ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ສານຂອງຈີນ ຈະຮັບຟັງ ການຂໍອຸທອນ ຂອງທ່ານ Bo Xilai


ພາບບັນທຶກຂອງ ທ່ານ Bo Xilai ທີ່ກໍາລັງຖືກດໍາເນີນຄະດີ ໃນ​ຂໍ້​ຫາຮັບ​ສິນ​ບົນ ສໍ້​ໂກງ​ ​ແລະ​ໃຊ້​ອໍານາດ​ເຖື່ອນ.
ພາບບັນທຶກຂອງ ທ່ານ Bo Xilai ທີ່ກໍາລັງຖືກດໍາເນີນຄະດີ ໃນ​ຂໍ້​ຫາຮັບ​ສິນ​ບົນ ສໍ້​ໂກງ​ ​ແລະ​ໃຊ້​ອໍານາດ​ເຖື່ອນ.
ສານ​ຂອງ​ຈີນ​ແຫ່ງ​ນຶ່ງ ກ່າວ​ວ່າ ອະດີດ​ນັກ​ການ​ເມືອງທີ່ອັບອາຍ
​ຂາຍໜ້າ ທ່ານ Bo Xilai ຈະ​ໄດ້​ຮັບ​ອະນຸຍາດ​ ໃຫ້ຂໍ​ອຸທອນ
ກ່ຽວ​ກັບການຕັດສິນ​ລົງ​ໂທດທ່ານ ​ໃນ​ຂໍ້​ຫາຮັບ​ສິນ​ບົນ ສໍ້​ໂກງ​
​ແລະ​ໃຊ້​ອໍານາດ​ເຖື່ອນ.

ສານ​ສູງ ​ຂອງແຂວງ Shandong ​ໃນ​ພາກ​ຕາ​ເວັນ​ອອກ​ຂອງ
​ຈີນ ກ່າວໃນ​ວັນ​ພຸດ​ມື້​ນີ້​ວ່າ ທ່ານ Bo “​ໄດ້ປະຕິ​ເສດ​ບໍ່​ຍອມຮັບ​
ເອົາ​ການ​ຕັດສິນ” ຫລັງ​ຈາ​ກການດໍາ​ເນີນ​ຄະດີ​ໃນ​ເດືອນ​ສິງຫາ
ຊຶ່ງ​ຍັງ​ຜົນ​ໃຫ້​ມີການຕັດສິນລົງ​ໂທດທ່ານ ຕິດ​ຄຸກ​ຕະຫລອດ​ຊີວິດ.​

ຖະ​ແຫຼງຂ່າວບໍ່​ໄດ້ແຈ້ງ​ໃຫ້​ຊາບ​ວ່າ ​ເວລາ​ໃດ​ສານ​ຈຶ່ງ​ຈະ​ຮັບ​ຟັງ
ການ​ຂໍ​ອຸທອນດັ່ງ ກ່າວນີ້. ​ແຕ່ບັນດາ​ນັກສັງ​ເກ​ດການ​ກ່າວ​ວ່າ ບໍ່​
ຊົງ​ວ່າຈະ​ເປັນ​ທີ່​ສໍາ​ເລັດ​ໄດ້ ​ໃນ ​ເມື່ອ​ວ່າ​ບັນດາ​ຜູ້​ນໍາ​ຂັ້ນ​ສູງ​ຂອງ​
ຈີນ ​ໄດ້​ພາກັນ​ຕັດສິນ​ໃຈ​ໄປ​ແລ້ວ ກ່ຽວ​ກັບ​ຊະຕາ​ກໍາ​ຂອງທ່ານ Bo.

ທ່ານ Bo ​ຍອມຮັບ​ວ່າ ​ໄດ້​ກະທຳ​ຄວາມ​ຜິດ​ຈໍານວນ​ນຶ່ງ ​ແຕ່​ໄດ້​ປະຕິ​ເສດຕໍ່ການ​ກ່າວ​ຫາ​ສ່ວນ​ໃຫຍ່ຕໍ່​ທ່ານໃນການ​ດໍາ​ເນີນ​ຄະດີ​ທີ່​ຕື່ນ​ເຕັ້ນ​ເປັນ​ເວລາ​ຫ້າມື້ ຊຶ່ງໄດ້ ມີ​ການ​ຕິດຕາມເບິ່ງ​ຢ່າງ​ໃກ້ຊິດ​ ​ໃນ​ຈີນ.

ກ່ອນ​ຂ່າວ​ນອງ​ນັນ​ເກີດ​ຂຶ້ນນັ້ນ ທ່ານ Bo ແມ່ນ​ຜູ້ນໍາ​ອະ​ວຸ​ໂສ​ຄົນ​ນຶ່ງຂອງພັກ​ຄອມ​ມິ​ວນິສ
ຈີນ. ນັກ​ການ​ເມືອງ ​ທີ່​ມີ​ສະ​ເໜ່ດຶງ​ດູດ​ທ່ານ​ນີ້ ຍັງ​ມີ​ຜູ້ຕິດຕາມ​ມາ​ ຢ່າງຫລວງຫຼາຍ​ໃນ​ນາ​ມຫົວໜ້າ​ພັກຂອງເມືອງ​ Chongqin ຊຶ່ງ​ເປັນ​ເມຶຶ​ອງທີ່ ໃຫຍ່​ກຫົວ​ເມືອງ​ນຶ່ງ ​ແລະໃນ​ຖານະ​ທີ່ທ່ານກຳ​ຕຳ​ແໜ່​ງສຳຄັນ​ຢູ່​ໃນກໍາມະການ​ກົມ​ການ​ເມືອງ​ສູນ​ກາງ​ພັກ.


XS
SM
MD
LG