ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບໍລິສັດຂອງ ຈີນ ຊະນະການປະມູນເພື່ອຂຸດຄົ້ນບໍ່ນໍ້າມັນ ແລະ ອາຍແກັສຂອງ ອີຣັກ


ແຟ້ມຮູບ-ປ່ອງໄຟທີ່ມີການເຜົາໄໝ້ ຢູ່ທີ່ບໍ່ນໍ້າມັນ ເນຍຣານ ບິນ ໂອມາ (Nihran Bin Omar), ທາງພາກເໜືອຂອງເມືອງບາສຣາ, ອີຣັກ, ວັນທີ 22 ມີນາ 2023.
ແຟ້ມຮູບ-ປ່ອງໄຟທີ່ມີການເຜົາໄໝ້ ຢູ່ທີ່ບໍ່ນໍ້າມັນ ເນຍຣານ ບິນ ໂອມາ (Nihran Bin Omar), ທາງພາກເໜືອຂອງເມືອງບາສຣາ, ອີຣັກ, ວັນທີ 22 ມີນາ 2023.

ບໍລິສັດຈີນຫຼາຍບໍລິສັດ ຊະນະການປະມູນ 4 ຄັ້ງ ເພື່ອຂຸດຄົ້ນບໍ່ນໍ້າມັນ ແລະອາຍແກັສຂອງ ອີຣັກ, ອີງຕາມການກ່າວຂອງລັດຖະມົນຕີນ້ໍາມັນຂອງອີຣັກ ໃນວັນອາທິດວານນີ້ ຂະນະທີ່ຮອບການອອກໃບອະນຸຍາດຂຸດຄົ້ນ ໄຮໂດຼຄາບອນ (hydrocarbon) ຂອງປະເທດຕາເວັນອອກກາງແຫ່ງນີ້ ສືບຕໍ່ໄປ ເປັນມື້ທີສອງແລ້ວ, ອີງຕາມລາຍງານຂອງອົງການຂ່າວ Reuters.

ໃບອະນຸຍາດນ້ຳມັນ ແລະ ອາຍແກັສ ສຳລັບ 29 ໂຄງການ ແມ່ນມີເປົ້າໝາຍເພື່ອແນໃສ່ຍົກລະດັບການຜະລິດສໍາລັບນຳໃຊ້ພາຍໃນປະເທດ, ໂດຍມີຫຼາຍກວ່າ 20 ບໍລິສັດທີ່ຜ່ານຮອບຄັດເລືອກ ໃນກ່ອນໜ້ານັ້ນ ລວມມີກຸ່ມ ປະເທດຢູໂຣບ, ຈີນ, ອາຣັບ ແລະ ອີຣັກ.

ບໍລິສັດຂອງຈີນ ເປັນພຽງບໍລິສັດຕ່າງປະເທດດຽວ ທີ່ຊະນະການປະມູນຄັ້ງນີ້, ໂດຍປະມູນໄດ້ 9 ບໍ່ນໍ້າມັນ ແລະອາຍແກັສ ນັບຕັ້ງແຕ່ ວັນເສົາທີ່ຜ່ານມາ, ໃນຂະນະທີ່ບໍລິສັດ KAR Group ຂອງອີຣັກເຊື້ອສາຍເຄີດ ປະມູນໄດ້ 2 ແຫ່ງ.

ສັງເກດເຫັນວ່າ ​ບໍ່​ມີ​ບັນດາ​ບໍລິສັດ​ນ້ຳມັນ​ເຊື້ອ​ໄຟຂະໜາດໃຫຍ່​ຂອງ​ສະຫະລັດເຂົ້າຮ່ວມໃນການປະມູນຄັ້ງນີ້, ​ແມ່ນ​ແຕ່​ພາຍຫຼັງທີ່​ນາຍົກລັດຖະມົນຕີອີຣັກ ທ່ານໂມຮໍາເມັດ ເຊຍ (Mohammed Shia) ໄດ້ທໍາການ​ພົບ​ປະ​ກັບ​ບັນດາ​ຜູ້​ຕາງ​ໜ້າ​ບັນດາ​ບໍລິສັດຕ່າງໆ​ຂອງ​ສະຫະລັດ ​ໃນ​ການ​ຢ້ຽມຢາມ ສະຫະລັດ​ຢ່າງ​ເປັນ​ທາງ​ການ​ໃນ​ເດືອນ​ແລ້ວ​ນີ້ ກໍຕາມ.

ບໍລິສັດນ້ຳມັນນອກຊາຍຝັ່ງທະເລແຫ່ງຊາດຂອງຈີນ ຫຼື CNOOC ແລະ ອີຣັກ ໄດ້ຊະນະການປະມູນເພື່ອພັດທະນາ Block 7 ຂອງອີຣັກ ສຳລັບການຂຸດຄົ້ນນ້ຳມັນທີ່ຂະຫຍາຍໄປທົ່ວບັນດາແຂວງທາງພາກກາງ ແລະພາກໃຕ້ຂອງປະເທດ ເຊັ່ນ: ແຂວງດິວານິຢາ (Diwaniya), ບາບີລ (Babil), ນາຈາຟ (Najaf), ວາສິດທ໌ (Wasit) ແລະ ແຂວງມູທານນາ (Muthanna), ອີງຕາມການກ່າວຂອງລັດຖະມົນຕີກະຊວງນ້ຳມັນ ທ່ານຮາຢານ ອັບດູລ ການີ (Hayan Abdul Ghani).

ບໍລິສັດ ເຊັນຮົວ (ZhenHua), ແອນຕັນ ເຊິ່ງເປັນບໍລິສັດບໍລິການດ້ານສະໜາມບໍ່ນໍ້າມັນ (Anton Oilfield Services and Sinopec) ແລະ ໄຊໂນແພັກ (Sinopec) ກໍໄດ້ຊະນະການປະມູນ ເພື່ອດໍາເນີນການຂຸດຄົ້ນບໍ່ນໍ້າມັນ ອະບູ ເຄມະ (Abu Khaymah) ໃນແຂວງ ມູທານນາ, ບໍ່ນໍ້າມັນ ດູຟຣີຢາ (Dhufriya) ໃນເມືອງ ວາຊິດທ໌ (Wasit) ແລະບໍ່ນໍ້າມັນ ຊໍາເມີ ໃນແຂວງ ມູທານນາ ຕາມລໍາດັບ, ອີງຕາມການກ່າວຂອງທ່ານລັດຖະມົນຕີ.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG