ກຸ່ມບໍລິສັດຈີນລົງທຶນໄປແລ້ວຫຼາຍກວ່າ 100 ລ້ານດອນລາ ເພື່ອ
ພັດທະນາເຂດເສດຖະກິດສະເພາະບຶງທາດຫລວງ ໃນນະຄອນ
ຫລວງວຽງຈັນ ໂດຍຈະສ້າງ Condo 19 ຊັ້ນ 12 ຕຶກ ໃຫ້ແລ້ວເສັດ
ໃນເດືອນຕຸລາ 2016.
ທ່ານແຝງ ອິນທິລາດ ຮອງປະທານຄະນະຄຸ້ມຄອງເຂດເສດຖະກິດສະເພາະບຶງທາດຫລວງ ຖະແຫລງວ່າ ກຸ່ມບໍລິສັດ Wan Feng Shanghai ຈາກຈີນໄດ້ນຳໃຊ້ເງິນທຶນໄປແລ້ວຄິດເປັນມູນຄ່າເຖິງ 107 ລ້ານດອນລາ ເພື່ອພັດທະນາເຂດເສດຖະກິດສະເພາະບຶງທາດຫລວງ ໃນນະຄອນຫລວງວຽງຈັນ.
ທັງນີ້ໂດຍການດຳເນີນງານນັບຈາກທ້າຍປີ 2012 ເປັນຕົ້ນມາຈົນເຖິງປັດຈຸບັນ ກໍໄດ້ຄືບໜ້າໄປຕາມແຜນການທີ່ວາງໄວ້ເປັນສ່ວນໃຫຍ່ ເຊັ່ນການກໍ່ສ້າງຖະໜົນຍາວ 400 ແມັດ ກວ້າງ 36 ແມັດເຊື່ອມຕໍ່ຈາກສາມແຍກ ໂພນທັນເຂົ້າມາໃນໂຄງການ ພ້ອມດ້ວຍການວາງແນວສາຍສົ່ງກະແສໄຟຟ້າ ລະບົບນ້ຳປະປາ ລະບົບກຳຈັດນ້ຳເປື້ອນ ການວາງແນວຖະໜົນຢູ່ພາຍໃນໂຄງການ ການຂຸດສວນນ້ຳຂະໜາດໃຫຍ່ ໃນເນື້ອທີ່ກວ້າງ 50 ເຮັກຕາ ແລະການກໍ່ສ້າງ Condominium ສູງ 19 ຊັ້ນຈຳນວນ 12 ຕຶກທີ່ຄືບໜ້າໄປແລ້ວເຖິງ 50 ເປີເຊັນ ຂອງແຜນການ.
ໂດຍສຳຫລັບ Condominium ດັ່ງກ່າວກໍຄາດໝາຍວ່າ ຈະດຳ
ເນີນການກໍ່ສ້າງແລ້ວເສັດຢ່າງສົມບູນທັງ 12 ຕຶກພາຍໃນເດືອນ
ຕຸລາ 2016 ດັ່ງນັ້ນ ກຸ່ມບໍລິສັດຜູ້ລົງທຶນໃນໂຄງການ ຈຶ່ງໄດ້ເລີ້ມ
ເປີດໃຫ້ທັງຄົນລາວ ແລະ ຊາວຕ່າງຊາດເຂົ້າໄປຈອງຊື້ຫ້ອງພັກ
ອາໄສ ຫຼື ສຳນັກງານຢູ່ Condo ທັງ 12 ຕຶກດັ່ງກ່າວ ໄດ້ແລ້ວ
ນັບແຕ່ເດືອນມີນານີ້ ເປັນຕົ້ນໄປ ໂດຍມີລາຄາເລີ້ມຕົ້ທີ່ 400,000
ດອນລາ ຫ້ອງຂະໜາດ 4 ຫ້ອງນອນ ແລະ 4 ຫ້ອງນ້ຳ.
ກ່ອນໜ້ານີ້ ຄະນະກຳມາທິການກົດໝາຍ ແລະ ກຳມາທິການ
ເສດຖະກິດ ແຜນການ ແລະການເງິນ ຂອງສະພາແຫ່ງຊາດລາວ
ກໍໄດ້ພິຈາລະນາກ່ຽວກັບ ການໃຫ້ສິດທິພິເສດ ແກ່ກຸ່ມບໍລິສັດຜູ້ລົງທຶນພັດທະນາໃນຫຼາຍ ດ້ານ ເຊັ່ນສິດທິພິເສດດ້ານການລົງທຶນໃນການພັດທະນາທຸລະກິດ ອະສັງຫາລິມະຊັບ
ການອຳນວຍຄວາມສະດວກ ໃຫ້ແກ່ນັກລົງທຶນລາຍຍ່ອຍ ໃນເຂດເສດຖະກິດສະເພາະ
ການໃຫ້ສິດທິພິເສດ ໃນການຮັກສາຄວາມສະງົບພາຍໃນ ເຂດເສດຖະກິດສະເພາະ
ສິດທິພິເສດໃນການຄຸ້ມຄອງ Condominium ຫຼື ທີ່ຢູ່ອາໄສ ແລະການໃຫ້ VISA ລະຍະ
ຍາວແກ່ນັກທຸລະກິດ ໃນເຂດເສດຖະກິດສະເພາະບຶງທາດຫລວງເປັນຕົ້ນ.
ແຕ່ຢ່າງໃດກໍຕາມ ການພິຈາລະນາດັ່ງກ່າວນີ້ ກໍໄດ້ມີຂຶ້ນໃນທ່າມກາງສະພາບການ ທີ່ກຸ່ມບໍລິສັດຈີນ ກໍຍັງບໍ່ສາມາດຕົກລົງກັບປະຊາຊົນລາວທີ່ພັກອາໄສຢູ່ໃນເຂດບຶງທາດຫລວງໄດ້ເລີຍ ເນື່ອງຈາກກຸ່ມບໍລິສັດຈີນຈະຊົດເຊີຍຄ່າທີ່ດິນໃນອັດຕາທີ່ຕ່ຳກວ່າຄວາມເປັນຈິງ ດັ່ງທີ່ເຈົ້າໜ້າທີ່ຂັ້ນສູງ ຂອງລາວໄດ້ໃຫ້ການຢືນຢັນວ່າ:
“ຜ່ານມານີ້ ກະຖືວ່າມັນບໍ່ໄປຕາມລະບົບ ເລີຍເກີດມີບັນຫາ
ຄວາມຫຍຸ້ງຍາກ ເພາະວ່າ ບໍລິສັດນີ້ ໄປກວມເອົາດິນປະຊາ
ຊົນ ໂຕນີ້ນິ ຄັນວ່າມັນໄປກວມດິນປະຊາຊົນແລ້ວ ກໍຕ້ອງໄດ້
ແກ້ ໃຫ້ບໍລິສັດເປັນຜູ້ທົດແທນຫຼືວ່າ ຄັນປະຊາຊົນບໍ່ໃຫ້ ບາງ
ເທື່ອນີ້ກະບໍ່ໄດ້ ເພາະວ່າມັນບ່ອນທຳມາຫາກິນຂອງເຂົາເດ້.”
ທັງນີ້ໂດຍໂຄງການພັດທະນາເມືອງໃໝ່ ຢູ່ບຶງທາດຫລວງມີເນື້ອທີ່ສຳປະທານ 365 ເຮັກຕາ ຊຶ່ງເຮັດໃຫ້ຈະຕ້ອງມີການເວນຄືນທີ່ດິນຂອງປະຊາຊົນລາວຈຳນວນທັງໝົດ 480 ຕອນ ໂດຍຫຼ້າສຸດ ກຸ່ມລົງທຶນຈາກຈີນໄດ້ລາຍງານວ່າ ສາມາດຕົກລົງ ແລະຈ່າຍຄ່າຊົດເຊີຍໃຫ້ກັບປະຊາຊົນລາວໄປແລ້ວ 98 ເປີເຊັນ ຄິດເປັນມູນຄ່າຫຼາຍກວ່າ 10 ລ້ານດອນລາ
ຈຶ່ງຍັງເຫຼືອ ອີກພຽງ 2 ເປີເຊັນ ເທົ່ານັ້ນ ທີ່ຍັງບໍ່ສາມາດຕົກລົງໄດ້.
ໂຄງການພັດທະນາເຂດເສດຖະກິດສະເພາະບຶງທາດຫລວງ ຈະເປັນເມືອງແຫ່ງການ
ທ່ອງທ່ຽວ ທີ່ຕິດພັນກັບການພັດທະນາອະສັງຫາລິມະຊັບ ທີ່ມີຄວາມທັນສະໄໝ ທີ່ຄຽງຄູ່
ກັບການປົກປັກຮັກສາວັດທະນະທຳ ແລະຮ່ອງຮອຍປະຫວັດສາດ ເພື່ອໃຫ້ເປັນຕົວແບບ
ຂອງການພັດທະນາເມືອງ ທີ່ທັນສະໄໝ ທີ່ສາມາດຮອງຮັບໄດ້ ທັງການດຳເນີນທຸລະກິດ
ແລະ ການຢູ່ອາໄສ ທີ່ມີສິ່ງອຳນວຍຄວາມສະດວກຢ່າງຄົບຊຸດ.