ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ມີການພົບວ່າ ບໍລິສັດຈີນ ​ລັກຂະໂມຍ​ ຄວາມ​ລັບ ທາງດ້ານ​ການ​ຄ້າ ຂອງບໍລິສັດ ສຫລ


ສ່ວນນຶ່ງຂອງໜ້າເວັບໄຊຫຼັກ ຂອງກຸ່ມບໍລິສັດ ຊິ​ໂນ​ແວ​ລ ວິນ (Sinovel Wind Group).
ສ່ວນນຶ່ງຂອງໜ້າເວັບໄຊຫຼັກ ຂອງກຸ່ມບໍລິສັດ ຊິ​ໂນ​ແວ​ລ ວິນ (Sinovel Wind Group).

ຄະນະ​ຕຸລາການຂອງ​ລັດຖະບານ​ກາງ ​ໃນລັດວິສຄອນ​ຊິນ​ໃນ​ວັນ​ພຸດ​ວານ​ນີ້ໄດ້ພົບເຫັນ
ວ່າບໍລິສັດ​ທີ່​ເຮັດ​ກັງຫັນ​ລົມຂອງຈີນ ​ໄດ້​ທຳ​ການ​ລັກຂະໂມຍ​ ຄວາມ​ລັບທາງດ້ານ​ການ​ຄ້າ
ທີ່​ເກືອບ​ວ່າ​ທຳລາຍ​ບໍລິສັດຜູ້ຜະລິດຂອງ​ສະຫະລັດບໍລິສັດນຶ່ງ.

ກຸ່ມ ຊິ​ໂນ​ແວ​ລ ວິນ (Sinovel Wind Group) ຂອງ​ຈີນ ແມ່ນບໍລິສັດທີ່​ປະກອບ​ກິດຈະ
ການ​ຢູ່ໃນສະຫະລັດ.

ທະນາຍຄວາມຂອງສະຫະລັດ ທ່ານ​ສກັອຕ ເບລ​ເດີ ​ໄດ້​ກ່າວ​ວ່າ “ການ​ລັກຂະ​ໂມ​ຍ
ຄວາມ​ຄິດ ​ແລະ​ຄວາມ​ສະຫລຽວສະຫລາດນັ້ນ ບໍ່​ແມ່ນ​ການ​ຜິດຂ້ອງຕ້ອງຖຽງ ທາງ​
ການ​ທຸລະ​ກິດ. ມັນ​ແມ່ນ​ອາຊະຍາກຳ ​ແລະ​ກໍ​ຈະ​ຖືກ​ນຳ​ມາ​ລົງ​ໂທດ.”

ອີງ​ຕາມ​ສຳນວນຟ້ອງຂອງລັດຖະບານຕໍ່ກຸ່ມຊິ​ໂນ​ແວ​ລແລ້ວ, ບໍລິສັດດັ່ງກ່າວນີ້ໄດ້ຮັບ​
ສັນຍາ​ທີ່​ຈະ​ຜະລິດ​ແລະ​ໃຫ້ການ​ບໍລິການ ​ໃນ​ມູນ​ຄ່າ 800 ລ້ານ​ໂດ​ລາ ​ໃນນາມ​ບໍລິສັດ
ຊູເປີ້ຄອນດັກເຕີ້ອາ​ເມຣິກັນ ຫຼື AMSC ​ທີ່​ຕັ້ງ​ຢູ່​ໃນ​ລັດວິສຄອນ​ຊິນ.

ພວກນົກບິນຜ່ານ ເຄື່ອງໝາຍການຄ້າຂອງບໍລິສັດ ຊິໂນແວລ ວິນ (Sinovel) ຂ້າງນອກ ສຳນັກງານໃຫຍ່ ໃນນະຄອນປັກກິ່ງ, 6 ມັງກອນ 2011.
ພວກນົກບິນຜ່ານ ເຄື່ອງໝາຍການຄ້າຂອງບໍລິສັດ ຊິໂນແວລ ວິນ (Sinovel) ຂ້າງນອກ ສຳນັກງານໃຫຍ່ ໃນນະຄອນປັກກິ່ງ, 6 ມັງກອນ 2011.

ສຳນວນຟ້ອງກ່າວ​ວ່າ ບໍລິສັດ ຊິ​ໂນ​ແວ​ລ ໄດ້ວາງແຜນໃນ​ປີ 2011 ກັບຜູ້ຈັດການ
2 ຄົນ ​ແລະ​ອະດີດ​ພະນັກງານຄົນນຶ່ງຂອງບໍລິສັດ AMSC ເພື່ອ​ໃຊ້​ເຄື່ອງ​ຄອມ​ພິວ​ເຕີ
​ໃນປະເທດ ​ອອສ​ເຕຣຍ ​ເພື່ອ​ລັກຂະໂມຍເອົາ ​ເທັກ​ໂນ​ໂລ​ຈີ​ຂອງ​ການ​ເຮັດ​ເຄື່ອງ​ກັງ​ຫັນ
​ລົມ ​ແລະ​ຄວາມລັບ​ທາງ​ການ​ຄ້າ ຈາກ​ບໍ​ລິ​ສັດ AMSC ​ແລະ​ກໍ​ໄດ້​ນຳ​ໄປ​ຕິດຕັ້ງໃສ່
ກັງຫັນລົມ ຂອງບໍລິສັດຊິ​ໂນ​ແວ​ລ.

ບໍລິສັດ ຊິ​ໂນ​ແວ​ລ ບໍ່​ເຄີຍ​ຈ່າຍເງິນ 800 ລ້ານ​ໂດ​ລາ ໃຫ້ແກ່ບໍລິສັດ AMSC ​ເລີຍ.

ຄະນະ​ໄອ​ຍະ​ການ​ລັດຖະບານ​ກາງ ກ່າວ​ວ່າ ອາຊະຍາກຳຂອງບໍລິສັດຊິ​ໂນ​ແວ​ລ
​ທີ່ໄດ້ກະທຳ​ໄປນັ້ນ ​ໄດ້ສ້າງຄວາມເສຍຫາຍຮ້າຍແຮງໃຫ້ແກ່ບໍລິສັດ AMSC
ຊຶ່ງພວກ​ນັກລົງທຶນ ​ໄດ້​ຂາຍຮຸ້ນບໍລິສັດ AMSC ອອກ ຫຼາຍ​ກວ່າ 1 ພັນລ້ານ​ໂດ​ລາ
ແລະ​ມີ​ພວກພະນັກງານ​ປະມານ 700 ຄົນ ​ໄດ້​ເສຍວຽກ​ການເຮັດ ຊຶ່ງ​ແມ່ນ​ຫຼາຍ​ກວ່າ​
ເຄິ່ງນຶ່ງ​ຂອງພະນັກງານທັງໝົດຂອງບໍລິສັດ AMSC ​ໃນ​ທົ່ວ​ໂລກ.

ບໍລິສັດຊິໂນແວລຈະຖືກຕັດສິນລົງໂທດ ໃນເດືອນມິຖຸນາປີນີ້.

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG