ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການ​ພັດ​ທະ​ນາ ​ຕ່າງ​ປະ​ເທດ​ໃນ ມຽນ​ມາ ສ້າງ​ຄວາມ​ເປັນ​ຫ່ວງ ກ່ຽວ​ກັບ ຄວາມ​ໂປ່ງ​ໃສ


ນັກ​ວິ​ສະ​ວະ​ກອນ ຈີນ ຢືນ​ເບິ່ງ​ກຳ​ມະ​ກອນ​ຢູ່​ສະ​ຖານ​ທີ່​ກໍ່​ສ້າງໂຄງ​ການ​ບ້ານ​ພັກ​ຕາກ​ອາ​ກາດ ຈີນ, ໃກ້​ກັບ​ເມືອງ ສ​ເວ ໂກ​ໂກ, ລັດ ກະຫຼ່ຽງ, ມຽ​ນ​ມາ.
ນັກ​ວິ​ສະ​ວະ​ກອນ ຈີນ ຢືນ​ເບິ່ງ​ກຳ​ມະ​ກອນ​ຢູ່​ສະ​ຖານ​ທີ່​ກໍ່​ສ້າງໂຄງ​ການ​ບ້ານ​ພັກ​ຕາກ​ອາ​ກາດ ຈີນ, ໃກ້​ກັບ​ເມືອງ ສ​ເວ ໂກ​ໂກ, ລັດ ກະຫຼ່ຽງ, ມຽ​ນ​ມາ.

ໃນ​ເມືອງ ສ​ເວ ໂກ​ໂກ ທີ່​ມີ​ຂີ້​ຝຸ່ນ​ໄງ່​ກຸ້ມ, ຕັ້ງ​ຢູ່​ເຂດ​ຊາຍ​ແດນຂອງ​ປະ​ເທດ ມຽນ​ມາ ນັ້ນ,
ເຈົ້າຂອງຮ້ານຂາຍເຄື່ອງຊົນເຜົ່າກະຫຼ່ຽງ ທ້າວ ຊໍ ຕູ ໄດ້ເຊັດຂີ້ຝຸ່ນອອກຈາກຖົງໝາກ
ເຜັດແດງ ໃນຂະນະທີ່ລາວກຽມຂາຍເຄື່ອງອີກມື້ນຶ່ງຢູ່ຕະຫຼາດທ້ອງຖິ່ນ.

ສິ່ງ​ຂອງ​ບໍ​ລິ​ໂພກ​ພື້ນ​ຖານ​ຄື ເຂົ້າ, ຜັກ​ບົ່ວ ແລະ ນ້ຳ​ມັນ​ແຕ່ງ​ກິນ​ແມ່ນ​ມີ​ຂາຍ​ຢູ່​ຮ້າຍ​ຂອງ​
ທ້າວ ຊໍ ຕູ, ແຕ່ພື້ນຖານໂຄງລ່າງຂອງເມືອງນັ້ນ ແມ່ນບໍ່ໄດ້ຮັບການປັບປຸງຫຼາຍສົມ
ຄວນ ນັບຕັ້ງແຕ່ການຢຸດຍິງໄດ້ຖືກເຊັນລະຫວ່າງ ກອງທັບບົກ ມຽນມາ ກັບ ກຸ່ມຕິດ
ອາວຸດຊົນເຜົ່າຢູ່ພາຍໃນລັດນັ້ນ ໃນປີ 2012 ເປັນຕົ້ນມາ.

ທ້າວ ຊໍ ຕູ, ຜູ້​ທີ່​ໄດ້​ໜີ​ອອກ​ຈາກ​ບ້ານ​ເກີດ​ຂອງ​ລາວ​ເມື່ອ​ຊາວກວ່າ​ປີ​ແລ້ວ ແຕ່​ໄດ້​ກັບ​
ຄືນໄປໃນປີ 2011 ທີ່ຜ່ານມາ, ໄດ້ກ່າວວ່າ “ປະຊາຊົນຕ້ອງການນ້ຳ ແລະ ບາງບ່ອນ
ແມ່ນບໍ່ມີລະບົບໄຟຟ້າ ແລະ ນ້ຳໃຊ້. ພວກເຮົາມີຢູ່ໃນຂົງເຂດທຸລະກິດຕະຫຼາດເທົ່າ
ນັ້ນ.”

ໃນ​ຂະ​ນະ​ທີ່​ພື້ນ​ຖານ​ໂຄງ​ລ່າງ​ໃນ​ທ້ອງ​ຖິ່ນ​ຍັງ​ຂາດ​ແຄນ​ຢູ່​ນັ້ນ, ການ​ເຕີບ​ໂຕ​ທາງ​ເສດ​
ຖະກິດແມ່ນໄດ້ຂະຫຍາຍຕົວຂຶ້ນ ໃນເສັ້ນທາງຂອງໂຄງການກໍ່ສ້າງທີ່ສຳຄັນຢູ່ຂອບ
ຂອງເມືອງດັ່ງກ່າວ.

ຂົງ​ເຂດ​ບ້ານ​ພັກ​ຕາກ​ອາ​ກາດ, ເຊິ່ງ​ຄົນ​ໃນ​ທ້ອງ​ຖິ່ນ​ໄດ້​ຕັ້ງ​ສາ​ຍາ​ໃຫ້​ວ່າ “ເມືອງ​ຈີນ”
ນັ້ນ, ໄດ້ຖືກພັດທະນາຂຶ້ນຢູ່ຂ້າງແມ່ນ້ຳ ເມີຍ, ເຊິ່ງແຍກປະເທດ ມຽນມາ ອອກຈາກ
ໄທ.

ບ້ານ​ພັກ​ຕາກ​ອາ​ກາດ​ຂະ​ໜາດ​ໃຫຍ່ ແລະ ການ​ຂະ​ຫຍາຍ​ຕົວ​ເມືອງ ຈະ​ປົກ​ຄຸມ​ພື້ນ​
ທີ່ 809 ເຮັກຕາ ຕາມເຂດຊາຍແດນ ລວມທັງເຮືອນລາຄາແພງ, ຄອນໂດ, ໂຮງແຮມ,
ສູນການຄ້າ, ສະໜາມກັອຟ ແລະ ກາຊີໂນຫຼາຍແຫ່ງ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG