ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທູດ​ ຈີນ ເວົ້າ​ວ່າ ການ​ກ່າວ​ຫາ​ຂອງ ສະ​ຫະ​ລັດ ວ່າ ຈີນ ແຊ​ກ​ແຊງ ​ເຂົ້າ​ໃນ​ການ​ເລືອກ​ຕັ້ງ ແມ່ນບໍ່​ມີ​ມູນ​ຖານ


ທ່ານ ຊຸຍ ທຽນ​ໄກ ເອກ​ອັກ​ຄະ​ລັດ​ຖະ​ທູດ ຈີນ ປະ​ຈຳ ສະ​ຫະ​ລັດ.
ທ່ານ ຊຸຍ ທຽນ​ໄກ ເອກ​ອັກ​ຄະ​ລັດ​ຖະ​ທູດ ຈີນ ປະ​ຈຳ ສະ​ຫະ​ລັດ.

ເອກ​ອັກ​ຄະ​ລັດ​ຖະ​ທູດ ຈີນ ປະ​ຈຳ​ ສະ​ຫະ​ລັດ ກ່າວ​ວ່າ ການ​ກ່າວ​ຫາຫຼາຍ​ຢ່າງ​ຂອງ​ລັດ
ຖະບານ ທຣຳ ຕໍ່ ປັກກິ່ງ ແມ່ນ “ບໍ່ມີມູນຖານ”, ລວມທັງການແຊກແຊງການເລືອກຕັ້ງ
ນຳ.

ເອກ​ອັກ​ຄະ​ລັດ​ຖະ​ທູດ ຊຸຍ ທຽນ​ໄກ ໄດ້​ກ່າວ​ຕໍ່​ໂທ​ລະ​ພາບ ຟັອກ​ສ໌ ໃນ​ວັນ​ອາ​ທິດ​ວານ
ນີ້ວ່າ “ນຶ່ງໃນບັນດາກົດເກນພື້ນຖານຂອງນະໂຍບາຍການຕ່າງປະເທດຂອງ ຈີນ ແມ່ນ
ການບໍ່ແຊກແຊງເຂົ້າໃນບັນຫາພາຍໃນຂອງປະເທດອື່ນ. ພວກເຮົາໄດ້ຍຶດໝັ້ນ ໃນຫຼັກ
ເກນນີ້ມາຕະຫຼອດ. ພວກເຮົາມີປະຫວັດທີ່ດີຫຼາຍ.”

ໂດຍ​ປາ​ສະ​ຈາກ​ການ​ສະ​ແດງຫຼັກ​ຖານ​ ທີ່​ເປັນ​ຕົວ​ເປັນ​ຕົນ​ຂອງ​ການ​ແຊກ​ແຊງ​ເຂົ້າ​ໃນ​
ການເລືອກຕັ້ງໂດຍ ຈີນ ນັ້ນ, ທຳນຽບຂາວ ໄດ້ກ່າວຫາ ຈີນ ວ່າ ພະຍາຍາມທີ່ຈະຫັນ
ເຫພວກຜູ້ລົງຄະແນນສຽງ ໄປຈາກພັກຣີພັບບລີກັນໃນການເລືອກຕັ້ງຂອງເດືອນໜ້າ
ນີ້.

ເຂົາ​ເຈົ້າ​ຍັງ​ໄດ້​ເອີ້ນ​ວ່າ ​ໜັງ​ສື​ພິມ China Daily ໄດ້​ລົງ​ໂຄ​ສະ​ນາ​ຊວນ​ເຊື່ອຂອງ​ໜັງ​ສື​
ພິມ ສະຫະລັດ ຫຼາຍສະບັບດ້ວຍ.

ທ່ານ ຊຸຍ ໄດ້​ເອີ້ນ​ພາກ​ສ່ວນ​ຂອງ​ໜັງ​ສື​ພິມ​ນັ້ນ​ວ່າ ຮຽນ​ແບບ​ເອົາ​ກົນ​ໄກ​ຂອງ​ສື່ມວນ​ຊົນ
ສະຫະລັດ, ເປັນການຊື້ເອົາໜ້າໂຄສະນາໃນໜັງສືພິມ ເພື່ອເຮັດໃຫ້ວິໄສທັດຂອງຄົນຜູ້
ນຶ່ງເປັນທີ່ຮັບຮູ້.

ທ່ານ​ຍັງ​ໄດ້​ປະ​ຕິ​ເສດ​ການເຮັດ​ສົງ​ຄາມ​ການ​ຄ້າ​ລະ​ຫວ່າງ ສະ​ຫະ​ລັດ ກັບ ຈີນ, ເຖິງ​ແມ່ນ​
ຈະມີການຕອບໂຕ້ກັນໄປມາ ກ່ຽວກັບ ການວາງພາສີຂະໜາດໃຫຍ່ ໃສ່ສິນຄ້າສົ່ງອອກ
ຂອງກັນ ແລະ ກັນ ກໍຕາມ.

ທ່ານກ່າວ​ວ່າ ປະ​ຊາ​ຊົນ ອາ​ເມ​ຣິ​ກັນ ຕ້ອງ​ເບິ່ງ​ໃນ “ຮູບ​ໂດຍ​ລວມ,” ໂດຍ​ຊີ້​ໃຫ້​ເຫັນ​ວ່າ
ບັນດາບໍລິສັດ ສະຫະລັດ ຫາເງິນໄດ້ຫຼາຍຊ່ຳໃດໃນ ຈີນ ໃນຫຼາຍປີທີ່ຜ່ານມາ.

ທ່ານເອກ​ອັກ​ຄະ​ລັດ​ຖະ​ທູດ ຍັງ​ໄດ້​ປະ​ຕິ​ເສດ​ວ່າ ຈີນ ບໍ່​ໄດ້​ລັກ​ຊັບ​ສິນ​ທາງ​ປັນ​ຍາ​ຈາກ
ສະຫະລັດ, ບໍ່ເທົ່າໃດວັນ ຫຼັງຈາກເຈົ້າໜ້າທີ່ສືບລັບອາວຸໂສຂອງ ຈີນ ໄດ້ຖືກສົ່ງຕົວໃຫ້ ສະຫະລັດ ຍ້ອນການກ່າວຫາວ່າ ພະຍາຍາມຈະລັກຂໍ້ມູນລັບຈາກບັນດາບໍລິສັດການ
ບິນ ອາເມຣິກັນ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG