ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສານສູງສຸດ ຂອງຈີນ ອອກຄໍາສັ່ງ ໃຫ້ຢຸດຕິ ການທໍລະມານ


ບັນດາເຈົ້າໜ້າທີ່ຕໍາຫລວດ ກໍາລັງຢ່າງອອກມາຈາກສານ ທີ່ເມືອງ Jinan ທາງພາກຕາເວັນອອກຂອງແຂວງ Shangdon.
ບັນດາເຈົ້າໜ້າທີ່ຕໍາຫລວດ ກໍາລັງຢ່າງອອກມາຈາກສານ ທີ່ເມືອງ Jinan ທາງພາກຕາເວັນອອກຂອງແຂວງ Shangdon.
ສານ​ສູງ​ສຸດ​ຂອງ​ຈີນ ​ໄດ້​ອອກ​ຄຳ​ສັ່ງ ​ແນ​ໃສ່ເພື່ອ​ຢຸດຕິ​ການ​ບັງຄັບ​ເພື່ອ​ໃຫ້​ຮັບ​ສາລະພາບດ້ວຍ​ການ​ທໍລະມານ ທີ່​ມີ​ການ​ປະຕິບັດ​ການ​ຢ່າງ​ແຜ່​ກວ້າງ .

ສານ​ປະຊາຊົນສູງ​ສຸດຂອງ​ຈີນ ກ່າວ​ໃນ​ວັນ​ພຸດຜ່ານ​ມາ ​ທີ່​ພິມເຜີຍ​ແຜ່​ທາງ​ອິນ ​ເຕີ​ແນັດວ່າ ບໍ່​ຄວນ​ຈະ​ມີ​ການ​ນຳ​ໃຊ້ “ການ​ເຮັດ​ໃຫ້​ໜາວຈັດ ໂຫຍ​ຫີ​ວ ​ກະຫາຍ​ນໍ້າ​ ຈູດໄໝ້ ​ເມື່ອຍ​ເພຍ ​ແລະ​ການກະທຳ​ທີ່​ຜິດ​ກົດໝາ​ຍອຶ່ນໆ​”.

​ເຖິງ​ແມ່ນກົດໝາຍຈີນ ໄດ້​ຫ້າມບໍ່​ໃຫ້​ມີ​ການ​ກະທຳ​ແບບຢູ່​ແລ້ວ​ກໍ​ຈິງ ​ແຕ່ບັນດາ​ນັກ​ເຄື່ອນ​ໄຫວກ່າວ​ວ່າ ການບີບ​ບັງຄັບ​ໃຫ້​ຮັບ​ສາລະພາບນັ້ນ ບໍ່​ເປັນ​ທີ່​ແປກ​ຢູ່​ໃນ​ຈີນ ຊຶ່ງ​ເປັນບ່ອນ​ທີ່ອັດຕາ​ການ​ຖືກລົງ​ໂທດ​ແມ່ນ​ເກືອ​ບ​ເຖິງ 100 ​ເປີ​ເຊັນ.

ການ​ທໍລະ​ມານ​ຈໍານວນ​ນຶ່ງ​ແມ່ນ​ເກີດຂື້ນ​ຢູ່ ​ແມ່ນ​ເກີດ​ຂຶ້ນຢູ່ພາຍ​ໃນລະບົບ​ການ ລົງ​ໂທດ​ຂອງພັກ​ຄອມ​ມິ​ວນິສ ອັນ​ເປັນ​ຫົວ​ຂໍ້​ຂ່າວ​ຂອງ​ຄະດີ​ໃນ​ເດືອນ​ກັນຍາ ທີ່​ສະມາຊິກ​ພັກຄົນ​ນຶ່ງ ​ໄດ້ຈົມ​ຢູ່​ໃນ​ນໍ້າ ຫລັງ​ຈາກ​ມີ​ການ​ກ່າວ​ຫາ​ວ່າພວກ​ສືບສວນ ​ໄດ້​ຂົ່ມຫົວ​ຂອງ​ລາວ​ໃຫ້​ຈົມ​ຢູ່ນໍ້າ​.

ບັນດາ​ນັກ​ເຄື່ອນ​ໄຫວ ​ໄດ້​ສະ​ແດງ​ຄວາມ​ຍິນ​ດີ​ນຳ​ຄຳ​ສັ່ງ​ດັ່ງກ່າວ ​ແຕ່ກໍ​ເວົ້າ​ວ່າ ມັນ​ຈະ​ເປັນ​ໄປ​ໄດ້​ຍາກ​ໃນ​ການຈັດຕັ້ງປະຕິບັດ ​ເພາະວ່າ​ສານ​ຂອງ​ຈີນ ຖືກຄວບ ຄຸມ​ໂດຍ​ພັກ​ຄອມ​ມິ​ວນິສ ຊຶ່ງພາຍ​ໃນ​ພັກ​ເອງ​ນັ້ນກໍ​ເຕັມ​ໄປ​ດ້ວຍ​ການ​ສໍ້​ລາດ​ບັງ​ຫລວງ.

ຄຳ​ສັ່ງ​ດັ່ງກ່າວ ໄດ້​ມີ​ຂື້ນ​ຫລາຍ​ມື້​ຫລັງ​ຈາກພັກ​ຄອມ​ມິ​ວນິສ ​ໄດ້ປະກາດ​ກ່ຽວ​ກັບ ການ​ປະຕິ​ຮູບ​ໃນ​ຂອບ​ເຂດ​ທີ່​ກວ້າງ​ຂວາງ ​ຮ່ວມ​ທັງ​ການ​ຍຸຕິ​ການ​ສຳ​ມະ​ນາທີ່​ມີ​ຊື່ ສຽງ​ບໍ່​ຄ່ອຍ​ດີ ຜ່ານ​ສູນ​ອອກ​ແຮງ​ງານ​ໜັກ ​ແລະຫຼຸດຜ່ອນ​ໂຕ​ເລກການ​ກະທໍາ​ຜິດ ທີ່​ລົງ​ໂທດ​ດ້ວຍ​ການ​ປະຫານ​ຊີວິດ.
XS
SM
MD
LG