ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກເຄື່ອນໄຫວ ຈີນ ເສຍຊີວິດ ຍ້ອນບໍ່ໄດ້ຮັບ ການປິ່ນປົວ ເວລາຢູ່ໃນຄຸກ


ໝູ່ເພື່ອນຂອງທ່ານນາງ Cao Shunli ຢືນຢູ່ຕໍ່ໜ້າ ຫ້ອງໄອຊີຢູ ບ່ອນທີ່ທ່ານນາງ ເຂົ້າໂຮງໝໍ ຢູ່ກຸງປັກກິ່ງ (1 ມີນາ 2014)
ໝູ່ເພື່ອນຂອງທ່ານນາງ Cao Shunli ຢືນຢູ່ຕໍ່ໜ້າ ຫ້ອງໄອຊີຢູ ບ່ອນທີ່ທ່ານນາງ ເຂົ້າໂຮງໝໍ ຢູ່ກຸງປັກກິ່ງ (1 ມີນາ 2014)
ນັກເຄື່ອນໄຫວ ດ້ານສິດທິມະນຸດ ທີ່ມີຊື່ສຽງຄົນນຶ່ງຂອງຈີນ ເສຍຊີ
ວິດແລ້ວ ຫລັງຈາກໄດ້ລົ້ມປ່ວຍອາການຮ້າຍແຮງ ຢູ່ໃນຄຸກບ່ອນທີ່ ທ່ານນາງໄດ້ຖືກປະຕິເສດບໍ່ໃຫ້ໄດ້ຮັບການປິ່ນປົວພະຍາບານນັ້ນ.

ທ່ານນາງ Cao Shunli ໄດ້ເສຍຊີວິດທີ່ໂຮງໝໍກຸງປັກກິ່ງຫລັງຈາກ
ເຈົ້າໜ້າທີ່ໄດ້ອະນຸຍາດໃຫ້ສົ່ງທ່ານນາງ ໄປທີ່ໂຮງໝໍ ເມື່ອໄວໆມາ
ນີ້. ທ່ານນາງໄດ້ເປັນໂຣກຕັບ ແລະໂຣກປອດແຫ້ງ ຫຼືວັນນະໂຣກ.

ທ່ານນາງ Cao Shunli ນັກເຄື່ອນໄຫວອາຍຸ 52 ປີ ໄດ້ປຸກລະດົມ
ເລື່ອງສິດທິມະນຸດ ຢູ່ໃນຈີນ. ຜູ້ຄົນໄດ້ພົບເຫັນທ່ານນາງ ເທື່ອສຸດ
ທ້າຍເວລາທ່ານນາງຖືກຈັບ ໃນເດືອນກັນຍາ ປີກາຍນີ້ ຂະນະທີ່ ທ່ານນາງພວມກະກຽມທີ່ຈະເດີນທາງໄປນະຄອນເຈນີວາເພື່ອເຂົ້າຮ່ວມໂຄງການຝຶກອົບຮົມ ດ້ານສິດທິມະນຸດທີ່ນັ້ນ.

ພວກນັກເຄື່ອນໄຫວເວົ້າວ່າ ອາການປ່ວຍຂອງທ່ານນາງ ໄດ້ຊຸດໂຊມລົງຢ່າງຮ້າຍແຮງທີ່ສູນ ກາງຄຸມຂັງໃນກຸງປັກກິ່ງ ຍ້ອນຂາດການປິ່ນປົວພະຍາບານ.

ກຸ່ມປົກປ້ອງສິດທິມະນຸດທີ່ສຳຄັນ 2 ກຸ່ມ ຄື ອົງການນິລະໂທດກຳສາກົນ ແລະກຸ່ມ Human Rights Watch ຕ່າງກໍໄດ້ປະນາມເຈົ້າໜ້າທີ່ຈີນ ກ່ຽວກັບການເສຍຊີວິດຂອງທ່ານນາງ.

ເມື່ອໄວໆມານີ້ ເຈົ້າໜ້າທີ່ກະຊວງການຕ່າງປະເທດຄົນນຶ່ງຂອງຈີນ ກ່າວວ່າ ມີການສົງໄສວ່າ ທ່ານນາງ Cao Shunli ໄດ້ລະເມີດກົດໝາຍແລະກໍ່ອາຊະຍາກຳຈຳນວນນຶ່ງ. ເຈົ້າໜ້າທີ່ຄົນ ນີ້ເວົ້າວ່າ ຄະດີຂອງທ່ານນາງ ບໍ່ມີຫຍັງກ່ຽວພັນກັບສະຖານະການດ້ານສິດທິມະນຸດຢູ່ໃນຈີນ ເລີຍ.

ກ່ອນຖືກຈັບ ໃນເດືອນກັນຍາປີກາຍນີ້ ທ່ານນາງ Cao Shunli ໄດ້ເຂົ້າຮ່ວມໃນການນັ່ງປະ ທ້ວງຢູ່ຕໍ່ໜ້າກະຊວງການຕ່າງປະເທດຈີນ ຮຽກຮ້ອງໃຫ້ມະຫາຊົນຊາວຈີນ ໄດ້ຮັບອະນຸຍາດ ໃຫ້ເຂົ້າຮ່ວມ ໃນການຮ່າງລາຍງານ ກ່ຽວກັບເລື່ອງສິດທິມະນຸດແຫ່ງຊາດ ກ່ອນທີ່ຈະມີການ ທົບທວນໂດຍອົງການສະຫະປະຊາຊາດນັ້ນ.

XS
SM
MD
LG