ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ການຍື່ນມືອອກ​ໄປ​ເຖິງລາ​ຕິນ​ອາ​ເມ​ຣິ​ກາຂອງ ເສດ​ຖະ​ກິດ​ຈີນ ສ້າງຄວາມ​ເປັນ​ຫ່ວງ ​ໃຫ້​ແກ່ສະຫະລັດ


ພວກ​ລູກ​ເຮືອ​ຈີນ ພາ​ກັນ​ໂບກ​ທຸງ​ຈີນ ແລະ​ທຸງ​ປາ​ນາ​ມາ ໃນວັນ​ທີ 3 ທັນ​ວາ 2018.
ພວກ​ລູກ​ເຮືອ​ຈີນ ພາ​ກັນ​ໂບກ​ທຸງ​ຈີນ ແລະ​ທຸງ​ປາ​ນາ​ມາ ໃນວັນ​ທີ 3 ທັນ​ວາ 2018.

ເປັນ​ເວ​ລາ​ຫຼາຍ​ຊົ່ວ​ຄົນມາແລ້ວ ທີ່ ເສດ​ຖະ​ກິດ​ຂອງ ​ອາ​ເມ​ຣິ​ກາ​ລາ​ຕິນ ແລະ​ຄາ​ຣີບຽນ
ໄດ້ຖືກ​ຄອບ​ງຳໂດຍການ​ຄ້າ​ກັບ​ສະ​ຫະ​ລັດ. ໃນ​ປີ​ມໍ່ໆ​ມາ​ນີ້ ເຖິງ​ແມ່​ນ​ວ່າຈະໄດ້ ມີ​ການ​
ຊຸກ​ຍູ້​ການເຕີບ​ໂຕ​ໂດຍ​ຈີນ ​ທີ​ຈະ​ລົງ​ທຶນ​ຢູ່​ໃນ​ຂົງ​ເຂດດັ່ງກ່າວ ໂດຍລັດ​ຖັດ​ບານທ່ານ​ສີ
ຈິນ​ຜິ້ງ ໜຶ່​ງແລວທາງນຶ່ງເສັ້ນ​ທາງ ​ທີ່​ໄດ້​ເລີ້ມຂຶ້ນ ເພື່ອ​ໃຫ້​ການ​ແນະ​ນຳດ້ານ​ການ​ຄ້າ
ໄປ​ສູ່ຈີນ ດ້ວຍ​ການ​ບັນ​ລຸ​ເຖິງ​ສິ່ງ​ທີ່​ຈະ​ຕິດ​ຕາ​ມມາ.

ຢູ່ນອກ​ການ​ສຳ​ມະ​ນາ ທີ່​ໄດ້​ອຸບ​ປະ​ຖຳ​ໂດຍ​ສູນ​ກາງສຶກ​ສາ​ອາ​ເມ​ຣິ​ກາລາ​ຕິນ​ຂອງ
ມະ​ຫາວິ​ທະ​ຍາ​ໄລຈອດ​ຈ໌​ທາວ ທ້າຍ​ອາ​ທິດ​ແລ້ວ​ນີ້ ບັນ​ດາ​ຜູ້​ຊ່ຽວ​ຊານ​ໃນ​ຂະແໜງ​ເສດ
ຖະ​ກິດ ຄວາມ​ໝັ້ນ​ຄົງ​ແຫ່ງ​ຊ​າດ ແລະ​ນັກ​ການ​ທູດ ໄດ້​ສົນ​ທະ​ນາ​ເພີ້ມ​ໃນ​ຄວາມ​ເປັນ​
ຫ່ວງ​ຂອງ​ເຂົາ​ເຈົ້າ​ກັບ ການ​ເພີ້ມພູນ​ເສດ​ຖະ​ກິດ ແລະ​ການ​ເມືອງ​ຂອງ​ຈີນທີ່​ແຊກ​ແຊງ​
ໃນ​ຂົງເຂດດັ່ງກ່າວ ແລະ​ຄວາມກັງ​ວົນ​ບໍ່​ເອົາ​ໃຈ​ໃສ່ ທີ່​ລັດ​ຖະ​ບານ​ສະ​ຫະ​ລັດ​ປະ​ຕິ​ບັດ
ພຽງ​ໜ້ອຍ​ດຽວ​ ເພື່​ອ​ປະ​ເຊີນ​ໜ້າ​ດ້ານຄວາມ​ກ້ຳເກີ່ງ.

ຄົນ​ພາ​ກັນ​ເຂົ້າ​ຮ່ວມ​ພິ​ທີ່​ລົງ​ນາ​ມ ລະ​ຫວ່າງໂບ​ລີ​ເວຍ ແລະ​ຈີນ ຜະ​ລິດ lithium ໃນ​ເມືອງ Oruro ປະ​ເທດ​ໂບ​ລີ​ເວຍ ໃນ​ທີ 6 ກຸ​ມ​ພາ 2019.
ຄົນ​ພາ​ກັນ​ເຂົ້າ​ຮ່ວມ​ພິ​ທີ່​ລົງ​ນາ​ມ ລະ​ຫວ່າງໂບ​ລີ​ເວຍ ແລະ​ຈີນ ຜະ​ລິດ lithium ໃນ​ເມືອງ Oruro ປະ​ເທດ​ໂບ​ລີ​ເວຍ ໃນ​ທີ 6 ກຸ​ມ​ພາ 2019.

ທ່ານ​ເອ​ຣິກ ຟາ​ຮ​ສະ​ເຫວີຮ​ຕ໌ ຮອງ​ປະ​ທານ​ຂອງ​ສັງ​ຄົມ​ອາ​ເມ​ຣິ​ກາ ແລະ​ສະ​ພາ​ຂອງ​
ອາ​ເມ​ຣິ​ກາ ກ່າວ​ວ່າ “ຈີນ​ມາ​ທີ່​ນີ້​ເພື່ອມາຮ້ວມ​ຢູ່​ໃນ​ຊີກໂລກຕາ​ເວັນ​ຕົກ. ມັນ​ອາດ​ເປັນ​
ບົດ​ບ​າດ​ການ​ເໜັງ​ຕີງ​ທີ່ໃຫຍ່ທີ່​ສຸດ​ ຢູ່​ໃນ​ດ້ານການ​ພົວ​ພັນ ທີ່​ພວກ​ເຮົາ​ໄດ້​ເຫັນ​ໃນ​ສັດ​
ຕະ​ວັດ​ນີ້.”

ເມື່ອ​ຊາວ​ປີ​ກ່ອນ ອີງ​ຕາມ​ຂໍ້​ມູນ​ຂອງ​ທະ​ນາ​ຄານ​ໂລກ ເກືອບ 57 ເປີ​ເຊັນ​ ຂອງ​ສິນ​ຄ້າ​
ອອກ​ຈາກ​ລາ​ຕິນ​ອາ​ເມ​ຣິ​ກາ ທີ່ໄດ້​ຈຳນ່າຍ​ຢູ່​ໃນ​ສະ​ຫະ​ລັດ ແລະ 49 ເປີ​ເຊັນ ຂອ​ງ​ສິນ​
ຄ້າ ທີ່​ສົ່ງ​ອອກ​ໄປ​ຫາ​ຂົງ​ເຂດ​ ແມ່ນໄດ້​ມາຈາກ​ສະ​ຫະ​ລັດ.

ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG