ເສດຖະກິດຈີນ ໄດ້ເຕີບໂຕຊ້າທີ່ສຸດ ໃນຮອບ 24 ປີ ແລະທ່າ
ອຽງທີ່ຊັກຊ້າລົງ ກໍຄາດວ່າຈະດຳເນີນຕໍ່ໄປໃນປີ 2015 ນີ້ ອີງ
ຕາມໂຕເລກໃໝ່ ທີ່ປັກກິ່ງ ຫາກໍນຳອອກເຜີຍແຜ່.
ລັດຖະບານຈີນ ກ່າວໃນວັນອັງຄານມື້ນີ້ວ່າ ເສດຖະກິດຂອງ
ຕົນເຕີບໂຕພຽງແຕ່ 7.4 ເປີເຊັນໃນປີ 2014 ທີ່ໄດ້ພາດເປົ້າ
ໝາຍເລັກນ້ອຍ ຕໍ່ການທຳນາຍໄວ້ ໃນອັດຕາ 7.5 ເປີເຊັນນັ້ນ.
ບັນດານັກວິເຄາະກ່າວວ່າ ອັດຕາດັ່ງກ່າວບໍ່ໄດ້ຂີ້ຮ້າຍດັ່ງທີ່ມັນ
ຄວນອາດຈະເປັນເລີຍ ໃນປີທີ່ການກູ້ຢືມບໍ່ມີການໃຊ້ຄືນຖີບ
ໂຕສູງຂຶ້ນ ສີນເຊື່ອລົ້ມລະລາຍ ແລະລາຄາອະສັງຫາລິມມະຊັບ
ທີ່ສຳຄັນໆຕົກຕຳ່ລົງ.
ລາຄາຊັບສິນຕ່າງໆຄາດວ່າ ຈະສືບຕໍ່ແກ່ດຶງເສດຖະກິດໃນປີ 2015 ພ້ອມດ້ວຍອຳນາດທີ່
ຈະກໍ່ໃຫ້ເກີດຜົນກະທົບຕໍ່ພາກສ່ວນອື່ນໆຂອງເສດຖະກິດ. ບັນດາຜູ້ຊ່ຽວຊານ ມີຄວາມ
ເປັນຫ່ວງກ່ຽວກັບການເລີ້ມວົງຈອນຂອງພາວະເງິນຝືດ ທີ່ອາດຈະເຮັດໃຫ້ຄວາມຮຽກຮ້ອງຕ້ອງການສິນຄ້າຢູ່ໃນທົ່ວພາກສ່ວນຕ່າງໆຂອງອຸດສາຫະກຳພາຍໃນປະເທດຂອງຈີນ
ຊັກຊ້າລົງ.
ທະນາຄານໂລກ ກ່າວວ່າ ການສືບຕໍ່ຊັກຊ້າລົງຂອງຈີນອາດຈະເປັນຜົນກະທົບ ຕໍ່ຕະ
ຫລາດໂລກ ໂດຍລົບລ້າງຜົນດີກ່ຽວກັບກິດຈະກຳເສດຖະກິດທີ່ເພີ້ມຂຶ້ນ ຢູ່ ໃນຕະຫລາດ
ແຮງງານ ຂອງສະຫະລັດ ແລະອັງກິດ.
ໂຕເລກໃໝ່ຂອງຈີນ ແມ່ນເປັນຜົນເຮັດໃຫ້ອົງການກອງທຶນສາກົນຫລຸດການທຳນາຍກ່ຽວ
ກັບການເຕີບໂຕຂອງເສດຖະກິດໂລກລົງໃນສອງປີຂ້າງໜ້າ. ແລະຍັງເຕືອນວ່າ ຄວາມ
ອ່ອນແອຢູ່ໃນເສດຖະກິດທີ່ສຳຄັນໆຂອງໂລກຈະມີນ້ຳໜັກກວ່າ ຜົນຂອງການຫລຸດລາ
ຄານໍ້າມັນຕໍ່າລົງ ຊຶ່ງບັນດາຜູ້ບໍລິໂພກໄດ້ມີຄວາມປິຕິຍິນດີໃນຫວ່າງບໍ່ເທົ່າໃດອາທິທີ່
ຜ່ານມານີ້.