ້ານຄ້າຈໍາໜ່າຍຜະລິດຕະພັນ
ປະເພດເຄື່ອງອີ​ເລັກ​ໂທຣນິກ ສໍາ​ລັບ​ໃຊ້​ໃນ​ບ້ານ​ເຮືອນ ​ແລະຮ້ານເສື້ອຜ້າ ກັບເຟີນິເຈີ
ຫລື ເຄື່ອງຕົກແຕ່ງບ້ານ.

XS
SM
MD
LG