ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຄາດວ່າຈີນ ຈະໃຫ້ສັນຍານ ກ່ຽວກັບ ນະໂຍບາຍ ທາງທະເລ ສຳລັບ 5 ປີຂ້າງໜ້າ


ປະທານປະເທດ ຈີນ ທ່ານ ສີ ຈິ່ນຜິງ (ກາງ) ຟັງການກ່າວ
ຄຳປາໄສ ໃນລະຫ່ວາງກອງປະຊຸມເປີດຂອງ ກອງປະຊຸມ
ປຶກສາຫາລື ປະຊາຊົນ ຈີນ ໃນຫໍປະຊຸມໃຫຍ່ທີ່ນະຄອນຫຼວງ ປັກກິ່ງ. 3 ມີນາ, 2017.
ປະທານປະເທດ ຈີນ ທ່ານ ສີ ຈິ່ນຜິງ (ກາງ) ຟັງການກ່າວ ຄຳປາໄສ ໃນລະຫ່ວາງກອງປະຊຸມເປີດຂອງ ກອງປະຊຸມ ປຶກສາຫາລື ປະຊາຊົນ ຈີນ ໃນຫໍປະຊຸມໃຫຍ່ທີ່ນະຄອນຫຼວງ ປັກກິ່ງ. 3 ມີນາ, 2017.

ບັນດາຜູ້ນຳ ຈີນ ຄາດວ່າຈະເປີດເຜີຍສັນຍານຕ່າງໆຈາກກອງປະຊຸມໃຫຍ່ຜູ້ແທນທົ່ວ
ປະເທດໃນເດືອນນີ້ ກ່ຽວກັບວ່າ ເຂົາເຈົ້າຈະເອົາການຢືນຢັດທີ່ແຂງ ຫຼື ອ່ອນ ຕໍ່ທະເລ
ຈີນໃຕ້ ທີ່ມີການຂັດແຍ້ງກັັັນຢ່າງກວ້າງຂວາງນັ້ນ, ອັນເປັນພາກພື້ນທີ່ມີຄວາມເປັນ
ຫ່ວງຈາກ ອາເຊຍຕາເວັນອອກສຽງໃຕ້ ຫາ ສະຫະລັດ.

ຈີນ ໄດ້ອ້າງກຳມະສິດໃນພື້ນທີ່ທະເລດັ່ງກ່າວເກືອບທັງໝົດ 3 ລ້ານ 5 ແສນຕາລາງກິ
ໂລແມັດ, ເຊິ່ງອຸດົມສົມບູນໄປດ້ວຍແຫຼ່ງຊັບພະຍາກອນ ລະຫວ່າງ ຊາຍຝັ່ງພາກໃຕ້
ຂອງເຂົາເຈົ້າ ລວມທັງ ເກາະ ບໍນີໂອນຳ. ການອ້າງກຳມະສິດດັ່ງກ່າວ ໄດ້ໄປທັບກັບ
ເຂດເສດຖະກິດພິເສດທາງທະເລຂອງຜູ້ອ້າງກຳມະສິດ ໃນເອເຊຍຕາເວັນອອກສຽງ
ໃຕ້ ທີ່ມີກອງທັບອ່ອນແອກວ່າ, ເຊິ່ງຫຼາຍປະເທດໄດ້ຮັບການສະໜັບສະໜູນໂດຍ
ສະຫະລັດ.

ໃນເວລາທີ່ປະເທດ ຈີນ ທີ່ປົກຄອງໂດຍພັກຄອມມູນິສ ຈັດກອງປະຊຸມໃຫຍ່ຄັ້ງທີ 19
ຂອງເຂົາເຈົ້າໃນສັບປະດານີ້, ບັນດາຜູ້ນຳອາວຸໂສ ມີອຳນາດທີ່ຈະຊີ້ນຳພັກ ກ່ຽວກັບ
ວິທີທີ່ຈະຮັບມືກັບຄວາມຂັດແຍ້ງທາງທະເລໃນອີກຫ້າປີຂ້າງໜ້າ. ຍົກຕົວຢ່າງ ເຂົາ
ເຈົ້າອາດຕົກລົງກັນໃຫ້ປະຕິບັດຕາມກົດໝາຍສາກົນ, ເຖິງແມ່ນວ່າ ຈະບໍ່ຍອມສະຫຼະ
ອຳນາດອະທິປະໄຕກໍຕາມ. ເຂົາເຈົ້າອາດສະເໜີໃຫ້ເອົາວິທີທີ່ຮຸນແຮງກວ່າເກົ່າ ຫຼື
ຕັດສິນໃຈທີ່ຈະຂະຫຍາຍເສັ້ນໝາຍໃນປັດຈຸບັນ ໃນຂະນະທີ່ສະໜອງການຊ່ວຍເຫຼືອ
ໃຫ້ປະເທດທີ່ອ້າງກຳມະສິດອື່ນໆ.

ທ່ານ Fabrizio Bozzato ຈາກສະມາຄົມການຄົ້ນຄວ້າແຜນຍຸດທະສາດ ໄຕ້ຫວັນ
ໄດ້ກ່າວວ່າ “ພາບທີ່ຄາດວ່າຈະເກີດຂຶ້ນຫຼາຍທີ່ສຸດກໍແມ່ນການເຮັດຊໍ້າຕື່ມ ກ່ຽວກັບ
ການຈັດຕັ້ງນະໂຍບາຍທາງທະເລໃນທະເລຈີນໃຕ້. ມັນອາດມີການປ່ຽນແປງນໍ້າສຽງ
ໃນທາງທີ່ລຽບງ່າຍກວ່າເກົ່າ. ນັ້ນແມ່ນສິ່ງທີ່ອາດເປັນໄປໄດ້ ແຕ່ກໍບໍ່ແມ່ນຄວາມແນ່
ນອນ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG