ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຈີນ ເປັນນຶ່ງໃນບັນດາ ພາຄີການຄ້າ ລາຍໃຫຍ່ສຸດ ຂອງປາກີສຖານ (ວີດິໂອ)


Chinese Economic Footprint in Pakistan Increasing
please wait

No media source currently available

0:00 0:02:13 0:00
ລິງໂດຍກົງ

ເບິ່ງວີດິໂອ ພາສາອັງກິດ ກ່ຽວກັບລາຍງານນີ້

ຈີນ​ແມ່ນ​ລວມຢູ່​ໃນ​ບັນດາພາຄີການຄ້າລາຍໃຫຍ່ໆຂອງປາ
ກິສຖານ ແລະມີບໍລິສັດຈີນຫຼາຍກວ່າ 120 ບໍລິສັດ ທີ່ກໍາລັງ
ປະກອບ ທຸລະກິດຢູ່ໃນປາກິສຖານ ເຖິງແມ່ນວ່າບັນດາຊາວ
ຈີນ ປະເຊີນກັບຄວາມສ່ຽງ ດ້ານຄວາມປອດໄພໃນ​ລະດັບ​ສູງ
ຢູ່ໃນປາກິສຖານກໍຕາມ. Kohab Farshori ຜູ້ສື່ຂ່າວວີໂອເອ
ສຶກສາຄົ້ນ​ຄ້ວາເບິ່ງວ່າ ຈີນຈະໄດ້ຮັບຜົນປະໂຫຍດຫຍັງແດ່
ຈາກ ຄວາມສໍາພັນກັບປາກິສຖານນັ້ນ ຊຶ່ງທອງປານຈະນໍາ
ເອົາລາຍລະອຽດ ມາສະເໜີທ່ານ ໃນອັນດັບຕໍ່ໄປ.

ລິງໂດຍກົງ

ໃນລະຫວ່າງການຢ້ຽມຢາມຈີນ ຂອງນາຍົກລັດຖະມົນຕີ
ປາກິສຖານ ທ່ານ Nawaz Sharif ໃນເດືອນຜ່ານມານີ້ ທັງສອງປະເທດໄດ້ເຊັນຂໍ້ຕົກລົງ ດ້ານເສດຖະກິດຫຼາຍໆ ສະບັບດ້ວຍກັນ ທີ່ນໍາ​ເອົາ
ການລົງທຶນຕ່າງປະເທດ ທີ່ປາກີສຖານຕ້ອງການຫຼາຍທີ່ສຸດນັ້ນ ມາ​ໃຫ້​ປະ​ເທດ​ດັ່ງກ່າວ
ຊຶ່ງທ່ານ Derek Scissors ປະຈໍາມູນນິທິ Heritage Foundation ເວົ້າວ່າ ຈີນກໍຈະ ໄດ້ຮັບຜົນປະໂຫຍດນໍາເຊັ່ນກັນ

ທ່ານ Scissors ເວົ້າວ່າ: “ຈີນຈະໄດ້ຮັບຜົນປະໂຫຍດຢູ່ສອງຢ່າງ ຄືນຶ່ງ ການສະໜອງ
ວຽກ
ງານແກ່ພວກຄົນງານຂອງຕົນ ໄປຊົ່ວລະຍະຂອງໂຄງການເຫຼົ່ານີ້ ແລະສອງ
ກໍແມ່ນລາຍໄດ້ຈາກໂຄງການ ສໍາລັບ
ພວກບໍລິສັດທີ່​ລົງທຶນນັ້ນ ແມ່ນໃນດ້ານການຄ້າ.
ສ່ວນດ້ານການເມືອງນັ້ນ ປາກີສ
ຖານແມ່ນຕ້ອງການໄຟຟ້າ ຄືປາກີສຖານຕ້ອງການ
ສະບຽງ​ໄຟຟ້າ​ທີ່ສະໝໍ່າສະເໝີ ທີ່ຈະຊ່ວຍເສດຖະກິດຂອງ​ປາ​ກິ​ສຖານ ​ແລະ​ຊ່ວຍ
ສ້າງສະຖຽນລະພາບທາງສັງຄົມ ໃຫ້ແກ່ປາກິສຖານ.”

ນອກນີ້ແລ້ວ ຈີນ ຍັງຕ້ອງການ ການຮ່ວມມືຈາກປາກິສຖານ ໃນການກໍາຈັດພວກກຸ່ມຫົວ
ຮຸນແຮງຕ່າງໆ ທີ່ຈີນເວົ້າວ່າ ໃຊ້ດິນແດນປາກິສຖານເປັນບ່ອນຢັ້ງສໍາລັບທໍາການໂຈມຕີ
ຢູ່ໃນແຂວງ Xinjiang ທີ່ວຸ້ນວາຍ​ຂອງ​ຕົນ ຫຼືເຂດ Turkestan ຕາເວັນອອກນັ້ນ ຊຶ່ງທ່ານ
Aqab Malik ຈາກໂຮງຮຽນວິຊາການສຶກສານານາຊາດຂັ້ນ​ກ້າວໜ້າ ຂອງ​ມະຫາວິທະ
ຍາ​ໄລ Johns Hopkins ໃຫ້ທັດສະນະວ່າ:

