ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ກອງ​ທັບ​ ສ​ຫລ ຊື້ເຮືອ​ບິນບໍ່​ມີ​ຄົນ​ຂັບ​ທີ່ ​​ຜະ​ລິດຢູ່​ຈີນ ເພື່ອໃຊ້ເປັນເປົ້າ ໃນ​ການ​ຝຶກຍິງ ເຮືອ​ບິນດັ່ງ​ກ່າວ


ເຮືອ​ບິນບໍ່​ມີ​ຄົນ​ຂັບ Phantom 4 ທີ່ພັດ​ທະ​ນາ​ຂຶ້ນ​ມາ​ໂດຍບໍ​ລິ​ລັດຜະ​ລິດເຮືອ​ບິນບໍ່​ມີ​ຄົນ​ຂັບ DJI ຂອງ​ຈີນ ບິນ​ເຫວີ່ນ​ເພື່ອ​ສະ​ແດງ​ໃຫ້​​ຄົນເບິ່ງ ​ຢູ່​ໃນນະ​ຄອນ​ຫລວງໂຕ​ກຽວ ໃນ​ວັນ​ທີ 3 ມີ​ນາ 2016
ເຮືອ​ບິນບໍ່​ມີ​ຄົນ​ຂັບ Phantom 4 ທີ່ພັດ​ທະ​ນາ​ຂຶ້ນ​ມາ​ໂດຍບໍ​ລິ​ລັດຜະ​ລິດເຮືອ​ບິນບໍ່​ມີ​ຄົນ​ຂັບ DJI ຂອງ​ຈີນ ບິນ​ເຫວີ່ນ​ເພື່ອ​ສະ​ແດງ​ໃຫ້​​ຄົນເບິ່ງ ​ຢູ່​ໃນນະ​ຄອນ​ຫລວງໂຕ​ກຽວ ໃນ​ວັນ​ທີ 3 ມີ​ນາ 2016

ເຮືອ​ບິນບໍ່​ມີ​ຄົນ​ຂັບ​ທີ່ຜະ​ລິດຢູ່​ຈີນທີ່​ທຳ​ນຽບ​ຫ້າ​ແຈ​ໄດ້​ຊື້​ໃນ​ຫລາຍ​ເດືອນ​ກ່ອນນັ້ນ ພາຍ​ຫລັງ​ທີ່​ມັນ​ໄດ້​ຖືກ​ຫ້າມໃຊ້ ​ຍ້ອນ​ຄວາມ​ເປັນ​ຫ່ວງ​ດ້ານ​ຄວາມ​ປອ​ດ​ໄພ​ທາງ ດ້ານ​ຄອມ​ພິວ​ເຕີ ກຳ​ລັງຖືກ​ໃຊ້ "ໃຫ້​ເປັນ​ເປົ້າຍິງ" ແລະ​ບໍ່​ໄດ້​ຖືກ​ນຳ​ໃຊ້​ກັບ​ການ​ປະ​ຕິ​ບັດ​ງານ​ຂອງ​ກຳ​ລັງ​ທະ​ຫານ​ທີ່​ສຳ​ຄັນໆຂອງ​ສະ​ຫະ​ລັດ, ອີງ​ຕາມ​ຄຳ​ເວົ້າ ຂອງ​ເຈົ້າ​ໜ້າ​ທີ່​ໃນທຳ​ນຽບ​ຫ້າ​ແຈ ​ທີ່​ຮັບ​ຜິດ​ຊອບ​ໃນ​ການ​ຊື້​ອຸ​ປະ​ກອນ​ທາງ​ທະ​ຫານ.

ຈາ​ຫການ​ສືບ​ສວນ​ຂອງວີ​ໂອ​ເອ (VOA) ໃນ​ເດືອນ​ແລ້ວນີ້ ໄດ້​ເປີ​ດ​ເຜີຍ​ໃຫ້​ຮູ້​ວ່າ ກອງ​ທັບ​ອາ​ກາດ​ ແລະ​ກອງທັບ​ເຮືອຂອງ​ສະ​ຫະ​ລັດ ໄດ້​ຈ່າຍ​ເງິນ​ຫລາຍ​ແສນ​ ໂດລາ​ເພື່ອ​ຊື້​ເຮືອ​ບິນ​ບໍ່​ມີ​ຄົນ​ຂັບ ທີ່​ຜະ​ລິດ​ໂດຍບໍ​ລິ​ສັດ ດາ​ຈຽນ ອິນ​ໂນ​ເວ​ຊັນ​ສ໌ (Da Jiang Innovations) ຫລື DJI, ຊຶ່ງ​ເປັນບໍ​ລິ​ສັດ​ນຳ​ໜ້າຢູ່​ໃນ​ຕະ​ຫລາດ​ສິນ​ຄ້າ​ດັ່​ງ​ກ່າວ ເພື່ອ​ໃຊ້​ເຂົ້າ​ໃນ​ການ​ປະ​ຕິ​ບັດ​ງານ ທີ່​ມີ​ຄວາມ​ຫຼໍ່​ແຫຼມ​ສຳ​ຄັນສຸດ ແລະ​ເປັນ​ຄວາມ​ລັບ, ຊຶ່ງ​ລວມ​ທັງການ​ປະ​ຕິ​ບັດ​ງານ​ພິ​ເສດ​ທີ່​ມີຢູ່​ຂະ​ແໜງ​ດຽວ​ເທົ່າ​ນັ້ນ​ຂອງກອງ​ທັບ​ອາ​ກາດ ແລະ​ກຳ​ລັງ​ພິ​ເສດ​ຂອງກອງ​ທັບ​ເຮືອ ຫລື SEAL.

ໃນ​ແຕ່​ລະ​ກໍ​ລະ​ນີ, ພວກ​ທະ​ຫານ​ໄດ້​ໃຊ້​ການ​ຍົກ​ເວັ້ນ​ພິ​ເສດ ທີ່​ໄດ້​ຮັບ​ຈາກຫ້ອງ​ການຈັດ​ຊື້ ແລະ​ການ​ຮັກ​ສາ​ຄວາມ​ຍືນ​ຍົງ​ຂອງ​ທຳ​ນຽບ​ຫ້າ​ແຈ ທີ່​ໃຫ້​ການອະ​ນຸ​ມັດ “ໂດຍອີງຕາມ​ແຕ່​ລະ​ກໍ​ລະ​ນີ ເພື່ອ​ຕອບ​ສະ​ໜອງ​ຄວາມ​ຕ້ອງ​ການ​ອັນ​ຮີບ​ດ່ວນ," ນັ້ນ​ຄື​ຄຳ​ເວົ້າ​ຂອງ​ໂຄ​ສົກ​ປະ​ຈຳ​ທຳ​ນຽບ​ຫ້າ​ແຈ, ພັນ​ໂທໄມ​ຄ໌ ແອນດ​ຣູ​ສ໌ ທີ່​ກ່າວ​ຕໍ່​ວີ​ໂອ​ເອໃນ​ຕອນນັ້ນ.

ໃນ​ການ​ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວ​ໃນ​ວັນ​ທີ 18 ຕຸ​ລາ​ຜ່ານ​ມາ, ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຮັບ​ຜິດ​ຊອບວຽກ​ງານຈັດ​ຊື້ ແລະ​ຮັກ​ສາ​ຄວາມ​ຍືນ​ຍົງ​, ທ່ານນາງ ແອ​ລ​ແລນ ລອດ (Ellen Lord) ເວົ້າ​ວ່າ ຫ້ອງ​ການ​ຂອງ​ທ່ານ​ນາງໄດ້​ຂຽນ​ຂໍ້​ຍົກ​ເວັ້ນ​ດັ່ງ​ກ່າວນີ້​ອອກ​ມາ ​ເພື່ອ​ໃຫ້​ໃຊ້​ເຮືອ​ບິນບໍ່​ມີ​ຄົນ​ຂັບ "ຢູ່​ໃນ​ຂົງ​ເຂດ​ທີ່​ມີ​ສະ​ພາບການທີ່​ມີ​ການ​ຄວບ​ຄຸມ​ຢ່າງ​ເຄັ່ງ​ຄັດ" ເພື່ອ​ເປັນ​ການ​ທົດ​ລອງ​ຄວ​າມ​ສາ​ມາດ​ໃນ​ການຕ້ານ​ການ​ໃຊ້​ເຮືອ​ບິນບໍ່​ມີ​ຄົນ​ຂັບ​ຂອງກອງ​ທັບ​ສະ​ຫະ​ລັດ.

ທ່າ​ນ​ນາງ ລອດເວົ້າ​ວ່າ "ພວກ​ເຮົາ​ບໍ່​ໄດ້​ຮັບ​ອະ​ນຸ​ຍາດ​ໃຫ້​ໃຊ້ເຮືອ​ບິນບໍ່​ມີ​ຄົນ​ຂັບ ທີ່​ຜະ​ລິດ​ໂດຍ​ຈີນ​ຢູ່​ໃນ​ສະ​ໜາມ. ພວ​ກເຮົາກຳ​ລັງໃຊ້​ມັນເປັນເປົ້າຍິງ."

​ທຳ​ນຽບ​ຫ້າ​ແຈໄດ້​ອະ​ນຸ​ມັດໃຫ້​ຊື້​ອຸ​ປະ​ກອນ​ຂອງ​ບໍ​ລິ​ສັດ DJI ເພື່ອໃຊ້​ໃນ "ການ​ຝຶກ​ຊ້ອມ" ຕັ້ງ​ແຕ່ວັນ​ທີ 28 ມິ​ຖຸ​ນາ 2019 ເປັນ​ຕົ້ນມາ ອີງ​ຕາມ​ບົດ​ບັນ​ທຶກ​ຂອງ​ກະ​ຊວງ​ປ້ອງ​ກັນ​ປະ​ເທດທີ່​ວີ​ໂອ​ເອ​ໄດ້​ເຫັນ ແລະ​ໄດ້​ຮັບ​ການ​ຢືນ​ຢັນ​ຈາກ​ເຈົ້າ​ໜ້າ​ທີ່​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ທ່ານ​ນຶ່ງ.

ບັນ​ດາສະ​ມາ​ຊິກ​ຂອງ​ລັດ​ຖະ​ສະ​ພາເປັນ​ຫ່ວງ​ໃນການ​ສືບ​ຕໍ່​ໃຊ້ເຮືອ​ບິນບໍ່​ມີ​ຄົນ​ຂັບ​ ຜະ​ລິດ​ຢູ່​ຈີນ ໂດຍທຳ​ນຽບ​ຫ້າ​ແຈຫລາຍ ຈົນ​ວ່າ ສະ​ມາ​ຊິກ​ຂອງ​ລັດ​ຖະ​ສະ​ພາ ຈ​າກ ທັງ​ສອ​ງ​ພັກກຸ່ມນຶ່ງ​ໄດ້​ນຳ​ສະ​ເໜີນິ​ຕິ​ກຳໃນ​ເດືອນ​ແລ້ວນີ້ ທີ່​ຈະ​ຫ້າມ​ອົງ​ການ​ລັດ​ຖະ​ບານ​ກາງ​ຕ່າງໆ ບໍ່​ໃຫ້​ຊື້ເຮືອ​ບິນບໍ່​ມີ​ຄົນ​ຂັບຈາກ​ປະ​ເທດ​ໃດ​ໝົດ ທີ່​ປາ​ກົດ​ວ່າ ຈະ​ເປັນ​ການ​ສ່ຽງໄພ​ຕໍ່​ຄວາມ​ໝັ້ນ​ຄົງ​ຂອງ​ຊາດ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG