ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ແກັ່ງ​ອາ​ຊະ​ຍາ​ກອນ ຈີນ ມີ​ອິດ​ທິ​ພົນ​ໃນ​ເຂດ​ລຸ່ມ​ແມ່​ນ້ຳ​ຂອງ​ເພີ່ມ​ຂຶ້ນ ດ້ວຍ​ການ​​​ຊ​ື້​ຈ້າງເຈົ້າ​ໜ້າ​ທີ່​ລັດ


ເຂດເສດຖະກິດພິເສດ ລາວ-ຈີນ ທີ່ແຂວງບໍ່ແກ້ວ ຊຶ່ງຕັ້ງຢູ່ໃນເຂດສາມຫຼ່ຽມຄຳ ທີ່ມີຊາຍແດນລະຫວ່າງສາມປເະເທດ ລາວ ໄທ ແລະມຽນມາ.
ເຂດເສດຖະກິດພິເສດ ລາວ-ຈີນ ທີ່ແຂວງບໍ່ແກ້ວ ຊຶ່ງຕັ້ງຢູ່ໃນເຂດສາມຫຼ່ຽມຄຳ ທີ່ມີຊາຍແດນລະຫວ່າງສາມປເະເທດ ລາວ ໄທ ແລະມຽນມາ.

ແກັ່ງ​ອາ​ຊະ​ຍາ​ກອນ ຈີນ ມີ​ອິດ​ທິ​ພົນ​ໃນ​ການ​ດຳ​ເນີນ​ທຸ​ລະ​ກິດ​ຜິດ​ກົດ​ໝາຍ​ໃນ​ເຂດ​ລຸ່ມ​ແມ່​ນ້ຳ​ຂອງ​ເພີ່ມ​ຂຶ້ນ ດ້ວຍ​ການຊ​ື້​ຈ້າງເຈົ້າ​ໜ້າ​ທີ່​ລັດ ໂດຍ​ສະ​ເພາະ​ແມ່ນ​ຕຳຫຼວດ ແລະ ເຈົ້າ​ໜ້າ​ທີ່ກວດ​ຄົນ​ເຂົ້າ​-ອອກ​ເມືອງ​ນັ້ນ.

ນັກ​ຊ່ຽວ​ຊານ​ດ້ານ​ການ​ພົວ​ພັນ​ລະ​ຫວ່າງ​ປະ​ເທດ​ໃນ​ລຸ່ມ​ນ້ຳ​ຂອງ​ໃນ​ທັດ​ສະ​ນະ​ວ່າ​ການ​ທີ່​ລັດ​ຖະ​ບານ ຈີນ ໄດ້​ສົ່ງ​ເສີມ​ໃຫ້​ພາກ​ເອ​ກະ​ຊົນ ຈີນ ເຂົ້າ​ມາ​ລົງ​ທຶນ​ໃນ​ເຂດ​ລຸ່ມ​ແມ່​ນ້ຳ​ຂອງຫຼາຍ​ຂຶ້ນ ໂດຍ​ສະ​ເພາະ​ແມ່ນ​ການ​ລົງ​ທຶນ​ໃນ​ເຂດ​ເສດ​ຖະ​ກິດ​ພິ​ເສດ​ໃນ​ລາວ, ມຽນ​ມາ ແລະ ກຳ​ປູ​ເຈຍ ນັ້ນ​ໃນ​ດ້ານ​ນຶ່ງ​ຍ່ອມ​ສົ່ງ​ຜົນ​ດີ​ຕໍ່​ການ​ພັດ​ທະ​ນາ​ທາງ​ເສດ​ຖະ​ກິດ​ການ​ຄ້າ ແລະ ການ​ບໍ​ລິ​ການ ລວມ​ທັງ​ຍັງ​ມີ​ການ​ຈ້າງ​ແຮງ​ງານ​ໃນ​ທ້ອງ​ຖິ່ນ​ເພີ່ມ​ຂຶ້ນ​ອີກ​ດ້ວຍ ແຕ່​ໃນ​ອີກ​ດ້ານ​ນຶ່ງ​ນັ້ນ​ກໍ​ປາ​ກົດ​ວ່າ​ມີ​ແກັ່ງ​ອາ​ຊະ​ຍາ​ກອນ ຈີນ ໄດ້​ເຂົ້າ​ມາ​ສະ​ແຫວງ​ຫາ​ຜົນ​ປະ​ໂຫຍດ​ຈາກ​ທຸ​ລະ​ກິດ​ຜິດ​ກົດ​ໝາຍ​ເພີ່ມ​ຂຶ້ນ​ຢ່າງ​ໄວ​ວາ​ເຊັ່ນ​ກັນ ທັງ​ການ​ຄ້າ​ຢາ​ເສບ​ຕິດ, ການ​ຄ້າ​ມະ​ນຸດ, ການ​ຄ້າ​ໂສ​ເພ​ນີ, ການ​ພະ​ນັນ ແລະ ການ​ສໍ້​ໂກງ-ຫຼອກ​ລວງ​ດ້ວຍ​ລະ​ບົບ​ສື່​ສັງ​ຄົມ​ອອນ​ໄລ​ນ໌ ແລະ ການ​ຟອກ​ເງິນ​ໂດຍ​ຜ່ານ​ກາ​ຊີ​ໂນ​ທີ່​ຢູ່​ໃນ​ເຂດ​ເສດ​ຖະ​ກິດ​ພິ​ເສດ​ນັ້ນ ຊຶ່ງ​ປັດ​ໄຈ​ທີ່​ເຮັດ​ໃຫ້​ແກັ່ງ​ອາ​ຊະ​ຍາ​ກອນ ຈີນ ສາ​ມາດ​ຈັດ​ຕັ້ງ​ປະ​ຕິ​ບັດ​ໄດ້​ດັ່ງ​ກ່າວ​ກໍ​ຄື​ການ​ຊື້​ຈ້າງ​ບັນ​ດາ​ເຈົ້າ​ໜ້າ​ທີ່​ຂອງ​ລັດ ໂດຍ​ສະ​ເພາະ​ແມ່ນ​ຕຳຫຼວດ​ກັບ​ເຈົ້າ​ໜ້າ​ທີ່ກວດ​ຄົນ​ເຂົ້າ​-ອອກ​ເມືອງ​ນັ້ນ ດັ່ງ​ທີ່​ນັກ​ຊ່ຽວ​ຊານ​ໄດ້​ໃຫ້​ການ​ອະ​ທິ​ບາຍ​ວ່າ

“ຄວາມ​ເປັນ​ຕາ​ຢ້ານ​ມັນ​ຢູ່​ບ່ອນ​ທີ່​ວ່າ​ຄົນ ຈີນ ເຫຼົ່າ​ນີ້​ໄດ້​ສ້າ​ງ​ສາຍ​ສຳ​ພັນ​ກັບ​ເຈົ້າ​ໜ້າ​ທີ່​ລັດ ທີ່​ມີ​ຢູ່​ສອງ​ສ່ວນ​ດ້ວຍ​ກັນ. ສ່ວນ​ທີ 1 ກໍ​ຄື​ຕຳຫຼວດ, ສ່ວນ​ທີ 2 ກໍ​ຄື​ກອງກວດ​ຄົນ​ເຂົ້າ​ເມືອງ ເພາະ​ສະ​ນັ້ນ​ແລ້ວ​ຄວາມ​ເປັນ​ຕາ​ຢ້ານນີ້​ມັນ​ຈະ​ບໍ່​ເກີດ​ຂຶ້ນ​ເລີຍ ຖ້າ​ຫາກວ່າ​ກຸ່ມ​ທຶນ ຈີນ ສີ​ເທົາ​ເຫຼົ່າ​ນີ້​ຕົບ​ມື​ຂ້າງ​ດຽວ ການ​ທີ່​ມັນ​ມີ​ອີກ​ຂ້າງ​ນຶ່ງ​ມາ​ຕົບ​ດ້ວຍ​ມື​ຂ້າງ​ນັ້ນ​ກໍ​ເປັນ​ເຈົ້າ​ໜ້າ​ທີ່​ຂອງ​ລັດ​ເອງ. ບ່ອນນີ້​ທີ່​ມັນ​ຂະ​ຫຍາຍ​ຕົວ​ໄວຫຼາຍ.”

ຍິ່ງ​ໄປ​ກວ່າ​ນັ້ນ ບັນ​ດາ​ຫົວ​ໜ່ວຍ​ທຸ​ລະ​ກິດ​ທີ່​ກ່ຽວ​ຂ້ອງ​ກັບ​ການ​ໃຫ້​ບໍ​ລິ​ການ ແລະ ນຳ​ພາ​ນັກ​ທ່ອງ​ທ່ຽວ ຈີນ ເດີນ​ທາງ​ມາ​ປະ​ເທດ​ໃນ​ເຂດ​ລຸ່ມ​ນ້ຳ​ຂອງ​ນັ້ນ ກໍ​ລ້ວນ​ແຕ່​ຕົກ​ຢູ່​ພາຍ​ໃຕ້​ການ​ບໍ​ລິ​ຫານ​ງານ ແລະ ຄວ​ບ​ຄຸມ​ການ​ດຳ​ເນີນ​ທຸ​ລະ​ກິດ​ຢ່າງ​ຄົບ​ວົງ​ຈອນ​ໂດຍ​ເຄືອ​ຂ່າຍ​ຂອງ​ແກັ່ງ​ອາ​ຊະ​ຍາ​ກອນ ຈີນ ເຊັ່ນ​ກັນ​ໂດຍ​ມີ​ການ​ຈັດ​ຕັ້ງ​ບໍ​ລິ​ສັດ​ຕົວ​ແທນ​ຂຶ້ນ​ມາ ເພື່ອ​ຜູກ​ຂາດ​ທຸ​ລະ​ກິດ​ທີ່​ກ່ຽວ​ຂ້ອງ​ກັບ​ນັກ​ທ່ອງ​ທ່ຽວ​ຊາວ ຈີນ ທີ່​ເດີນ​ທາງ​ມາ​ໃນ​ເຂດ​ລຸ່ມ​ນ້ຳ​ຂອງ ກໍ​ຄື​ນັບ​ຕັ້ງ​ແຕ່​ເດີນ​ທາງ​ມາ​ຈົນ​ເດີນ​ທາງ​ກັບ​ຄືນ​ໄປ ຈີນ ນັ້ນ​ກໍ​ລ້ວນ​ແຕ່​ຢູ່​ພາຍ​ໃຕ້​ການ​ຄວບ​ຄຸມ ແລະ ຕົກ​ເປັນ​ຜົນ​ປະ​ໂຫຍດ​ຂອງ​ແກັ່ງ​ອາ​ຊະ​ຍາ​ກອນ​ ຈີນ ທັງ​ນັ້ນ. ສ່ວນ​ປະ​ເທດ​ທີ່​ຮອງ​ຮອງ​ນັກ​ທ່ອງ​ທ່ຽວ​ ຈີນ ກໍ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ພຽງ​ສ່ວນ​ນ້ອຍ​ເທົ່າ​ນັ້ນເຊັ່ນ ຄ່າ​ຈ້າງ​ໄກ້​ນຳ​ທ່ຽວ ແລະ ຄ່າ​ຈ້າງ​ຄົນ​ຂັບ​ລົດ. ສ່ວນ​ລູກ​ຈ້າງ​ໃນ​ກາ​ຊີ​ໂນ​ນັ້ນ​ກໍ​ຈະ​ຕ້ອງ​ປະ​ຕິ​ບັດ​ຕາມ​ສັນ​ຍາ​ຈ້າງ​ຢ່າງ​ຄົບ​ຖ້ວນ ເພາະ​ຖ້າ​ຫາກວ່າ​ມີ​ການ​ຂາດ​ຕົກ​ບົກ​ຜ່ອງ​ເກີດ​ຂຶ້ນ​ກໍ​ຈະ​ຖືກ​ປັບ​ໄໝ​ໃນ​ຖານ​ຜິດ​ສັນ​ຍາ​ຈ້າງ​ໄດ້​ເຊັ່ນ​ກັນ ດັ່ງ​ທີ່​ລູກ​ຈ້າງ​ກາ​ຊີ​ໂນ​ໃນ​ເຂດ​ເສດ​ຖະ​ກິດ​ພິ​ເສດ​ສາມຫຼ່ຽມ​ຄຳ​ທີ່​ເມືອງ​ຕົ້ນ​ເຜິ້ງ, ແຂວງບໍ່​ແກ້ວ ໄດ້​ໃຫ້​ການ​ອະ​ທິ​ບາຍ​ວ່າ

“ມາ​ເຮັດ​ວຽກ​ຢູ່​ກາ​ຊີ​ໂນ​ສາມຫຼ່ຽມ​ຄຳ​ນີ້​ເນາະ ຕ້ອງ​ເປັນ​ໜີ້​ຮອດ 40 ລ້ານ. ອັນ​ນີ້​ໃນ​ກໍ​ລະ​ນີ​ທີ່​ວ່າ​ຢາກ​ກັບ​ກ່ອນ​ກຳ​ນົດ​ວ່າ​ຊັ້ນ​ສາ. ອັນ​ນີ້​ແນ່ນອນ​ເນາະ ທາງ​ບໍ​ລິ​ສັດ​ເຂົາ​ຈະ​ຄິດ​ເງິນ​ຄ່າ​ປັບ​ໄໝ​ເນາະ ກໍ​ຄື​ຄ່າ​ເດີນ​ທາງ, ຄ່າ​ຢູ່, ຄ່າ​ກິນ. ແຕ່​ວ່າ​ເຈົ້າ​ມາ​ແລ້ວ ເຈົ້າ​ບໍ່​ໄດ້​ເຮັດ​ວຽກ ເຈົ້າ​ຢາກ​ກັບ​ກ່ອນ​ກຳ​ນົດ​ເນາະ ເຂົາ​ກໍ​ຕ້ອງ​ຄິດ​ໄລ່​ຄ່າ​ຢູ່, ຄ່າ​ກິນ, ອີ​ຫຍັງ​ເຂົາ​ຄືນ. ຄ່າ​ແລ່ນ​ບັດ, ແລ່ນ​ໃບ​ເຂົ້າ​ເດ ເພາະ​ວ່າ​ເຈົ້າ​ບໍ່​ໄດ້​ເຮັດ​ວຽກ​ໃຫ້​ເຂົາ​ຕາມ​ກຳ​ນົດ ແຕ່​ຖ້າ​ໃນ​ກໍ​ລະ​ນີ​ທີ່​ມາ​ແລ້ວ​ເຮັດ​ວຽກ​ໃຫ້​ເຂົາ​ຕາມ​ສັນ​ຍາ ເຈົ້າ​ບໍ່​ມີ​ໜີ້​ອີ​ຫຍັງ​ທັງ​ນັ້ນ.”

ກ່ອນ​ໜ້ານີ້ ທ່ານ ຊູ​ວິດ ກະ​ມົນ​ວິ​ສິດ ນັກ​ທຸ​ລະ​ກິດ​ສະ​ຖານ​ບັນ​ເທີງ ແລະ ອະ​ດີດ​ວຸດ​ທິ​ສະ​ມາ​ຊິກ​ໄທ ຖະ​ແຫຼງວ່າ​ກາ​ຊີ​ໂນ ຄິງ ໂຣ​ມັນ ຢູ່​ໃນ​ເຂດ​ເສດ​ຖະ​ກິດ​ພິ​ເສດ​ສາມຫຼ່ຽມ​ຄຳ​ທີ່​ເມືອງ​ຕົ້ນ​ເຜິ້ງ, ແຂວງບໍ່​ແກ້ວ​ນັ້ນ​ນອກ​ຈາກ​ຈະ​ເປັນ​ບ່ອ​ນ​ຮອງ​ຮັບ​ນັກຫຼິ້ນ​ການ​ພະ​ນັນ​ຈາກ​ຈີນ​ແລ້ວ ກໍ​ຍັງ​ເປັນ​ບ່ອນ​ຮອງ​ຮັບ​ຢາ​ບ້າ ແລະ ຢາ​ໄອ​ສ໌ ທີ່​ລັກ​ລອບ​ຂົນ​ສົ່ງມາ​ກັບ​ເຮືອ​ສິນ​ຄ້າ​ໃນ​ແມ່​ນ້ຳ​ຂອງ​ດ້ວຍ ດັ່ງ​ນັ້ນ​ຈຶ່ງ​ຖື​ວ່າ​ຜູ້​ລົງ​ທຶນ​ກໍ​ຄື​ທ້າວ ຈ້າວ ເຫວີຍ ນັກ​ທຸ​ລະ​ກິດ​ຊາວ ຈີນ ນັ້ນ​ມີ​ສ່ວນ​ພົວ​ພັນ​ໂດຍ​ກົງ​ກັບ​ການ​ຄ້າ​ຢາ​ເສບ​ຕິດ ລວ​ມ​ທັງ​ພົວ​ພັນ​ກັບ​ແກັ່ງ​ອາ​ຊະ​ຍາ​ກອນ ຈີນ ທີ່​ດຳ​ເນີນ​ທຸ​ລະ​ກິດ​ຜິດ​ກົດ​ໝາຍ​ໃນ​ເຂດ​ເສ​ດ​ຖະ​ກິດ​ພິ​ເສດ​ສາມຫຼ່ຽມ​ຄຳ​ດ້ວຍ ແຕ່​ວ່າ​ທ້າວ ຈ້າວ ເຫວີຍ ກໍ​ໄດ້​ຕອບ​ໂຕ້​ຂໍ້​ກ່າວ​ຫາ​ດັ່ງ​ກ່າວ ແລະ ຢືນ​ຢັນ​ວ່າ​ໄດ້​ດຳ​ເນີນ​ທຸ​ລະ​ກິດ​ຢ່າງ​ຖືກ​ຕ້ອງ​ຕາມ​ກົດ​ໝາຍ​ໃນ​ລາວ​ຢ່າງ​ຄົບ​ຖ້ວນ ໂດຍ​ປາ​ສະ​ຈາກ​ທຸ​ລະ​ກິດ ແລະ ສິ່ງ​ຜິດ​ກົດ​ໝາຍ​ຢ່າງ​ສິ້ນ​ເຊີງ.

ທັງ​ນີ້​ລັດ​ຖະ​ບານ​ລາວ​ໄດ້​ເປີດ​ປະ​ເທດ​ເພື່ອ​ຕ້ອນ​ຮັບ​ນັກ​ທ່ອງ​ທ່ຽວ​ຕ່າງ​ຊາດ​ນັບ​ແຕ່​ເດືອນ​ພຶດ​ສະ​ພາ 2022 ເປັນ​ຕົ້ນ​ມາ​ໂດຍ​ໃນ​ປີ 2023 ນີ້​ລັດ​ຖະ​ບານ​ລາວ​ກໍ​ໄດ້​ວາງ​ເປົ້າ​ໝາຍ​ຈະ​ດຶງ​ດູດເອົາ​ນັກ​ທ່ອງ​ທ່ຽວ​ຕ່າງ​ຊາດ​ໃຫ້​ໄດ້ຫຼາຍກວ່າ 1 ລ້ານ ສີ່​ແສນ​ຄົນ ໃນ​ນີ້​ຄາດ​ວ່າ​ຈະ​ເປັນ​ນັກ​ທ່ອງ​ທ່ຽວ ຈີນ 368,000 ຄົນ.

XS
SM
MD
LG