ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກວິສະວະກອນຊາວຈີນ ຖືກຈັບໂຕໃນ ປາກິສຖານ ກ່ຽວກັບ ຂໍ້ກາວຫາດູໝິ່ນສາສະໜາອິສລາມ


ແຟ້ມຮູບ-ແຜນທີ່ຂອງປະເທດປາກິສຖານ ທີ່ສະແດງໃຫ້ເຫັນນະຄອນຫຼວງອິສລາມາບັດ.
ແຟ້ມຮູບ-ແຜນທີ່ຂອງປະເທດປາກິສຖານ ທີ່ສະແດງໃຫ້ເຫັນນະຄອນຫຼວງອິສລາມາບັດ.

ເຈົ້າໜ້າທີ່ຢູ່ທາງພາກເໜືອຂອງປາກິສຖານ ໄດ້ຢືນຢັນໃນວັນອາທິດວານນີ້ວ່າ ພວກເຂົາເຈົ້າໄດ້ຈັບໂຕນັກວິສະວະກອນຊາວຈີນ ກ່ຽວກັບ ຂໍ້ຫາດູໝິ່ນສາສະໜາອິສລາມ, ສົ່ງຜົນເຮັດໃຫ້ເກີດມີການປະທ້ວງທີ່ໂມ​ໂຫໝົດຄືນ ໂດຍມີການຮຽກຮ້ອງໃຫ້ມີການເຄື່ອນໄຫວຕໍ່ຕ້ານບັນດາຄົນຕ່າງປະເທດ.

ເຈົ້າໜ້າທີ່ຕໍາຫຼວດໄດ້ລະບຸໂຕຂອງຜູ້ທີ່ຖືກຄວບຄຸມວ່າແມ່ນ “ທ້າວ ທຽນ,” ເຊິ່ງເປັນຫົວໜ້າຝ່າຍຂົນສົ່ງໜັກ ຢູ່ທີ່ກຸ່ມບໍລິສັດກໍ່ສ້າງ ເກຊູບາ (Gezhouba) ໂດຍເປັນໂຄງການພະລັງງານນໍ້າ ເດຊູ (Desu) ທີ່ຕັ້ງຢູ່ຫ່າງປະມານ 350 ກິໂລແມັດໄປທາງພາກເໜືອນະຄອນຫຼວງອິສລາມາບັດ ຂອງປາກິສຖານ.

ບັນຫາດັ່ງກ່າວໄດ້ລະເບີດຂຶ້ນໃນວັນເສົາທີ່ຜ່ານມາ ເມື່ອຫົວໜ້າຄົນງານຊາວຈີນ ພະຍາຍາມເຂົ້າໄປຜັກດັນໃຫ້ພະນັກງານຂັບລົດ ໃນລະຫວ່າງທີ່ພວກເຂົາເຈົ້າ ກໍາລັງດໍາເນີນພິທີສູດມົນພາວະນາຫຼັງຈາກຕອນສວາຍ ຢູ່ທີ່ສະຖານທີ່ເຮັດວຽກ ດັ່ງກ່າວ ເພື່ອໃຫ້ພວກເຂົາເຈົ້າເລັ່ງຄວາມ​ໄວການເຮັດວຽກແທນ.

“ລາວຍ່າງເຂົ້າໄປສະແດງທ່າທາງດ້ວຍການເວົ້າແບບດູຖູກ ແລະເສື່ອມເສຍ ໃນການໃຫ້ກຽດແກ່ ອາລລາ (Allah) ແລະ ສາດສະດາຂອງຊາວມຸສລິມ,” ອີງຕາມການສະແດງຄວາມບໍ່ພໍໃຈຂອງເຈົ້າໜ້າທີ່ຕໍາຫຼວດ ຢູ່ໃນສໍາເນົາ ເອກະສານທີ່ VOA ໄດ້ຮັບ.

ເຈົ້າໜ້າທີ່ຕໍາຫຼວດກ່າວວ່າ ການກະ​ທຳທີ່​ຖືກ​ກ່າວ​ຫາ​ວ່າ​ດູໝິ່ນສາສະໜາ ໄດ້ເຮັດໃຫ້ພະນັກງານຢູ່ໃນທ້ອງຖິ່ນມີຄວາມບໍ່ພໍໃຈຢ່າງຮຸນແຮງ, ສົ່ງຜົນເຮັດ ໃຫ້ມີການປະທ້ວງດ້ວຍຄວາມໃຈຮ້າຍໄປທົ່ວເມືອງ ໂຄຮິສຕານ (Kohistan) ໃນຕອນແລງວັນອາທິດວານນີ້, ເຊິ່ງເປັນບ່ອນທີ່ພວກປະທ້ວງຫຼາຍພັນຄົນ ມາໂຮມຊຸມນຸມກັນ ແລະໄດ້ປິດກັ້ນເສັ້ນທາງສາຍສໍາຄັນ ທີ່ເຊື່ອມຕໍ່ລະຫວ່າງ ປາກິສຖານ ແລະ ຈີນ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG