ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໑ ມິຖຸນາ ໒໐໒໓

ການຈາລະກຳ ທາງ ອິນເຕີແນັດ ຂອງຈີນ ເປັນໄພຂົ່ມຂູ່ ຕໍ່ ສຫລ (ວີດີໂອ)


ເອກອັກຄະລັດຖະທູດ ສະຫະລັດ ປະຈຳປະເທດຈີນ ທ່ານ Max Baucus ກ່າວຕໍ່ບັນດາຜູ້ນຳທຸລະກິດ ໃນປະເທດຈີນ

ເອກ​ອັກຄະ​ລັດຖະທູດ​ຄົນ​ໃໝ່ຂອງສະຫະລັດປະຈຳປະ​ເທດ​ຈີນ
ກ່າວ​ວ່າ ການ​ລັກລອບຄວາມ​ລັບ​ດ້ານ​ການ​ຄ້າ​ຂອງປັກ​ກິ່ງຜ່ານ
ທາງ​ອິນ​ເຕີ​ແນັດແມ່ນ ເປັນ “ໄພ​ຂົ່ມຂູ່​ທີ່​ຮ້າຍ​ແຮງ” ຕໍ່​ຄວາມ​ໝັ້ນ
ຄົງແຫ່ງຊາດ​ຂອງ​ສະຫະລັດ.

ການໃຫ້ຄວາມເຫັນ​ໃນ​ວັນ​ພຸດ​ມື້​ນີ້ ​ແມ່ນ​ຄຳ​ເວົ້າ​ທີ່ສຳຄັນຄັ້ງທຳ
ອິດຂອງ​ທ່ານ Max Baucus ​ກ່ຽວ​ກັບຄວາມ​ສຳພັນ​ລະຫວ່າງ
ສະຫະລັດກັບຈີນ ນັບ​ແຕ່ທ່ານ​ໄດ້​ເປັນ ​ເອກ​ອັກຄະ​ລັດຖະທູດ ​
ໃນ​ເດືອນ​ມີນາ​ ເປັນ​ຕົ້ນ​ມາ.

​ໃນຄຳປາໄສ​ຕໍ່​ບັນດາ​ຜູ້ນຳ​ທຸລະ​ກິດນັ້ນ ທ່ານ Baucus ກ່າວ​ວ່າ ສະຫະລັດ​ມີ “ຄວາມເຫັນ​ບໍ່ກົງກັນ​ຢ່າງແຮ​ງ” ກັບ​ຈີນ ກ່ຽວກັບ​ຄວາມ​ປະ​ພຶດ ທີ່ຍອມຮັບ​ໄດ້ ​ທາງອິນ​ເຕີແນັດ.

ທ່ານ Baucus ອະດີດ​ສະມາຊິກ​ສະພາ​ສູງອະວຸໂສກ່າ​ວວ່າ ສະຫະລັດ ຈະສືບຕໍ່ໃຊ້ “ວິທີ
ການດ້ານການ​ທູດ​ແລະດ້ານ​ກົດໝາຍ” ​ເພື່ອ​ຊຸກຍູ່່​ໃຫ້​ຈີນ ຍຸດຕິການ ລັກຂະໂມຍດັ່ງກ່າວ.

ການໃຫ້ຄວາມເຫັນຂອງ​ທ່ານ ​ມີ​ຂື້ນນຶ່ງ​ເດືອນ​ທີ່ ຫລັງຈາກວໍ​ຊິງ​ຕັນ ​ໄດ້​ກ່າວຫາ ທະຫານ
ຈີນ​ຫ້າ​ຄົນ ​ໃນ​ການ​ຈະລະກຳທາງດ້ານ​ເສດຖະກິດຕໍ່​ບໍລິສັດຂອງສະຫະ ລັດ.

US CHINA BAUCUS SOTVO
please wait
Embed

No media source currently available

0:00 0:00:44 0:00

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG