ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ບໍສິສັດຈີນ ຈະສຳເລັດການສ້າງທາງດ່ວນ X Way ຈາກນະຄອນວຽງຈັນ ໄປຫາບໍ່ເຕັນ ໃນປີ 2030


ທາງດ່ວນ X Way ຈາກນະຄອນວຽງຈັນ ໄປຫາບໍ່ເຕັນ.
ທາງດ່ວນ X Way ຈາກນະຄອນວຽງຈັນ ໄປຫາບໍ່ເຕັນ.

ບໍລິສັດຈາກຈີນຈະລົງທຶນກໍ່ສ້າງທາງດ່ວນເຊື່ອມຕໍ່ຈາກນະຄອນວຽງຈັນ ຫາດ່ານ ບໍ່ເຕັນ ຊຶ່ງເປັນໂຄງການຄູ່ຂະໜານ ກັບທາງລົດໄຟລາວຈີນນັ້ນ ໃຫ້ສຳເລັດສົມບຸນ ໃນຕະຫຼອດເສັ້ນທາງພາຍໃນປີ 2030 ຊຶ່ງຊົງລິດ ໂພນເງິນ ມີລາຍງານ ຈາກບາງກອກ.

ທ່ານເທົາ ຈຸນ ຮອງຜູ້ອຳນວຍການບໍລິສັດຮ່ວມທຶນພັດທະນາທາງດ່ວນ ລາວ-ຈີນ ຈຳກັດ ຖະແຫຼງຢືນຢັນວ່າ ໄດ້ສຳເລັດການສຳຫຼວດພາກສະໜາມ ໃນໂຄງການກໍ່ ສ້າງທາງດ່ວນທີ່ເຊື່ອມຕໍ່ຈາກນະຄອນຫຼວງວຽງຈັນ ໄປຫາດ່ານບໍ່ເຕັນ ແຂວງຫຼວງ ນໍ້າທາ ເມື່ອບໍ່ນານມານີ້ ໂດຍໃນການສຳຫຼວດດັ່ງກ່າວຍັງໄດ້ພົບປະເຈລະຈາກັບ ອຳນາດການປົກຄອງ ແລະປະຊາຊົນລາວ ທີ່ຢູ່ໃນເຂດກໍ່ສ້າງທາງດ່ວນອີກດ້ວຍ ທັງນີ້ເພື່ອທຳຄວາມເຂົ້າໃຈ ແລະນຳສະເໜີແຜນການປ້ອງກັນຜົນກະທົບຕໍ່ສັງຄົມ ແລະສິ່ງແວດລ້ອມທຳມະຊາດ ຮວມເຖິງການທົດແທນຄ່າທີ່ດິນ ແລະຊັບສິນທີ່ຈະ ຖືກເວນຄຶືນ ຊຶ່ງໄດ້ກຳນົດເອົາໄວໃນບັນທຶກຄວາມເຂົ້າໃຈວ່າດ້ວຍການກູ້ຢືມເງິນ ທຶນຈາກສະຖາບັນການເງິນໃນປະເທດຈີນ ດ້ວຍເປົ້າໝາຍທີ່ຈະກໍ່ສ້າງທ່າງດ່ວນ ດັ່ງກ່າວໃຫ້ເສັດສົມບູນ ແລະເປີດການນຳໃຊ້ໃນຕະຫຼອດເສັ້ນທາງພາຍໃນທ້າຍປີ 2030 ເປັນຢ່າງຊ້າ.

ໂຄງການກໍ່ສ້າງທາງດ່ວນະຄອນຫຼວງວຽງຈັນ-ບໍ່ເຕັນ ໄດ້ຖືກແບ່ງອອກເປັນ 4 ໄລຍະດ້ວຍກັນ ກໍຄືໄລຍະທີ 1 ເຊື່ອມຕໍ່ນະຄອນວຽງຈັນກັບເມືອງວັງວຽງ ດ້ວຍ ໄລຍະ ທາງ 113.5 ກິໂລແມັດ ໂດຍກໍ່ສ້າງແລ້ວເສັດ ແລະເປີດນໍາໃຊ້ນັບແຕ່ ທ້າຍປີ 2020 ເປັນຕົ້ນມາ ນັ້ນເປັນການລົງທຶນຂອງບໍລິສັດຢູນນານ (Yunnan) ກໍ່ສ້າງແລະການລົງທຶນຈາກຈີນ ຊຶ່ງໄດ້ຮັບສຳປະທານໂຄງການກໍ່ສ້າງທາງດ່ວນ ທີ່ຄູ່ຂະໜານກັບທາງລົດໄຟລາວຈີນ ທີ່ເຊື່ອມຕໍ່ຈາກນະຄອນຫຼວງວຽງຈັນໄປເຖິງດ່ານບໍ່ເຕັນ ໃນແຂວງຫຼວງນໍ້າທາ ຈາກລັດຖະບານລາວ ນັບຕັ້ງແຕ່ປີ 2018 ເປັນຕົ້ນມາ.

ສ່ວນໄລຍະທີ 2 ເຊື່ອມຕໍ່ຈາກວັງວຽງ ໄປຫຼວງພຣະບາງ ໄລຍະທີ 3 ຫຼວງພະ ບາງ-ອຸດົມໄຊ ແລະໄລຍະທີ 4 ອຸດົມໄຊ-ບໍ່ເຕັນ ຊຶ່ງມີໄລຍະທາງຮວມກັນ 326.5 ກິໂລແມັດນັ້ນກໍຄາດວ່າ ຈະຕ້ອງໃຊ້ເງິນລົງທຶນກໍ່ສ້າງອີກກວ່າ 4,700 ລ້ານໂດລາສະຫະລັດ ໂດຍຈະເປັນການລົງທຶນໃນຮູບແບບດຽວກັນກັບທາງດ່ວນ ໄລຍະທີ 1 ທີ່ເຊື່ອມຕໍ່ນະຄອນຫຼວງວຽງຈັນກັບວັງວຽງ ກໍຄືບໍລິສັດຈີນລົງທຶນ 95 ເປີເຊັນ ສ່ວນລັດຖະບານລາວລົງທຶນ 5 ເປີເຊັນ ຂອງມູນຄ່າການລົງທຶນທັງ ໝົດ ໂດຍມີອາຍຸສຳປະທານເຖິງ 50 ປີ ແລະຈັດເກັບຄ່າທຳນຽມການໃຊ້ທາງ ໃນອັດຕາຕັ້ງແຕ່ 66,000 ຫາ 220,00 ກີບ ຕໍ່ຖ້ຽວຕາມແຕ່ປະເພດ ຫຼືນໍ້າໜັກ ຂອງຍານພາຫານະເປັນສຳຄັນ.

ສ່່ວນທ່ານສຸກັນ ບຸນຍົງ ຮອງເຈົ້າແຂວງຫຼວງພະບາງ ຖະແຫຼງວ່າການສຶກສາ ຄວາມເປັນໄປໄດ້ໃນການກໍ່ສ້າງທາງດ່ວນທີ່ເຊື່ອມຕໍ່ແຂວງຫຼວງພະບາງກັບ ແຂວງອຸດົມໄຊ ໄດ້ດຳເນີນການສຳເລັດແລ້ວ ແລະຄາດວ່າບໍລິສັດຈີນຈະເລີ້ມ ລົງມືກໍ່ສ້າງໃນໄວໆນີ້ ໂດຍທາງດ່ວນໃນແຂວງຫຼວງພຣະບາງ ຈະມີໄລຍະທາງ ຍາວ 29.8 ກິໂລແມັດ ແລະ 84.1 ກິໂລແມັດ ໃນແຂວງອຸດົມໄຊ ດັ່ງທີ່ທ່ານ ສຸກັນ ໃຫ້ການຢືນຢັນວ່າ:

ຜ່ານການຄົ້ນຄວ້າ ປະກອບຄວາມເຫັນ ກອງປຸຊຸມພວກເຮົາກໍໄດ້ເຫັນວ່າ ຕາມ ແລວທາງເຊິ່ງເພີ່ນໄດ້ກຳນົດເປັນແນວນັ້ນຖືວ່າຈະມີປະສິດທິຜົນ ຫຼືວ່າມີຂໍ້ດີຫຼາຍ ກວ່າຕາມແລ້ວທີ່ເພີ່ນໄດ້ກຳນົດທາງນີ້ ຊຶ່ງໃນນັ້ນມັນຈະກວມຢູ່ດິນຂອງ 2 ແຂວງ ດິນຂອງແຂວງຫຼວງພະບາງຈະມີຢູ່ 29.8 ກິໂລແມັດ ແລະສ່ວນດິນຂອງ ແຂວງ ອຸດົມໄຊ ຈະມີຢູ່ 84.1 ກິໂລແມັດ.”