“ຂ້າພະເຈົ້າຄິດວ່າ ປັດໃຈສໍາຄັນທີ່ສຸດປະການນຶ່ງ ຂອງຂໍ້ຕົກລົງກັນດັ່ງກ່າວນີ້
ສໍາລັບ​ຝ່າຍ​ຈີນ​ແລ້ວ ກໍຄືຄວາມ​ເຂົ້າໃຈທີ່ວ່າ ປາກີສຖານ ຈະຕ້ອງທໍາການ
ຕໍ່ສູ້ໄພຂົ່ມຂູ່ ຈາກຂະບວນການອີສລາມ ເຕີກິສຖານຕາເວັນອອກ.”


ທ່ານ ມາລິກ ຍັງເວົ້າອີກວ່າ ເພື່ອຈະ​ໃຫ້ມີການເຕີບໂຕທາງເສດຖະກິດລະຍະຍາວ ທີ່ຍືນ
ຍົງນັ້ນ ປາກິສຖານຈະຕ້ອງກວດລ້າງປາບ​ປາມພວກ​ຍຶດຖື ລັດທິຫົວຮຸນແຮງຈັດ​ຕ່າງໆນັ້ນ
ໃຫ້ໄດ້ເສຍກ່ອນ.

ທ່ານ Malik ເວົ້າວ່າ: “​ໃນ​ເມື່ອ​ວ່າ ປາກີສຖານໄດ້ເຮັດຂໍ້ຕົກລົງຕ່າງໆ ທາງດ້ານ
ເສດຖະກິດກັບຈີນໄປແລ້ວ ບັດນີ້ ປາກີສຖານກໍຈະຕ້ອງ​ໄດ້ສ້າງຄວາມກ້າວໜ້າ
ໄປສູ່ການຈັດ​ຕັ້ງ​ປະຕິບັດ ໂຄງການ​ໂຕ​ຈິງຕ່າງໆ ​ໃນ​ການຕໍ່ຕ້ານລັດທິຍຶດຖືອຸດົມ
ການຈັດ ແລະລັດທິຫົວຮຸນແຮງນັ້ນ ແລະຈະຕ້ອງມີເປົ້າໝາຍທີ່ລະບຸ​ອອກ​ມາ​ຢ່າງ​
ຈະແຈ້ງ ​ແລະ​ກົງໆ ວ່າປາກິສຖານຈະຕ້ອງ​ໄດ້​ປະ​ເຊີນ​ໜ້າກັບ​ມັນ ແລະບໍ່​ພຽງ​ແຕ່​
ເທົ່າ​ນັ້ນ ​ແຕ່​ຈະ​ຕ້ອງ​ໄດ້​ຈັດ​ຕັ້ງປະຕິບັດ ຢ່າງ​ແທ້​ຈິງນໍາອີກ.”


ຄວາມຮູ້ສຶກຕໍ່ຕ້ານສະຫະລັດ ແມ່ນສູງຫຼາຍຢູ່ໃນປາກີສຖານ ແລະຫຼາຍໆຄົນແລເຫັນ
ວ່າໃນຖານະພາຄີການຄ້ານັ້ນ ຈີນຈະເປັນຕົວຕ້ານ​ຢັນຕໍ່ສະຫະລັດ. ແຕ່ການທີ່ຈະເພິ່ງພາ
ອາ​ໄສປະເທດໃດນຶ່ງຫຼາຍເກີນໄປນັ້ນ ອາດບໍ່ເປັນທາງເລືອກທີ່ດີປານໃດສໍາລັບປາກິສ
ຖານ.

ທ່ານ Scissors ເວົ້າວ່າ: “ການມີຄວາມຫຼາກຫຼາຍນັ້ນແມ່ນເປັນສິ່ງ​ທີ່ດີ ​ໃນ​ກໍລະນີ​
ຂອງ
ສະຫະລັດ ສໍາລັບປາກີສຖານ ແລະໃນ​ກໍລະນີ​ຂອງຈີນນໍາດ້ວຍ ນັ້ນກໍຄືຖ້າ
ປາກີ
ສຖານ ເພິ່ງພາຈີນຫຼາຍເກີນໄປ ກໍຈະເປັນການຜິດພາດອັນໃຫຍ່ຫຼວງ.”

ການຄ້າສອງຝ່າຍລະຫວ່າງ ຈີນ-ປາກີສຖານ ເມື່ອປີກາຍນີ້ ມີມູນຄ່າ 12 ພັນລ້ານກວ່າ
ໂດລ່າ ແລະບັນດາຜູ້ນໍາຂອງປະເທດທັງສອງໄດ້ສັນຍາວ່າ ຈະເພີ່ມມູນຄ່າການຄ້າຂຶ້ນ
ຕື່ມອີກ ໃນຫຼາຍປີຕໍ່ໜ້ານີ້.
XS
SM
MD
LG