ທັງນີ້ບໍລິສັດຢູນນານກໍ່ສ້າງ ແລະການລົງທຶນຈາກຈີນ ໄດ້ໃຊ້ເງິນທຶນ 1,300 ລ້ານໂດລາສະຫະລັດ ເພື່ອກໍ່ສ້າງທາງດ່ວນນະຄອນຫຼວງວຽງຈັນ-ວັງວຽງ ນັບ ຈາກທ້າຍປີ 2018 ເປັນຕົ້ນມາ ແຕ່ກໍໄດ້ຈັດສັນຫຸ້ນສັດສ່ວນ 5 ເປີເຊັນ ຂອງ ມູນຄ່າລົງ ທຶນທັງໝົດໃນໂຄງການໃຫ້ແກ່ລັດຖະບານລາວ ເພື່ອເປັນການຕອບ ແທນລັດຖະບານລາວ ທີ່ໄດ້ຍົກເວັ້ນພາສີນໍ້າມັນໃຫ້ແກ່ບໍລິສັດຈີນ ໃນຕະຫຼອດ ການກໍ່ສ້າງ ທາງດ່ວນນະຄອນຫຫຼວງວຽງຈັນ-ວັງວຽງນັ້ນເອງ.

ກ່ອນໜ້ານີ້ ທ່ານທອງລຸນ ສີສຸລິດ ປະທານປະເທດ ຢືນຢັນວ່າບໍລິສັດ Yunnan ເປັນລາຍສຸດທ້າຍທີ່ໄດ້ຮັບການຍົກເວັ້ນພາສີນໍ້າມັນ ເພາະທາງການລາວໄດ້ປະ ກາດແລ້ວວ່າ ຈະບໍ່ສົ່ງເສີມການລົງທຶນຈາກຕ່າງປະເທດ ດ້ວຍການຍົກເວັ້ນພາສີ ນຳເຂົ້ານໍ້າມັນ ນັບຈາກປີ 2019 ເປັນຕົ້ນມາແລ້ວແຕ່ການຍົກເວັ້ນພາສີການນໍາ ເຂົ້ານໍ້າມັນໃຫ້ກັບບໍລິສັດຈີນດັ່ງກ່າວ ເພາະເຫັນວ່າເປັນໂຄງການທີ່ໃຊ້ທຶນຫຼາຍ ທັງຍັງເປັນການກໍ່ສ້າງທາງໃໝ່ ໂດຍຜູ້ລົງທຶນຮັບຜິດຊອບຄ່າເວນຄືນທີ່ດິນ ແລະ ສິ່ງປູກສ້າງທັງໝົດອີກດ້ວຍ.

ທັງນີ້ລັດຖະບານລາວໄດ້ອະນຸຍາດສໍາປະທານດັ່ງກ່າວ ໃຫ້ແກ່ບໍລິສັດ Yunnan ກໍ່ສ້າງ ໃນປີ 2018 ຊຶ່ງຖືເປັນສ່ວນນຶ່ງໃນແຜນການນຶ່ງແລວ ນຶ່ງເສັ້ນທາງຂອງ ລັດຖະບານຈີນ ໂດຍທາງດ່ວນ ທີ່ເຊື່ອມຕໍ່ຈາກນະຄອນວຽງຈັນ-ບໍ່ເຕັນ ມີໄລຍະ ທາງຍາວ 440 ກິໂລແມັດ ແລະຈະໃຊ້ເງິນທຶນກໍ່ສ້າງເຖິງ 6,000 ລ້ານໂດລາ ສະຫະລັດ.

XS
SM
MD
LG